ນິກາຍເຖຣະວາດ

ເຖລະວາດ, sthaviravada ສະຖະວິລິວາດ ໂດຍສັບແປວ່າ ຕາມແນວທາງຂອງພະເຖລະ ເປັນຊື່ຂອງ ນິກາຍ ທີ່ເກົ່າແກ່ທີ່ສຸດໃນ ສາດສະໜາພຸດ ໃນພຸດທະສາສະຫນາຝ່າຍມະຫາຍານ ຮຽກນິກາຍນີ້ວ່າ ຫິນະຍານ ຫລື ຫີນະຍານ.

ນິກາຍເຖລະວາດ ເປັນນິກາຍຫລັກ ທີ່ໄດ້ຮັບການນັບຖືໃນ ປະເທດສີລັງກາ (ປະມານ 70% ຂອງປະຊາກອນທັງໝົດ ແລະ ປະເທດໃນແຜ່ນດິນ ອາຊີຕາເວັນອອກສຽງໃຕ້ ໄດ້ແກ່ ໄທ ກຳປູເຈຍ ລາວ ແລະ ມຽນມາ ນິກາຍເຖລະວາດໄດ້ຮັບການນັບຖືເປັນສ່ວນນ້ອຍໃນ ປະເທດຈີນ ແລະ ຫວຽດນາມ ໂດຍສະເພາະໃນ ແຂວງຢູນນານ ເນປານ ບັງຄະລາເດດ ທີ່ ເຂດຈິດຕະກອງ ຫວຽດນາມ ທາງຕອນໃຕ້ໃກ້ຊາຍແດນ ກຳປູເຈຍ ມາເລເຊຍ ມີນັບຖືທາງຕອນເໜືອຂອງປະເທດ ມີສາສະນິກະຊົນ ສ່ວນໃຫຍ່ເປັນເຊື້ອສາຍ ໄທ ແລະ ສິງຫົນ ຕົວເລກຜູ້ນັບຖືສາສະຫນາພຸດ ນິກາຍເຖລະວາດມີຢູ່ປະມານ 100 ລ້ານຄົນ. ສຳລັບປະເທດລາວ ມີຜູ້ນັບຖືສາສະໜາພຸດ ປະມານ 80% ຂອງຈຳນວນປະຊາກອນທັງໝົດ.

ຄວາມເປັນມາຂອງນິກາຍເຖລະວາດ

ນິກາຍເຖຣະວາດ 

ຫລັງຈາກ ພະພຸດທະເຈົ້າ ສະເດັດດັບຂັນປະລິນິບພານໄດ້ 3 ເດືອນ ພະສາວົກຜູ້ໄດ້ເຄຍໄດ້ສະດັບຄຳສັ່ງສອນຂອງພະອົງຈຳນວນ 500 ຮູບ ກໍປະຊຸມເຮັດ ສັງຄາຍະນາ ເທື່ອທຳອິດ ທີ່ ຖ້ຳສັດຕະບັນຄູຫາ ໃກ້ເມືອງ ລາຊະຄຶ ແຄວ້ນ ມະຄົດ ໃຊ້ເວລາສອບທານຢູ່ 7 ເດືອນ ຈຶ່ງປະມວນຄຳສອນຂອງພະພຸດທະເຈົ້າໄດ້ສຳເລັດເປັນເທື່ອທຳອິດ ນັບເປັນບໍ່ເກີດຂອງຄຳພີ ພະໄຕຣປິດົກ ຄຳສອນທີ່ລົງມະຕິກັນໄວ້ໃນຄັ້ງ ປະຖົມສັງຄາຍະນາ ແລະ ໄດ້ນັບຖືກັນສືບມາ ເອີ້ນວ່າ ເຖລະວາດ ແປວ່າ ຄຳສອນທີ່ວາງໄວ້ເປັນຫລັກການໂດຍພະເຖລະ ຄຳວ່າ ເຖລະ ໃນທີ່ນີ້ ໝາຍເຖິງ ພະເຖລະຜູ້ປະຊຸມເຮັດສັງຄາຍະນາເທື່ອແຮກ ແລະ ພະພຸດທະສາສະຫນາຊຶ່ງຖືຕາມຫລັກທີ່ໄດ້ສັງຄາຍະນາເທື່ອແຮກດັ່ງກ່າວ ເອີ້ນວ່າ ນິກາຍເຖລະວາດ ອັນໝາຍເຖິງ ຄະນະສົງກຸ່ມທີ່ຍຶດຄຳສັ່ງສອນຂອງພະພຸດທະເຈົ້າ ທັງຖ້ອຍຄຳ ແລະ ເນື້ອຄວາມທີ່ທ່ານສັງຄາຍະນາໄວ້ໂດຍເຄັ່ງຄັດ ຕະຫລອດຈົນຮັກສາ ແມ່ນແຕ່ຕົວພາສາດັ້ງເດີມຄື ພາສາບາລີ ຫລື

ນິກາຍເຖຣະວາດ 

ນິກາຍຍ່ອຍ

ນິກາຍເຖລະວາດ ຍັງມີນິກາຍທີ່ແບ່ງຍ່ອຍອອກໄປອີກຈາກເດີມ ມີຄວາມແຕກຕ່າງກັນນຳຕາມທ້ອງຖິ່ນນັ້ນໆ ໂດຍນິກາຍຍ່ອຍຂອງເຖລະວາດມີຢູ່ ໄດ້ແກ່:

  • ປະເທດບັງຄະລາເດດ :
    • ສັງຄະຣາດນິກາຍ (Sangharaj Nikaya)
    • ມະຫາສະຖາພີຣະນິກາຍ (Mahasthabir Nikaya)
  • ປະເທດມຽນມາ :
    • ສຸທຳມະນິກາຍ (Thudhamma Nikaya)
    • ຊະເວຈິນນິກາຍ (Shwekyin Nikaya)
    • ທະວາຣະນິກາຍ (Dvara Nikaya)
  • ປະເທດສີລັງກາ :
    • ສະຫຍາມນິກາຍ (Siam Nikaya)
      • ມັນວັດຕະ (Malwaththa)
      • ອັດຄິຣິຍະ (Asgiriya)
      • ວາທຸນວິລາ (Waturawila) ຫລື ມະຫາວິຫານວາມສີກາສະຍາໂມວະນາວາດນິກາຍ (Mahavihara Vamshika Shyamopali Vanavasa Nikaya)
    • ອຳມະຣະປຸຣະນິກາຍ (Amarapura Nikaya)
      • ທຳມະຣັກສິຕະ (Dharmarakshitha)
      • ຄັນດຸໂບດາ (Kanduboda) ຫລື ນິກາຍຊະເວຈິນ (Swejin Nikaya)
      • ຕະໂປວະນາ (Tapovana) ຫລື ກັນລະຍານະວາມສາ (Kalyanavamsa)
    • ຣາມັນນິກາຍ
      • ກັນດຸວາ (Galduwa) ຫລື ກັນຍານະໂຍກະສຣາມາຍະ ສຳສະຕາຍະ (Kalyana Yogashramaya Samsthava)
      • ເດວະດູວາ (Delduwa)
  • ປະເທດໄທ ແລະ ປະເທດກຳປູເຈຍ
    • ມະຫານິກາຍ (Maha Nikaya)
    • ທຳມະຍຸຕິກະນິກາຍ (Dharmmayuttika Nikaya)
  • ປະເທດຈີນ
    • ສຳນັກວັດສວນດອກ ຫລື ຝ່າຍສວນ
    • ສຳນັກວັດປ່າແດງ ຫລື ຝ່າຍປ່າ
    • ນິກາຍປາຍຈອງ
    • ນິກາຍກຶງໂຍນ
    • ນິກາຍໂຕເລ
    • ນິກາຍຊຸຕິ ຫລືນິກາຍໂຈຕິ

Tags:

ນິກາຍສາດສະໜາພຸດຫີນະຍານ

🔥 Trending searches on Wiki ລາວ:

ປະລິມານເງິນປະເທດອັງກິດເມືອງຫຼວງພະບາງປະເທດບຣູໄນວະລີ28 ກັນຍາໄກສອນ ພົມວິຫານມາຣີໂອ (ຕົວລະຄອນ)ພາສາລັດຖະການການບິນລາວນາງສາວລາວ 2009ແຂວງຫຼວງນໍ້າທາມະຫາສະໝຸດອິນເດຍເສດຖະກິດຕະຫຼາດການສໍາເລັດຄວາມໃຄ່ດ້ວຍຕົນເອງປະເທດເກຣັກວັນພຸດໄມເຄິ້ນ ແຈັກຊັ້ນວັນກຳມະກອນສາກົນພິຊຊ່າປາກຊ່ອງທະນາຄານພັດທະນາອາຊີລົດໄຟຟ້າເມືອງລົດໄຟລາວ-ຈີນຄ.ສ. 2009ເດືອນມັງກອນBoeing 73728 ຕຸລາຫໍພະແກ້ວສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ລາຍຊຶ່ໂຕລະຄອນໃນລະເບີດເຖິດເທິງ22 ມິຖຸນາການຮ່ວມເພດສະເຕຟາເນຍ ຕູເກວິດອຳນາດຕຸລາການແຂວງໄຊສົມບູນສຸຕິລັກ ອິນທະວົງ27 ມັງກອນຈຳປາສັກປະເທດອິນໂດເນເຊຍວິກິພີເດຍພາສາລາວສັດປີກສະພັນຈ໌ບັອບ ສະແຄວຣ໌ແພນສ໌4 ສິງຫາເສດຖະກິດລາວພູພຽງນາກາຍມອສໂກເລກມາຕະຖານສາກົນປະຈຳປຶ້ມສາສະໜາພຸດນະຄອນຫຼວງຄຳກຳມະຈິຕະວິທະຍາສະຫະປະຊາຊາດບລັອກໂຈ ໄບເດັນນະໂຍບາຍການເງິນແກງເມືອງຫົງສາຊົນເຜົ່າໃນລາວ7 ກຸມພາເນື້ອຫາເສລີພາສາຫວຽດນາມສະກຸນເງິນຕາວັນຈັນລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງໂຕກຽວນະຄອນລັດວາຕິກັງ🡆 More