ຄຳວ່າ ກິນດອງ ແມ່ນໝາຍເຖິງການແຕ່ງດອງ ຫຼື ການແຕ່ງງານຂອງຄົນລາວ ເຊິ່ງເປັນຄຳເວົ້າດັ່ງເດີມຂອງຄົນລາວທີ່ໃຊ້ກັນມາແຕ່ດົນນານ, ຄຳວ່າ ກິນ ປະສົມກັບຄຳວ່າ ດອງ ເປັນຄຳວ່າ ກິນດອງ ເຊິ່ງຖ້າໃຈ້ແຍກຄຳເວົ້າດັ່ງກ່າວ ຄຳວ່າ ກິນ ແມ່ນອາດຈະມາຈາກ ການກິນລ້ຽງສັງສັນຂອງຍາດຕິ່ນ້ອງແລະໝູ່ເພື່ອນຮັກແພງຂອງເຈົ້າສາວແລະເຈົ້າບ່າວທີ່ຈັດຂຶ້ນໃນມື້ແຕ່ງດອງ ເພື່ອເປັນກຽດໃຫ້ຄູ່ສ້າງຄອບຄົວໃໝ່ນັ້ນເອງ, ຄຳວ່າ ດອງ ແມ່ນອາດຈະມາຈາກການເປັນແກວ ເປັນດອງກັນ ຂອງຍາດຕິ່ນ້ອງຂອງທັງສອງຝ່າຍ ກໍ່ຄືຝ່າຍເຈົ້າສາວແລະຝ່າຍເຈົ້າບ່າວນັ້ນເອງ, ເພາະວ່າຫຼັງຈາກທີ່ຝ່າຍຍິງແລະຝ່າຍຊາຍ ກໍ່ຄືເຈົ້າສາວແລະເຈົ້າບ່າວໄດ້ແຕ່ງດອງກັນແລ້ວ ພໍ່ແມ່ຂອງທັງສອງຝ່າຍ ຈະຮ້ອງກັນວ່າພໍ່ດອງຫຼືແມ່ດອງ ເພາະວ່າໄດ້ເປັນດອງ ເປັນພີ່ນ້ອງກັນແລ້ວ
This article uses material from the Wikipedia ລາວ article ກິນດອງ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.