ໜູລ້າງນ້ຳ (ຝຣັ່ງ: raton laveur) ຫຼື ໝີລ້າງນ້ຳ ຫຼື ແລກຄູນ (ອັງກິດ: raccoon, common raccoon) ແມ່ນສັດລ້ຽງລູກດ້ວຍນົມຊະນິດໜຶ່ງ ໃນອັນດັບສັດກິນຊີ້ນ.
ໜູລ້າງນ້ຳ | |
---|---|
ສະຖານະການອະນຸຮັກ | |
ຄວາມສ່ຽງຕ່ຳ (IUCN 3.1) | |
ການຈຳແໜກຊັ້ນທາງວິທະຍາສາດ | |
ອານາຈັກ: | ສັດ |
ຟີລຳ: | ສັດມີແກນສັນຫຼັງ |
ຊັ້ນ: | ສັດລ້ຽງລູກດ້ວຍນ້ຳນົມ |
ອັນດັບ: | ສັດກິນຊິ້ນ |
ວົງ: | ໜູລ້າງນ້ຳ |
ສະກຸນ: | Procyon |
ຊະນິດ: | P. lotor |
ຊື່ທະວິນາມ | |
Procyon lotor (Linnaeus, 1758) | |
ແຜນທີ່ສະແດງການກະຈາຍພັນ (ສີແດງ-ຖິ່ນກຳເໜີດດັ້ງເດີມ, ສີຟ້າແກ່-ສະຖານທີ່ຖືກນຳເຂົ້າໄປ.) | |
ຊື່ພ້ອງ | |
|
ມີຊື່ທາງວິທະຍາສາດວ່າ Procyon lotor ຢູ່ໃນວົງໜູລ້າງນ້ຳ (Procyonidae).
ມີຄວາມຍາວລຳໂຕປະມານ 2 ຟຸດ, ມີຫາງເປັນພວງມີແຖບສີດຳຄາດເປັນປ້ອງໆ ຍາວປະມານ 10 ນິ້ວ. ຂົນຕາມລຳໂຕສີນ້ຳຕານປົນເທົາ. ໃບໜ້າສີຂາວມີແຖບສີດຳຄາດຈາກຕາໄປເປັນແຖບຕະຫຼອດແກ້ມ. ເບິ່ງຄືໂຈນສວມໜ້າກາກ. ແມ່ນສັດທີ່ກະຈາຍພັນໄປທົ່ວໃນທະວີບອາເມລິກາເໜືອແລະອາເມລິກາກາງໃນຫຼາຍພື້ນທີ່ ທັງໃນປ່າ ຫຼືແມ້ນແຕ່ຊຸນຊົນຂອງຜູ້ຄົນ. ແມ່ນສັດທີ່ສາມາດປັບໂຕໄດ້ຢ່າງດີ. ກິນຂອງກິນໄດ້ຫຼາກຫຼາຍ ແບບທັງຊີ້ນແລະຜັກ. ອີກທັງຍັງມັກຢູ່ໃກ້ພື້ນທີ່ຊຸ່ມນ້ຳດ້ວຍການຈັບສັດນ້ຳກິນເປັນຂອງກິນ ເຊັ່ນ ກົບ, ປາ, ກຸ້ງ, ແລະ ປູ ຫຼືເຕົ່າສ່ຳນ້ອຍເປັນຂອງກິນ ຮວມທັງນົກຫຼືແມງປີກແຂງສ່ຳນ້ອຍກິນເປັນຂອງກິນໄດ້ນຳ. ແຕ່ໜູລ້າງນ້ຳນັ້ນ ບໍ່ສາມາດລອຍນ້ຳໄດ້ ຈະໃຊ້ວິທີການຈັບໃນນ້ຳຕື້ນໆ ທີ່ຂາຢັ່ງເຖິງແທນ. ໃນຊ່ວງໜ້າແລ້ງທີ່ຂອງກິນຂາດແຄນກໍຈະກິນລູກໄມ້, ໝາກໄມ້, ແລະດອກເຂົ້າສາລີເປັນຂອງກິນ ຫຼືອາດຈະບຸກເຂົ້າໄປໃນບ້ານເຮືອນຂອງຜູ້ຄົນ ຂຸດຄຸ້ຍຫາຂີ້ເຫຍື້ອຫຼືເສດຂອງກິນ ຫຼືແມ້ນກະທັ່ງເປີດຕູ້ເຢັນຫາກິນ.
ໜູລ້າງນ້ຳ ແມ່ນສັດທີ່ໃຊ້ຕີນໜ້າໄດ້ຢ່າງຄ່ອງແຄ່ວເໝືອນມືສຳລັບຢິບຈັບຂອງກິນ ອັນສາມາດເຮັດໄດ້ເຖິງຂະໜາດຄາຍປົມເຊືອກ ແລະຍັງເປັນສັດທີ່ມີການກະທຳແປກ ຄື ກ່ອນທີ່ຈະກິນຂອງກິນ ມັກຈະນຳໄປລ້າງນ້ຳເສຍກ່ອນ ຈຶ່ງມີຄວາມເຊື່ອວ່າແມ່ນສັດຮັກສະອາດ ແຕ່ຄວາມແທ້ຈິງແລ້ວນັ້ນ ແມ່ນການກະທຳທີ່ຈະນວດຂອງກິນໃຫ້ນິ່ມເສຍກ່ອນ ກ່ອນທີ່ຈະກິນ.
ໜູລ້າງນ້ຳ ແມ່ນສັດທີ່ປີນກົກໄມ້ເກັ່ງ. ເຮັດຮັງຢູ່ເທິງຍອດໄມ້ແລະໃຊ້ເວລາສ່ວນໃຫຍ່ຢູ່ເທິງກົກໄມ້. ໃນຍາມກາງວັນຈະນອນຂົດຢູ່ຕາມພົງໄມ້ ຫຼືຊອກຫີນ ຫຼືນອນຕາກແດດຢູ່ໃນຮັງ.ໃນຕອນກາງຄືນຈະອອກຫາກິນ ໂດຍໃຊ້ເສ້ນທາງເກົ່າ ແລະມັກຈະໃຊ້ເສ້ນທາງທີ່ເປັນພື້ນແຂງ ເພື່ອບໍ່ໃຫ້ມີຮອຍຕີນ.
ໂຕເມຍອອກລູກເທື່ອລະ 4-6 ໂຕ ໃນໂພງໄມ້. ໃນຊ່ວງໜ້າໜາວທີ່ຫິມະຕົກແລະຂອງກິນຂາດແຄນ ໜູລ້າງນ້ຳຈະໃຊ້ເວລາຊ່ວງນີ້ໃນການຈຳສີນຊົ່ວລະດູການ.
ໜູລ້າງນ້ຳ ແມ່ນສັດທີ່ເປັນຕາຮັກ ຈຶ່ງມີຄົນນຳມາລ້ຽງເປັນສັດລ້ຽງ ອີກທັງຂົນແລະໜັງມີຄວາມໜານຸ່ມແລະສີງາມ ຈຶ່ງມີການລ່າເພື່ອເຮັດເປັນເສື້ອຂົນສັດອີກນຳ.
This article uses material from the Wikipedia ລາວ article ໜູລ້າງນ້ຳ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.