ເມືອງໄຊບູລີ

ເມືອງໄຊບູລີ ເປັນຕັ້ງເຂດທາງເຫນືອ ຂອງສະຫວັນນະເຂດ ເປັນເມືອງຊາຍແດນລະຫວ່າງແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ເຊິ່ງມີແມ່ນ້ຳເຊບັ້ງໄຟ ເປັນເຂດແດນ, ແລະມີສາຍແມ່ນ້ຳຂອງ ເປັນເຂດແດນກັ້ນລະຫວ່າງປະເທດລາວໄທ.

ປະຫວັດ

ສະໄໝກ່ອນຝະລັ່ງເຂົ້າມາ ແບ່ງປັນເຂດແດນ ລາວທັງສອງຟາກຝັ່ງແມ່ນ້ຳຂອງ ແມ່ນເປັນຄົນຊົນຊາດເຊື້ອຊາດ ອານາຈັກລ້ານຊ້າງອັນດຽວກັນ ແຕ່ເຖິງຊິແຍກປະເທດ ຄົນລາວສອງຟາກຝັ່ງ ຍັງມີວັດທະນະທຳອັນດີງາມ ທີ່ຄົງຮັກສາໄວ້.

ຄຳຂວັນເມືອງໄຊບູລີ : ໄຊບູລີ ອຸດົມດີ ທັນຍາຫານ ໃບເສມາ ໜອງເຮືອທອງ ຊື່ລືລັ່ນ ງາມສາຍຂອງ ເຊບັ້ງໄຟ ໄຫຼປະສານ ແກ້ງກະເບົາ ມ່ວນຊື່ນ ກຸດສົງການ ນ້ຳຕານຫວານ ຜະລິດຕະພັນ ສູ່ສາກົນ

ບ່ອນຕັ້ງ

ສຳນັກງານປົກຄອງເມືອງ ໃນເມື່ອກ່ອນ ຕັ້ງຢູ່ແຄມແມ່ນ້ຳຂອງ ເຂດບ້ານແກ້ງກະເບົາ ແຕ່ໃນປະຈຸບັນໄດ້ຍົກຍ້າຍ ມາຕັ້ງຢູ່ເຂດບ້ານໝາກນາວ ຕິດກັບສາຍທາງ ເລກທີ 13 ໃຕ້ ເມືອງໄຊບູລີ ເປັນເຂດທີ່ດິນອຸດົມສົມບູນ ເໝາະແກ່ການປູກຝັງແລະລ້ຽງສັດ.

ວິຖີຊີວິດຂອງຊາວເມືອງ

ອາຊີບສ່ວນໃຫຍ່ ຂອງຊາວເມືອງແມ່ນ ເຮັດນາ ຫຼື ກະສິກຳແບບດັ້ງເດີມ ມີສ່ວນໜ້ອຍທີ່ພື້ນທີ່ມີ ບ່ອນເຮັດຊົນລະປະທານ ໃນເຂດໄກ້ແມ່ນ້ຳຂອງ ແລະ ແມ່ນ້ຳເຊບ້ັ້ງໄຟ, ໃນເຂດນີ້ຍັງເປັນເຂດ ບໍລີສັດ ລົງທຶນປູກອ້ອຍ ສ້າງໂຮງງານນ້ຳຕານ ລາວມິດຜົນ ມີດ່ານຊາຍແດນປາກເຊບັ້ງໄຟ ເຊິ່ງເປັນບ່ອນຄົນລາວໄປຊື້ສິນຄ້າ ຈາກທາດພະນົມເປັນຫຼັກ. ສ່ວນສິນຄ້າ ທີ່ລາວເອົາໄປຂາຍແມ່ນມີໜ້ອຍ[ຕ້ອງການອ້າງອີງ] ແລະ ຝ່າຍໄທທີ່ຂວ້າມມາຊື້ ສິນຄ້າຈາກທາງລາວ ໃນເຂດດ່ານນີ້ແມ່ນເກືອບບໍ່ມີ. ເມືອງໄຊບູລີ ເປັນເຂດອານາຈັກເກົ່າແກ່ ສີໂຄດຕະບອງ ແຫ່ງທຳອິດ ຄືໃນເຂດ ບ້ານໜອງເຮືອທອງ ແລະ ບ້ານສະດື ເມືອງໜອງບົກ. ສະນັ້ນ ຈິ່ງເຫັນດິນຈີ່ ແລະສິ່ງສະຫຼັກຫັກພັງ ທີ່ຫຼົງເຫຼືອຈາກສະໄໝບູຮານ ທີ່ຢ່ັງຢາຍຢູ່ທົ່ວໆໄປ.

ໃນຊຸມປີ 2008 ໄທບ້ານໜອງເຮືອທອງຂຸດຂຸມເສົາ ພົບເຄື່ອງເກົ່າແກ່ຫຼາຍພັນປີ[ຕ້ອງການອ້າງອີງ] ແລະ ມີສິ່ງມະຫັດສະຈັນ[ຕ້ອງການອ້າງອີງ] ຄົນນຳສິ່ງເກົ່າແກ່ໄປ ແລ້ວກັບຄືນມາເອງ ແລະຂຸມທີ່ຂຸດພົບ ມີແມງເມົ່າມາຫູ້ມຕອບ ຈັບກຸ່ມກ້ອນ ແບບໜ້າງຶດງໍ້ອັດສະຈັນ. ສະນັ້ນການປົກຮັກສາວັດທະນະທຳ ຮີດຄອງປະເພນີອັນດີ ການປົກປັກຮັກສາສິ່ງເກົ່າແກ່ ທີ່ເປັນສັນຍາ ເອກະລັກຄວາມເປັນມາ ຂອງເຜົ່າພັນ ຂອງຊົນຊາດເຊື້ອຊາດ ແລະ ເປັນການກະຕຸ້ນດຶ່ງດູດການທ່ອງທ່ຽວ ທີ່ຍາວນານໄດ້.

ປະຊາກອນ

65,738 ຄົນ (2020) ປະກອບດ້ວຍ ລາວລຸ່ມ,ຜູ້ໄທ ແລະ ມະກອງ.

ບັນດາບ້ານ

ເມືອງໄຊບູລີ (ອັງກິດ: Xaybouly District) ແມ່ນເມືອງໜຶ່ງໃນສະຫວັນນະເຂດ ເຊິ່ງປະກອບດ້ວຍ ...... ບ້ານ (ຖ້າຫາກຜູ້ໃດມີຂໍ້ມູນລະອຽດເພີ່ມຕື່ມໃຫ້ຂ້ອຍແໜ່ ຖືວ່າຊ່ອຍໆກັນເດີພີ່ນ້ອງຊາວລາວເຮົາ.)

  • ບ້ານມະນີລາດ
  • ບ້ານປ່າໄລ່
  • ບ້ານດ້າງສະຫວັນ
  • ບ້ານຄໍດີ
  • ບ້ານນາທອງ
  • ບ້ານໂພນນາດີ
  • ບ້ານແກ້ງມູນ
  • ບ້ານແກ້ງແວງ
  • ບ້ານຊຽງໃຄ
  • ບ້ານເລົ່າ
  • ບ້ານໜອງແວງ
  • ບ້ານໜອງຂຽດເຫຼືອງ
  • ບ້ານນາເຮືອງ
  • ບ້ານດົງໄພວັນ
  • ບ້ານກະຈຸ
  • ບ້ານນາມ່ວງ
  • ບ້ານນາແດງ
  • ບ້ານກາງ
  • ບ້ານສີໄຄ
  • ບ້ານຕົ້ນແຫນ
  • ບ້ານເວີນເໜືອ
  • ບ້ານເວີນໃຕ້
  • ບ້ານບຶງເຊ
  • ບ້ານບຶງໄຜ່
  • ບ້ານຫາດຊາຍສູງ
  • ບ້ານໂພນທັນ
  • ບ້ານກ້າງປາ
  • ບ້ານທ່າບໍ່
  • ບ້ານແກ້ງໂພສີ
  • ບ້ານສະກອງ
  • ບ້ານຜັກເຜື້ອ
  • ບ້ານດົງຍາງ
  • ບ້ານດົງພູ້
  • ບ້ານໝາກນາວ
  • ບ້ານໜອງບົວ
  • ບ້ານນາວເໜືອ
  • ບ້ານນາວໃຕ້
  • ບ້ານດົງພ້າວ
  • ບ້ານສົມສະອາດ
  • ບ້ານນາຊຽງຄານ
  • ບ້ານໜອງເຮືອທອງ
  • ບ້ານນາສອບ
  • ບ້ານຍາງຖ້ຳ
  • ບ້ານເລົ່າຝ້າຍ
  • ບ້ານແກ້ງແຮດ
  • ບ້ານທ່າຂາມ
  • ບ້ານນາສັງ
  • ບ້ານທ່າຄໍ້
  • ບ້ານບົວໄຂ
  • ບ້ານທ່າເດື່ອ
  • ບ້ານປາກເຊບັ້ງໄຟ
  • ບ້ານແກ້ງກະເບົາ
  • ບ້ານດົງພຸງ
  • ບ້ານນາໜອງຜື
  • ບ້ານໜອງສະພັງ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ ບ້ານໜອງເຮືອທອງ ເປັນດິນແດນແຫ່ງຄວາມສັກສິດມີອະພິນິຫານ ມະຫັດສະຈັນ ບ້ານຫນອງເຮືອທອງ ເປັນບ້ານເກົ່າແກ່ ທີ່ຖືກສ້າງຕັ້ງຂຶ້ນໄດ້ພັນກວ່າປີແລ້ວ ຍ້ອນດິນແດນແຫ່ງນີ້ມີ ສິ່ງບົ່ງບອກເຖິ່ງຮອ່ງຮອຍປະຫວັດສາດກັນເກົ່າແກ່ ຕາມການສຶກສາຄົ້ນຄວ້າ ຂອງຄະນະ ມະຫາສີລາ ວິຣະວົງ, ແລະ ບົດບັນລະຍາຍ ຂອງທ່ານ ສຸເນດໂພທິສານ ໄດ້ກວ່າໄວ້ວ່າ ບ້ານໜອງເຮືອທອງ ເປັນ ບ່ອນກໍ່ຕັ້ງ ອານາຈັກສີໂຄດຕະບອງ(ສີໂຄຕະບູນ) ແຫ່ງທຳອິດ ເຊິ່ງກວມເອົາ ສອງຝາກຝັ່ງແມ່ນ້ຳເຊບັ້ງໄຟ, ເຂດດິນບ້ານແຫ່ງນີ້ ມີລັກສະນະເປັນຄູຄັນໃຫຍ່ ກວ່າຄັນສະສູງຍາວຢຽດ ກວມເອົາ ເນື້ອທີ່ກວ້າງຂວາງສົມຄວນ ຄ້າຍຄືລັກສະນະ ກຳແພງດິນເກົ່າ ແລະ ຫໍຜາສາດຣາຊະວັງ ຂອງກະສັດຍຸກຂອມ ທີ່ເກີດກ່ອນ ຍຸກ ອານາຈັກລາວລ້ານຊ້າງ ແຕ່ອານາຈັກຂອມກໍ່ຍິ່ງໃຫຍ່ ສົມຄວນກວມເອົາ ດິນແດນ ລາວ ໄທ ຂະເຫມນ , ຄວາມອັດສະຈັນ ຂອງຫນອງເຮືອທອງ ຫນອງແຫ່ງນີ້ ອາດແມ່ນເປັນບ່ອນ ທີ່ກະສັດສັ່ງໃຫ້ ຂ້າທາດໄປຂຸດເອົາດິນມາ ສ້າງກຳແພງ ແລະສ້າງ ຫໍຜາສາດຣາຊະວັງ ແຕ່ໃນປະຈຸບັນຄວາມມະຫັດສະຈັນ (ໃບບົວໃນໜອງ ຈະ ປິ່ນໜ້າເຂົ້າສູ່ກາງໜອງຫມົດເກືອບທຸກໆໃບ ເຊິ່ງປົກກະຕິໃບບົວ ຈະອວ່າຍປິ່ນໄປຕາມແສງແດດແສງຕາວັນ, ແລະໜອງແຫ່ງນີ້ ງົວຄວາຍລົງໄປກິນນ້ຳໃນໜອງ ແຕ່ບໍມີແມບນ້ຳ ) ແລະເມື່ອປີສອງພັນ ຫ້າສອງພັນຫົກ ຊາວບ້ານ ຂຸດພົບ ໂອເງິນໂອຄຳ ຂອງມີຄ່າ ໃນລະຫວ່າງ ຄັນຄູນໃຫຍ່ ມາປະສານກັນສີ່ແຈ່ ແບບຮູບຄັນນາ ເມື່ອຂຸດມາແລ້ວໃນຂຸມນັ້ນມີໂຕປວກໂຕແມງເມົ່າມາເຕົ້າໂຮມກັນ ຈຸ້ມກັນຫລວງຫລາຍ ແລະຢູ່ໄດ້ຫລາຍໆວັນ (ອັນນີ້ກະເປັນຄວາມອັດສະຈັນແປກປະຫລາດຍິ່ງຫນັກຫນາ) ເຊິ່ງບົ່ງບອກແລະສະແດງວ່າ ດິນແດນລາວລ້ານຊ້າງແຫ່ງນີ້ ທັງສອງຝາກຝັ່ງແມ່ນ້ຳຂອງ ຍັງມີມົນຂັງຄວາມສັກສິດ ຢັ່ງຢາຍ ທົ່ວໆ ໄປ ເຊັນ: ພູເຂົາຄວາຍເປັນດິນແດນປະຕິບັດທັມ ເປັນບ່ອນຝຶກຝົນຮຽນຮູ້ ຂອງ ປຣາຊທາງທັມ , ວັດພູຈຳປາສັກ ເປັນດິນແດນ ເຈົ້າອານາຈັກຂອມເກົ່າແກ່ ມີຕົ້ນໄມ້ມະນີໂຄດ ຢູ່ຄອນພະເພັງ ເຊິ່ງເປັນຕົ້ນໄມ້ສັກສິດ ມີຖ້ຳພຣະ ຢູ່ເມືອງທ່າແຂກ ເຊິ່ງເປັນບ່ອນ ຢູ່ຂອງພະຄຳຫລວງຫລາຍອົງ ທີ່ ກະສັດລາວເຮົາເອົາໄປຊຸກເຊືອງເພື່ອ ປົບເສີກ ສະຫຍາມກວາດຕ້ອນຂອງມີຄ່າໄປ ຢູ່ເມືອງມະຫາໄຊແຂວງຄຳມ່ວນມີ ພຣະອົງແສນ ເຊິ່ງປະຈຸບັນ ສະຫຍາມໄດ້ປຸ້ນເອົາໄປ ປະດິດສະຖານຢູ່ວັດປະທຸມຄົງຄາຣາມ ຢູ່ບາງກອກ ເປັນພຣະພຸດທະຮູບ ມີອະພິນິຫານທາງດ້ານການຂໍຝົນ ເຊິ່ງ ເປັນຄວາມຫວັງຂອງຊາວນາກະສິກອນ ເຄືອງຄຳຂອງຄູນ ຖືກກວາດຕ້ອນໄປຫລວງຫລາຍ ໃນຍຸກເຈົ້າອານຸວົງ ກອບກູ້ເອກະຣາຊ ສິ່ງເກົ່າແກ່ຖືກຈູດ ເຜົາໄຫມ້ ຫນັງສືຜູກໃບລານ ທີບັນທຶກ ຫລັກທັມຄຳສອນ ຂອງພຣະພຸດທະສາສະໜາ ພຣະໄຕຣປິດົກ ຖືກຕ່າງເອົາໄປຂົນໄປເຈັດຕົວຊ້າງ ແຕ່ກະຍັງຫລົງເຫລືອຢູ່ສ່ວນຫນ້ອຍ ເລັດລອດມືຈາກທະຫານສະຫຍາມ ທີ່ກວາດຕ້ອນເອົາຄົນລາວໄປ ຢູ່ເປັນຂ້ອຍຂ້າ ປະຈຸບັນ ຢູ່ອ້ອມຮອບບາງກອກມີບ້ານທີ່ມີເຊື້ອຊາດລາວຫລວງຫລາຍ ອາໃສຢູ່ ເປັນຂ້ອຍຂ້າ ສະໄຫມຜ່າຍແພ້ສົງຄາມ ເຂົາເອົາໄປ ເປັນຂ້າທາດປູກເຂົ້າ ລ້ຽງຊ້າງລ້ຽງມ້າໃຫ້ ທະຫານແລະຜູ້ຊະນະສົງຄາມ ປະຈຸບັນ ຄົນລາວ ຢັ່ງຢາຍທົ່ວມູມໂລກ ຫລາຍກ່ອນ ຄົນໃນປະເທດດ້ວຍຊ້ຳ ການປົກປັກຮັກສາ ມູນມໍລະດົກທາງດ້ານວັດທະນະທຳ ຂອງຄົນລາວລ້ານຊ້າງສອງຝາກຝັ່ງແມ່ນ້ຳຂອງ ຍັງຮັກສາໄດ້ດີ ສະນັ້ນພາກສ່ວນກ່ຽວຂ້ອງ ຄວນສົ່ງເສີມປົກປັກຮັກສາ ມູນມໍລະດົກເຫລົ່ານີ້ ໃຫ້ຄົງຢູ່ຄູ່ກັບສັງຄົມຕະຫລອດໄປ ຍ້ອນສາສະຫນາພຸດ ເປັນສາສະຫນາສຸດຍອດ ທີ່ເປັນບ່ອນເພິ່ງຢ່າງແທ້ຈິງ ບໍ່ຂ້າບໍຟັນ ບໍ່ ສ້າງສັດຕູ ສອນແຕ່ແນວດີໆໆໃຫ້ເປັນປະໂຫຍດແກ່ສັງຄົມ.

Tags:

ເມືອງໄຊບູລີ ປະຫວັດເມືອງໄຊບູລີ ບ່ອນຕັ້ງເມືອງໄຊບູລີ ວິຖີຊີວິດຂອງຊາວເມືອງເມືອງໄຊບູລີ ປະຊາກອນເມືອງໄຊບູລີ ບັນດາບ້ານເມືອງໄຊບູລີ ອ້າງອີງເມືອງໄຊບູລີປະເທດລາວປະເທດໄທແຂວງຄຳມ່ວນແຂວງສະຫວັນນະເຂດແມ່ນ້ຳຂອງ

🔥 Trending searches on Wiki ລາວ:

1 ມິຖຸນາເມືອງສີສັດຕະນາກ11 ກຸມພາທອງຄຳປະເທດເກົາຫຼີເໜືອຄີລຽນ ບັບເປເຂດເສດຖະກິດພິເສດສາມຫຼ່ຽມຄຳສະຫະພັນສາທາລະນະລັດສັງຄົມນິຍົມໂຊວຽດລັດເຊຍໂຍສຕ໌ ກິບເພີດສະໂມສອນຍູດິເນເຊໂທລະຄົມມະນາຄົມ13 ພຶດສະພາພູສີພິ່ນອິ່ນຫໍພິພິທະພັນແຫ່ງຊາດຫຼວງພະບາງ12 ກັນຍາຈັກກະວັດຢູທູບປະຊາທິປະໄຕອັນມີພະມະຫາກະສັດເປັນປະມຸກແຫ່ງຊາດພາສາເຊຮູບສາມແຈບໍລິການຂໍ້ຄວາມສັ້ນການຄ້າສັດປີກປະເທດຍີ່ປຸ່ນຊີວະປະຫວັດລັງສັນນິຍົມເກມຄອມພິວເຕີວັດທະນະທຳສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3ແຂວງອຸດົມໄຊສົມຜົນຄວາມເປັນມາຂອງໂລກວັນກຳມະກອນສາກົນອີຕາລີສະຫະລາຊະອານາຈັກເຂື່ອນນ້ຳງື່ມສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງປະເທດມອນເຕເນໂກຣສິລະປິນແຫ່ງຊາດວິກິພີເດຍພາສາອັງກິດເມືອງໂພນທອງເຂດເວລາພາສາແປກການທ່ອງທ່ຽວນ້ຳຕົກຕາດຄອນພະເພັງHitlerວັດສີສະເກດການຈັດການການຜະລິດແລະການດຳເນີນງານກັນຍາຫີແຂວງສະຫວັນນະເຂດປະເທດກັບແວກຈຳນວນສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ປະເທດອາຟະການິດສະຖານສິ່ງແວດລ້ອມ19 ທັນວາຄອນໂດລີດຊາ ໄຣັ້ອິມິເລຍໂນ ມາຣຕິເນຊພາສາສາດມິສເຕີລາວຄັງ ຊຶນ-ກີພາສາອິຕາລີຍຸກຄຣີເຕຊຽດ🡆 More