ອິນເດັຽ (ອັງກິດ: India; ເບັງກາລີ: ভারত) ຫຼື ພາຣະຕະ ຊື່ທາງການວ່າ ສາທາລະນະລັດອິນເດັຽ (ອັງກິດ: Republic of India,ເບັງກາລີ: ভারতীয় প্রজাতন্ত্র) ຕັ້ງຢູ່ໃນອາຊີໃຕ້ ເປັນພື້ນທີ່ສ່ວຍໃຫຍ່ຂອງອະນຸທະວີບອິນເດຍ ມີປະຊາກອນຫຼາຍເແນອັນດັບທີ 2 ຂອງໂລກ ແລະ ເປັນປະເທດປະຊາທິປະໄຕທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ໂດຍມີປະຊາກອນຫຼາຍກວ່າ 1,000 ລ້ານຄົນ ມີພາສາເວົ້າ 88ພາສາໂດຍປະມານ.
ທາງດ້ານເສດຖະກິດ ອິນເດຍມີອຳນາດການຊື້ຫຼາຍເປັນອັນດັບທີ 4 ຂອງໂລກ ທັງນີ້ ອະນາເຂດທາງທິດເໜືອຕິດກັບປະເທດຈີນ ປະເທດເນປານ ແລະ ປະເທດພູຖານ, ທາງຕະເວັນຕົກສຽງເໜືອຕິດກັບປາກີສະຖານ, ທາງຕະເວັນອອກຕິດກັບປະເທດມຽນມາ, ທາງຕະເວັນຕົກສຽງໃຕ້ຕິດກັບມະຫາສະໝຸດອິນເດຍ, ທາງຕະເວັນອອກສຽງໃຕ້ຕິດກັບປະເທດສີລັງກາ ອ້ອມຮອບປະເທດບັງກາລາເທດ, ທາງທິດເໜືອ ທິດຕາເວັນອອກ ແລະ ທິດຕາເວັນຕົກ. ນອກນັ້ນຍັງມີເຂດແດນທາງທະເລຕໍ່ເນື່ອງກັບນ່ານນ້ຳໄທ ມຽນມາ ແລະ ອິນໂດເນເຊຍ ແລະດ້ວຍພື້ນທີ່ 3,287,590 ກິໂລຕາແມັດ ອິນເດຍຈຶ່ງເປັນປະເທດທີ່ໃຫຍ່ທີ່ສຸດອັນດັບ 7 ຂອງໂລກ.
ສາທາລະນະລັດອິນເດັຽ भारत गणराज्य (ຮິນດີ) Bhārat Gaṇarājya | |
---|---|
ຄຳຂວັນ: ສະຕຸຍເມວ ຊະຍະເຕ "ຄວາມຈິງເທົ່ານັ້ນຈຶ່ງມີໄຊ" | |
ພື້ນທີ່ທີ່ຄວບຄຸມສະແດງໃນສີຂຽວເຂັ້ມ ບໍລິເວນທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມສະແດງໃນສີຂຽວອ່ອນ | |
ເມືອງຫຼວງ | ນິວເດລີ |
ເມືອງໃຫຍ່ທີ່ສຸດ | ມຸມໄບ |
ພາສາລັດຖະການ | ພາສາຮິນດີ ແລະ ພາສາອັງກິດ |
ການປົກຄອງ | ສະຫະພັນທະລັດ,ສາທາລະນະລັດ |
ເອກະລາດ ຈາກ ສະຫະລາຊະອານາຈັກ | |
• ປະກາສ | 15 ສິງຫາ ຄ.ສ. 1947 |
• ສາທາຣະນະຣັຖ | 26 ມັງກອນ ຄ.ສ. 1950 |
9.56 | |
ປະຊາກອນ | |
• 29 ກໍລະກົດ 2017 ປະມານ | 1,319,180,000 (2) |
• ສຳມະໂນປະຊາກອນ 2001 | 1,027,015,247 |
GDP (ອຳນາດຊື້) | 2017 (ປະມານ) |
• ລວມ | $ 9.446 ລ້ານລ້ານ |
• ຕໍ່ຫົວ | $ 7,173 |
GDP (ລາຄາຕະຫຼາດ) | 2017 (ປະມານ) |
• ລວມ | $ 2.439 ລ້ານລ້ານ |
• ຕໍ່ຫົວ | $ 1,852 |
ຈີນີ (2011) | 35.2 ຂໍ້ຜິດພາດ: ຄ່າຈີນີບໍ່ຖືກຕ້ອງ |
HDI (2016) | 0.624 ຂໍ້ຜິດພາດ: ຄ່າ HDI ບໍ່ຖືກຕ້ອງ · 131st |
ສະກຸນເງິນ | ລູປີ (Rs.)1 (INR) |
ເຂດເວລາ | UTC+5:30 (IST) |
• ລະດູຮ້ອນ (ເວລາອອມແສງ) | UTC+5:30 (not observed) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | 91 |
ລະຫັດອິນເຕີເນັດ | .in |
1 Re. ເປັນເອກະພົດ |
This article uses material from the Wikipedia ລາວ article ປະເທດອິນເດຍ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.