ວັດທະນະທຳ

ວັດທະນະທຳ (ຄຳເຄົ້າ: ວັທນະທັມ; ອັງກິດ: culture) ໂດຍທົ່ວໄປໝາຍເຖິງ ຮູບແບບຂອງກິດຈະກຳແລະໂຄງສ້າງແນວສັນຍະລັກທີ່ເຮັດໃຫ້ກິດຈະກຳນັ້ນເດັ່ນແລະມີຄວາມສຳຄັນ.

ວິຖີການດຳເນີນຊີວິດ ເຊິ່ງເປັນພຶດຕິກຳແລະສິ່ງທີ່ຄົນໃນໝູ່ຜະລິດສ້າງຂຶ້ນ ດ້ວຍການຮຽນຮູ້ເຊິ່ງກັນແລະກັນ ແລະຮ່ວມໃຊ້ຢູ່ໃນໝູ່ພວກຂອງຕົນ. ວັດທະນະທຳສ່ວນໜຶ່ງສາມາດສະແດງອອກຜ່ານ ດົນຕີ ວັນນະກຳ ຈິດຕະກຳ ປະຕິມາກຳ ການລະຄອນແລະຮູບເງົາ.

ວັດທະນະທຳ
ສາສະໜາແລະສິລະປະການສະແດງອອກແມ່ນສ່ວນປະກອບສຳຄັນຂອງວັດທະນະທຳມະນຸດຊາດ.
ວັດທະນະທຳ
ບຸນສະຫຼອງແລະພິທີກຳແມ່ນສ່ວນປະກອບສຳຄັນຂອງວັດທະນະທຳຊາວບ້ານ.

ແມ່ນບາງເທື່ອອາດມີຜູ້ກ່າວວ່າວັດທະນະທຳແມ່ນເລື່ອງທີ່ວ່າດ້ວຍການບໍລິໂພກແລະສິນຄ້າບໍລິໂພກ ຄື ວັດທະນະທຳລະດັບສູງ ວັດທະນະທຳລະດັບຕ່ຳ ວັດທະນະທຳພື້ນບ້ານ ເປັນຕົ້ນ ແຕ່ນັກມານຸດສາດໂດຍທົ່ວໄປພັດມັກກ່າວເຖິງວັດທະນະທຳວ່າ ແມ່ນບໍ່ໄດ້ເປັນພຽງສິນຄ້າບໍລິໂພກ ແຕ່ແມ່ນກະບວນການໃນການຜະລິດສິນຄ້າແລະການໃຫ້ຄວາມໝາຍແກ່ສິນຄ້ານັ້ນໆ ນຳ.

ທັງຍັງຮວມໄປເຖິງຄວາມສັມພັນທາງສັງຄົມແລະແນວການປະຕິບັດທີ່ເຮັດໃຫ້ວັຖຸແລະກະບວນການໃນຜະລິດຫຼອມຮວມຢູ່ນຳກັນ. ໃນສາຍຕາຂອງນັກມານຸດສະຍະວິທະຍາແມ່ນຮວມໄປເຖິງເຕັກໂນໂລຊີ ສິລະປະ ວິທະຍາສາດຮວມທັງລະບົບສີລະທຳ ວັດທະນະທຳໃນພູມພາກຕ່າງໆ. ອາດໄດ້ຮັບອິດທິພົນແຕ່ການຕິດຕໍ່ນຳພູມພາກອື່ນ ຄື ການເປັນອານານິຄົມ ການຄ້າຂາຍ ການຍ້າຍຖິ່ນຖານ ການສື່ສານມວນຊົນແລະສາສະໜາ. ຕື່ມທັງລະບົບຄວາມເຊື່ອ ບໍ່ວ່າຈະເປັນເລື່ອງສາສະໜາມີບົດບາດໃນວັດທະນະທຳໃນປະຫວັດສາດຂອງມະນຸດຊາດມາໂດຍຕະຫຼອດ.

ເຄົ້າສັບ

ຄຳວ່າ ວັດທະນະທຳ ປະກອບດ້ວຍຄຳວ່າ ວັດທະນະ ແລະ ທຳ. ວັດທະນະ ມາຈາກພາສາປາລີ ແມ່ນ ວັທທະນະ (vaḍḍhana) ແປວ່າ ຄວາມຈະເລີນງອກງາມ ເຊິ່ງກົງຂ້າມກັບຄຳວ່າ ຫາຍະນະ (hāyana) ສ່ວນຄຳວ່າ ທຳ ກໍມາຈາກພາສາປາລີ ແມ່ນ ທັມມະ (dhamma) ແປວ່າ ຫຼັກເກນ ຫຼື ຄວາມດີ ແຕ່ກໍມີຄວາມໝາຍອື່ນໆ ຕື່ມອີກນຳ. ສະນັ້ນ ຄຳວ່າ ວັດທະນະທຳ ຖ້າແປຕາມຕົວອັກສອນ ຈະແປວ່າ ຫຼັກເກນແຫ່ງຄວາມງອກງາມ ຫຼື ຫຼັກເກນທີ່ເຮັດໃຫ້ຈະເລີນ ຫຼື ສິ່ງທີ່ເຮັດໃຫ້ຈະເລີນ.

ວັດທະນະທຳໃນພາສາອື່ນອາດມີເຄົ້າສັບກ່ຽວກັບການເພາະປູກຫຼືປູກຝັງ ເຊັ່ນ ພາສາຕ່າງ ໆ ໃນເອີລົບ ໄດ້ແກ່ ຄຳວ່າ culture ໃນພາສາອັງກິດແລະຝະລັ່ງ ຫຼື ຄຳວ່າ Kultur ໃນພາສາເຢຍລະມັນ ເຊິ່ງທັງໝົດນີ້ມີເຄົ້າມາຈາກຄຳວ່າ colere ໃນພາສາລາແຕັງ ແປວ່າ ລ້ຽງດູ ຫຼື ປູກຝັງ. ພາສາອື່ນທີ່ບໍ່ໄດ້ມາຈາກເອີລົບທີ່ມີເຄົ້າສັບກ່ຽວກັບການປູກຝັງ ໄດ້ແກ່ ພາສາຂະເໝນ ແມ່ນ វប្បធម៌ (ວັບປະທຳ) ອັນປະກອບດ້ວຍ ວັບປະ ແລະ ທຳ. ຄຳວ່າ ວັບປະ ມາຈາກພາສາປາລີ ແປວ່າ ການຫວ່ານພືດ (ວັປປະ, vappa) ສ່ວນ ທຳ ມີເຄົ້າເໝືອນຄຳວ່າ ທຳ ໃນພາສາລາວ ຄື ທັມມະ.

ເບິ່ງຕື່ມ

ອ້າງອີງ

Tags:

ຈິດຕະກຳດົນຕີພາສາອັງກິດວັນນະກຳຮູບເງົາ

🔥 Trending searches on Wiki ລາວ:

ທາດດຳຄຳຖວາຍສັງຄະທານ1ຄິມ ແທ-ຍອນປະເທດເຢຍລະມັນກາບກອນຂັນ5.itເວນີສການກິນວັນພະຫັດ5 ຕຸລາໄທພະເຈົ້າຟ້າງຸ່ມເມືອງຈັນທະບູລີປະເທດມາເລເຊຍລາວ (ຊົນເຜົ່າ)ປະເທດອິຫຣ່ານກວາງອູດເມືອງປາກເຊກາເຟດອກຈຳປາລາວ 44ພູມສາດ20 ພະຈິກສະຫະລັດອາເມຣິກາອຳເພີວັນເສົາພາສາລູມານີເຕະບານໂລກເພງຊາດລາວ26 ກຸມພາເຂດເວລາລະລິສາ ມະໂນບານມອສໂກເທືອກເຂົາຫິມະໄລພາສີສະຖານີໂທລະພາບລາວສຕາຣ໌ປະເທດເນປານໂຊລໂຄຍອານາຈັກລ້ານຊ້າງຄິດຕະສະຕະວັດທີ່ 20ຫໍພິພິທະພັນແຫ່ງຊາດຫຼວງພະບາງການຮຸກຮານຢູ​ເຄຣນຂອງລັດເຊຍ 2022ປະເທດບາເຣນສຸພານຸວົງພິທີບາສີ-ສູ່ຂັວນສຸພາບບຸລຸດຈຸທາເທບ18 ມີນາເສືອອາເມລິກາຈັງຫວັດບຸລີລຳການຮ່ວມເພດປະເທດອົດສະຕະຣາລີວັນອັງຄານກະສິກຳພະບາງ7 ເມສາສຸຂະອະນາໄມ (Hygiene)ໄມເຄິ້ນ ແຈັກຊັ້ນເມືອງບໍ່ແຕນວິຕາມິນດີ11 ພຶດສະພາພັກ ຈີ-ຮໂຍ25 ມີນາລິງລົມLGBTລົດໄຟລາວ-ຈີນ🡆 More