ຊຸດລາວແມ່ນຊຸດປະຈຳຊາດຂອງຊາວລາວລຸ່ມ ນຸ່ງຫົ່ມໄດ້ໂດຍທັງຜູ້ຊາຍ ແມ່ຍິງ ແລະເດັກນ້ອຍ.
ຊຸດລາວແມ່ນປະກອບດ້ວຍຫຼາຍສ່ວນ ມີຫຼາຍແບບເຊິ່ງຂຶ້ນຢູ່ກັບວາລະ ສະຖານທີ່ ຫຼືເພດແລະໄວຂອງຜູ້ນຸ່ງຫົ່ມ. ມັກນຸ່ງໃນງານບຸນສຳຄັນ ເຊັ່ນ ເວລາໄປທຳບຸນ, ຕັກບາດ, ເຂົ້າວັດຟັງທຳ, ງານກິນດອງ, ຫຼື ພິທີທາງສາສະໜາ. ໃນງານກິນດອງນັ້ນ ເຈົ້າບ່າວມັກນຸ່ງເສື້ອຂາວ, ຜ້າຫາງ, ແພບ່ຽງບ່າຍ, ບ່າໄຫຼ່ພາຍຖົງ, ງ້າວ, ຖົງຕີນສີຂາວຍາວເຖິງເຂົ່າ, ແລະເກີບ. ສ່ວນແມ່ຍິງກໍມັກເກົ້າຜົມ ໂດຍນຳສາຍຄຳໄປຄຽນຕາມກົກເກົ້າຜົມແລ້ວປັກປິ່ນເກົ້າເໜັບ., ທາງດ້ານຫຼັງຕີນຜົມກໍຈະມີສາຍຄຳໂຄ້ງຢ່ອງລົງໄປ ສ່ວນໜ້າກໍຈະແຕ່ງຢ່າງພໍດີພໍງາມບໍ່ໂລດໂຜນເກີນໄປ, ສ່ວນຫູກໍຈະໃສ່ຕຸ້ມຫູຍອຍດອກໝາກ, ສ່ວນໂຕກໍຈະນຸ່ງເສື້ອປ້າຍມີແຂບຄຳຖັກດ້ວຍໄໝຄຳຝັ້ນ ແລະນຸ່ງສິ້ນເຊິ່ງມັກນຸ່ງໃຫ້ເຂົ້າກັບຜ້າແພບ່ຽງ, ໃສ່ສາຍຄໍຄຳ ແລະ ເຄື່ອງປະດັບຕ່າງໆ.
This article uses material from the Wikipedia ລາວ article ຊຸດລາວ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.