ພິຊຊ່າ

ພິຊຊ່າ (ອິຕາລີ: pizza) ເປົນອາຫານຂອງອິຕາລີແລະອາຫານໄວທີ່ຊາວອິຕາລີໄດ້ປະດິດ ພິຊຊ່າມີເບິ່ງ​ເປັນແປ້ງແບບກລົມເທດ້ວຍ​ຊອດ​ໝາກ​ເລັ່ນ​ ຫຼັງຈາກນັ້ນປຸງແຕ່ງໂດຍການອົບໃນເຕົາອົບ

ພິຊຊ່າ
ພິຊຊ່າ
ພິຊຊ່າມາເກຣີຕາ
ກຳເໜີດ
ແຫຼ່ງກຳເໜີດອິຕາລີ
ພູມິພາກນາໂປລີ
ລາຍລະອຽດ
ປະເພດອາຫານທ່ຽງ, ອາຫານຄ່ໍາ
ຊະນິດເຂົ້າຈີ່ແບນ
ອຸນະຫະພູມໃນການຈັດໃຫ້ກິນຮ້ອນຫຼືອຸ່ນ
ເຄື່ອງປຸງຫຼັກໂດ, ຊອດ​ໝາກ​ເລັ່ນ​, ເນີຍແຂງ
ຮູບແບບອື່ນຄັລໂຊເນ, ປັນເຊຣອຕຕີ, ສະຕຣອມໂບລີ

ໃນອິຕາລີ ການຮັບໃຊ້ພິຊຊ່າສໍາລັບໂອກາດທີ່ເປັນທາງການຈະຮັບໃຊ້ບໍ່ຕັດແລະກິນດ້ວຍມີດກັບສ້ອມ ໃນຂະນະທີ່ຊາວອິຕາລີໂດຍທົ່ວໄປໃນເວລາທີ່ກິນພິຊຊ່າໃນໂອກາດທີ່ບໍ່ເປັນທາງການເຊັ່ນ ​ການ​ກິນ​ອາ​ຫານ​ຢູ່​ເຮືອນ​ ພິຊຊ່າຖືກຕັດອອກເປັນຕ່ອນຂະໜາດນ້ອຍ ແລະ ມັກກິນດ້ວຍມື ຄໍາວ່າພິຊຊ່າໄດ້ຖືກບັນທຶກໄວ້ຄັ້ງທໍາອິດໃນສະຕະວັດທີ 10 ໃນເອກະສານພາສາລາຕິນ ໃນ​ເມືອງກາເອຕາ (Gaeta) ເຊິ່ງຢູ່ໃນທາງພາດໃຕ້ຂອງອິຕາລີແຄວ້ນລັຕຊີໂຕ ພິຊຊ່າທີ່ສະໄໝ່ໃໝ່ໄດ້ຖືກປະດິດໃນເມືອງເນເປົລ ແລະເປັນທີ່ນິຍົມຢ່າງກວ້າງຂວາງໃນພາຍຫລັງ ພິຊຊ່າໄດ້ກາຍເປັນຫນຶ່ງໃນອາຫານທີ່ນິຍົມທີ່ສຸດໃນໂລກແລະເປັນອາຫານໄວທົ່ວໄປໃນເອີຣົບແລະອາເມລິກາເໜືອ ເຊິ່ງຊອກຫາໄດ້ງ່າຍໃນຮ້ານອາຫານທີ່ຂາຍພິຊຊ່າໂດຍສະເພາະ (Pizzerias) ໃນຮ້ານອາຫານຕາເວັນຕົກປົກກະຕິ ແລະໃນຮູບແບບການຈັດສົ່ງ ບໍລິສັດຈໍານວນຫຼາຍໄດ້ຂາຍພິຊຊ່າໃນຮູບແບບແຊ່ແຂງ ເພື່ອເພີ່ມຄວາມສະດວກໃຫ້ແກ່ລູກຄ້າໃນການນໍາເຂົ້າໄມໂຄເວຟພ້ອມກິນ

Associazione Verace Pizza Napoletana (True Neapolitan Pizza Association) ເປັນອົງການທີ່ບໍ່ຫວັງຜົນກໍາໄລທີ່ສ້າງຕັ້ງຂຶ້ນໃນປີ 1984 ໂດຍມີສໍານັກງານໃຫຍ່ຢູ່ໃນເມືອງເນເປິລ, ປະເທດອິຕາລີ ມີຈຸດປະສົງເພື່ອສົ່ງເສີມລົດຊາດພື້ນເມືອງແລະຄວາມນິຍົມຂອງພິຊຊ່າ ໃນປີ 2009 ອົງການໄດ້ລົງທະບຽນກັບສະຫະພາບເອີຣົບເພື່ອຮັບຮອງພິຊຊ່າເປັນອາຫານພິເສດແລະສະທ້ອນໃຫ້ເຫັນວັດທະນະທໍາພື້ນເມືອງຂອງຜູ້ຜະລິດ ແລະໃນປີ 2017 ສິລະປະການເຮັດພິຊຊ່າໄດ້ຖືກບັນຈຸເຂົ້າໃນບັນຊີລາຍຊື່ມໍລະດົກໂລກທາງວັດທະນະທໍາທີ່ບໍ່ມີຕົວຕົນຂອງອົງການຍູເນສໂກ

ອ້າງອີງ

Tags:

ພາສາອິຕາລີ

🔥 Trending searches on Wiki ລາວ:

ມອສໂກຕຽງ ສິຣິຂັນກູເກິລ ແປພາສາເສດຖະກິດລາວເມືອງປາກເຊເຄມີສາດດາ ລາສຕ ໂອຝ ອາຊກາບກອນອະນາຄົດສຶກສາເສດຖະສາດຈຸນລະພາກສົງຄາມເຢັນເມືອງເມືອງສີສັດຕະນາກພາສາໄທລື້ເມືອງແປກ (ໂພນສະຫວັນ)ມິນນີ່ ເມົາສ໌ແຂວງອຸດົມໄຊ.auໂທວໂຮວໂປຣເຈັກ4 ມິຖຸນາທຸລະກິດທະວີບ23 ກຸມພາNeymarອົກຊີແຊນຕາດເຍືອງR/placeເມືອງຈັນທະບູລີນາໂນແມັດນາງສາວລາວ 2017ປະເທດຫວຽດນາມ28 ກັນຍາວັດອົງຕື້ໄມ້ດູ່24 ມີນາລະດູບລັອກວະລີທໍລະນີສາດສີ ຈິ້ນຜິງມະຫາສະໝຸດປາຊີຟິກອາຫານລາວຈັງຫວັດແພ່ສື່ສັງຄົມອຸດສາຫະກຳເມືອງຫຼວງພະບາງແຂວງຈຳປາສັກຄຳອຸທານອະນຸສາວະລີ ປະທານໄກສອນ ພົມວິຫານສັນຕິພາບ22 ມິຖຸນາພາສາອັງກິດເສດຖະກິດຕະຫລາດໄກສອນ ພົມວິຫານມິສລາວ 2011ສັດປີກນາຊີເຢຍລະມັນກິລາໂອແລມປິກສິດທິເດັກລົດໄຟອຳນາດບໍລິຫານຕົ້ນເຜິ້ງກະຊວງວິສະວະກຳ27 ມັງກອນປະເທດລາວປະເທດເຢຍລະມັນຢູໂຣ🡆 More