ຣັສເຊັຽ (ອັງກິດ: Russia; ຣັດເຊຍ: Росси́я, ອອກສຽງ ( ຟັງເສີຍງ)) ມີຊື່ເປັນທາງການວ່າ ສະຫະພັນທະລັດຣັສເຊັຽ (ອັງກິດ: Russian Federation; ຣັດເຊຍ: Росси́йская Федера́ция, ) ເປັນປະເທດໃນເອີເຣເຊບເໜືອ ແລະເປັນປະເທດໃຫຍ່ທີ່ສຸດໃນໂລກ ກວ່າ 10,000,000 ຕາລາງກິໂລແມັດ ຄອບຄຸມພື້ນທີ່ທີ່ສາມາດອາໄສຂອງໂລກເຖິງໜຶ່ງໃນແປດ ຣັດເຊຍຍັງເປັນຊາດທີມີປະຊາກອນຫຼາຍທີສຸດອັນດັບ 9 ຂອງໂລກ ໂດຍມີປະຊາກອນ 143 ລ້ານຄົນ ຣັດເຊຍປົກຄອງດ້ວຍລະບອບສະຫະພັນສາທາລະນະລັດກຶ່ງປະທານນາທິບໍດີ ປະກອບດ້ວຍ 83 ເຂດການປົກຄອງ ໄລ່ຈາກທິດຕາເວັນຕົກສຽງເໜືອເຖິງທິດຕາເວັນອອກສຽງໃຕ້ ຣັດເຊຍມີພົມແດນຕິດກັບນອກແວ ແຟັງລັງ ແອັສໂຕເນຍ ລັດເວຍ ລິຕົວເນຍ ແລະໂປໂລຍ (ທັງສອງຜ່ານມົນທົນຄາລິນິນກຣາດ) ເບລາຣຸສ ອູແກຣນ ຈໍຣ໌ເຈຍ ອາເຊີໄບຈານ ຄາຊັກສະຖານ ຈີນ ມົງໂກເລຍແລະເກົາຫລີເໜືອ ນອກຈາກນີ້ຍັງມີພົມແດນທາງທະເລຕິດກັບຍີ່ປຸ່ນໂດຍທະເລໂອຄົດສກ໌ ແລະສະຫະລັດອາເມຣິກາໂດຍຊ່ອງແຄບແບຣິງ ອານາເຂດຂອງຣັດເຊຍກິນອາຊີເໜືອທັງໝົດແລະ 40% ຂອງເອີຣົບ ແຜ່ຂ້າມເກົ້າເຂດເວລາແລະມີສິ່ງແວດລ້ອມທໍລະນີສັນຖານຫຼາຍຫຼາຍ ຣັດເຊຍມີຊັບພະຍາກອນແຮ່ທາດ ແລະ ພະລັງງານສຳຮອງໃຫຍ່ທີສຸດໃນໂລກ ແລະເປັນຜູ້ຜະລິດກ໊າສທຳມະຊາດອັນດັບໜຶ່ງຂອງໂລກ ເຊັ່ນດຽວກັບເປັນຜູ້ຜະລິດນຳມັນອັນດັບໜຶ່ງຂອງໂລກ ຣັດເຊຍມີປ່າໄມ້ສຳຮອງໃຫຍ່ທີສຸດໃນໂລກແລະ ທະເລສາບໃນຣັດເຊຍບັນຈຸນ້ຳຈືດປະມານໜຶ່ງໃນສີ່ຂອງໂລກ
ສະຫະພັນທະລັດຣັດເຊຍ Росси́йская Федера́ция | |
---|---|
ເພງຊາດ: Государственный гимн Российской Федерации (ເພງຊາດສະຫະພັນທະຣັດເຊຍ) | |
ປະເທດຣັດເຊຍ (ສີຂຽວແກ່) | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ມົດສະກູ |
ພາສາລັດຖະການ | ພາສາຣັດເຊຍ |
ການປົກຄອງ | ສະຫະພັນສາທາລະນະລັດກຶ່ງປະທານາທິບໍດີ |
• ປະທານປະເທດ | ວະລາດີມີຣ໌ ປູຕິນ |
• ນາຍົກລັດຖະມົນຕີ | ມິຄາອິລ ມິຊຸຊຕິນ |
• ປະທານສະພາສະຫະພັນ | ວາເລນຕີນາ ມັດວີເຍນໂຄ |
• ປະທານສະພາດູມາ | ເຊີຣ໌ເກຍ໌ ນາຣຶດຊະກິນ |
ກໍ່ຕັ້ງ | |
• ລາຊະວົງລູລິກ | ຄ.ສ. 862 |
• ຈັກກະວັດຄຽຟຣຸສ | ຄ.ສ. 882 |
• ວະລາດີມີ-ຊຸຊດັລ | ຄ.ສ. 1169 |
• ແກນດັຊຊີມອສໂກ | ຄ.ສ. 1283 |
• ຊາຣ໌ລັດເຊຍ | 16 ມັງກອນ ຄ.ສ. 1547 |
• ຈັກກະວັດຣັດເຊຍ | 22 ຕຸລາ ຄ.ສ. 1721 |
7 ພະຈິກ ຄ.ສ. 1917 | |
10 ທັນວາ ຄ.ສ. 1922 | |
• ສະຫະພັນທະລັດຣັດເຊຍ | 25 ທັນວາ ຄ.ສ. 1991 |
13 (ຮວມທັງໜອງນ້ຳ) | |
ປະຊາກອນ | |
• 2558 ປະມານ | 143,975,923 (ສາທາລະນະລັດໄຄເມຍແລະເຊວັສໂຕປອລ) (9) |
8.4 ຕໍ່ຕາລາງກິໂລແມັດ (21.8 ຕໍ່ຕາລາງໄມລ໌) (217) | |
GDP (ອຳນາດຊື້) | 2016 (ປະມານ) |
• ລວມ | 3.458 ພັນຕື້ໂດລາສະຫະລັດ (6) |
• ຕໍ່ຫົວ | 24,067 ໂດລາສະຫະລັດ |
GDP (ລາຄາຕະຫຼາດ) | 2558 (ປະມານ) |
• ລວມ | 1.176 ພັນຕື້ໂດລາສະຫະລັດ (15) |
• ຕໍ່ຫົວ | 8,184 ໂດລາສະຫະລັດ |
ຈີນີ (2555) | 42 ຂໍ້ຜິດພາດ: ຄ່າຈີນີບໍ່ຖືກຕ້ອງ |
HDI (2556) | 0.778 ຂໍ້ຜິດພາດ: ຄ່າ HDI ບໍ່ຖືກຕ້ອງ · 57 |
ສະກຸນເງິນ | ຣູເບິລ (RUB) |
ເຂດເວລາ | UTC+2 ເຖິງ +12 |
ລະຫັດໂທລະສັບ | 7 |
ລະຫັດອິນເຕີເນັດ |
ຣັດເຊຍ (Russia) ຕັ້ງຢູ່ໃນສອງທະວີບຄື: ເອີລົບຕະວັນຕົກ ແລະທະວີບອາຊີ.
This article uses material from the Wikipedia ລາວ article ປະເທດລັດເຊຍ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.