ເຂດບາງກະປິ: ເຂດໃນບາງກອກ ປະເທດໄທ

ເຂດບາງກະປິ ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກຕາເວັນອອກ ເຊິ່ງຖືເປັນເຂດທີ່ຢູ່ອາໄສຮອງຮັບການຂະຫຍາຍຕົວເມືອງ ທາງທິດຕາເວັນອອກ (ຕອນໃຕ້)

ເຂດບາງກະປິ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດບາງກະປິ
ເຂດບາງກະປິ: ບ່ອນຕັ້ງແລະອານາເຂດ, ປະຫວັດສາດ, ການແບ່ງເຂດການປົກຄອງ ບາງກະປິ ແຫຼ່ງຮວມອຸດົມສຶກສາ ລ້ຳຄ່າພິພິດທະພັນປາສາດ ເກັດປະຫວັດສາດຂອງວັດວາ ເລື່ອງຊື່ລືຊາຊາລາຊະມັງຄະລາກີລາສະຖານ ສູນກາງເສດຖະກິດຊັ້ນນຳ ລ່ອງສາຍນ້ຳແສນແສບຄອງຂອງຖິ່ນເຮົາ ເຂດບາງກະປິ: ບ່ອນຕັ້ງແລະອານາເຂດ, ປະຫວັດສາດ, ການແບ່ງເຂດການປົກຄອງ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດບາງກະປິ
ອັກສອນໂລມັງ Khet Bang Kapi
ລະຫັດພູມິສາດ 1006
ລະຫັດໄປສະນີ 10240, 10250 (ສະເພາະໝູ່ບ້ານເສລີ)
ຂໍ້ມູນສະຖິຕິ
ພື້ນທີ່ 28.523 ຕລ.ກມ.
ປະຊາກອນ 148,392 ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 5,202.53 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 189 ຖະໜົນລາດພ້າວ ແຂວງຄອງຈັ່ນ ເຂດບາງກະປິ ບາງກອກ 10240
ພິກັດ 13°45′57″N 100°38′52″E / 13.76583°N 100.64778°E / 13.76583; 100.64778
ໝາຍເລກໂທລະສັບ 0 2377 5494
ໝາຍເລກໂທລະສານ 0 2377 5494 ต่อ 5757
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດບາງກະປິ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ບ່ອນຕັ້ງແລະອານາເຂດ

ເຂດບາງກະປິຕັ້ງຢູ່ທາງຕອນກາງຂອງຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບພື້ນທີ່ການປົກຄອງຕ່າງໆ ຮຽງຕາມເຂັມໂມງ ດັງນີ້

  • ທິດເໜືອ ຕິດຕໍ່ກັບເຂດລາດພ້າວແລະເຂດບຶງກຸ່ມ ມີຖະໜົນປະດິດມະນູທຳ ຄອງກຽງ ຄອງອ້າຍຫຼາວ ຄອງລຳຈຽກ ແລະຄອງຕາໜັງເປັນເສ້ນແບ່ງເຂດ
  • ທິດຕາເວັນອອກ ຕິດຕໍ່ກັບເຂດບຶງກຸ່ມແລະເຊດສະພານສູງ ມີຄອງຕາໜັງ ຄອງລຳພັງພວຍ ຖະໜົນນະວະມິນ ຖະໜົນສີບູລະພາ ຄອງແສນແສບ ຄອງບ້ານມ້າ 2 ຄອງວັງໃຫຍ່ບົນ ຄອງໂຄລັດ ແລະຄອງບຶງບ້ານມ້າເປັນເສ້ນແບ່ງເຂດ
  • ທິດໃຕ້ ຕິດຕໍ່ກັບເຂດສວນຫຼວງ ມີລຳຮາງແບ່ງເຂດສວນຫຼວງກັບເຂດບາງກະປິ ຄອງຫົວໝາກ ແລະຄອງກະຈະເປັນເສ້ນແບ່ງເຂດ
  • ທິດຕາເວັນຕົກ ຕິດຕໍ່ກັບເຂດຫ້ວຍຂວາງແລະເຂດວັງທອງຫຼາງ ມີຄອງແສນແສບ ຄອງຈັ່ນ ຖະໜົນລາດພ້າວ ຖະໜົນລາດພ້າວ 101 (ວັດບຶງທອງຫຼາງ) ຄອງລຳພັງພວຍ ຄອງຈັ່ນ ແລະຄອງຊົງກະທຽມເປັນເສ້ນແບ່ງເຂດ

ປະຫວັດສາດ

ພື້ນທີ່ບໍລິເວນເຂດບາງກະປິໃນອະດີດເປັນປ່າທຶບ ມີຊື່ຮຽກວ່າ ບາງກະບີ່ ໃນສະໄໝລັດຊະການທີ່ 3 ໄດ້ເກີດກະບົດທີ່ເມືອງນະຄອນຈຳປາສັກແລະເມືອງຫຼວງພະບາງ ຈຶ່ງໂປດເກົ້າ ໃຫ້ເຈົ້າພະຍາບະດິນເດຊາ (ສິງ ສິງຫະເສນີ) ເປັນແມ່ທັບໄປປາບຈົນສຳເລັດ ແລະໄດ້ກວາດຕ້ອນຜູ້ຄົນຫົວເມືອງຣາຍທາງມາຕັ້ງຖິ່ນຖານບໍລິເວນຮິມຄອງແສນແສບແລະຄອງກຸ່ມ

ເມື່ອມີຜູ້ຄົນໜາແໜ້ນຫຼາຍຂຶ້ນ ຈຶ່ງໄດ້ຮັບການຈັດຕັ້ງເປັນ ອຳເພີບາງກະປິ ຂຶ້ນຢູ່ກັບຈັງຫວັດພະນະຄອນ ເຊິ່ງໃນປີ ຄ.ສ. 1966 ທາງລາຊະການໄດ້ແບ່ງພື້ນທີ່ຕຳບົນບາງກະປິແລະຕຳບົນຫ້ວຍຂວາງຈັດຕັ້ງເປັນອຳເພີພະຍາໄທ

ໃນຊ່ວງປີ ຄ.ສ. 1971-1972 ມີການປ່ຽນແປງລັກສະນະການປົກຄອງພູມິພາກໄປສູ່ການປົກຄອງສ່ວນທ້ອງຖິ່ນໃນຈັງຫວັດພະນະຄອນຈັງຫວັດທົນບຸລີ ກ່າວຄືຮວມຈັງຫວັດທັງສອງເຂົ້າດ້ວຍກັນເປັນນະຄອນຫຼວງກຸງເທບທົນບຸລີແລະປ່ຽນເປັນກຸງເທບມະຫານະຄອນ ແບ່ງພື້ນທີ່ເປັນເຂດແລະແຂວງແທນອຳເພີແລະຕຳບົນ ອຳເພີບາງກະປິຈຶ່ງປ່ຽນຖານະແມ່ນ ເຂດບາງກະປິ ແບ່ງອອກເປັນ 9 ແຂວງ (ຕໍ່ມາໃນປີ ຄ.ສ. 1978 ໄດ້ໂອນແຂວງສາມເສນນອກໄປຂຶ້ນກັບເຂດຫ້ວຍຂວາງ)

ເນື່ອງຈາກມີອານາເຂດກວ້າງຂວາງ ແລະຕໍ່ມາມີປະຊາກອນເພີ່ມຂຶ້ນ ທ້ອງທີ່ບາງແຫ່ງຢູ່ໄກຈາກສຳນັກງານເຂດ ເພື່ອສະດວກແກ່ການປົກຄອງແລະການອຳນວຍຄວາມສະດວກແກ່ປະຊາຊົນ ກະຊວງມະຫາດໄທຈຶ່ງແບ່ງພື້ນທີ່ທາງທິດເໜືອແລະທິດຕາເວັນອອກຂອງເຂດໄປຈັດຕັ້ງເປັນເຂດລາດພ້າວແລະເຂດບຶງກຸ່ມ ໃນປີ ຄ.ສ. 1989 ແລະເມື່ອປີ ຄ.ສ. 1997 ກໍໄດ້ຮວມພື້ນທີ່ແຂວງວັງທອງຫຼາງແລະບາງສ່ວນຂອງແຂວງຄອງຈັ່ນໄປຈັດຕັ້ງເປັນເຂດວັງທອງຫຼາງ

ການແບ່ງເຂດການປົກຄອງ

ປັດຈຸບັນເຂດບາງກະປິມີໜ່ວຍການປົກຄອງຍ່ອຍ 2 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ພຶດສະພາ 2017)
ຈຳນວນບ້ານ
(ພຶດສະພາ 2017)
ຄວາມໜາແໜ້ນປະຊາກອນ
(ພຶດສະພາ 2017)
ຄອງຈັ່ນ Khlong Chan
12.062
80,115
47,438
6,641.93
ຫົວໝາກ Hua Mak
16.461
68,016
53,460
4,131.94
ທັງໝົດ
28.523
148,131
100,898
5,193.38

ໂດຍມີຄອງແສນແສບຝັ່ງເໜືອເປັນເສັ້ນແບ່ງເຂດການປົກຄອງລະຫວ່າງສອງແຂວງດັງກ່າວ

ປະຊາກອນ

ສະຖານທີ່ສຳຄັນ

  • ໂຮງຮຽນສາທິດມະຫາວິທະຍາໄລຮາມຄຳແຫງ
  • ສະຖາບັນບັນດິດພັດທະນະບໍລິຫານສາດ
  • ມະຫາວິທະຍາໄລຮາມຄຳແຫງ
  • ໂຮງຮຽນເທບລີລາ
  • ລາຊະມັງຄະລາກີລາສະຖານ
  • ສະໜາມກີລາຫົວໝາກ ການກີລາແຫ່ງປະເທດໄທ
  • ພິພິດທະພັນກີລາແຫ່ງຊາດ
  • ມະຫາວິທະຍາໄລລັດຕະນະບັນດິດ
  • ມະຫາວິທະຍາໄລອັດສັມຊັນ
  • ການເຄຫະແຫ່ງຊາດ (ປະເທດໄທ)
  • ວັດຈັນທະວົງສາຣາມ (ວັດກາງ)
  • ວັດເທບລີລາ
  • ວັດພະໄກສີ (ວັດນ້ອຍ)
  • ວັດບຶງທອງຫຼາງ
  • ວັດສີບຸນເຮືອງ
  • ຕະຫຼາດແຮັບປີ້ແລນ
  • ສວນພຶດສົກຊາດ ການເຄຫະແຫ່ງຊາດ
  • ໂຮງໝໍຮາມຄຳແຫງ
  • ໂຮງຮຽນບາງກະປິ
  • ເຕັກໂນໂລຊີບາງກະປິ
  • ເຕັກໂນໂລຊີຊ່າງອຸສາຫະກຳກຸງເທບ
  • ໂຮງຮຽນບ້ານບາງກະປິ
  • ໂຮງຮຽນມັດຖະຍົມບ້ານບາງກະປິ

ການຄົມມະນາຄົມ

    ທາງສາຍຫຼັກ
  • ຖະໜົນລາດພ້າວ
  • ຖະໜົນຮາມຄຳແຫງ
  • ຖະໜົນພະຮາມ 9
  • ຖະໜົນນະວະມິນ
  • ຖະໜົນສີນະຄະລິນ
  • ຖະໜົນເສລີໄທ
  • ຊອຍຮາມຄຳແຫງ 39
    ທາງສາຍຮອງແລະທາງລັດ
  • ຖະໜົນແຮັບປີ້ແລນ
  • ຖະໜົນກຸງເທບກີທາ
  • ຖະໜົນຫົວໝາກ
  • ຖະໜົນໂພແກ້ວ
  • ຖະໜົນລາດພ້າວ 101 (ວັດບຶງທອງຫຼາງ)
  • ຊອຍຮາມຄຳແຫງ 21 (ນະວະສີ)
  • ຊອຍຮາມຄຳແຫງ 24
    ທາງນ້ຳ
  • ຄອງແສນແສບ
  • ຄອງລາດພ້າວ

ອ້າງອິງ

ແມ່ແບບ:ລາຍການອ້າງອິງ

ແຫຼ່ງຂໍ້ມູນອື່ນ


ອ້າງອິງ

Tags:

ເຂດບາງກະປິ ບ່ອນຕັ້ງແລະອານາເຂດເຂດບາງກະປິ ປະຫວັດສາດເຂດບາງກະປິ ການແບ່ງເຂດການປົກຄອງເຂດບາງກະປິ ປະຊາກອນເຂດບາງກະປິ ສະຖານທີ່ສຳຄັນເຂດບາງກະປິ ການຄົມມະນາຄົມເຂດບາງກະປິ ອ້າງອິງເຂດບາງກະປິ ແຫຼ່ງຂໍ້ມູນອື່ນເຂດບາງກະປິ ອ້າງອິງເຂດບາງກະປິບາງກອກ

🔥 Trending searches on Wiki ລາວ:

ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວປະເທດບຣາຊິນນິກາຍ ໂບດທູຈຶຊັດວໍລ ດິສນີ ແອນິເມຊັນ ສະຕູດິໂອສ໌ວິກິພີເດຍເນື້ອທີ່ປີໃໝ່ລາວກູເກິລນ້ຳຕົກຕາດກວາງຊີRomaniaສັດປີກກິລາໂອແລມປິກຄຳຂວັນປະຈຳຊາດສິນລະປະບຸນທຽມ ເຂມາພິຣັດປະເທດໂປໂລຍໄບຕ໌ພູມສາດ22 ມີນາອົດສະຕາລີສຸຣະໄຊ ລ້ຽງບຸນເລີດໄຊມາໄລທິບ ສິງສະຫະນາດŠiprageການຮຸກຮານຢູ​ເຄຣນຂອງລັດເຊຍ 2022ນ້ຳຕົກຕາດຄອນພະເພັງປະເທດຝຣັ່ງປະເທດອິນໂດເນເຊຍປະເທດຊອກຊີເຄື່ອງໝາຍຊາດລາວປະທານປະເທດຕາດຟານເຜົ່າກະ​ຕູສົມຜົນລັດຖະບານລາວອັງກຸນຍຸກ ສົ່ງໄພສານການຄ້າສາກົນຈັງຫວັດຂອງປະເທດໄທກະຊວງອຸດສາຫະກຳແລະການຄ້າ7 ກຸມພາຜາສາດຫີນວັດພູອາເນຍ ກາເຊຍຈິຕະວິທະຍາມະຫາວິທະຍາໄລແຫ່ງຊາດລາວນະຄອນນິວຢອກຈັກກະວັດໂອສະມັນເຂດດຸສິດເຂດເວລາພັກຜ່ອງສີ ວໍຣະນຸດໄກສອນ ພົມວິຫານດາວເສົາປະເທດອົດສະຕຣາລີວິວັດທະນາການພາສາອິນໂດເນຊຽນເຕັກໂນໂລຊີຂໍ້ມູນຂ່າວສານລາງວັນປາມທອງຄຳລາຍຊື່ສັດລ້ຽງລູກດ້ວຍນ້ຳນົມໃນລາວດວງຈັນລາວ (ຊົນເຜົ່າ)🡆 More