ເກັນຊິນອິມແພກ

ເກັນຊິນອິມແພັກ (ອັງກິດ: Genshin Impact; ຈີນ : 原神; ຍີ່ປຸ່ນ : 原 げん 神 しん)ແມ່ນເກມຫຼິ້ນຕາມບົດບາດທີ່ພັດທະນາແລະເຜີຍແຜ່ໂດຍ ມິໂຮໂຍະ (miHoYo) ເກມນີ້ໄດ້ຮັບການປ່ອຍຕົວສຳລັບໄມໂຄຣຊອບ ວິນໂດ ເພລຍ໌ສະເຕຊັ້ນ 4 ແອນດຣອຍ ແລະໄອໂອເອສ ໃນເດືອນກັນຍາ 2020 ເກມນີ້ໃຫ້ຫຼິ້ນຟຣີແລະສ້າງລາຍໄດ້ຜ່ານກົນໄກຂອງເກມກາຊາ ໃນຂະນະທີ່ພັດທະນາຫຼັງຈາກຮົນໄຄອິມແພກ (Honkai Impact 3rd) ດ້ວຍຮູບແບບການຕັ້ງຊື່ທີ່ຄ້າຍຄືກັນ

ເກັນຊິນອິມແພັກ
ເກັນຊິນອິມແພກ
ຜູ້ພັດທະນາມິໂຮໂຢະ
ຜູ້ວາງຈຳໜ່າຍທົ່ວໂລກ: ໂຮໂຢະເວີສ ຈີນ: ມິໂຮໂຢະ
ຜູ້ອຳນວຍການຜະລິດໄຊຮາວຢອູ໌
ຜູ້ປະພັນເສິນຢູເພິງ,

ຢຽນຕີ້ເມິງ, ຕິງຊັຽນ, ຈຽງອີ້ຈວນ, ຈ້າວຊິນ, ເສິນ ອາຄັນເກໂນ,

ໂຢເຜີ້ຍເຈຍ
ເອນຈິນຢູນິຕີ້
ເຄື່ອງຫຼິ້ນແອນດອຍດ໌,

ໄອໂອເອັສ, ວິນໂດ,

ເພລສະເຕຊັນ 4 & 5
ວັັນວາງຈຳໜ່າຍແອນດອຍດ໌, ໄອໂອເອັສ, ວິນໂດ, ເພລສະເຕຊັນ 4: ວັນທີ28, ກັນຍາປີ2020; ເພລສະເຕຊັນ 5: ວັນທີ28, ເມສາປີ2021
ແນວແອັກຊັນ, ສວມບົດບາດ
ຮູບແບບຜູ້ຫຼິ້ນດຽວ, ຜູ້ຫຼິ້ນຫຼາຍຄົນ


ພາບລວມ

ເກັນຊິນອິມແພັກ ເປັນເກມແອັກຊັນສວມບົດບາດ ທີ່ພັດທະນາໂດຍ ມິໂຮໂຢະ, ເຜີຍແຜ່ໂດຍ ມິໂຮໂຢະ ໃນຈີນແຜ່ນດິນໃຫຍ່ ແລະ ທົ່ວໂລກ ໂດຍ ໂຮໂຢະເວີສ. ສຳລັບລະບົບປະຕິບັດການ ແອນດຣອຍດ໌, IOS, ເພລສະເຕຊັນ 4 ແລະ ວິນໂດ ໃນປີ2020, ແລະ ເພລສະເຕຊັນ 5 ໃນປີ2021. ຕົວເກມມີສະພາບແວດລ້ອມແບບ ໂອເພັນເວີ (ໂລກກວ້າງ) ແລະ ລະບົບການຕໍ່ສູ້ແບບແອັກຊັນທີ່ໃຊ້ພະລັງທາດຕ່າງໆ ແລະ ການສະຫຼັບຕົວລະຄອນ. ເປັນເກມຫຼິ້ນຟຣີທີ່ສ້າງລາຍໄດ້ຜ່ານ ລະບົບສຸ່ມກາຊາ, ເກັນຊິນອິມແພກ ໄດ້ຮັບການຂະຫຍາຍອັບເດດຢ່າງສະໝໍ່າສະເໝີ ໂດຍຜ່ານການແພັດສ໌ ໃນຮູບແບບ ເກມທີ່ເຮັດເປັນບໍລິການ.

ເກັນຊິນອິມແພັກ ໄດ້ຕັ້ງສະຖານທີ່ໃນການເດີນເລື່ອງເປັນ ໂລກແຟນຕາຊີ, ເທວັດ, ເຊິ່ງເປັນທີ່ຕັ້ງຂອງ ເຈັດປະເທດ, ໂດຍແຕ່ລະປະເທດມີຄວາມພົວພັນກັບ ທາດທີ່ແຕກຕ່າງກັນ ແລະ ປົກຄອງໂດຍເທບ ຄົນລະອົງ. ເລື່ອງລາວຈະເປັນການຕິດຕາມການປະຈົນໄພຂອງ ນັກເດີນທາງ, ຜູ້ເດີນທາງຂ້າມດວງດາວ ພ້ອມພີ່ນ້ອງຝາແຝດ, ແຕ່ໃນຕອນເລີ່ມເກມ, ພວກເຂົາຖືກດູດພະລັງ ແລະ ພັດພາກອອກຈາກກັນໂດຍ ເທບໄຮ້ນາມ, ພາຍຫຼັງມາເຖິງ ເທວັດ. ຫຼັງຈາກນັ້ນ ນັກເດີນທາງ ໄດ້ເລີ່ມອອກປະຈົນໄພຂ້າມຜ່ານປະເທດທັງເຈັດໃນແທວັດ ເພື່ອຊອກຫາພີ່ນ້ອງທີ່ຫາຍໄປ, ໂດຍມີ ໄພມ່ອນ ຄູ່ຫູ, ສະຫາຍ ຫຼື ສ່ຽວ ຜູ້ເປັນໄກ້ນຳພາ. ຕະຫຼອດການເດີນທາງ, ພວກເຂົາໄດ້ຜູກສຳພັນກັບບຸກຄົນຢ່າງຫຼວງຫຼາຍ, ມີສ່ວນລວມໃນການແກ້ໄຂເຫດການຕ່າງໆຂອງແຕ່ລະປະເທດ ແລະ ເລີ່ມທີ່ຈະເປີດໂປງຄວາມລັບຂອງດິນແດນທີ່ມີຊື່ວ່າ ເທວັດ ແຫ່ງນີ້.

ການພັດທະນາ ເກັນຊິນອິມແພັກ ເລີ່ມຕົ້ນໃນປີ2017 ແລະ ໄດ້ຮັບແຮງບັນດານໃຈຈາກແຫຼ່ງຂໍ້ມູນຕ່າງໆ ລວມເຖິງ ເດິເລເຈັນອອບເຊວດະ : ບຣິດອອບເດິວາຍ, ອາມິເມະຕ່າງໆ, ບູຮານ-ປູຊະນີຍະສະຖານ-ວັດຖຸ, ບັນທຶກທາງປະຫວັດສາດຕ່າງໆ ແລະ ວັດທະນະທຳ ແລະ ຕຳນານຕ່າງໆທົ່ວໂລກ ຢ່າງຫຼວງຫຼາຍ. ເກັນຊິນອິມແພກ ໄດ້ຮັບການວິພາກວິຈານໃນແງ່ບວກ, ໂດຍນັກວິຈານຂຽນຊື່ນຊົມລະບົບການຕໍ່ສູ້ ແລະ ໂລກທີ່ເປີດກວ້າງທີ່ເຮັດໃຫ້ດື່ມດໍ່າກັບບັນຍາກາດຂອງເກມ. ໃນດ້ານກັບກັນ,  ການວິພາກວິຈານບາງສ່ວນມຸ່ງເປົ້າໄປທີ່ການຈົບເກມທີ່ງ່າຍດາຍ ແລະ ຊໍ້າຊາກ, ຮູບແບບການສ້າງລາຍໄດ້ແບບກາຊາ ແລະ ການກ່າຍຮຽນແບບເກມຕ່າງໆ. ໃນທຸກແພລັດຟອມ, ເກມສ້າງລາຍໄດ້ປະມາດ 4 ຕື້ໂດລາສະຫະລັດ ໃນໝົດປີ2022ທີ່ຜ່ານມາ, ຖືໄດ້ວ່າເປັນລາຍໄດ້ເປີດຕົວໃນ2ປີທຳອີດທີ່ສູງທີ່ສຸດເທົ່າທີ່ເຄີຍມີມາ.

ການຫຼິ້ນ

ເກັນຊິນອິມແພັກ ເປັນເກມໂອເພັນເວີດ໌ຕໍ່ສູ້ສວມບົດບາດທີ່ໃຫ້ຜູ້ຫຼິ້ນໄດ້ສຳຫຼວດໂລກຂອງເກມ ໂດຍທີ່ຜູ້ຫຼິ້ນສາມາດຫຼິ້ນເປັນໜຶ່ງໃນສີ່ຕົວລະຄອນທີ່ຢູ່ໃນທີມ. ການສະຫຼັບລະຫວ່າງຕົວລະຄອນສາມາດເຮັດໄດ້ຢ່າງວ່ອງໄວໃນລະຫວ່າງການຕໍ່ສູ້, ເຮັດໃຫ້ຜູ້ຫຼິ້ນສາມາດໃຊ້ທັກສະ ແລະ ການໂຈມຕີທີ່ຫຼາກຫຼາຍປະສົມປະສານກັນໄດ້. ຕົວລະຄອນສາມາດເພີ່ມຄວາມສາມາດໄດ້ຫຼາຍວິທີ ໂດຍຫຼັກໆແມ່ນຜ່ານການເພີ່ມເລເວວໂດຍກົງ ແລະ ການປັບປຸງອາຕິແຟັກ(ຕົວເສີມພະລັງ) ແລະ ອາວຸດທີ່ຕົວລະຄອນສວມໃສ່. ນອກຈາກການສຳຫຼວດແລ້ວ, ຜູ້ຫຼິ້ນຍັງສາມາດລອງລົງທ້າທາຍໃນດັນຈ້ຽນຕ່າງໆ ເພື່ອຮັບເອົາລາງວັນ. ມີທີ່ໃຫ້ທ້າທາຍບອສ ແລະ ດັນຈ້ຽນ ກະແຈກກະຈາຍຢູ່ທົ່ວທັງເທຍ໌ວັດທີ່ໃຫ້ລາງວັນເປັນຊັບພະຍາກອນທີ່ມີຄຸນຄ່າ, ແຕ່ການທ້າທາຍຈະຕ້ອງໃຊ້ຄ່າທີ່ເອີ້ນວ່າ "ເຣຊິນ", ເຊິ່ງຈະຄ່ອຍໆເພີ່ມຂຶ້ນເອງເມື່ອເວລາຜ່ານໄປ. ການເຮັດພາລະກິດທ້າທາຍເຫຼົ່ານີ້ໃຫ້ສຳເລັດຈະເຮັດໃຫ້ເລເວວນັກປະຈົນໄພຂອງຜູ້ຫຼິ້ນເພີ່ມຂຶ້ນ, ເຊິ່ງຈະປົດລັອກພາລະກິດ ແລະ ດັນຈ້ຽນໃໝ່ໆ ແລະ ເພີ່ມລະດັບໂລກ. ລະດັບໂລກແມ່ນລະດັບຂອງຄວາມເກັ່ງແຂງແຮງຂອງສັດຕູໃນເກມ ແລະ ມູນຄ່າຂອງລາງວັນທີ່ໄດ້ຮັບຫຼັງເອົາຊະນະໄດ້.

ຜູ້ຫຼິ້ນສາມາດຄວບຄຸມຕົວລະຄອນ ແລະ ເຄື່ອນໄຫວໄດ້ໃນຫຼາຍໆຮູບແບບເຊັ່ນ: ແລ່ນ, ປີນປ່າຍ, ລອຍນໍ້າ ແລະ ລ່ອນ, ໂດຍທັງໝົດນີ້ຖືກຈຳກັດດ້ວຍຄ່າ "ສະຕາມິນາ" ຫຼື "ເຫື່ອແຮງ". ຕົວລະຄອນບາງຕົວສາມາດມີປະຕິສຳພັນສະພາບແວດລ້ອມໄດ້ ແລະ ໃຊ້ເປັນປະໂຫຍດເຊັ່ນ: ໃຊ້ພະລັງທາດນໍ້າກ້ອນໃນການສ້າງທາງເທິງນໍ້າ ເພື່ອສຳຫຼວດໂລກ. ທົ່ວທັງໂລກຈະມີສິ່ງທີ່ເອີ້ນວ່າ "ຈຸດເທເລພັອດ", ເຊິ່ງກະແຈກກະຈາຍໄປທົ່ວທຸກບ່ອນທີ່ເຮັດໃຫ້ຜູ້ຫຼິ້ນສາມາດວາບ(ເຄື່ອນຍ້າຍຢ່າງທັນທີ), ມັນຈຶ່ງເປັນໜຶ່ງໃນຮູບແບບການເດີນທາງທີ່ວ່ອງໄວທີ່ສຸດໃນເກມ; ໃນນັ້ນຍັງມີສິ່ງທີ່ເອີ້ນວ່າ "ຮູບປັ້ນເທບ", ເຊິ່ງສາມາດຮັກສາ ແລະ ຄືນຊີບໃຫ້ຕົວລະຄອນໄດ້ ແລະ ໃຫ້ປະໂຫຍດຕ່າງໆເຊັ່ນ: ການເພີ່ມຄ່າສະຕາມິນາຂອງຜູ້ຫຼິ້ນ. ສິ່ງຂອງເຊັ່ນອາຫານ ແລະ ແຮ່ສາມາດຫາໄດ້ທົ່ວໄປ, ສັດຕູ ແລະ ຫີບສົມບັດອາດຈະມອບຊັບພະຍາກອນທີ່ໃຊ້ເສີມຄວາມແຂງແຮງຂອງຕົວລະຄອນ. ຜູ້ຫຼິ້ນສາມາດຫາອາຫານໄດ້ຜ່ານການລ່າສັດ, ເກັບຜັກ ແລະ ໝາກໄມ້ ຫຼື ຊື້ຈາກຮ້ານຄ້າໃນໂລກຂອງເກມ. ນອກຈາກນີ້ຍັງມີການທ້າທາຍການຕໍ່ສູ້ພິເສດທີ່ເອີ້ນວ່າ "ໂດເມນ", ທີ່ໃຫ້ລາງວັນເປັນຊັບພະຍາກອນໃນການເສີມຄວາມແຂງແຮງຂອງຕົວລະຄອນ ແລະ ອາວຸດ. ຜູ້ຫຼິ້ນສາມາດປຸງແຕ່ງອາຫານໄດ້ໂດຍນຳໃຊ້ວັດຖຸດິບທີ່ເກັບມາຈາກທີ່ຕ່າງໆໃນເກມ, ເຊິ່ງອາດມອບຜົນຂ້າງຄຽງອັນເພິ່ງປະສົງເຊັ່ນ: ການຟື້ນຟູເລືອດ ຫຼື ຄ່າສະຖານະຕ່າງໆຂອງຕົວລະຄອນ. ຜູ້ຫຼິ້ນຍັງສາມາດຫາແຮ່ທີ່ຜ່ານການປັບປຸງແລ້ວ ນຳມາໃຊ້ສ້າງອາວຸດ ຫຼື ເພີ່ມຄວາມແຂງແຮງໄດ້.

ໂໝດຜູ້ຫຼິ້ນຫຼາຍຄົນມີຮູບແບບເປັນການຫຼິ້ນໂຄ-ອອບ (ເຮັດວຽກຮວບກັນ). ຈຳກັດຜູ້ຫຼິ້ນສຸດສີ່ຄົນ ສາມາດຫຼິ້ນນຳກັນໄດ້ທັງໃນໂລກຂອງເກມ ແລະ ລົງໂດເມນນຳກັນ. ການຈັບຄູ່ຜູ້ຫຼິ້ນສາມາດເຮັດໄດ້ຜ່ານການຂໍເຊື່ອມຕໍ່ກັບຜູ້ຫຼິ້ນຄົນອື່ນ ຫຼື ຜ່ານການຄົ້ນຫາອັດຕະໂນມັດ. ຕົວເກມອະນຸຍາດໃຫ້ຫຼິ້ນຂ້າມແພລັດຟອມ, ດັ່ງນັ້ນ ບໍ່ວ່າຜູ້ຫຼິ້ນຈາກເຄື່ອງຫຼິ້ນໃດກໍຫຼິ້ນນຳກັນໄດ້.

ເມື່ອເຮັດພາລະກິດບາງອັນສຳເລັດ ຫຼື ເຂົ້າລວມໃນກິດຈະກຳທີ່ມີເວລາຈຳກັດ, ຜູ້ຫຼິ້ນສາມາດປົດລັອກຕົວລະຄອນທີ່ຫຼິ້ນໄດ້. ຈັ່ງໃດກໍຕາມ, ຕົວລະຄອນສ່ວນຫຼາຍໄດ້ມາຈາກຕູ້ສຸ່ມຕົວລະຄອນຜ່ານລະບົບກາຊາຂອງເກມທີ່ເອີ້ນວ່າ "ຄວາມປາດຖະໜາ". ສະກຸນເງິນພິເສດໃນການສຸ່ມເອີ້ນວ່າ "ໄພລໂມເຈັມ", ສາມາດຊື້ໄດ້ຜ່ານແອັບ ຫຼື ເປັນລາງວັນໃນການຫຼິ້ນ, ເຊິ່ງຈຳເປັນຕ້ອງໃຊ້ໃນການສຸ່ມຕູ້ກາຊາ. ລະບົບກາຣັນຕີ ແມ່ນລະບົບທີ່ຊ່ວຍຮັບປະກັນວ່າຜູ້ຫຼິ້ນຈະໄດ້ຮັບສິ່ງຂອງນັ້ນໆ ຫຼັງຈາກສຸ່ມກາຊາໄດ້ຕາມທີ່ກຳນົດ.

ເນື້ອເລື່ອງ

ການຈັດເລື່ອງ

ປະເທດໃນເທວັດ
ປະເທດ ທາດ ເທບອາຣຄອນ ນາມຂອງອາຣຄອນ ຮ່າງຈຳແລງ ອຸດົມຄະຕິ/ອຸດົມການ ອົງການບໍລິຫານ
ມອນສະຕັດທ໌ ອາເນໂມ(ລົມ) ບາຣບາທອສ ທ່ານບາຣບາທອສ ເວັນຕິ ອິດສະຫຼະເສລີ ກອງອັດສະວິນຟາໂວນຽສ
ຫຼີເຢ້ ຈີໂອ(ຫີນ) ໂມແຣັກຊ ເຣັກຊ ລາພີຊ ຈົງລີ ພັນທະສັນຍາ ເຈັດດາລາແຫ່ງລີເຢ້
ອິນາຊູມະ ເອເລັກໂຕ(ໄຟຟ້າ) ເບວເຊບັບ ໄຣເດັນ ໂຊກຸນ ເອ ຄວາມເປັນນິລັນດອນ ສາມເຈົ້າສຳນັກແຫ່ງອິນາຊຸມະ
ສູເມຣຸ ເດັນໂດ(ໄມ້) ເບີອ໌ຣ ທ່ານຍິງນ້ອຍກຸສານະລີ ນາຮິດະ ສະຕິປັນຍາ ສະຖາບັນອາຄະເດມິຍະແຫ່ງສູເມຣຸ
ຟອນເຕັນ ໄຮໂດ(ນໍ້າ) ໂຟຄະລໍສ ທ່ານຍິງຟູຣິນາ ເດ ຟອນເຕັນ ຟູຣິນາ ຄວາມຍຸຕິທໍຳ ສຳນັກງານເມຊົນກາດີນານ
ແນັດລານ ໄພໂຣ(ໄຟ) ຕໍລໍຖ້າປະກາດ ລໍຖ້າປະກາດ ລໍຖ້າປະກາດ ສົງຄາມ ລໍຖ້າປະກາດ
ສະເນຊນາຍະ ໄຄໂຢ(ນໍ້າແຂງ) ລໍຖ້າປະກາດ ຊາຣິຊ້າ ລໍຖ້າປະກາດ ລໍຖ້າປະກາດ ອົງກອນຟາຕູຍ
ຄານເອນຣິຫ໌' ອາ ລໍຖ້າປະກາດ - - - ລໍຖ້າປະກາດ ລາຊະວົງເລິກລັບ

ເລື່ອງລາວຂອງເກັນຊິນອິມແພັກເກີດຂຶ້ນໃນໂລກທີ່ຊື່ວ່າ "ເທວັດ", ເຊິ່ງປະກອບດ້ວຍເຈັດປະເທດຫຼັກ, ໂດຍແຕ່ລະປະເທດປົກຄອງໂດຍເທບແຕ່ລະອົງທີ່ເອີ້ນວ່າ "ອາຣຄອນ", ເຊິ່ງເຊື່ອມໂຍງກັບທາດປະຈຳຕົວ ແລະ ອຸດົົມຄະຕິ ຫຼື ອຸດົມການ, ແລະ ຕົວເມືອງກໍຍັງຖືກປົກຄອງໂດຍອົງການຈັດຕັ້ງໃດໜຶ່ງ. ເກາະລອຍຟ້າເລິກລັບ "ເຊເລັດເທຍ" ທີ່ລອຍເໜືອນເທວັດ, ວ່າກັນວ່າແມ່ນສະຫວັນ ຫຼື ບ່ອນພຳນັບຂອງເທບພະເຈົ້າ ແລະ ເຫຼົ່າວີລະຊົນທີ່ມີວີລະກຳອັນກ້າຫານ ແລະ ຍິ່ງໃຫຍ່. ໃນໃຕ້ດິນມີບູຮານສະຖານທີ່ພັງທະລາຍຂອງອະລິຍະທຳ "ຄານເອນຣິຫ໌' ອາ", ເຊິິ່ງເປັນປະເທດຊາດທີ່ຖືກທຳລາຍໂດຍເຊເລັດເທຍ ເມື່ອ500ປີກ່ອນເຫດການຫຼັກໃນເກມ. ຄາດວ່າສາເຫດກໍມາຈາກທີ່ຄານເອນຣິຫ໌' ອາ ບໍ່ໄດ້ປົກຄອງເທບ ຫຼື ອາຣຄອນ, ແລະ ຍັງມີຄວາມພະຍາຍາມໃນການສ້າງອະລິຍະທຳທີ່ນຳໂດຍມະນຸດພຽງເທົ່ານັ້ນ.

ຫາກມີຜູ້ໃດບໍ່ວ່າຈະມາຈາກຊາດໃດ ທີ່ມີຄວາມທະເຍີທະຍານອັນຍິ່ງໃຫຍ່ ແລະ ແຮງກ້າ, ພວກເຂົາເຫຼົ່ານັ້ນຈະໄດ້ຮັບ "ວີຊັນ", ມະນີວິເສດທີ່ມອດພະລັງໃນການຄວບຄຸມພະລັງທາດ ແລະ ສິດໃນການຂຶ້ນສູ່ຄວາມເປັນເທບ ແລະ ອາໄສຢູ່ໃນເຊເລັດເທຍ. ແຕ່ບາງຄົນກໍສາມາດຄວບຄຸບພະລັງທາດໄດ້ຜ່ານ "ດີລູຊັນ", ວີຊັນປະດິດທີ່ສ້າງຂຶ້ນຈາກເສດຊາກຂອງເທບພະເຈົ້າ, ເຊິ່ງເຮັດໃຫ້ຜູ້ຖືຄອງສາມາດຄວບຄຸມພະລັງທາດໄດ້ໂດຍການດູດກືນພະລັງຊີວິດຂອງພວກໃຊ້ງານ. ໃນອີກດ້ານ, ອາຣຄອນເອງກໍມີ "ໂນຊິດ", ເຊິ່ງມີອຸປະກອນທີ່ຄ້າຍຄືກັບວີຊັນທີ່ປຽບເໝືອນຕົວຢືນຢັນອຳນາດຂອງຕົນໃນຖານະເທບອາຣຄອນ ແລະ ທຳໃຫ້ພວກເຂົາ "ເປັນຂອງ" ເຊເລັດເທຍ.

ຕົວເອກຂອງເຮົາແມ່ນນັກເດີນທາງ ແລະ ໄພມ່ອນ, ຜູ້ເປັນຄົນນຳພາ ແລະ ສະຫາຍຂອງນັກເດີນທາງ. ນັກເດີນທາງ ແລະ ຝາແຝດຂອອງລາວໄດ້ເດີນທາງຂ້າມດວງດາວໃນຈັກກະວານ ກ່ອນຈະຖືກພາກອອກຈາກກັນໃນເທວັດ, ເຮັດໃຫ້ນັກເດີນທາງຕ້ອງອອກເດີນທາງຊອກຫາພີ່ນ້ອງຝາແຝດຂອງລາວ. ຜູ້ຫຼິ້ນຈະເລືອກຫຼິ້ນເປັນເອເທີ (ອ້າຍ) ຫຼື ລູມິນ (ນ້ອງສາວ), ເຖິງແມ່ນວ່າຊື່ຂອງບັນຊີຜູ້ຫຼິ້ນຈະຖືກໃຊ້ແທນຕະຫຼອດທັງເກມ.

ຕົວຮ້າຍຫຼັກໃນເກມແມ່ນ "ອາບິສ ອໍເດີ", ເຊິ່ງເປັນກອງກຳລັງສັດປະຫຼາດທີ່ປະກອບມີຊາວຄານເອນຣິຫ໌' ອາທີ່ຖືກຄອບງຳ, ເຊິ່ງພະຍາຍາມໂຄ່ນລົ້ມການປົກຄອງຂອງອາຣຄອນ, ແລະ "ຟາຕູຍ", ເຊິ່ງເປັນອົງກອນກອງທັບທະຫານ ແລະ ຄະນະຜູ້ແທນນັກການທູດຂອງປະເທດສະເນຊນາຍະທີ່ມີນະໂຍບາຍຕ່າງປະເທດທີ່ມີລັກສະນະຮຸກຮານປະເທດອື່ນໃນເທວັດ.  ແຝດທີ່ຫາຍຕົວຂອງນັກເດີນທາງໄດ້ຮັບການເຄົາລົບບູຊາໃນຖານະຜູ້ນຳຂອງອາບິສ  ອໍເດີ, ໃນຂະນະດຽວກັນເອງ, ຟາຕູຍກໍຖືກນຳໂດຍ "ສິບເອັດຜູ້ບໍລິຫານ", ເຊິ່ງເປັນຜູ້ມີອຳນາດທີ່ມີນຳໂດຍເທບນໍ້າກ້ອນຊາຣິຊ້າ, ທີ່ໄດ້ຮັບມອບໝາຍໃຫ້ປະຕິບັດຕາມເຈດຈຳນົງຂອງລາວ. ເຫຼົ່າຜູ້ບໍລິຫານຟາຕູຍແມ່ນອີງຕາມຕົວລະຄອນໃນລະຄອນຕະຫຼົກຄອມມິເດຍເດວລາເຕ້.

ໂຄງເລື່ອງ

ເອເທີ ແລະ ລູມິນ, ຝາແຝດຄູ່ໜຶ່ງທີ່ເດີນທາງຂ້າມໂລກຕ່າງໆໄດ້ມາເຖິງເທວັດ. ພວກເຂົາໄດ້ເປັນສັກຂີພະຍານຂອງການທຳລາຍລ້າງຄານເອນຣີຫ໌' ອ່າ, ທັງສອງໄດ້ພະຍາຍາມຫຼົບໜີ, ແຕ່ພວກເຂົາກໍຖືກຂັດຂວາງໂດຍເທບໄຮ້ນາມເລິກລັບທີ່ເອີ້ນຕົນວ່າ "ຜູ້ຄໍ້າຈູງແຫ່ງບັນຊາສະຫວັນ". ລາວໄດ້ຈັບແຍກທັງສອງພີ່ນ້ອງອອກຈາກກັນ, ໂດຍຜະນຶກຕົວລະຄອນຂອງຜູ້ຫຼິ້ນເປັນເວລາ500ປີ. ເມື່ອຝາແຝດທີ່ຖືກຜະນຶກຕື່ນຂຶ້ນເຊິ່ງນະຕອນນີ້ເອີ້ນວ່າ "ນັກເດີນທາງ", ລາວໄດ້ພົບກັບທູດຕົວນ້ອຍໆຕົວໜຶ່ງທີ່ຊື່ວ່າ "ໄພມ່ອນ", ເຊິ່ງກາຍມາເປັນເພື່ອຮ່ວມທາງ ແລະ ໄກ້ດ໌ນຳພາເດີນທາງຂອງລາວຜ່ານທະວີບເທວັດ. ທັງສອງໄດ້ເລີ່ມອອກເດີນທາງຜ່ານເທວັດເພື່ອລວບລວມຂໍ້ມູນຂອງພີ່ນ້ອງທີ່ຫາຍໄປຈາກເຫຼົ່າຜູ້ປົກຄອງ ຫຼື ອາຣຄອນຂອງແຕ່ລະປະເທດ.

ຕາລາງຕໍ່ໄປນີ້ແມ່ນພຽງບົດສະຫຼຸບຂອງເຫດການສຳຄັນຫຼັກຂອງແຕ່ລະບົດໃນເນື້ອເລື່ອງຂອງເກມ. ໂດຍເຫດການສຳຄັນເຫຼົ່ານີ້ໄດ້ມີການບອກລ່ວງໜ້າໄວ້ໃນຄລິບຕົວຢ່າງທີ່ໂພສຕ໌ລົງໃນຊ່ອງຢູທູບຂອງເກມໃນວັນທີ່ວງຈຳໜ່າຍ:

ຕາຕະລາງເນື້ອເລື່ອງ
ບົດ ຊື່ ປະເທດ
ປະຖົມມະບົດ ຄົນແປກໜ້າຜູ້ມາກັບສາຍລົມ ມອນສະຕັດທ໌
3ສາກ ນັກເດີນທາງກັບໄພມອນມາເຖິງເມືອງມອນສະຕັດທ໌ກໍຄົ້ນພົບວ່າຕົວເມືອງກຳລັງຖືກໂຈມຕີໂດຍມັງກອນທີ່ເອີ້ນວ່າສະຕອມເທີເຣີ. ລາວໄດ້ຮ່ວມມືກັບກອງອັດສະວິນຟາໂວນຽສເພື່ອແກ້ໄຂບັນຫາ. ພວກເຂົາໄດ້ພົບກັບນັກກະວີຂ້າງທາງທີ່ຊື່ວ່າເວັນຕິ ແລະ ໄດ້ຮູ້ວ່າມັງກອນຕົວນັ້ນຊື່ວ່າດາວາລິນ ໝູ່ຂອງເວັນຕິ ແລະ ກຳລັງຖືກຄອບງຳໂດຍອາບິສ ອໍເດີ. ເວັນຕິໄດ້ເປີດເຜີຍວ່າລາວແມ່ນບາຣບາທອສ, ເທບແຫ່ງສາຍລົມ, ແລະ ຊ່ວຍຮັກສາດາວາລິນນຳນັກເດີນທາງ. ຫຼັງແກ້ໄຂເຫດການນັ້ນໄດ້, ເວັນຕິ ແລະ ນັກເດີນທາງຖືກຊຸ້ມໂຈນຕີໂດຍລາ ຊິກໂນຣາ, ຜູ້ບໍລິຫານລຳດັບທີແປດຂອງອົງກອນຟາຕູຍ, ເຊິ່ງລາວໄດ້ລັກໂນຊິດຂອງເວັນຕິໄປ. ເລເວວ: 1-10-18
ບົດທີI ລາກ່ອນ ເທບບູຮານ ຫຼີເຢ້
4ສາກ ນັກເດີນທາງກັບໄພມອນເດີນທາງໄປທີ່ທ່າເຮືອຫຼີເຢ້ເພື່ອເຂົ້າລວມພີທີກຳອັນເຊີນເຣັກຊ ລາພິຊ, ທຸກຢ່າງເປັນໄປຕາມປົກກະຕິແຕ່ຢູ່ໆຮ່າງອັນໄຮ້ວິນຍານຂອງທ່ານເທບເຣັກຊ ລາພິຊກໍຕົກລົງມາຈາກຟ້າ, ນັກເດີນທາງທີ່ເປັນຄົນແປກໜ້າໃນບໍລິເວນນັ້ນຈຶ່ງຖືກປ້າຍຄວາມຜິດ ແລະ ຖືກໄລ່ຈັບ. ນັກເດີນທາງໄດ້ຮັບການຊ່ວຍເຫຼືອຈາກຈົງຫຼີ, ຈາກໂຖງແຫ່ງການເກີດໃໝ່ຫວາງເສິງ ແລະ ຊາຍລດ໌, ຜູ້ບໍລິຫານລຳດັບທີສິບເອັດແຫ່ງຟາຕູຍ. ພວກເຂົາໄດ້ມີການຈັດພິທີອຳລາເທບ, ແຕ່ຊາຍລດ໌ກໍໄດ້ທໍລະຍົດ ແລະ ພະຍາຍາມຊ່ວງຊິງໂນຊິດຈາກຮ່າງຂອງເຣັກຊ ລາພິຊ. ແຕ່ແຜນການຂອງລາວກໍຖືກຂັດຂວາງຈາກນັກເດີນທາງ, ຫຼັງແຜນການຖືກທຳລາຍລາວໄດ້ອັນເຊີນໂອຊຽວ, ເທບອະສໍລະພິດນໍ້າບູຮານມາໂຈນຕີຫຼີເຢ້. ແຕ່ເຫຼົ່າຊຽນ ແລະ ມະນຸດກໍປົກປ້ອງເມືອງ ແລະ ຂັບໄລ່ມັນໄປໄດ້ສຳເລັດ. ຕໍ່ມານັກເດີນທາງໄດ້ຮັບຮູ້ວ່າຈົງຫຼີແມ່ນເທບເຣັກຊ ລາພິຊຜູ້ເປັນເທບແຫ່ງຫີນຜາຕົວຈິງ ແລະ ໄດ້ຂໍໃຊ້ຊີວິດຕໍ່ໄປໃນຖານະເທບທີ່ກະສຽນແລ້ວ, ລາວຍັງໄດ້ເຮັດສັນຍາກັບລາ ຊິກໂນຣາໂດຍການຍິນຍອມໃຫ້ລາວເປັນເທບກະສຽນໂດຍແລກກັບໂນຊິດຂອງລາວ. ຫຼັງຈາກນັ້ນບໍ່ດົນປານໃດ, ນັກເດີນທາງກັບໄພມ່ອນໄດ້ພົບກັບເດນສະເລອ໌ຟ, ຊາຍແປກໜ້າເລິກລັບທີ່ຊ່ວຍນັກເດີນທາງໃນການສືບສວນແຜນການຂອງພວກອາບິສອໍເດີເພື່ອໂຄ່່ນລົ້ມເຊເລັດເທຍ. ແຕ່ກໍໄດ້ຄົ້ນພົບວ່າຝາແຝດທີ່ຫາຍໄປຂອງນັກເດີນທາງແມ່່ນຜູ້ນຳຂອງອາບິສອໍເດີ, ແຕ່ລາວໄດ້ປະຕິເສດການລວມຕົວກັບນັກເດີນທາງຜູ້ເປັນພີ່ນ້ອງ ແລະ ໄດ້ໜີໄປ. ເດນສະເລອ໌ຟໄດ້ແລ່ນຕາມພວກອາບິສໄປ, ໃນຂະນະທີ່ນັກເດີນທາງຍັງຊັອກກັບສິ່ງທີ່ເກີດຂຶ້ນ ແລະ ໄດ້ອອກເດີນທາງຕໍ່ໄປ, ແຕ່ເປົ້າໝາຍໄດ້ປ່ຽນຈາກຊອກຫາຝາແຝດເປັນຊອກຫາສາເຫດທີ່ພີ່ນ້ອງຂອງຕົນກາຍເປັນຜູ້ນຳອາບິສ ອໍເດີ ແລະ ຄົ້ນຫາເຖິງສິ່ງທີ່ເກີດຂຶ້ນໃນອະດີດ ແລະ ຄວາມລັບຂອງໂລກໃບນີ້. ເລເວວ: 23-25-28
ບົດທີII ພັນມືຮ້ອຍເນດໃນໂລກຫຼ້າ ອິນາຊູມະ
ສາກເປີດ+4ສາກ ນັກເດີນທາງກັບໄພມອນໄດ້ມາເຖິງປະເທດອິນາຊູມະທີ່ໄດ້ມີການປິດປະເທດ ແລະ ໄດ້ຮູ້ວ່າໄຣເດັນ ໂຊກຸນ, ເທບແຫ່ງອັດສະນີຜູ້ປົກຄອງອິນາຊູມະໄດ້ປະກາດຍຶດວີຊັນຂອງປະຊາຊົນ. ຫຼັງຈາກຫຼົບໜີກອງກຳລັງຂອງໂຊກຸນມາໄດ້ຢ່າງວຸດວິດ, ນັກເດີນທາງກັບໄພມ່ອນໄດ້ເຂົ້າລວມກັບກຸ່ມຕໍ່ຕ້ານໃນເກາະແຫ່ງໜຶ່ງຂອງອິນາຊູມະກ່ອນພົບກັບສະຄາລະມຸດຊ, ຜູ້ບໍລິຫານລຳດັບທີຫົກແຫ່ງຟາຕູຍ, ເຊິ່ງກໍໄດ້ເຮັດໃຫ້ນັກເດີນທາງໝົດສະຕິ. ຫຼັງຈາກນັ້ນນັກເດີນທາງກໍຄົ້ນພົບວ່າຕົນຖືກຊ່ວຍໂດຍຢາເອະ ມິໂກະໂດຍແລກຊີວິດຂອງນັກເດີນທາງກັບໂນຊິດທາດໄຟຟ້າ. ໂດຍການຊ່ວຍເຫຼືອຂອງຢາເອະ ແລະ ກອງກຳລັງຕໍ່ຕ້ານ, ໃນທີ່ສຸດນັກເດີນທາງກໍໄດ້ປະເຊີນໜ້າກັບໄຣເດັນ ໂຊກຸນຕົວຈິງ, ໄຣເດັນ ເອໃນໂລກຈິນຕະພາບຂອງລາວເອງ ແລະ ປະທະກັນຈົນຊະນະ, ນັກເດີນທາງພະຍາຍາມໂນ້ມນ້າວໃຫ້ເອຍົກເລີກມາດຕະການຍຶດວີຊັນ ແລະ ໄດ້ສະແດງໃຫ້ລາວເຫັນເຖິງ"ຄວາມປາດຖະໜາ"ຂອງມວນປະຊາ, ເຊິ່ງໃນທ້າຍທີ່ສຸດເອກໍຍອມ ແລະ ຍົກເລີກມາດຕະການຕາມທີ່ໄດ້ກ່າວພ້ອມເປີດປະເທດອີກຄັ້ງ. ຫຼັງຈາກກັບມາທີີ່ຫຼີເຢ້, ນັກເດີນທາງກັບມາພົບກັບເດນສະເລຟອີກຄັ້ງໃນເໝືອງແຄດຊຶມ, ນັກເດີນທາງໄດ້ເຫັນພາບມາຍາຂອງຝາແຝດໃນຄານເອນຣິຫ໌' ອ່າ ແລະ ຕ້ອງເລືອກລະຫວ່າງຊ່ວຍພີ່ນ້ອງ ຫຼື ເອົາຊະນະອາບິສອໍເດີ. ເດນສະເລຟໄດ້ບອກວ່ານັກເດີນທາງຈະຕ້ອງເລືອກລະຫວ່າງໂລກເທວັດແຫ່ງນີ້ ຫຼື ແຝດຂອງລາວກ່ອນທີ່ຈະຈາກໄປອີກຄັ້ງ. ເລເວວ: 30
ບົດທີIII ຄຳພີແຫ່ງຄວາມວ່າງເປົ່າ ສູເມຣຸ
6ສາກກ ນັກເດີນທາງກັບໄພມອນໄດ້ເດີນທາງມາທີ່ສູເມຣຸເພື່ອພົບກັບທ່ານຍິງນ້ອຍກຸສານະລີ, ເທບແຫ່ງພຶກສາ, ແຕ່ກໍພົບວ່າພວກເຂົາບໍ່ສາມາດເຂົ້າເຖິງຕົວທ່ານໄດ້ເພາະທ່ານກຳລັງຖືກກັກຂັງໂດຍທາງສະຖາບັນອາຄະເດມິຍະ, ເຊິ່ງເປັນອົງການປົກຄອງຂອງສູເມຣຸ. ແຕ່ໃນທີ່ສຸດນັກເດີນທາງກໍພົບກັບຮ່າງຈຳແລງມະນຸດຂອງທ່ານ, ນາຮີດະ, ໃນຄວາມຝັນ ແລະ ຄົ້ນພົບອີກວ່າເຫຼົ່ານັກປາດຂອງສະຖາບັນໄດ້ມີການຮ່ວມມືກັບດັອດໂທເຣ, ຜູ້ບໍລິຫານລຳດັບທີສອງແຫ່ງຟາຕູຍ, ໃນການລະຖິ້ມກຸສານະລີ ແລະ ປ່ຽນແທນດ້ວຍສະຄາລະມຸດຊໃນຖານະເທບຈຳລອງ. ໂດຍການຊ່ວຍເຫຼືອຈາກເຫຼົ່າບຸກຄົນສຳຄັນໃນສູເມຣຸ, ນັກເດີນທາງກໍຂັດຂວາງພວກນັກປາດສຳເລັດ. ຈາກນັ້ນນັກເດີນທາງກໍໄດ້ພົບກັບທ່ານເທບພຶກສາ, ທ່ານໄດ້ໃຫ້ຂໍ້ມູນທີ່ມີກ່ຽວກັບຝາແຝດຂອງນັກເດີນທາງ ແລະ ແນະນຳໃຫ້ລາວໄປຫາໂຟຄະລໍສ, ອາຣຄອນຜູ້ປົກຄອງຟອນເຕັນ. ຫຼັງຈາກນັ້ນ, ນັກເດີນທາງພົບກັບເດນສະເລຟ ແລະ ກ່ອນທີ່ຈະພົບກັບນິມິດວ່າພີ່ນ້ອງຂອງຕົນໄດ້ພົບກັບຊາວຄານເອນຣິຫ໌' ອາທີ່ຊື່ວ່າໂຄລທາຣ໌ ອຳເບີລິດສ, ຜູ້ກໍ່ຕັ້ງອາບິສອໍເດີ ແລະ ຍັງໄດ້ພົບກັບ"ຄົນບາບ"ເລິກລັບ. ເລເວວ: 35
ບົດທີIV ການເຕັ້ນລຳຂອງຄົນບາບ ຟອນເຕັນ
5ສາກ ນັກເດີນທາງກັບໄພມອນໄດ້ເດີນທາງຕໍ່ມາຍັງຟອນເຕັນເພື່ອພົບກັບເທບແຫ່ງວາລີ, ໂຟຄະລໍສ໌. ນັກເດີນທາງໄດ້ຮັບຮູ້ເຖິງຄຳພະຍາກອນວ່າເມືອງຟອນເຕັນຈະນໍ້າຖ້ວມ, ເຫຼືອພຽງແຕ່ເທບນໍ້າທີ່ຮ້ອງໄຫ້ຢູ່ເທິງບັນລັງ. ນັກເດີນທາງກັບໄພມອນໄດ້ໄປພົວພັນກັບຄະດີຄາຕະກຳຕໍ່ເນື່ອງ ແລະ ໄດ້ຄົ້ນພົບເຖິງສານເລິກລົບທີ່ເອີ້ນວ່າ ນໍ້າທະເລບັນພະການ ທີ່ສາມາດລະລາຍສະເພາະຊາວຟອນເຕັນໃຫ້ກາຍເປັນນໍ້າ. ນັກເດີນທາງກັບໄພມອນຍັງໄດ້ຮູ້ວ່າບໍ່ນໍ້າທະເລບັນພະການກຳລັງຈະປະທຸ ແລະ ຖ້ວມເມືອງຟອນເຕັນ. ຜູ້ພິພາກສາສູງສຸດແຫ່ງເມືອງຟອນເຕັນ, ນິວວິນເລັດຕ໌ຈຶ່ງໄດ້ສຳແດງພະລັງເລິກລັບ ແລະ ຢຸດການນໍ້າຖ້ວມຊົ່ວຄາວ, ໂດຍເປີດເຜຍວ່າຈິງໆລາວແມ່ນມັງກອນວາລີ, ຜູ້ສືບທອດຂອງມັງກອນວາລີບູຮານທີ່ເປັນໜຶ່ງໃນມັງກອນທີ່ເຄີຍປົກຄອງເທວັດມາກ່ອນ. ຜູ້ບໍລິຫານລຳດັບທີສີ່ແຫ່ງຟາຕູຍອາຣເລັກຊ໌ຊິໂນເປີດເຜຍເລື່ອງລັບແກ່ນັກເດີນທາງຮູ້ວ່າຟູຣິນານັ້ນບໍ່ມີໂນຊິດທາດນໍ້າ. ນິວວິນເລັດຕ໌ ແລະ ນັກເດີນທາງໄດ້ຫຼອກໃຫ້ຟູຣິນາຂຶ້ນສານເພື່ອພິສູດວ່າລາວບໍ່ແມ່ນເທບ ແຕ່ເປັນພຽງມະນຸດທີ່ຖືກເທບນໍ້າຕົວຈິງສາບໃຫ້ເປັນອະມະຕະມາ500ກວ່າປີ. ນິວວິນເລັດຕ໌ໄດ້ຄົ້ນພົບວ່າ ເອເກເຣຍຜູ້ແມ່ນເທບນໍ້າຮຸ່ນກ່ອນໄດ້ສ້າງມະນຸດຊາວຟອນເຕັນຂຶ້ນຈາກພະລັງຂອງນໍ້າທະເລບັນພະການ ແລະ ຖືກສະຫວັນລົງໂທດດ້ວຍຕັ້ງຄຳພະຍາກອນທີ່ບໍ່ອາດລ້ຽງ. ໂຟຄະລໍສ໌ຜູ້ເປັນຜູ້ສືບທອດຈຶ່ງໄດ້ແຍກຕົນອອກເປັນຮ່າງມະນຸດ, ຮ່າງນັ້ນແມ່ນຟູຮິນາທີ່ຕ້ອງແກ້ງເຮັດເປັນເທບພະເຈົ້າໃນຂະນະທີ່ລາວພະຍາຍາມຫາວິທີລົບລ້າງຄຳພະຍາກອນ. ເຊິ່ງວິທີນັ້ນຄືການເສຍສະຫຼະຕົນເອງເພື່ອມອບພະລັງທາດນໍ້າທັງໝົດຄືນສູ່ມັງກອນນໍ້າ, ນິວວິນເລັດຕ໌. ຈາກນັ້ນຜູ້ຄົນໃນຟອນເຕັນກໍໄດ້ກາຍເປັນມະນຸດທີ່ແທ້ຈິງໂດຍນິວວິນເລັດຕ໌ ແລະ ຮອດພົ້ນຈາກຄຳພະຍາກອນ, ສ່ວນຟູຣິນາກໄດ້ກ້າວລົງຈາກຕຳແໜ່ງເທບອາຣຄອນ ແລະ ກັບໄປໃຊ້ຊີວິດດັ່ງສາມັນຊົນຄົນທຳມະດາອີກຄັ້ງ. ເລເວວ: 40
ບົດທີV ບົດກະວີແຫ່ງການຟື້ນຄືນຊີບ ແນັດລານ
???ສາກ ລໍຖ້າປະກາດ ເລເວວ???
ບົດທີVI ດິນແດນຫິມະທີ່ໄຮ້ເຊິ່ງຄວາມເມດຕາຈາກເທບພະເຈົ້າ ສະເນຊນາຍະ
???ສາກ ລໍຖ້າປະກາດ ເລເວວ???
ບົດທີ??? ຄວາມຝັນທີ່ກໍຍັງເປັນຝັນ ຄານເອນຣີຫ໌' ອາ
???ສາກ ລໍຖ້າປະກາດ ເລເວວ???
ປັດສິມມະບົດ ລໍຖ້າປະກາດ ສະຖານທີ່???
???ສາກ ລໍຖ້າປະກາດ ເລເວວ???

ການພັດທະນາ

ເກັນຊິນອິມແພັກເລີ່ມພັັດທະນາຕັ້ງແຕ່ປາຍເດືອນມັງກອນປີ2017, ໂດຍມີທີມງານພັດທະນາກຸ່ມແຮກເລີ່ມ120ຄົນ, ເຊິ່ງໄດ້ເພີ່ມຂຶ້ນເປັນ400ຄົນໃນທ້າຍປີນັ້ນ ແລະ ກາຍເປັນ700ຄົນໃນເດືອນກຸມພາປີ2021. ມິໂຮໂຢະເປີດຕົວເກມໃນເດືອນມິຖຸນາປີ2019ໃນງານE3ຂອງປີນັ້ນ. ຕົວເກມຖືກພັດທະນາດ້ວຍໂປຣແກຣມຢູນິຕີ້. ຕົວເກມໄດ້ຮັບງົບປະມານໃນການພັດທະນາ ແລະ ການຕະຫຼາດຫຼາຍກວ່າ100ລ້ານໂດລາສະຫະລັດ, ເຮັດໃຫ້ມັນກາຍເປັນໜຶ່ງໃນວີດີໂອເກມທີ່ໃຊ້ງົບໃນລະຫວ່າງການຜະລິດສູງທີ່ສຸດ. ໃນຊ່ວງການເປີດຕົວຍັງໄດ້ມີການເປີດການທົດສອບເບຕ້າແບບປິດ, ເພື່ອໃຫ້ຜູ້ຫຼິ້ນທີ່ໄດ້ຮັບເຊີນສາມາດສຳຫຼວດ ແລະ ຕອບໂຕ້ກັບໂລກທີ່ເປີດກວ້າງຂອງເກມໂອເພັນເວີດ໌ໄດ້. ຕົວເກມປະກອບດ້ວຍສຽງພາກສີ່ພາສາ ແລະ ພາສາພາຍໃນເກມອີກ15ພາສາ.

ເກັນຊິນອິມແພກ 
ມິໂຮໂຢະໄດ້ຖືເອົາສະຖານທີ່ຈິງເປັນແຮງບັນດານໃຈໃນການອອກແບບພູມສັນຖານຂອງທະວີບເທວັດ, ເຊັ່ນ ສວນປ່າແຫ່ງຊາດຈຽງເຈຍເຈ້ຍໃນແຂວງຫູໜານຂອງປະເທດຈີນ.

ເດິເລເຈັນອອບເຊວດະ: ບຣິດອອບເດິວາຍໄດ້ຮັບການຍົກຍ້ອງເປັນຢ່າງສູງຈາກທີມພັດທະນາ ແລະ ພວກເຂົາຍັງໄດ້ກ່າວເກມນີ້ເປັນແຮງບັນດານໃຈຫຼັກໃນການສ້າງເກມເກັນຊິນອິມແພັກ. ເປົ້າໝາຍຂອງການພັດທະນາແມ່ນການເຮັດໃຫ້ຕົວເກມມີຄວາມແຕກຕ່າງ ແລະ ຄວາມມ່ວນໃນການຫຼິ້ນຕ່າງຈາກເກມMMORPGອື່ນໆ, ໃນດ້ານພາລະກິດ ແລະ ລະບົບການຕໍ່ສູ້ຕະຫຼອດຈົນເຖິງເຫດການທີ່ເກີດຂຶ້ນແບບສຸ່ມ ແລະ ຮູບແບບການອອກສຳຫຼວດຕ່າງໆ. ຕົວເກມຖືກພັດທະນາໃຫ້ເປັນເກມທີ່ສາມາດຫຼິ້ນຂ້າມແພລັດຟອມໄດ້, ເຊິ່ງຕົວເກມນັ້ນຖືກພັດທະນາໂດຍເນັ້ນໃສ່ເຄື່ອງພີຊີ(ຄອມພິວເຕີ) ແລະ ຄອນໂຊ(ເຄື່ອງເກມ), ເຮັດໃຫ້ທີມພັດທະນາສາມາດພັດທະນາເພີ່ມຄວາມຄົມຊັດຂອງກຣາບຟິກໃຫ້ຕົວເກມໄດ້ຢ່າງເຕັມທີ່ເຊັ່ນ: ການສະແດງຜົນຂອງເງົາທີ່ສົມຈິງ.

ວິໄສທັດດ້ານສີລະປະໂດຍລວມຂອງເກມມີເປົ້າໝາຍເພື່ອປະສົມປະສານພາບແບບສະຕາຍອະມິເມະເຂົ້າກັບອົງປະກອບທີ່ສຳຄັນທາງດ້ານວັດທະນະທຳໃນໂລກຈິງ ແລະ ແຕ່ລະປະເທດໃນເກມແມ່ນອີງຕາມພູມິພາກຕ່າງໆຂອງໂລກ, ເຊິ່ງມີ:

  • ມອນສະຕັດທ໌ແມ່ນມີພື້ນຖານມາຈາກເມືອງແຟນຕາຊີລະດັບສູງແບບດັ້ງເດີມ, ໂດຍມີອົງປະກອບຫຼັກຈາກປະເທດເຢຍລະມັນດັ້ງເດີມ. ຊື່ທີ່ເປັນພາສາເຢຍລະມັນຈະແປວ່າ "ເມືອງແຫ່ງດວງເດືອນ" (Mondstadt).
  • ຫຼີເຢ້ແມ່ນການປະສົມກັນລະຫວ່າງປະຫວັດສາດຈີນຍຸກຕ່າງໆເຂົ້າກັນເປັນຍຸກດຽວ ແລະ ການຈິນຕະນາການວັດທະນະທຳຈີນໃໝ່ຜ່ານມຸມມອງແບບແຟນຕາຊີ. ຊື່ທີ່ເປັນພາສາຈີນຈະແປວ່າ "ພະຈັນເຄືອບ" (璃月).
  • ອິນາຊູມະ, ໝູ່ເກາະປິດທີ່ປົກຄອງໂດຍໂຊກຸນແມ່ນອີງຕາມຍີ່ປຸ່ນຍຸກເອໂດະ ແລະ ຕັ້ງຊື່ຕາມຄຳພາສາຍີ່ປຸ່ນທີ່ແປວ່າ "ສາຍຟ້າ" (稲妻).
  • ສູເມຣຸເປັນປະເທດທີ່ປົກຄຸມໄປດ້ວຍປ່າດົງ ແລະ ທະເລຊາຍທີ່ມີພື້ນຖານມາຈາກວັດທະນະທຳຂອງຕາເວັນອອກກາງ, ອາຟຣິກາເໜືອ ແລະ ເອເຊຍໃຕ້. ຊື່ທີ່ເປັນພາສາສັນສະກຣິດຈະແປວ່າ "ພູເມຣຸ" (सुमेरु).
  • ຟອນເຕັນແມ່ນໄດ້ຮັບແຮງບັນດານໃຈຈາກສະຕີມພັງ ແລະ ຍຸກເບລເລ ເອປໍກ໌ ແລະ ວັດທະນະທຳອື່ນໆໃນເອີຣົບຕາເວັນຕົກເຊັ່ນ: ບາສັກ໌ ແລະ ຄໍຊິກາ. ນອກຈາກນີ້ຍັງໄດ້ຮັບແຮງບັນດານໃຈຈາກພູມິສາດຂອງສາຍພູແອລປ໌, ບາຣໍກ໌ ແລະ ສະຕາຍດິດສະໂກ. ຊື່ທີ່ເປັນພາສາຝຣັ່ງຈະແປວ່າ "ນໍ້າພຸ" (Fontaine).
  • ແນັດລານອາດຈະຕັ້ງຊື່ຕາມບ້ານເກີດໃນຕຳນານຂອງຊາວແອດຊະເຕັກ, ແອດຊະລານ ແລະ ໜ້າຈະໄດ້ຮັບແຮງບັນດານໃຈຈາກວັດທະນະທຳເມໂຊອາເມຣິກາ. ນອກຈາກນີ້ຍັງອາດໄດ້ຮັບອົງປະກອບເພີ່ມເຕີມຈາກວັດທະນະທຳແອັດສະປາຍ ແລະ ອາຟຣິກາຕາເວັນຕົກ.
  • ສະເນຊນາຍະແມ່ນໄດ້ຮັບແຮງບັນດານໃຈຈາກລັດເຊຍ, ທັງຍຸກໂຊວຽດ ແລະ ຈັກກະວັດລັດເຊຍ. ຊື່ທີ່ເປັນພາສາລັດເຊຍຈະແປວ່າ "ປົກຄຸມໄປດ້ວຍຫິມະ" (Снежная).
  • ຄານເອນຣິຫ໌' ອາແມ່ນມີພື້ນຖານມາຈາກເທບນິຍາຍດັ້ງເດີມຂອງຊາວເຢຍລະມັນ ແລະ ນອກເປັນຫຼັກ. ຊື່ທີ່ອາດຈະເປັນພາສາອາຣັບຈະມີຄວາມໝາຍວ່າ "ຜູ້ທໍລະຍົດຕໍ່ສາຍລົມ" (خائن رياح).

ເທບນິຍາຍພາຍໃນເນື້ອເລື່ອງເກມແມ່ນອີງມາຈາກເທບນິຍາຍຂອງລັກທິໄຍຍະ, ໂດຍສະເພາະແມ່ນວິທີທີ່ຕົວເກມນຳສະເໜີຄວາມສຳພັນລະຫວ່າງມະນຸດກັບໂລກຂອງເທວັດ, ແລະ ວິທີທີ່ເທບພະເຈົ້າເຂົ້າແຊກແຊງກັບຄວາມສຳພັນເຫຼົ່ານັ້ນ. ຊື່ທີ່ຕັ້ງຂຶ້ນເພື່ອໃຊ້ເອີ້ນເທບພະເຈົ້າຂອງເທວັດ, "ອາຣຄອນ" ໄດ້ຮັບແຮງບັນດານໃຈຈາກເທບທີ່ຂ້ອງກ່ຽວກັບປະເພນີນອສຕິກ. ເຖິງແມ່່ນວ່າອາຣຄອນແຕ່ລະອົງຈະມີຊື່ສ່ວນຕົວສຳລັບຮ່າງຈຳແລງ ຫຼື ຮ່າງມະນຸດຂອງພວກເຂົາ, ແລະ ໄດ້ຮັບການຕັ້ງຊື່ສະເພາະໂດຍຜູ້ຄົນໃນປະເທດຂອງຕົນ, ເທບສ່ວນຫຼາຍໃນເລື່ອງ - ລວມທັງຄົນທີ່ບໍ່ແມ່ນເທບ - ແມ່ນໃຊ້ຊື່ຂອງປີສາດຈາກອຣາສ ໂກເອເທຍ, ໜັງສືເວດເລ່ມແຮກຂອງກະແຈຍ່ອຍຂອງໂຊໂລມອນ.

ການເປີດຕົວ ແລະ ການວາງຈຳໜ່າຍ

ການເປີດຕົວທົ່ວໂລກ ໄດ້ເປີດຕົວໃນວັນທີ28, ກັນຍາປີ2020, ແລະ ໄດ້ຮັບການປະກາດເມື່ອວັນທີ17, ສິງຫາສຳລັບແພລັດຟອມພີຊີ(ຄອມພິວເຕີ) ແລະ ໂທລະສັບມືຖື, ແລະ ວັນທີ28, ສິງຫາສຳລັບເຄື່ອງເພລສະເຕຊັນ4 ແລະ ຍັງໄດ້ຮັບການປະກາດວ່າຈະວາງຈຳໜ່າຍໃນວັນດຽວກັນ. ຕົວເກມສາມາດຫຼິ້ນເທິງເຄື່ອງເພລສະເຕຊັນ5ໄດ້ຜ່ານລະບົບແບັກເວີດ ຄອມພັດຕີບີລີຕີ້(ແມ່ນລະບົບການຫຼິ້ນເກມເກົ່າຂອງເຄື່ອງເກມຍຸກກ່ອນຈາກເຄື່ອງເກມຍຸກໃໝ່)ໃນວັນທີ11, ພະຈິກ. ໃນວັນທີ28, ເມສາປີ2021, ຕົວເກມຖືກເປີດຕົວເທິງເຄື່ອງເພລສະເຕຊັນ5ຢ່າງເປັນທາງການ, ໂດຍກຣາບຟິກໄດ້ຮັບການປັບປຸງ, ເວລາໃນການໂຫຼດການປະມວນຜົນທີ່ສັ້ນລົງ ແລະ ດີຂຶ້ນ, ແລະ ການຮອງຮັບລະບົບດູໂອເຊັນສ໌ຂອງມືເກມຂອງເຄື່ອງເກມເພລສະເຕຊັນ. ສ່ວນເວີຊັນສຳລັບນິນເທັນໂດສະຫວິດຊ໌ແມ່ນຢູ່ໃນລະຫວ່າງການພັດທະນາ, ເຖິງແມ່ນວ່າຍັງຈະບໍ່ມີການປະກາດຂອບເຂດເວລາເປີດຕົວກໍຕາມ.

ກ່ອນການວາງຈຳໜ່າຍ, ຕົວເກມມີຜູ້ລົງທະບຽນລ່ວງໜ້າຫຼາຍກວ່າ10ລ້ານຄົນ, ເຊິ່ງຫຼາຍກວ່າເຄິ່ງໜຶ່ງແມ່ນມາຈາກນອກປະເທດຈີນ. ອີງຕາມທີ່ບາງແຫຼ່ງກ່າວໄວ້, ເກມດັ່ງກ່າວນັ້ນແມ່ນວີດີໂອເກມຈີນທີ່ວາງຈຳໜ່າຍໃນລະດັບນານາຊາດທີ່ໃຫຍ່ທີ່ສຸດ. ກ່ອນການວາງຈຳໜ່າຍ, ເກມດັ່ງກ່າວໄດ້ຮັບລາງວັນສື່ໂຕກຽວເກມໂຊວ໌ປີ2020ຈາກຜົນການສຳຫຼວດຄວາມຄິດເຫັນຂອງສາທາລະນະຊົນ, ໂດຍໄດ້ທີ່ໜຶ່ງຈາກເກມອື່ນໆອີກ14ເກມ.

ການອັບເດດ

ຫຼັງຈາກການເປີດປ່ອຍຕົວເກມໄດ້ໄລຍະໜຶ່ງ, ມິໂຮໂຢະໄດ້ປະກາດໄລຍະການອັບເດດເນື້ອຫາໃນເດືອນຕໍ່ໆໄປ. ຍ້ອນເປັນເກມທີ່ເປັນໂປຣເຈັກໄລຍະຍາວ, ຕົວເກມສ່ວນໃຫຍ່ຈຶ່ງຍັງຕ້ອງເຮັດໃຫ້ແລ້ວ. ໃນຕອນເປີດຕົວຄັ້ງແຮກ, ມີພຽງແຕ່ສອງປະເທດຈາກເຈັດປະເທດຫຼັກເທົ່ານັ້ນທີ່ສາມາດເຂົ້າເຖິງໄດ້, ເຊິ່ງທາງມິໂຮໂຢະໄດ້ຄາດວ່າຈະຕ້ອງໃຊ້ເວລາອີກຫຼາຍປີກວ່າທີ່ເລື່ອງລາວຂອງເກມຈະແລ້ວເສັດສົມບູນ. ໃນການນຳສະເໜີໃນເດືອນກຸມພາປີ2021, ໄຊຮາວຢອູ໌ ປະທານບໍລິສັດມິໂຮໂຢະໄດ້ຄາດໄວ້ວ່າການພັດທະນາເກມດັ່ງກ່າວຢ່າງຕໍ່ເນື່ອງນັ້ນຈະເຮັດໃຫ້ຕ້ອງຈ່າຍເງິນຫຼາຍກວ່າ200ລ້ານໂດລາສະຫະລັດຕໍ່ປີ.

ການອັບເດດຈະຖືກອັບເຂົ້າມາໃນເກມທຸກໆຫົກອາທິດ ແລະ ເພີ່ມຕົວລະຄອນ, ກິດຈະກຳ ແລະ ປົດລັອກພື້ນທີ່ໃໝ່ໆ; ໃນແຕ່ລະອັບເດດ ຫຼື ເອີ້ນກັນວ່າ "ແພັດສ໌" ຈະມາພ້ອມກັບຕູ້ສຸ່ມກາຊາຕົວລະຄອນ ແລະ ອາວຸດໃໝ່, ເຊິ່ງຈະຢູ່ປະມານສາມອາທິດຕໍ່ຕູ້ຈົນກວ່າຈະມີການອັບເດດເທື່ອຕໍ່ໄປ. ຕູ້ຕົວລະຄອນຈະຊ່ວຍເພີ່ມໂອກາດໃນການໄດ້ຮັບຕົວລະຄອນ, ແຕ່ກໍຍັງມີໂອກາດທີ່ຈະໄດ້ຮັບຕົວລະຄອນທຳມະດາ, ຫຼື ຮູ້ຈັກກັນວ່າ "ຕົວລະຄອນຫຼຸດເຣດ"; ຫາກໄດ້ຮັບຄົວລະຄອນຫຼຸດເຣດ ຫຼື ເອີ້ນກັນວ່າ "ຫຼຸດເຣດ", ໃນຕູ້ຕໍ່ໄປ ຕົວລະຄອນໜ້າຕູ້ຈະໄດ້ຮັບການກາຣັນຕີ(ສຸ່ມອອກແນ່ນອນ). ໃນການອັບເດດໃຫຍ່(ຫຼື ເວີຊັນ) ຈະເພີ່ມພື້ນທີ່ ຫຼື ປົດລັອກເຂດຂອງປະເທດໃໝ່ໆເປັນປະຈຳທຸກໆປີ. ຈົນເຖິງເວີຊັນປັດຈຸບັນ(ເວີຊັນ4.4, ເດືອນມັງກອນປີ2024) ມີການອັບເດດໃຫຍ່ມາແລ້ວ4ເວີຊັນດ້ວຍການອັບເດດທັງໝົດ28ແພັຕສ໌. ການອັບເດດແຕ່ລະຄັ້ງຈະມີການຕອບແທນດ້ວຍການໃຫ້ໄພລໂມເຈັມ60ອັນ(ສະກຸນເງິນທີ່ໃຊ້ສຳລັບການສຸ່ມຕູ້ກາຊາຂອງເກມ) ແລະ ການຊົດເຊີຍດ້ວຍສິ່ງດຽວກັນໃນທຸກໆຊົ່ວໂມງທີ່ເຊີບເວີຣ໌ອອຟລາຍ(ປິດບໍລິການ).

ຕົວລະຄອນ

ຕົວລະຄອນຕໍ່ໄປນີ້ແມ່ນ ຕົວລະຄອນທີ່ສາມາດຫຼິ້ນໄດ້ (Playable Characters), ໄພມອນເປັນຕົວດຽວໃນຕາຕະລາງທີ່ບໍ່ແມ່ນຕົວລະຄອນທີ່ສາມາດຫຼິ້ນໄດ້.

ໝາຍເຫດ: ການອ່ານສຽງຊື່ຈະພະຍາຍາມອີງຕາມສຽງຂອງພາສາຂອງປະເທດນັ້ນໆ(ປະເທດທີ່ເປັນແຮງບັນດານໃຈໃຫ້ປະເທດນັ້ນໆ): ມອນສະຕັດແມ່ນອີງຕາມເຢຍລະມັນ, ຫຼີເຢ້ແມ່ນອີງຕາມຈີນ, ອິນາຊຸມະແມ່ນອີງຕາມຍີ່ປຸ່ນ, ສູເມຣຸແມ່ນອີງຕາມອາຣັບ, ປັດເຊຍ ແລະ ສັນສະກຣິດ, ຟອນເຕັນແມ່ນອີງຕາມຝຣັ່ງ.

ປະເທດ ຊື່ພາສາລາວ ຊື່ພາສາອັງກິດ ຊື່ພາສາຈິນ ຊື່ພາສາຍີ່ປຸ່ນ ເພດ ທາດ ອາວຸດ
(ບໍ່ຮູ້) ໄພມອນ Paimon 派蒙 (Pàiméng) パイモン (Paimon) ຍິງ ບໍ່ຮູ້ ບໍ່ມີ
(ບໍ່ຮູ້) ເອເທີ Aether 空 (Kōng) 空 (Sora) ຊາຍ ສາມາດປ່ຽນໄດ້ ດາບ
(ບໍ່ຮູ້) ລູມິນ Lumine 熒 (Yíng) 蛍 (Hotaru) ຍິງ ສາມາດປ່ຽນໄດ້ ດາບ
ມອນສະຕັດ ຈີນ ກຸນຮິວເດີຣ Jean Gunnhildr 琴 (Qín) ジン・グンヒルド (Jin Gunhirudo) ຍິງ ອາເນໂມ (ລົມ) ດາບ
ມອນສະຕັດ ແອມເບີ Amber 安柏 (Ān bǎi) アンバー (Anbā) ຍິງ ພາຍໂລ (ໄຟ) ທະນູ
ມອນສະຕັດ ເຄຍະ ໄອເບລິຊ Kaeya Alberich 凯亚 (Kǎi yà) ガイア・アルベリヒ (Gaia Aruberihi) ຊາຍ ຄາຍໂຢ (ນໍ້າກ້ອນ) ດາບ
ມອນສະຕັດ ລິຊາ ມິນຊີ້ Lisa Minci 丽莎 (Lì shā) リサ・ミンツ (Risa Mintsu) ຍິງ ເອເລັກໂຕ (ໄຟຟ້າ) ສື່ເວດ
ມອນສະຕັດ ບາບາຣາ ເພິກງ໌ Barbara Pegg 芭芭拉 (Bābālā) バーバラ・ペイジ (Bābara Peiji) ຍິງ ຮາຍໂດຣ (ນໍ້າ) ສື່ເວດ
ມອນສະຕັດ ດີລຸກ ຣັກວິນເດີຣ Diluc Ragnvindr 迪卢克 (Dílúkè) ディルック・ラグヴィンド (Dirukku Raguvindo) ຊາຍ ພາຍໂລ (ໄຟ) ດາບໃຫຍ່
ມອນສະຕັດ ເຣເຊີ Razor 雷澤 (Léi zé) レザー (Rezā) ຊາຍ ເອເລັກໂຕ (ໄຟຟ້າ) ດາບໃຫຍ່
ມອນສະຕັດ ເວນຕິ Venti 溫迪 (Wēndí) ウェンティ (Wenti) ຊາຍ ອາເນໂມ (ລົມ) ທະນູ
ມອນສະຕັດ ຄລີ Klee 可莉 (Kělì) クレー (Kurē) ຍິງ ພາຍໂລ (ໄຟ) ສື່ເວດ
ມອນສະຕັດ ເບັນເນັດ Bennett 班尼特 (Bānnítè) ベネット (Benetto) ຊາຍ ພາຍໂລ (ໄຟ) ດາບ
ມອນສະຕັດ ໂນເອລ Noelle 诺艾尔 (Nuò'ài'ěr) ノエル (Noeru) ຍິງ ຈີໂອ (ຫີນ) ດາບໃຫຍ່
ມອນສະຕັດ ຟິຊ ດີອ໌ ພຣິນເຊັນຊິນ ເດຣ ເຟຄຣຸໄທລຸງ (ຟິຊ ເຈົ້າຍິງແຫ່ງການລົງທັນ) (ເອມິ) Fischl Die Prinzessin der Verurteilung (Amy) 菲谢尔 (Fēixiè'ěr) フィッシュル 断罪の皇女(エミ) (Fisshuru Danzai no Koujo(Emi) ຍິງ ເອເລັກໂຕ (ໄຟຟ້າ) ທະນູ
ມອນສະຕັດ ຊູໂຄຣສ Sucrose 砂糖 (Shātáng) スクロース (Sukurōsu) ຍິງ ອາເນໂມ (ລົມ) ສື່ເວດ
ມອນສະຕັດ

(ຟອນເຕັນ)

ໂມນາ Mona 莫娜 (Mònà) モナ (Mona) ຍິງ ຮາຍໂດຣ (ນໍ້າ) ສື່ເວດ
ມອນສະຕັດ ດີໂອນາ Diona 迪奥娜 (Dí'àonà) ディオナ (Diona) ຍິງ ຄາຍໂຢ (ນໍ້າກ້ອນ) ຫອກ
ມອນສະຕັດ ອັນເບໂດ Albedo 阿贝多 (Ābèiduō) アルベド (Arubedo) ຊາຍ ຈີໂອ (ຫີນ) ດາບ
ມອນສະຕັດ ໂຣຊາເຣຍ Rosaria 罗莎莉亚 (Luōshālìyà) ロサリア (Rosaria) ຍິງ ຄາຍໂຢ (ນໍ້າກ້ອນ) ຫອກ
ມອນສະຕັດ ຍູລາ ລໍເຣັນຊ໌ Eula Lawrence 优菈 (Yōulā) エウルア・ローレンス (Eurua Rōrensu) ຍິງ ຄາຍໂຢ (ນໍ້າກ້ອນ) ດາບໃຫຍ່
ມອນສະຕັດ ມິກະ ຊະມິດທ໌ Mika Schmidt 米卡 (Mǐkǎ) ミカ (Mika) ຊາຍ ຄາຍໂຢ (ນໍ້າກ້ອນ) ຫອກ
ຫຼີເຢ້ ຊຽວ Xiao 魈 (Xiāo) 魈 (ショウ) (Shou) ຊາຍ ອາເນໂມ (ລົມ) ຫອກ
ຫຼີເຢ້ ເປີ່ຍໂຕ່ວ Beidou 北斗 (Běidǒu) 北斗 (ホクト) (Hokuto) ຍິງ ເອເລັກໂຕ (ໄຟຟ້າ) ດາບໃຫຍ່
ຫຼີເຢ້ ໜິ່ງກວງ Ningguang 凝光 (Níngguāng) 凝光 (ギョウコウ) (Gyoukou) ຍິງ ຈີໂອ (ຫີນ) ສື່ເວດ
ຫຼີເຢ້ ຊຽງຫຼິງ Xiangling 香菱 (Xiānglíng) 香菱 (シャンリン) (Shanrin) ຍິງ ພາຍໂລ (ໄຟ) ຫອກ
ຫຼີເຢ້ ສິງຊິວ Xingqiu 行秋 (Xíngqiū) 行秋 (ユクアキ) (Yukuaki) ຊາຍ ຮາຍໂດຣ (ນໍ້າ) ດາບ
ຫຼີເຢ້ ຊົ່ງຍຸ້ນ Chongyun 重云 (Chóngyún) 重云 (チョウウン) (Chou-un) ຊາຍ ຄາຍໂຢ (ນໍ້າກ້ອນ) ດາບໃຫຍ່
ຫຼີເຢ້ ຊີຊີ Qiqi 七七 (Qīqī) 七七 (ナナ) (Nana) ຍິງ ຄາຍໂຢ (ນໍ້າກ້ອນ) ດາບ
ຫຼີເຢ້ ເຄີ້ສິງ Keqing 刻晴 (Kèqíng) 刻晴 (コクセイ) (Kokusei) ຍິງ ເອເລັກໂຕ (ໄຟຟ້າ) ດາບ
ຫຼີເຢ້

(ສະເນຊນາຍະ)

ທາທາເກລຍ Tartaglia/Childe 达达利亚 (Dádálìyǎ) タルタリヤ (Tarutariya) ຊາຍ ຮາຍໂດຣ (ນໍ້າ) ທະນູ
ຫຼີເຢ້ ຈົງຫຼີ Zhongli 钟离 (Zhōnglí) 鍾離 (ショウリ) (Shouri) ຊາຍ ຈີໂອ (ຫີນ) ຫອກ
ຫຼີເຢ້ ຊິນຢານ Xinyan 辛焱 (Xīnyàn) 辛炎 (シンエン) (Shin'en) ຍິງ ພາຍໂລ (ໄຟ) ດາບໃຫຍ່
ຫຼີເຢ້ ການຢູ Ganyu 甘雨 (Gānyǔ) 甘雨 (カンウ) (Kan'u) ຍິງ ຄາຍໂຢ (ນໍ້າກ້ອນ) ທະນູ
ຫຼີເຢ້ ຮູ ເຖົາ Hu Tao 胡桃 (Hútáo) 胡桃 (フータオ) (Fūtao) ຍິງ ພາຍໂລ (ໄຟ) ຫອກ
ຫຼີເຢ້ ຍານເຟີຍ Yanfei 烟绯 (Yānfēi) 煙緋 (エンヒ) (Enhi) ຍິງ ພາຍໂລ (ໄຟ) ສື່ເວດ
ຫຼີເຢ້ ເຊິນເຫີ Shenhe 申鹤 (Shēnhè) 申鶴 (シンカク) (Shinkaku) ຍິງ ຄາຍໂຢ (ນໍ້າກ້ອນ) ຫອກ
ຫຼີເຢ້ ອວິ່ນ ຈິ່ນ Yun Jin 云堇 (Yún jǐn) 雲菫 (ウンキン) (Unkin) ຍິງ ຈີໂອ (ຫີນ) ຫອກ
ຫຼີເຢ້ ເຢ້ຫຼານ Yelan 夜兰 (Yèlán) 夜蘭 (イェラン) (Yeran) ຍິງ ຮາຍໂດຣ (ນໍ້າ) ທະນູ
ຫຼີເຢ້ ຢາວຢາວ Yaoyao 瑶瑶 (Yáoyao) ヨォーヨ (Yooyo) ຍິງ ເດັນໂດຣ (ໄມ້) ຫອກ
ຫຼີເຢ້ ໄປ່ຈູ Baizhu 白术 (Báizhú) 白朮 (Byakujutsu) ຊາຍ ເດັນໂດຣ (ໄມ້) ສື່ເວດ
ຫຼີເຢ້

(ອິນາຊຸມະ)

ຄາເອເດະຮາຣະ ຄາຊຶຮະ Kaedehara Kazuha 枫原万叶 (Fēngyuán Wànyè) 楓原 万葉 (Kaedehara Kazuha) ຊາຍ ອາເນໂມ (ລົມ) ດາບ
ຫຼີເຢ້ ຊຽນຫຍິນ (ເຈົ້າວັງວົນເມຄາ) Xianyun(Cloud Retainer) 闲云 (Xiányún) (留云借风真君 (Liúyúnjièfēngzhēnjūn) 閑雲 (Kan'un) (留雲借風真君 (Ryuu'un Shakufuu Shinkun) ຍິງ ອາເນໂມ (ລົມ) ສືເວດ
ຫຼີເຢ້ ກ່າໝິງ/ເຈ່ຍໝິງ Gaming 嘉明 (Jiāmíng) 嘉明 (Gamin) ຊາຍ ພາຍໂລ (ໄຟ) ດາບໃຫຍ່
ອິນາຊຸມະ ຄາມິຊາໂຕະ ອາຍາກະ Kamisato Ayaka 神里绫华 (Shénlǐ Línghuá) 神里 綾華 (Kamisato Ayaka) ຍິງ ຄາຍໂຢ (ນໍ້າກ້ອນ) ດາບ
ອິນາຊຸມະ ນາກະໂນະຮາຣະ ໂຍອິມິຍະ Naganohara Yoimiya 宵宫 (Xiāogōng) 長野原宵宮 (Naganohara Yoimiya) ຍິງ ພາຍໂລ (ໄຟ) ທະນູ
ອິນາຊຸມະ ຊາຍຸ Sayu 早柚 (Zǎoyòu) 早柚 (Sayu) ຍິງ ອາເນໂມ (ລົມ) ດາບໃຫຍ່
ອິນາຊຸມະ ໄຣເດັນ ໂຊກຸນ Raiden Shogun 雷电将军 (Léidiàn Jiāngjūn) 雷電将軍 (Raiden Shogun) ຍິງ ເອເລັກໂຕ (ໄຟຟ້າ) ຫອກ
ອິນາຊຸມະ ຄຸຸໂຈ ຊາຣະ Kujou Sara 九条裟罗 (Jiǔtiáo Shāluó) 九条 裟羅 (Kujou Sara) ຍິງ ເອເລັກໂຕ (ໄຟຟ້າ) ທະນູ
(ບໍ່ຮູ້) ອາລອຍ Aloy 埃洛伊 (Āiluòyī) アーロイ (Arōi) ຍິງ ຄາຍໂຢ (ນໍ້າກ້ອນ) ທະນູ
ອິນາຊຸມະ ຊັນໂກໂນະມິຍະ ໂຄໂຄມິ Sangonomiya Kokomi 珊瑚宫心海 (Shānhúgōng Xīnhǎi) 珊瑚宮 心海 (Sangonomiya Kokomi) ຍິງ ຮາຍໂດຣ (ນໍ້າ) ສື່ເວດ
ອິນາຊຸມະ

(ມອນສະຕັດ)

ໂທມະ Thoma 托马 (Tuōmǎ) トーマ (Tōma) ຊາຍ ພາຍໂລ (ໄຟ) ຫອກ
ອິນາຊຸມະ ໂກໂຣ້ Gorou 五郎 (Wǔláng) 五郎 (Gorou) ຊາຍ ຈີໂອ (ຫີນ) ທະນູ
ອິນາຊຸມະ ອາຣາຕາກິ ອິດໂຕະ Arataki Itto 荒泷一斗 (Huānglóng Yīdǒu) 荒瀧 一斗 (Arataki Itto) ຊາຍ ຈີໂອ (ຫີນ) ດາບໃຫຍ່
ອິນາຊຸມະ ຍາເອະ ມິໂກະ Yae Miko 八重神子 (Bāchóng Shénzǐ) 八重神子 (Yae Miko) ຍິງ ເອເລັກໂຕ (ໄຟຟ້າ) ສື່ເວດ
ອິນາຊຸມະ ຄາມິຊາໂຕະ ອາຍາໂຕະ Kamisato Ayato 神里绫人 (Shénlǐ Língrén) 神里綾人 (Kamisato Ayato) ຊາຍ ຮາຍໂດຣ (ນໍ້າ) ດາບ
ອິນາຊຸມະ ຄຸຄິ ຊິໂນະບຸ Kuki Shinobu 久岐忍 (Jiǔqí Rěn) 久岐忍 (Kuki Shinobu) ຍິງ ເອເລັກໂຕ (ໄຟຟ້າ) ດາບ
ອິນາຊຸມະ ຊິຄະໂນອິນ ເຮໂຊ Shikanoin Heizou 鹿野院平藏 (Lùyěyuàn Píngzàng) 鹿野院平蔵 (Shikanoin Heizou) ຊາຍ ອາເນໂມ (ລົມ) ສື່ເວດ
ອິນາຊຸມະ ຄິຣາຣະ Kirara 绮良良 (Qǐliángliáng) 綺良々(Kirara) ຍິງ ເດັນໂຕຣ (ໄມ້) ດາບ
ສູເມຣຸ ຄອນເລ Collei 柯莱 (Kēlái) コレイ (Korei) ຍິງ ເດັນໂດຣ (ໄມ້) ທະນູ
ສູເມຣຸ ໄທນາຣີ Tighnari 提纳里 (Tínàlǐ) ティナリ (Tinari) ຊາຍ ເດັນໂດຣ (ໄມ້) ທະນູ
ສູເມຣຸ ໂດລີິ Dori 多莉 (Duōlì) ドリー (Dorii) ຍິງ ເອເລັກໂຕ (ໄຟຟ້າ) ດາບໃຫຍ່
ສູເມຣຸ ແຄນເດສ Candace 坎蒂丝 (Kǎndìsī) キャンディス (Kyandisu) ຍິງ ຮາຍໂດຣ (ນໍ້າ) ຫອກ
ສູເມຣຸ ໄຊໂນ Cyno 赛诺 (Sàinuò) セノ (Seno) ຊາຍ ເອເລັກໂຕ (ໄຟຟ້າ) ຫອກ
ສູເມຣຸ ນຶລູ Nilou 妮露 (Nīlù) ニィロウ (Niirou) ຍິງ ຮາຍໂດຣ (ນໍ້າ) ດາບ
ສູເມຣຸ ເລລ້າ Layla 莱依拉 (Láiyīlā) レイラ (Reira) ຊາຍ ຄາຍໂຢ (ນໍ້າກ້ອນ) ດາບ
ສູເມຣຸ ນາຮິດາ Nahida 纳西妲 (Nàxīdá) ナヒーダ (Nahiida) ຍິງ ເດັນໂດຣ (ໄມ້) ສື່ເວດ
ສູເມຣຸ ຟາຣູຊານ Faruzan 珐露珊 (Fàlùshān) ファルザン (Faruzan) ຍິງ ອາເນໂມ (ລົມ) ທະນູ
ສູເມຣຸ ຜູ້ພະເນຈອນ Wanderer 流浪者 (Liúlàngzhě) 放浪者 (Hourousha) ຊາຍ ອາເນໂມ (ລົມ) ສື່ເວດ
ສູເມຣຸ ອັນໄຮທຳ Alhaitham 艾尔海森 (Ài'ěrhǎisēn) アルハイゼン (Aruhaizen) ຊາຍ ເດັນໂດຣ (ໄມ້) ດາບ
ສູເມຣຸ ເດຮ໌ຢາ Dehya 迪希雅 (Díxīyǎ) ディシア (Dishia) ຍິງ ພາຍໂລ (ໄຟ) ດາບໃຫຍ່
ສູເມຣຸ ຄາເວຮ໌ Kaveh 卡维 (Kǎwéi) カーヴェ (Kaave) ຊາຍ ເດັນໂດຣ (ໄມ້) ດາບໃຫຍ່
ຟອນເຕັນ ລີນນີ Lyney 林尼 (Línní) リネ (Rine) ຊາຍ ພາຍໂລ (ໄຟ) ທະນູ
ຟອນເຕັນ ລີນເນັດ Lynette 琳妮特 (Línnītè) リネット (Rinetto) ຍິງ ອາເນໂມ (ລົມ) ດາບ
ຟອນເຕັນ ເຟັມມິເນັດ Freminet 菲米尼 (Fēimǐní) フレミネ (Furemine) ຊາຍ ຄາຍໂຢ (ນໍ້າກ້ອນ)ອ ດາບໃຫຍ່
ຟອນເຕັນ ນີວວິນເລັດຕ໌ Neuvillette 那维莱特 (Nàwéiláitè) ヌヴィレット (Nuviretto) ຊາຍ ຮາຍໂດຣ (ນໍ້າ) ສື່ເວດ
ຟອນເຕັນ ຣາຍທ໌ສລີ້ Wriothesley 莱欧斯利 (Lái'ōusīlì) リオセスリ (Riosesuri) ຊາຍ ຄາຍໂຢ (ນໍ້າກ້ອນ) ສື່ເວດ
ຟອນເຕັນ ຊາລັອດ Charlotte 夏洛蒂 (Xiàluòdì) シャルロット (Sharurotto) ຍິງ ຄາຍໂຢ (ນໍ້າກ້ອນ) ສືເວດ
ຟອນເຕັນ ຟູຣິນະ ເດ ຟອນເຕັນ Furina de Fontaine 芙宁娜 (Fúníngnà) フリーナ (Furiina) ຍິງ ຮາຍໂດຣ (ນໍ້າ) ດາບ
ຟອນເຕັນ ນາເວຍ ແຄັດສປ້າຣ໌ Navia Caspar 娜维娅 (Nàwéiyà) ナヴィア (Navia) ຍິງ ຈີໂອ (ຫີນ) ດາບໃຫຍ່
ຟອນເຕັນ ເສັບຣູສ Chevreuse 夏沃蕾 (Xiàwòlěi) シュヴルーズ (Shuvuruuzu) ຍິງ ພາຍໂລ (ໄຟ) ຫອກ
ຟອນເຕັນ (ອິນາຊຸມະ) ຊິໂອຣິ Chiori 千织 (Qiānzhī) 千織 (Chiori) ຍິງ ຈີໂອ (ຫີນ) ດາບ

ອ້າງອີງ

Tags:

ເກັນຊິນອິມແພກ ພາບລວມເກັນຊິນອິມແພກ ການຫຼິ້ນເກັນຊິນອິມແພກ ເນື້ອເລື່ອງເກັນຊິນອິມແພກ ການພັດທະນາເກັນຊິນອິມແພກ ການເປີດຕົວ ແລະ ການວາງຈຳໜ່າຍເກັນຊິນອິມແພກ ຕົວລະຄອນ[90]ເກັນຊິນອິມແພກ ອ້າງອີງເກັນຊິນອິມແພກພາສາຈີນພາສາຍີ່ປຸ່ນພາສາອັງກິດແອນດຣອຍດ໌ໄມໂຄຣຊອບ ວິນໂດ

🔥 Trending searches on Wiki ລາວ:

ພາສາລັດເຊຍໜູຖົງອຳນາດຕຸລາການສາວລືມແວ່ນແສນລະມຸນຮັກລາຍຊື່ປະເທດ ແລະ ເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່ເມືອງຫຼວງພະບາງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ຄຳ (ພາສາສາດ)ຫນູຮັກ ພູມສະຫວັນເພັດດີ ສີເຣີກເນີຍຕາດເຍືອງປະເທດມຽນມາພະເຈົ້າຮົງລີທີ 8 ແຫ່ງອັງກິດ1 ມິຖຸນາສາລານຸກົມເບຍລາວຈັງຫວັດລຳປາງປະເທດເກຣັກລັດແມສຊາຊູເຊຕສ໌ງານບຸນ ແລະ ງານປະເພນີຕ່າງໃນລາວອາຫານຂັນ5ຈັງຫວັດແມ່ຮ່ອງສອນຢ່າຮັກສາຫນິ້ວປະເທດບຣາຊິນແຂວງໄຊສົມບູນທະນາຄານກາງສຸຂະພາບນໍ້າຕົກຫ້ວຍລືສີສີ ຈິ້ນຜິງການສູ່ຂວັນລົດໄຟລາວ-ຈີນຈັງຫວັດອຸຕະຣະດິດມອສໂກປະເທດເກົາຫຼີຍິວວິທະຍາໄລຂອງເຢຣູຊາເລັມວັດພຣະສຣີຣັຕນະສາສດາຣາມທົ່ງໄຫຫີນສາວລືມແວ່ນແສນວຸ້ນລະມຸນຮັກISO 4217ຈັງຫວັດນ່ານເມືອງນາຊາຍທອງເສດຖາ ທະວີສິນສານປະຊາຊົນສູງສຸດອັກສອນໄທອິນເຕີເນັດ ມູວີເດຕາເບສເຟດບຸກຮອບບິດ (ປຶ້ມ)ປະເທດຫວຽດນາມແອລຈີບີທີພຣະຣາຊອານາຈັກລາວສົມເດັດພະລາຊິນີນາດມາເກຣເທີທີ 2 ແຫ່ງດານມາກອານາຈັກລ້ານຊ້າງຈັ໊ກກະບຸ໋ມ ເຊີນຍິ້ມຍາດາ ເທບພະນົມພູມສາດລັດຖະບານສະຫະພາບໂຊວຽດນ້ຳຖ້ວມປາຣີການຮ່ວມເພດແອລປ໌ກິ໊ບ ໂຄກຄູນສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກປ່າສະຫງວນແຫ່ງຊາດພູເຂົາຄວາຍ🡆 More