ມະຫາວິຫານເຊັ້ນຕ໌ພອລ (ອັງກິດ: St.
ບົດຄວາມນີ້ອາດຕ້ອງການພິສູດອັກສອນ ໃນດ້ານໄວຍາກອນ ຮູບແບບຂີດຂຽນ ການຮິບໂຮມ ການຮຽງ ຄຸນນະພາບ ຫຼື ການສະກົດ ທ່ານສາມາດຊ່ອຍພັດທະນາບົດຄວາມໄດ້. |
Paul's Cathedral) ຫຼື ມະຫາວິຫານແຊັງຕ໌ໂປລ (ຝຣັ່ງ: Cathédrale de Saint-Paul) ແມ່ນມະຫາວິຫານນິກາຍອັງກິກັງ ຕັ້ງຢູ່ລອນດອນ ປະເທດອັງກິດ ມະຫາວິຫານທີ່ເຫັນໃນປັດຈຸບັນສ້າງເມື່ອຄຣິສຕ໌ສະຕະວັດທີ 17 ແລະເຊື່ອກັນວ່າເປັນມະຫາວິຫານແຫ່ງທີ 5 ຕັ້ງແຕ່ມີການສ້າງມະຫາວິຫານກັນມາ.
(ໝາຍເຫດ: ສະໄໝກ່ອນນໍຣ໌ມັນ ແມ່ນສະໄໝກ່ອນທີ່ປະເທດອັງກິດຈະຖືກຮຸກຮານໂດຍວິນລຽມດຍຸກແຫ່ງນໍຣ໌ມັນດີເມື່ອຄ.ສ.1066 ຫຼື ກ່ອນຄ.ສ.1066)
ສະໄໝໂຣມັງຕອນປາຍ ລອນດອນມີຖານະເປັນສັງຄະມົນທົນ ແຕ່ມະຫາວິຫານແຊກຊອນທີ່ສ້າງເປັນວັດໄມ້ ເຊິ່ງອາດສ້າງໂດຍເມລລິທັສ (Mellitus) ຫຼື ນັກບຸນອໍກັສຕິນແຫ່ງແຄນເທີຣ໌ເບີຣີ ຢູ່ໂນນພູລັດເກຕ (Ludgate Hill) ຂອງສັງຄະມົນທົນທີ່ກໍ່ຕັ້ງໃໝ່ໃນຄ.ສ. 604 ເຊິ່ງຢູ່ທາງຕາເວັນຕົກຂອງລອນດອນແລະທາງຕາເວັນຕົກຂອງລັນເດນວິກ (Lundenwic) ການສ້າງມະຫາວິຫານພາຍໃນກຳແພງເມືອງໂຣມັງເປັນປະເພນີທີ່ນັກສອນສາສະໜາເຮັດມາຕັ້ງແຕ່ຢູ່ແຜ່ນດິນໃຫຍ່ເອີລົບ.
ບ່ອນຕັ້ງຂອງມະຫາວິຫານໃນປັດຈຸບັນກ່າວກັນວ່າເຄີຍເປັນບ່ອນຕັ້ງຂອງວັດຫີນບູຮານ (stone circle) ແລະເປັນວັດທີ່ອຸທິດໃຫ້ເທພີໄດອານາ ເຊິ່ງກົງກັບວັດອະພອລໂລທີ່ປັດຈຸບັນເປັນບ່ອນຕັ້ງຂອງເວສມິນສເຕີຣ໌ແອບບີຍ໌ ແຕ່ເຊີຄິດໂຕເຟີ ເຣັນ (Christopher Wren) ຜູ້ເປັນສະຖາປະນິກຂອງມະຫາວິຫານແຫ່ງນີ້ ບໍ່ພົບສິ່ງໃດເປັນຫຼັກຖານຢ່າງທີ່ກ່າວແຕ່ອາດຈະເປັນໄປໄດ້ວ່າວັດເດີມແມ່ນພຽງຊາເປລນ້ອຍ ໆ ແລະອາດຖືກທຳລາຍຫຼັງຈາກເມລລິທັສຖືກໄລ່ອອກຈາກເມືອງໄປຊົ່ວຄາວໂດຍພວກນອກສາສະໜາທີ່ສືບເຊື້ອສາຍມາຈາກແຊເບີຕ (Sæberht) ແລະວັດຖືກເຜົາໃນຄ.ສ. 675. ວັດທີ່ສ້າງແທນເປັນວັດທີ່ສ້າງດ້ວຍຫີນ (ຄ.ສ. 685) ພາຍໃນວັດເປັນບ່ອນຝັງນັກບຸນແຊເບີຕແຫ່ງເອສເຊັກຊ໌ (Sæberht of Essex). ຕໍ່ມາວັດນີ້ຖືກປຸ້ນທຳລາຍໂດຍໄວກິ້ງເມື່ອຄ.ສ. 961 ຕາມທີ່ກ່າວໃນ “ຈົດໝາຍເຫດແອງໂກລ-ແຊັກຊອນ” (Anglo-Saxon chronicle).
ມະຫາວິຫານທີສາມສ້າງດ້ວຍຫີນເມື່ອຄ.ສ. 962 ແລະໃຊ້ເປັນບ່ອນຝັງພະສົບຂອງພະເຈົ້າແອເທລເຣັດທີ 2 (Ethelred the Unready) ແຕ່ຕໍ່ມາຖືກເຜົາໃນຄ.ສ. 1087 ຕາມທີ່ກ່າວໄວ້ໃນ “ຈົດໝາຍເຫດແອງໂກລ-ແຊັກຊອນ”.
ມະຫາວິຫານເຊັ້ນຕ໌ພອລທີ 4 ເອີ້ນວ່າ “ມະຫາວິຫານເຊັ້ນຕ໌ພອລເກົ່າ” ຫຼື “ມະຫາວິຫານເຊັ້ນຕ໌ພອລກ່ອນໄຟໄໝ້” (ກ່ອນໄຟໄໝ້ຄັ້ງໃຫຍ່ໃນລອນດອນໃນຄ.ສ. 1666) ສ້າງໂດຍຊາວນໍຣ໌ມັນ ຫຼັງຈາກໄຟໄໝ້ເມື່ອຄ.ສ. 1087 ໄລຍະເວລາທີ່ໃຊ້ໃນການກໍ່ສ້າງລວມ 200 ປີ ຈຶ່ງແລ້ວ ແຕ່ກໍມາເສຍຫາຍຈາກໄຟໄໝ້ໄປຫຼາຍເມື່ອຄ.ສ. 1136 ຫຼັງຄາທີ່ສ້າງລ້ວນແລ້ວແຕ່ຍັງເປັນໄມ້ທີ່ສາມາດຕິດໄຟໄດ້ຢ່າງດີ. ເມື່ອຄ.ສ. 1240 ວັດໄດ້ຮັບການສະຖາປະນາຢ່າງເປັນທາງການ.
ແຕ່ຫຼັງຈາກການສະຖາປະນາໄດ້ພຽງ 16 ປີ ວັດກໍ່ມີໂຄງການຂະຫຍາຍເພີ່ມອີກເມື່ອຄ.ສ. 1256 “ວຽກໃໝ່” ຄັ້ງນີ້ແລ້ວເມື່ອຄ.ສ. 1314 ແຕ່ວັດໄດ້ຮັບການສະຖາປະນາອີກເທື່ອເມື່ອຄ.ສ. 1300 ໂດຍໃຊ້ເວລາ 14 ປີກ່ອນການຂະຫຍາຍເພີ່ມຕື່ມຈະແລ້ວ. ມະຫາວິຫານເຊັ້ນຕ໌ພອລໃນຂະນະນັ້ນແມ່ນມະຫາວິຫານທີ່ເລິກເປັນທີສາມຂອງເອີລົບ ເມື່ອມີການຂຸດຄົ້ນທາງບູຮານຄະດີກໍພົບວ່າມະຫາວິຫານເຊັ້ນຕ໌ພອລເກົ່າເລິກ 585 ຟຸຕ ກວ້າງ 100 ຟຸຕ ຈາກແຂນກາງເຂນເໜືອເຖິງໃຕ້ກວ້າງ 290 ຟຸຕແລະມີມົນດົບທີ່ສູງທີ່ສຸດໃນເອີຣົປ ສູງປະມານ 489 ຟຸຕ.
ພໍມາຮອດຊຸມປີ 1600 ມະຫາວິຫານຕົກຢູ່ໃນສະພາບເສື່ອມໂຊມຫຼາຍ ໃນສະໄໝສົມເດັດພະເຈົ້າເຮນຣີທີ 8 ແລະ ພະເຈົ້າເອັດເວີຣ໌ດທີ 6 ວັດກໍໄດ້ຮັບຄວາມເສຍຫາຍຢ່າງໜັກຈາກຜົນຂອງພະລາຊະກິສະດີກາຍຸບອາຮາມແລະພະລາຊະກິສະດີກາເວນຄືນຊັບຂອງອາຮາມເປັນຂອງຫຼວງ (Chantries Act) ໂດຍມີການທຳລາຍເຄື່ອງຕົກແຕ່ງພາຍໃນຂອງວັດ ລະບຽງຄົດ ຫ້ອງໃຕ້ດິນພາຍໃນວັດ ຄູກາສູດມົນ ແລະບໍລິເວນເຮັດພິທີ ລວມທັງສິ່ງກໍ່ສ້າງອື່ນ ໆ ຂອງວັດ ອະສັງຫາລິມະຊັບບາງສ່ວນຂອງມະຫາວິຫານທີ່ບໍ່ຖືກທຳລາຍ ກໍຖືກຍຶດເປັນຂອງຫຼວງຫຼືບໍ່ກໍຖືກຂາຍຫຼືຖືກບັງຄັບໃຫ້ເຊົ່າ ໂດຍສະເພາະໃຫ້ກັບໂຮງພິມແລະຮ້ານປຶ້ມຜູ້ເປັນນິກາຍໂປຣເຕສແຕນຕ໌. ວັດສະດຸຈາກສິ່ງກໍ່ສ້າງທີ່ຖືກທຳລາຍກໍກາຍເປັນວັດສະດຸກໍ່ສ້າງສຳລັບສິ່ງກໍ່ສ້າງໃໝ່ ເຊັ່ນ ວັງຊອມເມີຣ໌ເຊ້ຕ (Somerset House) ຂອງລອຣ໌ດຜູ້ພິທັກໂອລິເວີຣ໌ ຄຣອມເວລລ໌ (Lord Protector Oliver Cromwell).
ທາງຕາເວັນອອກສຽງເໜືອຂອງມະຫາວິຫານເອີ້ນວ່າ “St Paul's Cross” ກາຍມາເປັນບ່ອນເທສະໜາກາງແຈ້ງ ເມື່ອຄ.ສ. 1561 ມົນດົບຂອງມະຫາວິຫານກໍຖືກຟ້າຜ່າແລະບໍ່ມີການສ້າງໃໝ່. ເຫດການຄັ້ງນີ້ ເຮັດໃຫ້ຜູ້ນັບຖືນິກາຍໂຣມັນຄາທໍລິກແລະໂປຣເຕສແຕນຕ໌ຖືກັນວ່າເປັນສັນຍານຈາກພະເຈົ້າທີ່ສະແດງຄວາມບໍ່ພໍໃຈໃນຄວາມແຕກແຍກຂອງນິກາຍທັງສອງ.
ມາຮອດປີ 1630 ອິນິໂກ ໂຈນສ໌ (Inigo Jones) ສະຖາປະນິກແບບຄລາສສິຄກໍສ້າງສາດ້ານໃໝ່. ແຕ່ມາຖືກທຳລາຍເສຍຫາຍໄປຫຼາຍລະຫວ່າງສົງຄາມກາງເມືອງອັງກິດ ພ້ອມເອກະສານຂອງວັດອີກນຳ. “ມະຫາວິຫານເຊັ້ນພອນເກົ່າ” ມາຖືກທຳລາຍໝົດລະຫວ່າງໄຟໄໝ້ຄັ້ງໃຫຍ່ໃນລອນດອນໃນປີ 1666 ເຖິງແມ່ນຈະເປັນໄປໄດ້ທີ່ຈະສ້ອມແປງຈາກສິ່ງທີ່ຫຼົງເຫຼືອຈາກໄຟໄໝ້ ແຕ່ກໍມີການຕັດສິນໃຈໃຫ້ກໍ່ສ້າງວັດໃໝ່ທັງໝົດເປັນຕາມສະຖາປັດຕະຍະກຳຮ່ວມສະໄໝຂອງສະໄໝນັ້ນ ເຊິ່ງໃນປັດຈຸບັນເອີ້ນວ່າ ສະຖາປັດຕະຍະກຳແບບບາໂຣກ. ອັນທີ່ຈິງແລ້ວ ຄວາມຄິດທີ່ຈະສ້າງມະຫາວິຫານໃໝ່ກໍມີມາຕັ້ງແຕ່ກ່ອນທີ່ໄຟຈະໄໝ້ແລ້ວ.
ກະລິສະໂຕເຟີ ເຣັນ (Christopher Wren) ເປັນສະຖາປະນິກທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ອອກແບບມະຫາວິຫານເຊັ້ນຕ໌ພອລໃໝ່ ພ້ອມກັບວັດອື່ນໃນລອນດອນອີກປະມານ 50 ແຫ່ງໃນຂະນະດຽວກັນເມື່ອຄ.ສ. 1668 ແບບແຜນທໍາອິດທີ່ເຣັນອອກແບບເປັນການສ້າງມະຫາວິຫານໃໝ່ເທິງຖານເດີມ ແຕ່ແຜນນີ້ບໍ່ໄດ້ຮັບອະນຸຍາດໃນຄ.ສ. 1669 ຜັງທີສອງແມ່ນຮູບກາກະບາດ (Greek cross) ອອກແບບໃນຊ່ວງຄ.ສ. 1670-1672 ແຕ່ບໍ່ໄດ້ຮັບອະນຸຍາດອີກ ຍ້ອນຮູບທັນສະໄໝເກີນໄປ ເຊັ່ນດຽວກັບຜັງທີ່ເອົາມາດັດແກ້ທີ່ສ້າງຮູບຫຍໍ້ສ່ວນ 1:24 “Great Model” ທີ່ຕັ້ງສະແດງຢູ່ໃນຫ້ອງໃຕ້ດິນຂອງມະຫາວິຫານໃນປັດຈຸບັນ ຜັງທີ່ໄດ້ຮັບການຍອມຮັບເປັນຜັງທີ່ອອກແບບເມື່ອຄ.ສ. 1675 ແບບທີ່ຍອມຮັບປະກອບດ້ວຍໂດມນ້ອຍມີຍອດແຫຼມທາງເທິງ ແຕ່ສົມເດັດພະເຈົ້າຊາຣ໌ລສ໌ທີ 2 ແຫ່ງອັງກິດ ຊົງອະນຸຍາດໃຫ້ເຣັນແກ້ໄຂສິ່ງຕົກແຕ່ງຂອງຜັງທີ່ “ຍອມຮັບ” ໄດ້ ເຣັນຈຶ່ງດັດແກ້ປ່ຽນແປງຈາກເດີມຫຼວງຫຼາຍ ລວມທັງຂະຫຍາຍຂະໜາດໃຫ້ໂດມໃຫຍ່ຂຶ້ນ ແລະເພີ່ມຫໍສອງຫໍທາງດ້ານຕະເວັນຕົກ ໂຕອາຄານເລີ່ມກໍ່ສ້າງເມື່ອເດືອນມິຖຸນາ ໂດຍມີໂທມັສ ສະຕຣອງ ຜູ້ເປັນຫົວໜ້ານາຍຊ່າງຫີນຂອງເຣັນ ເປັນຜູ້ວາງສິລາເລີກ ເມື່ອຄ.ສ. 1677.
This article uses material from the Wikipedia ລາວ article ມະຫາວິຫານແຊັງໂປນ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.