ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ

ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ (ອັງກິດ : Alexandra Thidavang Bounxouei) ຊື່ຫຼິ້ນ ອາເລັກຊານດຣ້າ ເປັນນັກຮ້ອງແລະນັກສະແດງຍິງຊາວລາວ ມີຊື່ສຽງທັງຢູ່ລາວແລະຕ່າງປະເທດ.

ອາເລັກຊານດຣ້າ ບຸນຊ່ວຍ
ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ
ຊື່ຫຼີ້ນອາເລັກ
ຊານດຣ້າ
ເກີດ 28 ພຶດສາພາ 1987 (32 ປີ)
ອາຊີບ ນັກສະແດງ ນັກຮ້ອງ
ປີທີ່ສະແດງ ຄ.ສ. 2007 - ປະຈຸບັນ
ຜົນງານເດັ່ນ ຈຳປາ ຈາກ ເພງຮັກລິມຝັ່ງໂຂງ (2007)
ໜ້າກາກຊາກຸລະ ຈາກ The Mask Singer Thailand 3

ປະຫວັດ

ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ນັກສະແດງຍິງຊາວລາວນັບຖືສາສະໜາຄິດ ເປັນລູກສາວຂອງຂອງ ບຸນທະວີໄຊ ບຸນຊ່ວຍ ພໍ່ຊາວລາວ ແລະ ໂຈດານາ ອິອໍຣ໌ດັງກາ ແມ່ຊາວເບົາແກເຣຍ. ຊານດຣ້າຈົບການສຶກສາລະດັບອຸດົມມະສຶກສາຈາກຄະນະມະນຸດທະສາດ ພາກພາສາອັງກິດ ຈາກມະຫະວິທະຍາໄລລາວອາເມຣິກາ ນະຄອນຫຼວງວຽງຈັນ ແລະ ສຶກສາຕໍ່ລະດັບປະລິນຍາໂທທີ່ ມະຫາວິທະຍາໄລເຄໂອ ປະເທດຍີ່ປຸ່ນ.

ຊານດຣ້າເຕີບໂຕໃນຄອບຄົວນັກດົນຕີ ປູ່ຂອງຊານດຣ້າ ບຸນທະມາລີ ບຸນຊ່ວຍ ເປັນຜູ້ແຕ່ງເນື້ອຮ້ອງແລະທຳນອງເພງອຳມະຕະ ເພງກຸຫຼາບປາກເຊ ແລະ ເພງສາຍລົມເຢັນ ສ່ວນພໍ່ເຖົ້າເປັນນັກຮ້ອງແລະນັກກີຕ້າຊາວເບົາແກເຣຍ. ພໍ່ຂອງຊານດຣ້າ ບຸນທະວີໄຊ ບຸນຊ່ວຍ ໄດ້ທຶນໄປຮຽນດ້ານການສອນດົນຕີທີ່ປະເທດເບົາແກເຣຍເປັນເວລາ 10 ປີ ຈົນໄດ້ພົບກັບແມ່ຂອງຊານດຣ້າ ໂຈດານາ ອິອໍຣ໌ດັງກາ ທີ່ຮຽນເປຍໂນຢູ່ນັ້ນ ເມື່ອຕອນຊານດຣ້າ ອາຍຸ 1 ປີ ພໍ່ກັບແມ່ຍັງຮຽນບໍ່ຈົບເລີຍຕັດສິນໃຈກັບມາປະເທດລາວເພື່ອບຸກເບີກການສອນດົນຕີຄລາສສິກໃນລາວ ໂດຍການເປັນຄູສອນເປຍໂນໃນໂຮງຮຽນສອນສິລະປະດົນຕີຂອງລາວຕັ້ງແຕ່ຍຸກກໍ່ຕັ້ງ ປັດຈຸບັນພໍ່ຂອງຊານດຣ້າມີຕຳແໜ່ງຮອງຜູ້ອຳນວຍການ.

ເມື່ອຕອນທີ່ຊານດຣ້າອາຍຸ 3 ປີ ຊານດຣ້າໄດ້ອອກຜົນງານອາລະບ້ຳເພງເຊິ່ງຖືເປັນ ນັກຮ້ອງອາຍຸນ້ອຍທີ່ສຸດທີ່ໄດ້ອອກອາລະບ້ຳໃນປະເທດລາວແລະຍັງມີວາງຂາຍໃນປະເທດຍີ່ປຸ່ນ, ເຖິງວ່າຊານດຣ້າຈະບໍ່ມີສັງກັດເພງ ແຕ່ການຜະລິດຜົນງານແລະດູແລທຸກຢ່າງແມ່ນໂດຍພໍ່ແມ່ຂອງຊານດຣ້າ. ນອກນັ້ນ ຊານດຣ້າຍັງເປັນນັກຮ້ອງຄົນດຽວຂອງລາວທີ່ຕ້ອງຂໍອະນຸຍາດທາງລັດຖະບານກ່ອນທີ່ຈະສຳພາດ.

ທາງດ້ານຜົນງານເພງ ມີເພງດັງເຊັ່ນ ເພງຄອຍວັນຮັກຫວນຄືນ ລວມເຖິງອາລະບ້ຳງານເພງຄອບຄົວ ໂດຍມີພພໍ່ເປັນຜູ້ແຕ່ງເພງ ແມ່ຫຼິ້ນໄວໂອລີນ ທີ່ເປັນເພງລາວປະສົມແນວຮິບຮັອບ ອາຣ໌ແອ່ນບີ ແລະອື່ນໆ.

ທາງດ້ານການສະແດງ ຊານດຣ້າເຄີຍຫຼິ້ນລະຄອນເວທີຢູ່ຫໍປະຊຸມທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ແລະໄດ້ເຊັນສັນຍາກັບ Work point ມີຜົນງານລະຄອນໂທລະທັດຄື ເພງຮັກລິມຝັ່ງໂຂງ (ຄູ່ກັບ ສຸກົນລະຫວັດ ຄະນາຣົດ), ເລໄລລູກສາວປ່າ ແລະອື່ນໆ.

ຜົນງານ

ລະຄອນ

ປິ ຊື່ ບົດບາດ ໝາຍເຫດ
2007 ເພງຮັກລິມຝັ່ງໂຂງ ຈຳປາ
2008 ເລໄລລູກສາວປ່າ ເລໄລ
2009 ລະເບີດເຖີດເທີງ ຮັບເຊີນ (ຕອນ ຄະລຶຫາດ ຄະລຶໂຫດ)
2011 ຕະຫຼົກ 6 ສາກ ຮັບເຊີນ
2012 ເກັບຫອມອອມຮັກ ຮັບເຊີນ (ຕອນ ຖ່ານໄຟເກົ່າ, ໜອງບົວດີໝີ ຊັອບປິ້ງມໍ, ໄມ້ມີໃຄຜິດ...ຈົນເກີນອະໄພ)

ເພງ

ປິ ຊື່ ໝາຍເຫດ
2007 ຮັກລິມຝັ່ງໂຂງ ຄູ່ກັບ ເວຍ ສຸກົນລະຫວັດ ຄະນາຣົດ
ບໍ່ຮູ້ເປັນຫຍັງ
2011 My Radio
2013 ຮັກເຈົ້າຕະຫຼອດໄປ
ຄົນທຳມະດາ
2014 ເຈົ້າໄດ້ບໍ່ ຄູ່ກັບ ຕ້າ ເທບມະຫາວິໄຊ ໄຊທິລາດ
2015 ຍິນດີທີ່ບໍ່ຮູ້ຈັກ (ເວີຊັ້ນຫຼາຍພາສາ) ຮ້ອງພາສາລາວ ໃນຄອນເສີດ GTH 11 ປີ
2018 Laos Simply Beautiful ຄູ່ກັບ ແຊມ ອິນທະລະພິທັກ
ປະເທດລາວສວຍງາມແທ້ໆ

ແຫຼ່ງຂໍ້ມູນ

ຕິດຕາມຜົນງານຕ່າງໆໄດ້ທີ່

ເຟສບຸກ Alexandra Bounxouei - ອາເລັກຊານດຼາ ບຸນຊ່ວຍ

ອິນສ໌ຕາແກຣມ alexandrabounxouei

ຢູທູບ Alexandra Bounxouei


Tags:

ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ປະຫວັດອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ຜົນງານອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ແຫຼ່ງຂໍ້ມູນອາເລັກຊານດຣ້າ ທິດາວັນ ບຸນຊ່ວຍປະເທດອັງກິດ

🔥 Trending searches on Wiki ລາວ:

ເວັບບຣາວເຊີຕຳລາໄຕມຸມກຳແພງນະຄອນຫລວງວຽງຈັນວັດຊະຣະວີ ວິວັດຊະຣະວົງໂຮງຮຽນຣາຊິນີສົມເດັດພະເຈົ້າຢູ່ຫົວບໍຣົມໂກດພາສາອັງກິດພູພຽງບໍລິເວນ.jpນີແອນເດີທອນດາວພຸດNuclear testingຈັງຫວັດນົນທະບູລີຮອບບິດ (ປຶ້ມ)ເດິ ພິຊຊ່າ ຄອມປານີປະເທດໂປແລນດ໌ລາວລາງວັນປາມທອງຄຳກະສິກຳພະລັງແຫ່ງທຳມະຊາດເມືອງຫາດຊາຍຟອງອາຍແກັສແຫຼວວັດຊຽງທອງເງິນພັນຄຳ ວິພາວັນປະເທດມົງໂກລີສະໝານ ວິຍາເກດເນື້ອທີ່ໝາກຟະແລດວິກິວັດຈະນານຸກົມລະບົບປະຕິບັດການຈັກກະວັດແອັດສະປາຍນະຄອນນິວຢອກມິສອິນເຕີຣ໌ເນຊັນແນລລາວຊານຢ້າສະຕາບັກຊ໌ກະຊວງອຸດສາຫະກຳແລະການຄ້າອິສະຕັນບູນປະເທດອັງກິດມິສແກຣນອິນເຕີເນຊັນແນລ 2020ມິສລາວປະເທດບຣາຊິນຕາດເຍືອງມາຣີໂອ ດຣາກີຕາດຟານປະເທດລາວນ້ຳຕົກຕາດຄອນພະເພັງຄຳຂວັນປະຈຳຊາດອາຊີຕາເວັນອອກສຽງໃຕ້ສົງຄາມເຢັນປະເທດອາຟະການິດສະຖານມະຫາວິຫານນົດ-ດາມໂຜນ ກິ່ງເພັດພາສາລາວສະໄໝກາງປີໃໝ່ລາວພິທີບາສີ-ສູ່ຂັວນສັງຄົມສາດວອລອດືມືຣ໌ ແຊແລນສະກຶຍກົມພະເທພາມາດ (ນົກອ້ຽງ)ອອງ ຊານ ຊຸຈີRupiah ອິນໂດເນເຊຍ🡆 More