ຍິ່ງລັກ ຊິນນະວັດ (ໄທ: ยิ่งลักษณ์ ชินวัตร, ຍິ່ງລັກສນ໌ ຊິນວັຕຣ; ເກີດ 21 ມິຖຸນາ ຄ.ສ.
1967) ແມ່ນນັກມຸລະກິດແລະນັກການເມືອງຊາວໄທ ນາຍົກລັດຖະມົນຕີໄທຄົນທີ 28 ແລະນາຍົກລັດຖະມົນຕີຢິງຄົນທຳອິດຂອງປະເທດໄທ ດ້ວຍໄວ 44 ປີ ຖືເປັນນາຍົກລັດຖະນົນຕີທີ່ອາຍຸນ້ອຍທີ່ສຸດໃນຮອບກວ່າ 60 ປີ ນອກຈາກນີ້ຍັງເປັນລັດຖະມົນຕີວ່າການກະຊວງກະລາໂຫມ ສະມາຊິກສະພາຜູ້ແທນລາຊະດອນສັງກັດພັກເພື່ອໄທ ກຳມະການແລະເລຂານຸການມູລນິທິໄທຄົມ
ພະນະທ່ານ ຍິ່ງລັກ ຊິນນະວັດ ມ.ປ.ຊ., ມ.ວ.ມ. | |
---|---|
ຊື່ຈິງ | ยิ่งลักษณ์ ชินวัตร |
ເກີດ | ອຳເພີສັນກຳແພງ ຈັງຫວັດຊຽງໃໝ່ ປະເທດໄທ | 21 ມິຖຸນາ ຄ.ສ. 1967
ທີ່ຢູ່ປັດຈຸບັນ | ດູໄບ |
ສັນຊາດ | ໄທ ແຊັກບີ (2019–ປັດຈຸບັນ) |
ຊື່ອື່ນ | ປູ |
ຊາດພັນ | ໄທເຊື້ອສາຍຈີນ |
ການສຶກສາ | ມະຫາວິທະຍາໄລຊຽງໃໝ່ ມະຫາວິທະຍາໄລລັດເຄນທັກກີ |
ຈົບຈາກ | ໂຮງຮຽນເຣຍີນາເຊລີວິທະຍາໄລ ໂຮງຮຽນຍຸພະລາດວິທະຍາໄລ |
ອາຊີບ | ນັກທຸລະກິດ ນັກການເມືອງ |
ເປັນທີ່ຮູ້ຈັກຈາກ | ອະດີດນາຍົກລັດຖະມົນຕີໄທ |
ບ້ານເດີມ | ຈັງຫວັດຊຽງໃໝ່ |
ສິນຊັບສຸດທິ | 5.79 ກື້ບາດ |
ພັກການເມືອງ | ພັກເພື່ອໄທ (2011–ປັດຈຸບັນ) |
ສາດສະໜາ | ພຸດ |
ນິກາຍ | ເຖຣະວາດ |
ຄູ່ຮັກ | ອະນຸສອນ ອະມອນຊັດ (ດອງ 1995) |
ບຸດ | ສຸພະເສກ ອະມອນຊັດ |
ບິດາມາຣດາ | ເລີດ ຊິນນະວັດ ຍິນດີ ຊິນນະວັດ |
ຍາດ | ເຍົາວະເຣດ ຊິນນະວັດ (ເອື້ອຍ)
ພາຍັບ ຊິນນະວັດ (ອ້າຍ) |
ລາຍເຊັນ | |
ທ່ານນາງຍິ່ງລັກເກີດທີ່ອຳເພີສັນກຳແພງ ຈັງຫວັດຊຽງໃໝ່ ສຳເຫຼັດການສຶກສາປະລິນຍາຕີຈາກມະຫາວິທະຍາໄລຊຽງໃໝ່ ແລະປະລິນຍາໂທຈາກມະຫາວິທະຍາໄລລັດເຄນທັກກີ ຕໍ່ມາເປັນຜູ້ບໍລິຫານໃນທຸລະກິດທີ່ທ່ານທັກສິນ ຊິນນະວັດ ນາຍົກລົດຖະມົນຕີໄທຄົນທີ 23 ຜູ້ເປັນອ້າຍ ສ້າງຕັ້ງຂຶ້ນ ພາຍຫຼັງທ່ານນາງຍິ່ງລັກໄດ້ເປັນປະທານບໍລິສັດ ເອສຊີ ແອສເສທ ຄອຣ໌ປອເຣຊັ່ນ ຈຳກັດ (ມະຫາຊົນ) ແລະປະທານກຳມະການບໍລິຫານບໍລິສັດ ແອດວານຊ໌ ອິນໂຟຣ໌ ເຊອຣ໌ວິສ ຈຳກັດ (ມະຫາຊົນ)
ໃນຊ່ວງກາງເດືອນພຶດສະພາຄົມ ຄ.ສ. 2011 ພັກເພື່ອໄທຊຶ່ງມີຄວາມສັມພັນໃກ້ຊິດກັບທ່ານທັກສິນ ສະເໜອຊື່ທ່ານນາງຍິ່ງລັກເຂົ້າຊິງຕຳແໜ່ງນາຍົກລັດຖະມົນຕີໃນການເລືອກຕັ້ງທັ່ວໄປ ຜົນປາກົດວ່າ ພັກເພື່ອໄທໄດ້ຜູ້ແທນລາຊະດອນ 265 ທີ່ນັ່ງ ນັບເປັນຄັ້ງທີສອງໃນປະຫວັດສາດໄທທີ່ພັກການເມືອງດຽວຄອງສຽງຂ້າງມາກໃນສະພາ ຈາກນັ້ນທ່ານນາງຍິ່ງລັກໄດ້ຮັບເລືອກຈາກສະພາຜູ້ແທນລາຊະດອນເມື່ອວັນທີ 5 ສິງຫາ ຄ.ສ. 2011 ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີສືບຕໍ່ຈາກທ່ານອະພິສິດ ເວດຊາຊີວະ ແລະມີພະບໍລົມລາຊະໂອງການແຕ່ງຕັ້ງໃນວັນທີ 8 ສິງຫາ ຄ.ສ. 2011
ທ່ານນາງຍິ່ງລັກ ພົ້ນຈາກຕຳແໜ່ງດ້ວຍການຍຸບສະພາຜູ້ແທນລາຊະດອນເມື່ອວັນທີ 9 ທັນວາ ຄ.ສ. 2013 ແລະຮັກສາການໃນຕຳແໜ່ງນາຍົກລັດຖະມົນຕີ ຈົນກະທັ່ງສານລັດຖະທຳມະນູນວິນິດໄສໃຫ້ພົ້ນຈາກຕຳແໜ່ງຮັກສາການໃນວັນທີ 7 ພຶດສະພາ ຄ.ສ. 2014 ເນື່ອງຈາກການຍ້າຍທ່ານຖະຫວິນ ປ່ຽນສີ ຈາກຕຳແໜ່ງເລຂາທິການສະພາຄວາມມັ່ນຄົງແຫ່ງຊາດ
ວັນເດືອນປີເກີດ: 21 ມິຖຸນາ 1967 ສະຖານທີ່ເກີດ: ທີ່ ຈັງຫວັດຊຽງໃໝ່ ສະຖານະພາບຄອບຄົວ: ແຕ່ງງານ
ກ່ອນໜ້າ | ຍິ່ງລັກ ຊິນນະວັດ | ຖັດໄປ | ||
---|---|---|---|---|
ອະພິສິດ ເວດຊາຊີວະ | ນາຍົກລັດຖະມົນຕີໄທ ຄົນທີ 28 (ຄ.ສ. 2011 – 2014) | ປະຍຸດ ຈັນໂອຊາ | ||
ສຸກຳພົນ ສຸວັນນະທັດ | ລັດຖະມົນຕີວ່າການກະຊວງກະລາໂໝ ຄົນທີ 40 (ຄ.ສ. 2013 – 2014) | ປະວິດ ວົງສຸວັນ |
This article uses material from the Wikipedia ລາວ article ຍິ່ງລັກ ຊິນນະວັດ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.