ບຣາຊິນ ຫຼື ເບຣຊິນ (ອັງກິດ: Brazil; ປອກຕຸຍການ: Brasil, ສຳນຽງບຣາຊິນ: ( ຟັງສຽງ)) ຫຼື ຊື່ທາງການວ່າ ສະຫະພັນສາທາລະນະລັດບຣາຊິນ (ອັງກິດ: Federal Republic of Brazil; ປອກຕຸຍການ: República Federativa do Brasil) ເປັນປະເທດທີ່ໃຫຍ່ທີ່ສຸດໃນທະວີບອາເມຣິກາໃຕ້ ແລະ ພື້ນທີ່ອາເມຣິກາລາແຕງ ດ້ວຍເນື້ອທີ່ 8.5 ລ້ານຕາລາງກິໂລແມັດ (3,300,000 ຕາລາງກິໂລແມັດ) ແລະ ປະຊາກອນກວ່າ 211 ລ້ານຄົນ ຈຶ່ງເປັນປະເທດທີ່ມີພື້ນທີ່ຫຼາຍທີ່ສຸດເປັນອັນດັບທີ 5 ແລະ ມີ ປະຊາກອນຫຼາຍທີ່ສຸດເປັນອັນດັບທີ 6 ຂອງໂລກ ໂດຍມີເມືອງຫຼວງຄືບຣາຊີເລຍ ສ່ວນເມືອງທີ່ມີປະຊາກອນຫຼາຍທີ່ສຸດແມ່ນນະຄອນຊາວເປົາໂລ ສະຫະພັນບຣາຊິນປະກອບດ້ວຍການລວມກັນຂອງລັດ 26 ລັດ ແລະ ເຂດເມືອງຫຼວງສະຫະພັນ ເປັນປະເທດທີ່ໃຫຍ່ທີ່ສຸດໃນໂລກ ແລະ ເປັນປະເທດດຽວໃນທະວີບອາເມຣິກາທີ່ໃຊ້ພາສາປອກຕຸຍການເປັນພາສາລັດຖະການ ນອກຈາກນີ້ຍັງເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ຊົນເຜົ່າຫຼາຍທີ່ສຸດປະເທດໜຶ່ງຈາກການຍ້າຍຖິ່ນເຂົ້າມາຂອງຜູ້ຄົນຈາກທົ່ວໂລກມາດົນກວ່າໜຶ່ງສະຕະວັດ
República Federativa do Brasil (ປອກຕຸຍການ) ສະຫະພັນສາທາລະນະລັດບຣາຊິນ | |
---|---|
ເພງຊາດ: "ເພງຊາດບຣາຊິນ" ເພງທຸງຊາດ: "ເພງທຸງຊາດບຣາຊິນ" | |
ທີ່ຕັ້ງຂອງ ປະເທດບຣາຊິນ (ຂຽວ) ໃນທະວີບອາເມຣິກາໃຕ້ (ເທົາ) | |
ເມືອງຫຼວງ | ບຣາຊີເລຍ |
ເມືອງໃຫຍ່ທີ່ສຸດ | ຊາວເປົາໂລ 23°33′S 46°38′W / 23.550°S 46.633°W |
ພາສາລັດຖະການ | ປອກຕຸຍການ |
ການປົກຄອງ | ສະຫະພັນສາທາລະນະລັດລະບົບປະທານາທິບໍດີ |
• ປະທານາທິບໍດີ | ຈາອີ ໂບລໂຊນາຣູ |
• ຮອງປະທານາທິບໍດີ | ອາມິວຕົງ ໂມເຣົາ |
• ປະທານ ສະພາຜູ້ແທນລາຊະດອນ | ອາຣຕູຣ ລີຣາ |
• ປະທານ ສະພາສູງສະຫະພັນ | ໂຮດຣີກູ ປາເສກູ |
• ประธาน ສານສູງສຸດຂອງລັດຖະບານກາງ | ລູວິສ ຟຸກສ໌ |
ສະພານິຕິບັນຍັດ | ລັດສະພາແຫ່ງຊາດ |
• ສະພາສູງ | ສະພາສູງສະຫະພັນ |
• ສະພາລຸ່ມ | ສະພາຜູ້ແທນລາຊະດອນ |
ເອກະລາດ ຈາກສະຫະລາຊະອານາຈັກປອກຕຸຍການ, ບຣາຊິນ ແລະ ອັນກາຟ | |
• ປະກາດ | 7 ກັນຍາ 1822 |
• ໄດ້ຮັບການຮັບຮອງ | 29 ສິງຫາ 1825 |
• ສາທາລະນະລັດ | 15 ພະຈິກ 1889 |
• ລັດຖະທໍາມະນູນສະບັບປັດຈຸບັນ | 5 ຕຸລາ 1988 |
0.65 | |
ປະຊາກອນ | |
• ຄ.ສ 2022 ປະມານ | 217,240,060 (7) |
GDP (ອຳນາດຊື້) | ຄ.ສ. 2022 (ປະມານ) |
• ລວມ | 3.680 ພັນຕື້ໂດລາສະຫະລັດ (9) |
• ຕໍ່ຫົວ | 17,208 ໂດລາສະຫະລັດ (88) |
GDP (ລາຄາຕະຫຼາດ) | ຄ.ສ 2022 (ປະມານ) |
• ລວມ | 1.833 ພັນຕື້ໂດລາສະຫະລັດ (12) |
• ຕໍ່ຫົວ | 8,570 ໂດລາສະຫະລັດ (104) |
ຈີນີ (ຄ.ສ. 2019) | 53.4 ສູງ · 10 |
HDI (ຄ.ສ 2021) | 0.754 ສູງ · 87 |
ສະກຸນເງິນ | ເຣອັນ (R$) (BRL) |
ເຂດເວລາ | UTC−2 ຫາ −5 (ເວລາໃນປະເທດບຣາຊິນ) |
ຮູບແບບວັນທີ | ວ/ດ/ປ (ຄ.ສ) |
ໄຟບ້ານ | 220 ໂວລ, 60 ເຮີດຕ໌ ແລະ 127 ໂວລ, 60 ເຮີດຕ໌ |
ຂັບລົດດ້ານ | ຂວາມື |
ລະຫັດໂທລະສັບ | +55 |
ລະຫັດອິນເຕີເນັດ | .br |
This article uses material from the Wikipedia ລາວ article ປະເທດບຣາຊິນ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.