ຫ້ຽນ (ອັງກິດ: troll, ໄທ: เกรียน) ເປັນສັບສະແລງແທນບຸກຄົນຫຼືກຸ່ມບຸົກຄົນທີ່ມີພຶຕິກຳຂົ່ມເຫງ ກໍ່ກວນ ໄຮ້ເຫດຜົນ ຫຼືຄິດວ່າໂຕເອງເປັນສູນກາງຂອງສັງຄົມອິນເຕີເນັດ.
ຫ້ຽນ ເປັນຄໍາທີ່ດັດແປງມາຈາກຄໍາວ່າ ກຣຽນ (เกรียน) ໃນພາສາໄທ ໂດຍທົ່ວໄປແລ້ວ ຈະຫມາຍເຖິງບຸກຄົນທີ່ມັກກໍ່ກວນໃນອິນເຕີເນັດ ບໍ່ວ່າຈະເປັນກະດານສົນທະນາ ຫຼືໃນເວັບໄຊຕ່າງ ໆ ເປັນຕົ້ນ.
ຄໍາວ່າຫ້ຽນນີ້ມີຕົ້ນກໍາເນີດມາຈາກສະມາຊິກຄົນຫນຶ່ງໃນກະດານສົນທະນາ LaoZaa.com ເຊິ່ງໄດ້ດັດແປງຄຳສັບ ກຣຽນ ໃນພາສາໄທມາເປັນພາສາລາວ.
ຢ່າງໃດກໍຕາມ ວິວັດທະນາການຂອງຄໍາວ່າ ຫ້ຽນ ນີ້ ກໍໄດ້ປ່ຽນແປງໄປຕາມການໃຊ້ງານທີ່ຫລາກຫລາຍຂຶ້ນ ຈະສັງເກດໄດ້ວ່າ ໃນປັດຈຸບັນ ມີຫລາຍໆ ຄົນໃນກຸ່ມຄົນແວດວົງໄອທີ ແລະອິນເຕີເນັດຈະເລີ່ມເວົ້າຄໍາວ່າ “ຫ້ຽນ” ກັນຢ່າງຕິດປາກ ບໍ່ສະເພາະແຕ່ໃນອິນເຕີເນັດເທົ່ານັ້ນແຕ່ໃນໂລກນອກອິນເຕີເນັດ ກໍຍັງໃຊ້ຄຳວ່າ “ຫ້ຽນ” ກັບບຸກຄົນທີ່ມີພາວະ “ຫ້ຽນ” ອີກນຳ.
ຕົວຢ່າງຂອງບຸກຄົນຜູ້ມີ “ພາວະຫ້ຽນ” ນັ້ນ ອາດມີພຶດຕິກຳຂໍ້ໃດຂໍ້ນຶ່ງ ຫຼືຫຼາຍຂໍ້ດັ່ງຕໍ່ໄປນີ້:
ໂດຍທົ່ວໄປແລ້ວ ຈະສາມາດພົບຫ້ຽນໄດ້ຕາມເວັບໄຊຕ່າງໆ ໂດຍສະເພາະແມ່ນເວັບໄຊທີ່ໃຫ້ບໍລິການເວັບບອດ ເຊັ່ນ Laozaa.com ຫຼື Punlao.com ເປັນຕົ້ນ ແລະອາດຈະຍ້າຍໄປເລື້ອຍໆ ຮວມເຖິງການປ່ຽນຊື່ຂອງຕົນເອງ ເມື່ອຖືກຜູ່ເບິ່ງແຍງເວັບໄຊລົງໂທດເນື່ອງຈາກປະພຶດຕົນມີລັກສະນະດັ່ງກ່າວ.
This article uses material from the Wikipedia ລາວ article ຫ້ຽນ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.