ຮ່າໂນ້ຍ (ອັງກິດ: Hanoi; ຫວຽດນາມ: Hà Nội ຫ້າໂໜ້ຍ) ແມ່ນນະຄອນຫຼວງຂອງຫວຽດນາມ.
ມີປະຊາກອນ 8.435.700 ຄົນ (ຄ.ສ. 2019). ອະດີດແມ່ນນະຄອນຫຼວງຂອງຫວຽດນາມເໜືອລະຫວ່າງ ຄ.ສ. 1954 ຫາ ຄ.ສ. 1976 ແລະກ່ອນໜ້ານັ້ນ ແມ່ນນະຄອນຫຼວງຂອງພື້ນທີ່ຫວຽດນາມໃນປັດຈຸບັນເປັນຄັ້ງຄາວຕັ້ງແຕ່ຄະລິດສະສະຕະວັດທີ 11 ຈົນຮອດ ຄ.ສ. 1802. ຮ່າໂນ້ຍຕັ້ງຢູ່ເທິງຝັ່ງຂວາຂອງແມ່ນ້ຳແດງ ແມ່ນ ຕັ້ງຢູ່ 21°2' ຫຼື 105°51' ຕາເວັນອອກ (21.0333, 105.85) [1]. ອຸດສາຫະກຳໃນເມືອງແມ່ນເຄື່ອງຈັກ ໄມ້ອັດ ສິ່ງຕ່ຳ ສານເຄມີ ແລະວຽກຫັດຖະກຳ.
ເມື່ອວັນທີ 29 ພຶດສະພາ ຄ.ສ. 2008 ໄດ້ມີການຂະຫຍາຍເຂດຮ່າໂນ້ຍໄປອີກ ໂດຍຄອບຄຸມບໍລິເວນຫຼາຍກວ່າເກົ່າເຖິງ 3 ເທົ່າ ເພື່ອຮອງຮັບການເຕີບໂຕຂອງເມືອງ ແລະເມື່ອຕຸລາ ຄ.ສ. 2010 ຄົບວາລະ 1000 ປີຂອງການແຕ່ງຕັ້ງເມືອງ.
ຮ່າໂນ້ຍ ໝາຍເຖິງຕອນຕົ້ນຂອງແມ່ນ້ຳ. ຕັ້ງຢູ່ເທິງລຸ່ມແມ່ນ້ຳແດງ. ປະຖົມມະກະສັດລາຊະວົງລີ້ສະຖາປະນາເປັນນະຄອນຫຼວງໃນ ຄ.ສ. 1010 ໂດຍໃຊ້ຊື່ວ່າ ທັງລອງ (Thăng Long) ອັນແປວ່າ ມັງກອນຂຶ້ນຟ້າ ເທົ້າເຖິງ ຄ.ສ. 1702 ກະສັດລາຊະວົງຫງຽນໄດ້ຍ້າຍນະຄອນຫຼວງໄປຢູ່ເມືອງເວ້ເມື່ອຕົກເປັນສ່ວນນຶ່ງຂອງອິນດູຈີນຝະລັ່ງ. ຮ່າໂນ້ຍແມ່ນນະຄອນຫຼວງຢ່າງເປັນທາງການອີກໃນ ຄ.ສ. 1887. ຫຼັງໄດ້ຮັບເອກະລາດໃນ ຄ.ສ. 1946 ຫວຽດນາມແຍກເປັນສອງປະເທດ ໂດຍຮ່າໂນ້ຍແມ່ນນະຄອນຫຼວງຂອງຫວຽດນາມເໜືອ. ເມື່ອລວມປະເທດໃນ ຄ.ສ. 1976 ຈຶ່ງແມ່ນນະຄອນຫຼວງນຶ່ງດຽວຂອງຫວຽດນາມຈົນເຖິງປັດຈຸບັນ.
This article uses material from the Wikipedia ລາວ article ຮ່າໂນ້ຍ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.