ເຂດປ້ອມປາບສັດຕູພ່າຍ: ເຂດໃນບາງກອກ ປະເທດໄທ

ເຂດປ້ອມປາບສັດຕູພ່າຍ (ໄທ: เขตป้อมปราบศัตรูพ่าย) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ຖືເປັນເຂດອະນຸລັກເມືອງເກົ່າ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳທາງຝັ່ງພະນະຄອນ

ເຂດປ້ອມປາບສັດຕູພ່າຍ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດປ້ອມປາບສັດຕູພ່າຍ
ເຂດປ້ອມປາບສັດຕູພ່າຍ: ບ່ອນຕັ້ງແລະອານາເຂດ, ທີ່ມາຂອງຊື່ເຂດ, ປະຫວັດສາດ ຢ່ານທຸລະກິດດັງ ຄັງແຫ່ງຄວາມຮູ້
ສູງເລີດຫຼູພູເຂົາທອງ ວົງວຽນ 22 ກໍລະກົດ
ເສີມສາດສະໜາບ້ານບາດ ເຊິດຊູຊາດມວຍໄທ
ລວຍນ້ຳໃຈຫຼາຍມູນນິທິ
ເຂດປ້ອມປາບສັດຕູພ່າຍ: ບ່ອນຕັ້ງແລະອານາເຂດ, ທີ່ມາຂອງຊື່ເຂດ, ປະຫວັດສາດ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດປ້ອມປາບສັດຕູພ່າຍ
ອັກສອນໂລມັງ Khet Pom Prap Sattru Phai
ລະຫັດພູມິສາດ 1008
ລະຫັດໄປສະນີ 10100
ຂໍ້ມູນສະຖິຕິ
ພື້ນທີ່ 1.931 ຕລ.ກມ.
ປະຊາກອນ 39,310 ຄົນ (ຄ.ສ. 2022)
ຄວາມໜາແໜ້ນ 20,357.33 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 50 ຖະໜົນສຸພະມິດ ແຂວງວັດໂສມະນັດ ເຂດປ້ອມປາບສັດຕູພ່າຍ ບາງກອກ 10100
ພິກັດ 13°45′29″N 100°30′47″E / 13.75806°N 100.51306°E / 13.75806; 100.51306
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດປ້ອມປາບສັດຕູພ່າຍ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ບ່ອນຕັ້ງແລະອານາເຂດ

ຕັ້ງຢູ່ບໍລິເວນທາງທິດຕາເວັນຕົກຂອງຝັ່ງພະນະຄອນ ມີອານາບໍລິເວນຕິດຕໍ່ກັບເຂດໄກ້ຄຽງ ດັງນີ້

  • ທິດເໜືອ ຕິດຕໍ່ກັບເຂດດຸສິດ ມີຄອງຜະດຸງກຸງກະເສມເປັນເສັ້ນແບ່ງເຂດ
  • ທິດຕາເວັນອອກ ຕິດຕໍ່ກັບເຂດປະທຸມວັນ ມີຄອງຜະດຸງກຸງກະເສມເປັນເສັ້ນແບ່ງເຂດ
  • ທິດໃຕ້ ຕິດຕໍ່ກັບເຂດສັມພັນທະວົງ ມີຖະໜົນພະຮາມທີ 4 ແລະຖະໜົນຈະເລີນກຸງເປັນເສັ້ນແບ່ງເຂດ
  • ທິດຕາເວັນຕົກ ຕິດຕໍ່ກັບເຂດພະນະຄອນ ມີຄອງຮອບກຸງ (ຄອງໂອ່ງອ່າງ) ແລະຖະໜົນລາຊະດຳເນິນນອກເປັນເສັ້ນແບ່ງເຂດ

ທີ່ມາຂອງຊື່ເຂດ

ຊື່ເຂດ "ປ້ອມປາບສັດຕູພ່າຍ" ຕັ້ງຂຶ້ນເພື່ອເປັນອະນຸສອນແກ່ປ້ອມປ້ອງກັນຂ້າສຶກທີ່ຕັ້ງຢູ່ໃຕ້ຕະຫຼາດນາງເລິ້ງບ້ານຍວນ ໄກ້ຂົວນົບພະວົງ ເຊິ່ງເປັນໜຶ່ງໃນເຈັດປ້ອມທີ່ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວໂປດເກົ້າໃຫ້ສ້າງຂຶ້ນຕະຫຼອດຝັ່ງຄອງຜະດຸງກຸງກະເສມ (ຄູພະນະຄອນໃໝ່ໃນສະໄໝນັ້ນ) ຕໍ່ມາເມື່ອຕົວເມືອງຂະຫຍາຍອອກໄປຫຼາຍຂຶ້ນແລະຄວາມຈຳເປັນໃນການປ້ອງກັນສັດຕູດ້ວຍປ້ອມປາການກໍໝົດໄປ ປ້ອມນີ້ຈຶງຖືກລື້ລົງພ້ອມກັບປ້ອມອື່ນໆ

ປະຫວັດສາດ

ອຳເພີປ້ອມປາບສັດຕູພ່າຍ ຕັ້ງຂຶ້ນຕາມປະກາດກະຊວງນະຄອນບານເມື່ອວັນທີ 15 ຕຸລາ ຄ.ສ. 1915 (ລາຊະສະໄໝພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ) ແມ່ນອຳເພີຊັ້ນໃນອຳເພີໜຶ່ງຂອງບາງກອກ (ປ່ຽນຊື່ມາຈາກມົນທົນກຸງເທບ) ບ່ອນທີ່ທຳການຢູ່ບໍລິເວນຖະໜົນຫຼວງ ຫຼັງວັດເທບສິລິນທາວາດ ຕຳບົນປ້ອມປາບສັດຕູພ່າຍ ຕໍ່ມາໃນວັນທີ 21 ຕຸລາ ປີດຽວກັນ ໄດ້ມີປະກາດກະຊວງນະຄອນບານກຳໜົດເຂດການປົກຄອງໃນບາງກອກຂຶ້ນໃໝ່ ໂດຍກຳໜົດໃຫ້ອຳເພີປ້ອມປາບສັດຕູພ່າຍຮວມຢູ່ໃນທ້ອງທີ່ຈັງຫວັດພະນະຄອນ

ໃນວັນທີ 1 ເມສາ ຄ.ສ. 1926 (ລາຊະສະໄໝພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ) ທາງການໄດ້ປ່ຽນແປງຖານະເຂດການປົກຄອງຂະໜາດນ້ອຍທີ່ມີອານາເຂດຕິດຕໍ່ກັນໄກ້ຊິດຈັງຫວັດພະນະຄອນ ເພື່ອເປັນການປະຫຍັດງົບປະມານແຜ່ນດິນ ອຳເພີປ້ອມປາບສັດຕູພ່າຍຈຶງຖືກລົດຖານະເປັນ ກິ່ງອຳເພີປ້ອມປາບສັດຕູພ່າຍ ຂຶ້ນກັບອຳເພີສາມຍອດ ແບ່ງເຂດການປົກຄອງອອກເປັນ 22 ຕຳບົນ

ໃນປີ ຄ.ສ. 1938 (ລາຊະສະໄໝພະບາດສົມເດັດພະເຈົ້າຢູ່ຫົວອານັນທະມະຫິດົນ) ທາງການໄດ້ປັບປຸງເຂດການປົກຄອງໃໝ່ເພື່ອໃຫ້ເໝາະສົມກັບສະພາບພື້ນທີ່ໂດຍຍຸບຮວມອຳເພີທີ່ມີຂະໜາດເນື້ອທີ່ນ້ອຍແລະຈຳນວນປະຊາກອນບໍ່ຫຼາຍເຂົ້ານຳກັນ ສຳລັບອຳເພີປ້ອມປາບສັດຕູພ່າຍໄດ້ຮັບໂອນພື້ນທີ່ຕຳບົນວັດໂສມມະນັດ ຕະຫຼາດນາງເລິ້ງ ແລະມະຫານາກຈາກອຳເພີນາງເລິ້ງເຊິ່ງຍຸບລົງໃນຄາວນີ້ ແລະໄດ້ຍ້າຍທີ່ວ່າການອຳເພີໄປຕັ້ງທີ່ສາມແຍກຖະໜົນຫຼານຫຼວງຕັດກັບຖະໜົນພະນຽງຕຳບົນວັດໂສມມະນັດ ເຊິ່ງເຄີຍເປັນບ່ອນຕັ້ງທີ່ວ່າການອຳເພີນາງເລິ້ງ

ໃນປີ ຄ.ສ. 1940 ມີປະກາດປ່ຽນແປງເຂດຕຳບົນແລະອຳເພີໃນຈັງຫວັດພະນະຄອນແລະຈັງຫວັດທົນບຸລີ ຕຳບົນມະຫານາກແລະຕະຫຼາດນາງເລິ້ງຖືກຍຸບເຂົ້າກັບຕຳບົນວັດໂສມມະນັດ ຕຳບົນບ້ານບາດຖືກຍຸບໄປຮວມກັບຕຳບົນວັດເທບສິລິນແລະປ້ອມປາບສັດຕູພ່າຍ ຕຳບົນໂຮງລ້ຽງເດັກແລະສວນມະລິຖືກຍຸບເຂົ້າກັບຕຳບົນວັດເທບສິລິນແລະຕຳບົນວໍລະຈັກຖືກຍຸບຮວມເຂົ້າກັບຕຳບົນປ້ອມປາບສັດຕູພ່າຍ ຈາກນັ້ນກະຊວງມະຫາດໄທໄດ້ມີປະກາດປ່ຽນແປງການປົກຄອງໃນຈັງຫວັດພະນະຄອນໃໝ່ອີກຄັ້ງເມື່ອປີ ຄ.ສ. 1947 ຄັ້ງນີກຳໜໄດໃຫ້ອຳເພີປ້ອມປາບສັດຕູພ່າຍແບ່ງເຂດການປົກຄອງຍ່ອຍອອກເປັນ 5 ຕຳບົນ

ຕໍ່ມາມີປະກາດຄະນະປະຕິວັດໃຫ້ຮວມຈັງຫວັດພະນະຄອນກັບຈັງຫວັດທົນບຸລີເຂົ້ານຳກັນເປັນນະຄອນຫຼວງກຸງເທບທົນບຸລີໃນປີ ຄ.ສ. 1971 ເຊິ່ງເປັນດຽວກັບທີ່ອຳເພີປ້ອມປາບສັດຕູພ່າຍໄດ້ຍ້າຍທີ່ວ່າການຈາກຖະໜົນຫຼານຫຼວງໄປຕັ້ງຢູ່ທີ່ຖະໜົນສູພະມິດ ຕຳບົນວັດໂສມມະນັດ (ທີ່ຕັ້ງປັດຈຸບັນ) ແລະໃນປີຕໍ່ມາ (ຄ.ສ. 1972) ກໍມີປະກາດຄະນະປະຕິວັດປ່ຽນຮູບແບບການບໍລິຫານນະຄອນຫຼວງໃໝ່ອີກຄັ້ງຈາກນະຄອນຫຼວງກຸງເທບທົນບຸລີເປັນກຸງເທບມະຫານະຄອນ ແບ່ງພື້ນທີ່ອອກເປັນເຂດແລະແຂວງແທນອຳເພີແລະຕຳບົນ ອຳເພີປ້ອມປາບສັດຕູພ່າຍຈຶງໄດ້ຮັບການປ່ຽນແປງຖານະເປັນ ເຂດປ້ອມປາບສັດຕຸພ່າຍ ນັບແຕ່ນັ້ນ

ການແບ່ງເຂດການປົກຄອງ

ເຂດປ້ອມປາບສັດຕູພ່າຍແບ່ງເຂດການປົກຄອງຍ່ອຍອອກເປັນ 5 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ມັງກອນ 2016)
ຈຳນວນບ້ານ
(ມັງກອນ 2016)
ຄວາມໜາແໜ້ນ
(ມັງກອນ 2016)
ປ້ອມປາບ Pom Prap
0.475
16,267
6,441
34,246.31
ວັດເທບສິລິນ Wat Thep Sirin
0.340
7,482
2,748
22,005.88
ຄອງມະຫານາກ Khlong Maha Nak
0.355
9,953
5,505
28,036.61
ບ້ານບາດ Ban Bat
0.316
7,407
2,594
23,439.87
ວັດໂສມມະນັດ Wat Sommanat
0.445
7,398
2,227
16,624.71.43
ທັງໝົດ
1.931
48,507
19,515
25,120.14

ການຄົມມະນາຄົມ

ຖະໜົນສາຍຫຼັກໃນພື້ນທີ່ເຂດປ້ອມປາບສັດຕູພ່າຍ ໄດ້ແກ່

  • ຖະໜົນພະຮາມທີ 4 ຊ່ຽມລະຫວ່າງສີ່ແຍກໝໍມີ ເຖິງຂົວຈະເລີນສະຫວັດ 36
  • ຖະໜົນຫຼານຫຼວງ ຊ່ຽມລະຫວ່າງຂົວຜ່ານຟ້າລີລາດເຖິງຂົວຈະຕຸລະພັກຮັງສະລິດ (ສີ່ແຍກສະພານຂາວ)
  • ຖະໜົນວໍລະຈັກ ຊ່ຽມຖະໜົນຈະເລີນກຸງ (ສີ່ແຍກເອສ ເອ ບີ) ກັບຖະໜົນບຳລຸງເມືອງ (ສີ່ແຍກແມ້ນສີ)
  • ຖະໜົນຈະເລີນກຸງ ຊ່ຽມລະຫວ່າງຂົວດຳຮົງສະຖິດກັບສີ່ແຍກໝໍມີ
  • ຖະໜົນບຳລຸງເມືອງ ຊ່ຽມລະຫວ່າງຂົວສົມມຸດຕິອະມອນມາກກັບຂົວກະສັດສຶກ
  • ຖະໜົນໄມຕີຈິດ ເລິ່ມຕົ້ນຈາກຖະໜົນຫຼວງ (ຫ້າແຍກພັບພາໄຊ) ຜ່ານວົງວຽນ 22 ກໍລະກົດ ສິ້ນສຸດທີ່ຖະໜົນກຸງກະເສມ(ສີ່ແຍກໄມຕີຈິດ)
  • ຖະໜົນມິດພັນ ຊ່ຽມຖະໜົນຫຼວງກັບຖະໜົນຈະເລີນກຸງ (ສີ່ແຍກໝໍມີ)
  • ຖະໜົນເສືອປ່າ ຊ່ຽມຖະໜົນຈະເລີນກຸງ (ສີ່ແຍກເສືອປ່າ) ກັບຖະໜົນຫຼວງ (ສີ່ແຍກໂຮງພະຍາບານກາງ)
  • ຖະໜົນຈັກກະພັດດິພົງ ຊ່ຽມຖະໜົນບຳລຸງເມືອງ (ສີ່ແຍກແມ້ນສີ) ກັບຖະໜົນລາຊະດຳເນິນນອກ (ສີ່ແຍກ ຈ.ປ.ລ.)
  • ຖະໜົນນະຄອນສະຫວັນ ຊ່ຽມລະຫວ່າງຂົວເທວະກຳຮັງຮັກກັບຂົວຜ່ານຟ້າລີລາດ
  • ຖະໜົນພັບພາໄຊ ຊ່ຽມຖະໜົນຈະເລີນກຸງ (ສີ່ແຍກແປງນາມ) ກັບຖະໜົນບຳລຸງເມືອງ (ສາມແຍກອະນາໄມຫຼືສາມແຍກໂຊໂຫ)
  • ຖະໜົນວົງວຽນຍີ່ສິບສອງກະລະກະດາຄົມ ແມ່ນຖະໜົນວົນຮອບວົງວຽນ 22 ກະລະກະດາຄົມ
  • ຖະໜົນສັນຕິພາບ ເລິ່ມຕົ້ນຈາກຖະໜົນພັບພາໄຊ ຜ່ານວົງວຽນ 22 ກະລະກະດາຄົມ ສິ້ນສຸດທີ່ຖະໜົນກຸງກະເສມ
  • ຖະໜົນຫຼວງ ຊ່ຽມລະຫວ່າງຂົວລະພີພັດທະນະພາກກັບຂົວນົບພະວົງ
  • ຖະໜົນຍຸຄົນ 2 ຊ່ຽມຖະໜົນບຳລຸງເມືອງ (ສາມແຍກຍຸຄົນ 2 ຫຼື ສາມແຍກສວນມະລິ) ກັບຖະໜົນຫຼວງ (ສີ່ແຍກໂຮງພະຍາບານກາງ)
  • ຖະໜົນບໍລິພັດ ຊ່ຽມລະຫວ່າງຖະໜົນເຍົາວະລາດຂະໜານໄປກັບຄອງຮອບກຸງຫຼື ຄອງໂອ່ງອ່າງ ໄປຮອດຂົວມະຫາດໄທອຸທິດທີ່ຂ້າມຄອງມະຫານາກໄປຊ່ຽມຖະໜົນດຳຮົງຮັກແລະຖະໜົນລາຊະດຳເນິນນອກ

ສະຖານທີ່ສຳຄັນ

ເຂດປ້ອມປາບສັດຕູພ່າຍ: ບ່ອນຕັ້ງແລະອານາເຂດ, ທີ່ມາຂອງຊື່ເຂດ, ປະຫວັດສາດ 
ພູເຂົາທອງ
  • ພູເຂົາທອງ (ພະບໍລົມບັນພົດ) ໃນວັດສະເກດລາຊະວໍລະມະຫາວິຫານ
  • ກະຊວງຄົມມະນາຄົມ
  • ກະຊວງການພັດທະນາສັງຄົມແລະຄວາມມັ່ນຄົງຂອງມະນຸດ
  • ກະຊວງການທ່ອງທ່ຽວແລະກີລາ
  • ວັດມັງກອນກະມະລາວາດ (ວັດເລັ່ງເນີ່ຍຍີ່)
  • ເວທີມວຍລາຊະດຳເນິນ
  • ວັດເທບສິລິນທາວາດ
  • ໂຮງຮຽນເທບສິລິນ
  • ໂຮງຮຽນສາຍປັນຍາ ໃນພະບໍລົມລາຊິນູປະຖັມ
  • ວົງວຽນ 22 ກະລະກະດາ
  • ວັດພະພິເຣນ
  • ວັດສິຕາຮາມ
  • ວັດດິສານຸກາຮາມ
  • ວັດສຸນທອນທຳມະທານ
  • ວັດໄຊຊະນະສົງຄາມ
  • ວັດເທວີວໍລະຍາດ
  • ວັດໂສມມະນັດລາຊະວໍລະວິຫານ
  • ວັດພັບພາໄຊ
  • ວັດຄະນິກາຜົນ

ຕະຫຼາດ

  • ຕະຫຼາດຄອງຖົມ ແມ່ນຕະຫຼາດນັດວັນເສົາ-ອາທິດ ເຊິ່ງສ່ວນຫຼາຍຈະຂາຍກ່ຽວກັບຊິ້ນສ່ວນໄຟຟ້າລາຄາຖືກ
  • ຕະຫຼາດໂບ໊ເບ໊ ຕະຫຼາດທີ່ຂາຍເສື້ອຜ້າລາຄາຖືກ
  • ຕະຫຼາດນາງເລິ້ງ ຕະຫຼາດບົກແຫ່ງທຳອິດຂອງໄທ ແລະເປັນຊຸມຊົນທີ່ມີປະຫວັດສາດຍາວນານ

ແຫຼ່ງຂໍ້ມູນອື່ນ

100°30′47″E / 13.758°N 100.513°E / 13.758; 100.513


ອ້າງອິງ

Tags:

ເຂດປ້ອມປາບສັດຕູພ່າຍ ບ່ອນຕັ້ງແລະອານາເຂດເຂດປ້ອມປາບສັດຕູພ່າຍ ທີ່ມາຂອງຊື່ເຂດເຂດປ້ອມປາບສັດຕູພ່າຍ ປະຫວັດສາດເຂດປ້ອມປາບສັດຕູພ່າຍ ການແບ່ງເຂດການປົກຄອງເຂດປ້ອມປາບສັດຕູພ່າຍ ການຄົມມະນາຄົມເຂດປ້ອມປາບສັດຕູພ່າຍ ສະຖານທີ່ສຳຄັນເຂດປ້ອມປາບສັດຕູພ່າຍ ຕະຫຼາດເຂດປ້ອມປາບສັດຕູພ່າຍ ແຫຼ່ງຂໍ້ມູນອື່ນເຂດປ້ອມປາບສັດຕູພ່າຍ ອ້າງອິງເຂດປ້ອມປາບສັດຕູພ່າຍບາງກອກພາສາໄທ

🔥 Trending searches on Wiki ລາວ:

ພັກກ້າວໄກລັດຖະບານລາວ5 ເມສາປະເທດໂອຕຣິດເມືອງຫຼວງປະເທດສິງກະໂປພັນທຸສາດພາສາປະເທດອິນໂດເນເຊຍລະບອບການປົກຄອງເມືອງບໍ່ແຕນແຂວງເຊກອງປະຫວັດສາດລາວວາລາດິເມຍ ເລນິນປາສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກ.zm14 ກໍລະກົດປະຫວັດສາດສະຫະປະຊາຊາດສ່ວນປະກອບເອເລັກໂຕຣນິກປະເທດຟີລິບປິນລະບອບປະຊາທິປະໄຕລັດຄະລາວາດGrand Theft Auto Vໄມ້ດູ່ລາຍພະນາມພະມະຫາກະສັດໄທແຂວງຫຼວງນໍ້າທາທຶນປະເທດກູບາກູເກິລນົມວັດອົງຕື້23 ກຸມພາ22 ກັນຍາມໍຣະກົດ ມະນີສາຍອານາຈັກຣັດຕະນະໂກສິນລະບົບສຸລິຍະແຫຼມອິນດູຈີນວະລາດີມີຣ໌ ປູຕິນສະຫຍາມວິສະວະກຳ4 ສິງຫາທະວີບອາເມຣິກາໃຕ້ສະໜາມບິນສາກົນວັດໄຕເມືອງໄກສອນ ພົມວິຫານສະໂມສອນບານເຕະ ເຊວຊີນໍ້າມັນເຊື້ອໄຟພະເຈົ້າຟ້າງຸ່ມເຊ ໂຊນະງນລາຍຊື່ແຫຼ່ງມໍລະດົກໂລກທີ່ກຳລັງຕົກຢູ່ໃນພາວະອັນຕະລາຍກະຊວງກະສິກຳແລະປ່າໄມ້ເມືອງຊຽງເງິນ16 ພະຈິກສາທາລະນະລັດສະຫະລັດອາເມຣິກາວິນໂດ 10ອາໂດນ ຮິດແລລະດູຮ້ອນຄຣິບໂຕເຄີເຣນຊີທະເລພາສາອາຣັບອາເດແອັນໂຮ່ຈີ່ມິນແຂວງສະຫວັນນະເຂດປະເທດບາກບາດິດ🡆 More