ນະໂຍບາຍການເງິນ

ນະໂຍບາຍການເງິນ ແມ່ນ ຄຳສັບດ້ານ ເສດຖະກິດ ທີ່ ໝາຍເຖິງ ການທີ່ ລັດຖະບານ ອອກບັນດານະໂຍບາຍ ເພື່ອກຳນົດ ລະດັບ ການໃຊ້ຈ່າຍຂອງລັດຖະບານ ແລະ ແຫຼ່ງທຶນ ເພື່ອການໃຊ້ຈ່າຍນັ້ນໆ.

ນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາ ແມ່ນ ເຄື່ອງ ດ້ານ ເສດຖະສາດມະຫາພາກ ທີ່ລັດຖະບານມີ ເພື່ອ ບໍລິຫານເສດຖະກິດ. ນະໂຍບາຍການເງິນ ແມ່ນ ການທີ່ ລັດຖະບານ ປ່ຽນແປງລະດັບ ການໃຊ້ຈ່າຍຂອງຕົນ ເພື່ອ ກະຕຸ້ນ ຫຼື ຜ່ອນ ລະດັບການຂະຫຍາຍໂຕຂອງ ເສດຖະກິດ. ມັນຈະແຕກຕ່າງ ກັບ ນະໂຍບາຍເງິນຕາ, ທີ່ ໝາຍເຖິງ ນະໂຍບາຍກ່ຽວກັບ ການສະໜອງ ເງິນຕາ ໃຫ້ເສດຖະກິດ.

ນະໂຍບາຍການເງິນ ປະກອບມີ 2 ແບບ ຄື ແບບ ຂະຫຍາຍ ແລະ ຮັດກຸມ. ນະໂຍບາຍການເງິນຂະຫຍາຍ ຈະສົ່ງເສີມການຜະລິດ ແລະ ເຮັດໃຫ້ອັດຕາດອກເບ້ຍສູງຂຶ້ນ. ນະໂຍບາຍການເງິນຮັດກຸມ ຈະຜ່ອນລະດັບ ການຂະຫຍາຍໂຕຂອງ ເສດຖະກິດ ແລະ ຫຼຸດອັດຕາດອກເບ້ຍ.

ແຫຼ່ງທຶນ

ລັດຖະບານ ໃຊ້ຈ່າຍເງິນ ຕໍ່ຫຼາຍໆສິ່ງ ແຕ່ ການທະຫານ ຕຳຫຼວດ ຮອດ ການບໍລິການ ເຊັ່ນ ການສຶກສາ, ສາທາລະນະສຸກ ແລະ ສະຫວັດດີການ.

ທຶນ ສາມາດໄດ້ມາຈາກຫຼາຍແຫຼ່ງ ເຊັ່ນ:

  • ການເກັບ ສ່ວຍສາອາກອນ ຕໍ່ກັບປະຊາຊົນ
  • ການພິມເງິນ
  • ການກູ້ຢືມ ຈາກປະຊາຊົນ

ການຖົມຂຸມການຂາດດຸນງົບປະມານ

ສ່ວຍຫຼາຍ ການຂາດດຸນງົບປະມານ ແມ່ນ ຈະຖືກຖົມຂຸມ ໂດຍ ການ ອອກ ພັນທະບັດ, ເຊັ່ນ ພັນທະບັດລັດຖະບານ. ແຕ່ຖ້າ ພາລະແບກຫາບ ໃນການ ຈ່າຍ ຕົ້ນ ແລະ ດອກ ຂອງ ພັນທະບັດສູງ ໂພດ ມັນກໍ່ຈະເປັນບັນຫາໃຫຍ່ ຕໍ່ ລັດຖະບານທີ່ ຈັດພິມມັນອອກຂາຍນັ້ນ ໄດ້.

ຜົນທາງດ້ານເສດຖະກິດ ຂອງ ນະໂຍບາຍການເງິນ

ນະໂຍບາຍການເງິນ ຈະຖືກໃຊ້ ໂດຍລັດຖະບານ ເພື່ອ ປ່ຽນແປງລະດັບ ຄວາມຕ້ອງການໃນເສດຖະກິດ, ເພື່ອ ບັນລຸ ເປົ້າໝາຍທາງດ້ານເສດຖະກິດ ເຊັ່ນ ສະຖຽນລະພາບ ຂອງ ລາຄາ, ຫຼຸດອັດຕາຫວ່າງງານ ແລະ ເຮັດໃຫ້ເສດຖະກິດຂະຫຍາຍໂຕ.

ເສດຖະສາດເຄນຊຽນ ມີຄຳເຫັນວ່າ ການດັດປັບ ການໃຊ້ຈ່າຍ ຂອງ ລັດຖະບານ ແລະ ອັດຕາອາກອນ ແມ່ນ ວິທີການທີ່ດີທີ່ສຸດ ໃນການ ກະຕຸ້ນ ຄວາມຕ້ອງການລວມ. ມາດຕະການເຫຼົ່ານີ້ ສາມາດຖືກນຳໃຊ້ ໃນ ໄລຍະທີ່ ສະພາວະເສດຖະກິດຕົກຕໍ່າ ເພື່ອຍົກລະດັບການຂະຫຍາຍໂຕ ຂອງ ເສດຖະກິດ ແລະ ແກ້ໄຂບັນຫາຫວ່າງງານ. ເຖິງຢ່າງໃດກໍ່ຕາມ ໂດຍທົ່ວໄປ ນະໂຍບາຍຕ່າງໆນີ້ ຈະນຳໄປສູ່ ບັນຫາການຂາດດຸນງົບປະມານ.

ກົງກັນຂ້າມ, ໃນໄລຍະທີ່ເສດຖະກິດຂະຫຍາຍໂຕສູງ, ມັນສາມາດຖືກໃຊ້ ເພື່ອ ຫຼຸດຜ່ອນລະດັບ ການເຄື່ອນໄຫວທາງດ້ານເສດຖະກິດ. ເຊັ່ນ ມັນສາມາດຖືກໃຊ້ ໃນ ໄລຍະທີ່ ອັດຕາເງິນເຟີ້ສູງ ເພື່ອ ບັນລຸ ສະຖຽນລະພາບຂອງລາຄາ. ອີງຕາມ ເສດຖະສາດເຄນຊຽນ ການເອົາແຫຼ່ງທຶນ ອອກຈາກ ເສດຖະກິດ ຈະຫຼຸດ ລະດັບຄວາມຕ້ອງການລວມ ໃນເສດຖະກິດ ເຮັດໃຫ້ເສດຖະກິດຫົດໂຕເຂົ້າ ແລະ ກ້າວໄປສູ່ ສະຖຽນລະພາບຂອງລາຄາ.

ເຖິງ ນະໂຍບາຍການເງິນ ຈະມີຄວາມສຳຄັນ ແຕ່ ມັນກໍ່ມີບັນຫາຕິດພັນ. ໃນກໍລະນີ ລັດຖະບານ ຢູ່ ໃນສະພາວະຂາດດຸນງົບປະມານ ການໃຊ້ນະໂຍບາຍການເງິນຂະຫຍາຍ ຈະຕ້ອງອີງໃສ່ ການກູ້ຢືມ ຂອງ ລັດຖະບານ ເຊັ່ນ ຈັດພິມພັນທະບັດລັດຖະບານອອກຂາຍ, ການກູ້ຢືມຈາກຕ່າງປະເທດ ຫຼື ການພິມເງິນເພີ່ມ ທີ່ ອາດຈະກໍ່ໃຫ້ເກີດຫຼາຍບັນຫາຕິດຕາມມາໄດ້ ດັ່ງທີ່ໄດ້ກ່າວມາໃນຂ້າງເທິງ.

ເບິ່ງເພີ່ມ

  • ເຄື່ອງມືນະໂຍບາຍເສດຖະກິດມະພາກ
  • ນະໂຍບາຍການເງິນຂອງສະຫະລັດອາເມລິກາ
  • ນະໂຍບາຍເງິນຕາ ແລະ ການເງິນ ຂອງ ຍີ່ປຸ່ນ

ລິ້ງພາຍນອກ

Tags:

ນະໂຍບາຍການເງິນ ແຫຼ່ງທຶນນະໂຍບາຍການເງິນ ຜົນທາງດ້ານເສດຖະກິດ ຂອງ ນະໂຍບາຍການເງິນ ເບິ່ງເພີ່ມນະໂຍບາຍການເງິນ ລິ້ງພາຍນອກນະໂຍບາຍການເງິນນະໂຍບາຍເງິນຕາລັດຖະບານເສດຖະສາດເສດຖະສາດມະຫາພາກ

🔥 Trending searches on Wiki ລາວ:

ຜາສາດຫີນວັດພູກະຊວງສຶກສາBoeing AH-64 Apache17 ພະຈິກເຂື່ອນນ້ຳເທີນ 2ລາຍຊື່ໜ່ວຍນັບເວລາຖ້ຳພະ(ເມືອງພູກູດ)ທະນີປານີ ຍາທໍ່ຕູ້ຖ້ຳຂຸນນ້ຳໂດນໂຄຍປະເທດອິດສະຣາເອນນະຄອນຫຼວງເມືອງສີສັດຕະນາກເມືອງວຽງໄຊບຸນອຸ້ມ ນະຈຳປາສັກພະບາງພິກັດພູມສາດປະເທດກົດດີວົວວິວັດທະນາການເນື້ອຫາເສລີປະໂລແວງວັດມະໂນຣົມBlockchain (ບລັອກເຊນ)ໄທໃຫຍ່ເມືອງໄຊທານີດາວເຄາະເທັນນິດບາຣັກ ໂອບາມາການຄ້າກຸມພາແຂວງຊຽງຂວາງຂັນ5.kgຮາດແວໝາໄມໂຄຣຊອບ ວິນໂດບລັອກຢີນປະເທດສິງກະໂປໂດນັລ ທຣັມສາທາລະນະສົມບັດມະຫາວິທະຍາໄລແຫ່ງຊາດລາວພຸດທະສາສະໜາເມິງອັດຕາດອກເບ້ຍທະນາຄານກາງ.su22 ເມສາປະເທດລາວລົດຖີບເມືອງນ້ຳບາກເມືອງນາຊາຍທອງເອີໂຣວັນຄູແຫ່ງຊາດເຂົ້າຈ້າວປະເທດອັງກິດຄຳພີໄບເບີລປະເທດໂຮນລັງງົວ26 ເມສາບຸນບັ້ງໄຟຂົວມິດຕະພາບລາວ - ໄທ ແຫ່ງທີ 4ຕຳລາໄຕມຸມດວງຈັນລະຫັດໂທລະສັບລະຫວ່າງປະເທດ27 ຕຸລາທົ່ງໄຫຫີນເນື້ອທີ່ຕະຫຼາດຫຼັກຊັບນິວຢອກສະພາວະເງິນເຟີ້ລາຍຊື່ສາຂາວິຊາ🡆 More