ສະຖາບັນເອສຊີພີ

ສະຖາບັນເອສຊີພີ (ອັງກິດ: SCP Foundation)ແມ່ນໂຄງການຮ່ວມມືຂຽນນະວະນິຍາຍເທິງເວັບໄຊທ໌ປະເພດວິກິ.

ພາຍໃນຈັກກະວານສົມມຸດທີ່ຮ່ວມມືກັນແຕ່ງຂຶ້ນເທິງເວັບໄຊທ໌, ສະຖາບັນເອສຊີພີ ແມ່ນອົງກອນລັບທີ່ເຮັດໜ້າທີ່ຮັບຜິດຊອບໃນການຈັບ, ກັກກັນ ແລະ ສຶກສາປາກົດການປະຫຼາດ, ສິ່ງເໜືອທຳມະຊາດ ແລະ ປາກົດການເລິກລັບຕ່າງໆ (ເອີ້ນກັນວ່າ "ຄວາມອາປົກກະຕິ" ຫຼື "ພວກເອສຊີພີ"), ໃນເວລາດຽວກັນກໍໄດ້ຮັກສາການມີຢູ່ຂອງອົງກອນໃຫ້ເປັນຄວາມລັບຈາກຜູ້ຄົນພາຍນອກ ແລະ ຄົນໃນສັງຄົມ.

ສະຖາບັນເອສຊີພີ
ສະຖາບັນເອສຊີພີ
ໂລໂກ້
ປະເພດໂຄງການຮ່ວມມືຂຽນນະວະນິຍາຍ
ພາສາທີ່ໃຊ້ໄດ້ອັງກິດ ແລະ ພາສາອື່ນໆອີກ15ພາສາ
ຍູອາຣ໌ແອລໜ້າຫຼັກຂອງເວັບໄຊທ໌
ລົງທະບຽນບໍ່ຈຳເປັນຕ້ອງລົງທະບຽນ
ເປີດໂຕທີ19, ມັງກອນປີ2008; 16ປີກ່ອນ(ດັ້ງເດີມ) ທີ19, ກໍລະກົດປີ2008 (ປັດຈຸບັນ)
ສະຖານະປັດຈຸບັນໃຊ້ງານຢູ່
ລິຂະສິດເນື້ອຫາCC-BY-SA-3.0

ໂຄງການຮ່ວມມືຂຽນນະວະນິຍາຍດຳເນີນຂຶ້ນເທິງເວັບໄຊທ໌ທີ່ຄ້າຍຄືກັບວິກິ ເອສຊີພີ ວິກິ, ແລະ ປະກອບດ້ວຍອົງປະກອບຂອງແນວເລື່ອງຕ່າງໆາງເຊັ່ນ: ສະຫຍອງຂວັນ, ນິຍາຍວິທະຍາສາດ ແລະ ເລື່ອງລາວແຟນຕາຊີທີ່ເກີດຂຶ້ນໃນເມືອງ. ຜົນງານສ່ວນໃຫຍ່ຫຼັກໆເທິງເອສຊີພີ ວິກິປະກອບດ້ວຍແຟ້ມເອກະສານ(ບົດຄວາມ)ຫຼາຍພັນໜ້າທີ່ໂຄງສ້າງມີຫຼາຍສ່ວນເຊັ່ນ: ລາຍງານທາງດ້ານວິທະຍາສາດທີ່ເປັນຄວາມລັບທີ່ບັນທຶກກ່ຽວກັບເອສຊີພີຕ່າງໆ ແລະ ມາດຕະການກັກກັນເອສຊີພີທີ່ກ່ຽວຂ້ອງ. ໃນເວັບໄຊທ໌ຍັງມີ "ເລື່ອງເລົ່າສະຖາບັນ", ເຊິ່ງແມ່ນເລື່ອງສັ້ນທີ່ເລົ່າກ່ຽວກັບຕົວລະຄອນ ແລະ ສ່ວນອື່ນໆຂອງເລື່ອງລາວໃນຈັກກະວານເອສຊີພີ. ເຫຼົ່າຜົນງານຂຽນເທິງເວັບວິກິດັ່ງກ່າວໄດ້ຮັບການຍ້ອງຍໍເຖິງຄວາມສາມາດໃນການຖ່າຍທອດຄວາມສະຫຍອງຂວັນຜ່ານສະຕາຍການຂຽນເກິ່ງວິທະຍາສາດ ແລະ ຂຽນໃນຮູບແບບວິຊາການໄປຈົນເຖິງມາດຕະຖານທີ່ມີລະດັບຄຸນນະພາບສູງ.

ຈັກກະວານຂອງເອສຊີພີໄດ້ສ້າງແຮງບັນດານໃຈໃຫ້ກັບເຫຼົ່າແຟນຄລັບຢ່າງຫຼວງຫຼາຍໃນການສ້າງຜົນງານຕ່າງໆທີ່ດັດແປງມາຈາກເລື່ອງລາວຕ່າງໆໃນສະຖາບັນເອສຊີພີ, ບໍ່ວ່າຈະເປັນໜັງສື, ກາຕູນ, ເພງ, ວີດີໂອເກມ, ໜັງຄົນສະແດງສັ້ນ ແລະ ອື່ນໆ.

ພາບລວມຂອງຈັກກະວານເອສຊີພີ

ການຈັດເລື່ອງແມ່ນມີສູນກາງສຸມໃສ່ການວິໄຈຄົ້ນຄວ້າ ແລະ ກິດຈະກຳການເຄື່ອນໄຫວຕ່າງໆຂອງສະຖາບັນເອສຊີພີ - ອົງກອນລັບລະຫວ່າງປະເທດທີ່ປະກອບຂຶ້ນດ້ວຍສະຖາບັນການວິໄຈວິທະຍາສາດທີ່ປະກອບດ້ວຍກອງທະຫານເກິ່ງໜ່ວຍສືບລັບເຊິ່ງຊ່ວຍສະໜັບສະໜຸນເປົ້າໝາຍຂອງທາງສະຖາບັນ. ເຖິງແມ່ນວ່າຕົວອົງກອນນັ້ນຈະມີສະຖານະທີ່ເປັນຄວາມລັບຢ່າງຍິ່ງ, ແຕ່ທາງສະຖາບັນກໍໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານນານາປະເທດໃຫ້ຈັບກຸມ ແລະ ກັກກັນປາກົດການປະຫຼາດເລິກລັັບທີ່ບໍ່ສາມາດອະທິບາຍໄດ້ໃນທາງວິທະຍາສາດເຊິ່ງໄດ້ຫັກກົກຂອງທຳມະຊາດ(ເອີ້ນວ່າ "ຄວາມອາປົກກະຕິ", "ວັດຖຸເອສຊີພີ", ຫຼື "ພວກເອສຊີພີ"). ເຫຼົ່າເອສຊີພີລວມມີຫຼາຍໆຢ່າງທັງທີ່ເປັນສິ່ງມີຊີວິດ ຫຼື ບໍ່ມີຊີວິດ, ອຸປະກອນ ຫຼື ວັດຖຸສິ່ງຂອງ, ທີ່ຢູ່ ຫຼື ສະຖານທີ່, ສິ່ງທີ່ເປັນນາມມະທຳ, ແລະ ສິ່ງທີ່ສາມາດສະແດງພະລັງອຳນາດເໜືອທຳມະຊາດ ຫຼື ຄຸນສົມບັດທີ່ຜິດປົກກະຕິອື່ນໆ. ຫາກບໍ່ໄດ້ຮັບການຄວບຄຸມ, ຄວາມອາປົກກະຕິທີ່ເປັນອັນຕະລາຍຈຳນວນຫຼາຍອາດກາຍເປັນໄພຮ້າຍແຮງຕໍ່ມວນມະນຸດ ຫຼື ສິ່ງມີຊີວິດທັງໝົດເທິງໂລກ. ຂໍ້ມູນທັງໝົດກ່ຽວກັບການມີຢູ່ຂອງສະຖາບັນ ແລະ ເຫຼົ່າເອສຊີພີຈະຖືກເກັບຮັກສາບໍ່ໃຫ້ເປີດເຜີຍຕໍ່ສາທາລະນະຢ່າງເຄັ່ງຄັດ, ເພື່ອປ້ອງກັນບໍ່ໃຫ້ເກີດສະພາວະຢ້ານກົວເປັນວົງກວ້າງຄັ້ງໃຫຍ່ ຫຼື ອາການພາວະຮິສເຕີເຣຍຖ້າຂໍ້ມູນຫຼຸດຮົ່ວອອກໄປ, ແລະ ເພື່ອປ່ອຍອະລິຍະທຳມະນຸດດຳເນີນໄປດ້ວຍຄວາມປົກກະຕິອັນ"ຈອມປອມ".

ເມື່ອໃດທີ່ມີການຄົ້ນພົບຄວາມອາປົກກະຕິ ຫຼື ຄວາມຜິດປົກກະຕິຂອງພວກເອສຊີພີ, ເຈົ້າໜ້າທີ່ນອກເຄື່ອງແບບຂອງທາງສະຖາບັນ(ຫຼືເອີ້ນວ່າ ໜ່ວຍປະຕິບັດການເຄື່ອນທີ່ ຫຼື ເອມທີເອຟ(MTF))ຈະຖືກສົ່ງໄປຄວບຄຸມ, ຈັບກຸມ ແລະ ຈັບຕົວສົ່ງມາຍັງທີ່ສູນວິໄຈກັກເກັບທີ່ໃກ້ທີ່ສຸດ, ຫຼື ຈັບກັກກັນຢູ່ໝ້ອງນັ້ນຫາກການຂົນສົ່ງມາເປັນໄປບໍ່ໄດ້. ຫາກຄວາມອາປົກກະຕິດັ່ງກ່າວໄດ້ແຜ່ຂະຫຍາຍລ່ວງລໍ້າໄປກວ້າງ ຫຼື ບານປາຍເກີນໄປ, ເຂົ້າໃຈບໍ່ໄດ້ ຫຼື ບໍ່ສາມາດເຂົ້າເຖິງຕົວໄດ້, ການກັກກັນຈະເປັນໄປພ້ອມກັບການປິດບັງຂໍ້ມູນທັງໝົດກ່ຽວກັບເອສຊີພີຈາກສາທາລະນະຊົນ. ຫຼື ເວົ້າສັ້ນໆວ່າປົດປາກບໍ່ວ່າຈະດ້ວຍການເຊັນເຊີ້ສື່, ແລະ ໃຫ້ພະຍານທຸກຄົນກິນຢາລົບຄວາມຊົງຈຳກ່ຽວກັບສິ່ງອາປົກກະຕິທີ່ເກີດຂຶ້ນອອກໄປ.

ທີ່ສູນວິໄຈຂອງສະຖາບັນ, ເຫຼົ່າເອສຊີພີຈະຖືກສຶກສາໂດຍນັກວິທະຍາສາດເພື່ອຮຽນຮູ້ ແລະ ພັດທະນາວິທີການກັກເກັບຄວບຄຸມພວກມັນ. ສະຖາບັນຍັງໄດ້ມີການທົດລອງໂດຍໃຊ້ມະນຸດທີ່ໃຊ້ແລ້ວຖິ້ມ(ສ່ວນຫຼາຍແມ່ນນັກໂທດປະຫານ)ທີ່ເອີ້ນວ່າບຸກຄະລາກອນຊັ້ນ-ດີ(D-class), ແລະ ບັງຄັບໃຫ້ພວກເຂົາມີສ່ວນລວມກັບການທົດລອງຢ່າງໃກ້ຊິດກັບເອສຊີພີທີ່ອາດເປັນອັນຕະລາຍ ເພື່ອຫຼີກເວັ້ນຄວາມສ່ຽງຕໍ່ຄວາມປອດໄພຂອງພະນັກງານຂອງທາງສະຖາບັນ. ສະຖາບັນໄດ້ເກັບຮັກສາເອກະສານທີ່ກ່ຽວກັບເຫຼົ່າເອສຊີທັງໝົດທີ່ພວກເຂົາເຈົ້າຮູ້, ເຊິ່ງສາມາດນຳໄປລວມ ຫຼື ເຊື່ອງໂຍງກັບລາຍງານ ແລະ ແຟ້ມເອກະສານອື່ນໆທີ່ຂ້ອງກ່ຽວໄດ້. ເອກະສານເຫຼົ້ານີ້ຈະອະທິບາຍກ່ຽວກັບເອສຊີພີ ແລະ ຄຳແນະນຳໃນການກັກກັນທີ່ຖືກຕ້ອງປອດໄພ, ເຊັ່ນດຽວກັນກັບບົດລາຍງານເຫດການເພີ່ມເຕີມ ຫຼື ບົດບັນທຶກການທົດລອງ.

ນອກເໜືອຈາກຕົວສະຖາບັນແລ້ວ, ຍັງມີອົງກອນຄູ່ແຂ່ງອື່ນໆອີກ(ເອີ້ນວ່າ ກຸ່ມທີ່ໜ້າສົນໃຈ ຫຼື ຈີໂອໄອ(GOI))ທີ່ໄດ້ເຂົ້າມາກ່ຽວຂ້ອງກັບໂລກອັນປະຫຼາດເລິກລັບນີ້ເຊັ່ນກັນ. ຕົວຢ່າງອົງກອນທີ່ໂດດເດັ່ນມີເຊັ່ນ: ກຸ່ມກະບົດແຫ່ງຄວາມໂກລາຫົນ(Chaos Insurgency), ກຸ່ມກໍ່ການຮ້າຍຂອງອະດີດຜູ້ແປພັກຈາກສະຖາບັນທີ່ຈັບ ແລະ ຄວບຄຸມເອສຊີພີແລ້ວເຮັດເປັນອາວຸດ; ກຸ່ມສຳພັນທະມິດໄສຍະສາດສາກົນ(Global Occult Coalition/GOC), ໜ່ວຍງານເກິ່ງທະຫານລັບຂອງອົງການສະຫະປະຊາຊາດທີ່ຊ່ຽວຊານໃນການກຳຈັດໄພຄຸກຄາມເໜືອທຳມະຊາດແທນທີ່ຈະກັກກັນພວກມັນໄວ້; ແລະ ກຸ່ມມືອະສໍລະພິດ, ກຸ່ມຕິດອາວຸດທີ່ສະໜັບສະໜຸນສິດທິຂອງເຫຼົ່າສິ່ງທີ່ມີຊີວິດອາປົກກະຕິ, ເຊິ່ງຕໍ່ຕ້ານຕໍ່ອຸດົມການຂອງທັງສະຖາບັນ ແລະ ກຸ່ມສຳພັນທະມິດໃນການປາບປາມກິດຈະກຳເໜືອທຳມະຊາດທົ່ວໂລກ. ສ່ວນກຸ່ມອື່ນໆສ່ວນຫຼາຍແມ່ນພະຍາຍາມຫາຜົນປະໂຫຍດຈາກສິ່ງອາປົກກະຕິເຫຼົ່ານັ້ນໂດຍການຜະລິດ ຫຼື ຂາຍເພື່ອຫາກຳໄລ; ຫຼື ໃຊ້ສິ່ງເຫຼົ່ານັ້ນເພື່ອເປົ້າໝາຍທາງສາສະໜາ, ການເມືອງ ຫຼື ອຸດົມການຂອງຕົນເອງ.

ຕົວຢ່າງເຫຼົ່າເອສຊີພີ

ສະຖາບັນເອສຊີພີ 
SCP-087, ພ້ອມກັບSCP-087-1ຢູ່ໃນພາບຫຼັງ
  • SCP-055 ແມ່ນຄວາມອາປົກກະຕິເລິກລັບທີ່ສາມາດລົບຄວາມຊົງຈຳໄດ້, ເຊິ່ງເຮັດໃຫ້ໃຜກໍຕາມທີ່ພະຍາຍາມກວດສອບ ຫຼື ສຶກສາກ່ຽວກັບມັນລືມເຖິງການມີຢູ່ຂອງມັນ, ດັ່ງນັ້ນຈຶ່ງບໍ່ອາດຮູ້ໄດ້ເຖິງທຳມະຊາດທີ່ແທ້ຈິງຂອງມັນ, ແລະ ລັກສະນະຂອງມັນກໍອະທິບາຍບໍ່ໄດ້ເວັ້ນເສຍຈະເອີ້ນດ້ວຍຄຳສັ້ນໆວ່າ ອີຫຍັງທີ່ມັນບໍ່ແມ່ນ.
  • SCP-087 ແມ່ນຊັ້ນຂັ້ນໄດທີ່ເບິ່ງຄືກັບວ່າຈະບໍ່ມີທີ່ສິ້ນສຸດ ແລະ ຄ່ອຍໆດູດກືນແສງໃດໆກໍຕາມພາຍໃນອານາເຂດຂອງມັນ, ໂດຍມີໃບໜ້າທີ່ລອຍໄປມາເຊິ່ງບໍ່ມີທັງປາກ, ຕາ ຫຼື ຫູດັງ, ເຊິ່ງໄລ່ຕາມໃຜກໍຕາມທີ່ຍ່າງລົງຂັ້ນໄດມາ.
  • SCP-096 ແມ່ນສິ່ງມີຊີວິດຄ້າຍມະນຸດເພດຊາຍຮູບຮ່າງສູງຈ່ອຍທີ່ຈະຕາມລ່າ ແລະ ຂ້າໃຜກໍຕາມທີ່ເຫັນໜ້າມັນ ຫຼື ພຽງແຕ່ເຫັນມັນຜ່ານຮູບພາບ ຫຼື ວີດີໂອຂອງມັນ.
  • SCP-173 ແມ່ນຮູບປັ້ນຄ້າຍມະນຸດທີ່ປະກອບດ້ວຍເສັ້ນເຫຼັກ, ເບຕົ້ງ ແລະ ສີສະເປ. ມັນຈະບໍ່ສາມາດເຄື່ອນໄຫວໄດ້ຄືກັບຮູບປັ້ນທົ່ວໄປເມື່ອເບິ່ງມັນໂດຍກົງ, ແຕ່ມັນຈະເຂົ້າໂຈມຕີຄົນດ້ວຍການຫັກຄໍເມື່ອບໍ່ມີໃຜເບິ່ງເຫັນມັນ. ການເຄື່ອນໄຫວເຂົ້າໂຈມຕີຂອງມັນໄວຫຼາຍ, ໄວໃນລະດັບທີ່ສາມາດເຄື່ອນທີ່ໄປໄດ້ຫຼາຍແມັດພາຍໃນການກະພິບຕາພຽງເທື່ອດຽວ.​ ໃນໂລກຄວາມເປັນຈິງ, SCP-173ເປັນໜຶ່ງໃນເອສຊີພີທີ່ໂດດເດັ່ນທີ່ສຸດອັນຍ້ອນວ່າມັນແມ່ນນະວະນິຍາຍເລື່ອງແຮກຂອງເອສຊີພີທີ່ໄດ້ຖືກຂຽນຂຶ້ນມາ.
  • SCP-294 ແມ່ນຕູ້ກົດນໍ້າອັດຕະໂນມັດທີ່ສາມາດກົດຮ່າຍເອົາທຸກສິ່ງທຸກຢ່າງໃນຮູບຂອງໆແຫຼວໄດ້ - ໃນບາງຄັ້ງກໍລວມເຖິງສິ່ງທີ່ເປັນນາມປະທຳ. ບໍ່ວ່າຄຸນສົມບັດຂອງສານທີ່ເລືອກຈະເປັນຫຍັງກໍຕາມ, ແຕ່ຈອຍໂຟມຂອງເຄື່ອງນັ້ນກໍເບິ່ງຄືກັບວ່າຈະບໍ່ໄດ້ຮັບຄວາມເສຍຫາຍໃດໆຈາກສານທີ່ມັນບັນຈຸ.
  • SCP-426 ແມ່ນເຄື່ອງປິ້ງເຂົ້າຈີທີ່ສາມາດເອີ້ນໄດ້ສະເພາະດ້ວຍຄຳແທນນາມບຸກຄົນທີ່ໜຶ່ງ.
  • SCP-999 ແມ່ນສິ່ງມີຊີວິດຄ້າຍເມືອກໜຽວ ຫຼື ສະລາມນ້ອຍໜ້າຮັກທີ່ມີກິ່ນຄ້າຍຄືກັບສິ່ງທີ່ເຮັດໃຫ້ຮູ້ສຶກສະບາຍທີ່ສຸດຕໍ່ຜູ້ທີ່ສຳຜັດມັນ. ມັນມີບຸກຄະລິກທີ່ເປັນມິດຫຼາຍ ແລະ ເປັນທີ່ຮູ້ກັນວ່າມັນສາມາດກະຕຸ້ນອາລົມເຊິງບວກໄດ້ເມື່ອມະນຸດ ຫຼື ສິ່ງມີຊີວິດອື່ນໆສຳຜັດ, ແລະ ດ້ວຍເຫດນີ້ທາງສະຖາບັນເອສຊີພີຈຶ່ງໃຊ້ມັນເປັນເຄື່ອງມື.
  • SCP-1609 ແມ່ນກອງຂີ້ເລື່ອຍໄມ້ທີ່ຈະເທເລພອດ(ວາບ)ເຂົ້າມາໃນປອດຂອງບຸກຄົນທີ່ສະແດງພຶດຕິກຳຮຸນແຮງຕໍ່ມັນ. ແຕ່ໃນເມື່ອກ່ອນມັນເຄີຍເປັນຕັ່ງທີ່ມີຄວາມເມດຕາທີ່ຈະເຄື່ອນທີ່ໄປຫາຜູ້ຄົນທີ່ຕ້ອງການນັ່ງພັກຜ່ອນ, ແຕ່ມັນກໍກາຍເປັນສັດຕູຕໍ່ມະນຸດຫຼັງຈາກຖືກທາງສຳພັນທະມິດໄສຍະສາດສາກົນທຳລາຍດ້ວຍເຄື່ອງບົດໄມ້.
  • SCP-3008 ແມ່ນຮ້ານອີເກຍທີ່ພາຍໃນມີລັກສະນະເປັນມິຕິຟ່ອງສະບູ່ທີ່ເປັນເຂົາວົງກົດອັນບໍ່ມີທີ່ສິ້ນສຸດ. ລູກຄ້າຜູ້ຫຼົງເຂົ້າມາຍັງຮ້ານອັນບໍ່ສິ້ນສຸດຈະຕ້ອງສ້າງປ້ອມປາການແບບພື້ນຖານຈາກເຄື່ອງໃນນັ້ນເພື່ອປ້ອງກັນຕົນເອງຈາກສິ່ງມີຊີວິດໃນຮ້ານ: ສິ່ງມີຊີວິດຄ້າຍມະນຸດເພດຊາຍຮູບຮ່າງສູງໃຫຍ່ໄຮ້ໃບໜ້າທີ່ໃສ່ເສື້ອພະນັກງານອີເກຍ,​ ເຊິ່ງເປັນອັນຕະລາຍຢ່າງຍິ່ງຕໍ່ມະນຸດເມື່ອໄຟຂອງຮ້ານປົດລົງ.

ຮູບແບບການຂຽນ

ເທິງເອສຊີພີວິກິ, ຜົນງານສ່ວນຫຼາຍຈະເປັນບົດຄວາມດ່ຽວທີ່ຈະລົງລາຍລະອຽດກ່ຽວກັບ"ມາດຕະການການກັກກັນພິເສດ"ສຳລັບເອສຊີພີທີ່ກ່ຽວຂ້ອງ. ໃນບົດຄວາມໂດຍທົ່ວໂລກ, ເອສຊີພີຈະຖືກກຳນົດດ້ວຍໝາຍເລກປະຈຳຕົວທີ່ບໍ່ຊໍ້າກັນ(ເຊັ່ນ"SCP-173") ແລະ ມີ"ລະດັບການກັກກັນ"(ເຊັ່ນ"ຢູຄຣິດ")ທີ່ອີງຕາມຄວາມຍາກໃນການຄວບຄຸມ. ຈາກນັ້ນກໍຈະຕໍ່ໂດຍເອກະສານທີ່ໄດ້ສະຫຼຸບກ່ຽວກັບຂັ້ນຕອນໃນການກັກກັນທີ່ເໝາະສົມປອດໄພ ແລະ ຄຳອະທິບາຍຂອງເອສຊີພີທີ່ກ່ຽວຂ້ອງ. ອາດຈະມີການແນບຫຼັກຖານເພີ່ມເຕີມ(ຢ່າງເຊັ່ນ: ຮູບພາບ, ຂໍ້ມູນວິໄຈ, ການສຳພາດ, ປະຫວັດ ຫຼື ການອັບເດດສະຖານະ...)ນຳອີກ. ໃນເອກະສານ, ລາຍງານນັ້ນຂຽນດ້ວຍສັບທາງການ ແລະ ວິທະຍາສາດ ແລະ ມັກຈະເຊັນເຊີຄຳດ້ວຍແຖບສີດຳ(ເຊັ່ນ █████) ແລະ ເຄື່ອງໝາຍ[ຂໍ້ມູນຖືກລົບ] ເພື່ອໃຫ້ເກີດຄວາມຮູ້ສຶກລວມກັບຕົວຈັກກະວານເຖິງຂໍ້ມູນທີ່ລະອຽດອ່ອນທີ່ບໍ່ອາດເປີດເຜີຍຕໍ່ເຈົ້າໜ້າທີ່ຂອງສະຖາບັນທີ່ດ້ອຍປະສົບການ. ໃນເດືອນສິງຫາປີ2023, ມິບົດຄວາມກ່ຽວກັບເອສຊີພີຫຼາຍກວ່າ7ພັນບົດ; ບົດຄວາມໃໝ່ໆຖືກຂຽນຂຶ້ນ ແລະ ເຜີຍແຜ່ຫຼາຍຄັ້ງໂດຍຜູ້ຮ່ວມຂຽນ.

ເອສຊີພີວິກິຍັງມີເລື່ອງສັ້ນອີກຫຼາຍກວ່າ4200ເລື່ອງທີ່ເອີ້ນວ່າ"ເລື່ອງເລົ່າສະຖາບັນ". ເລື່ອງລາວຈະເລົ່າໃຫ້ເຫັນເຖິງມຸມກວ້າງພາຍໃນຈັກກະວານເອສຊີພີ, ເຊິ່ງມັກຈະເນັ້ນໄປທີ່ມຸມມອງຂອງເຫຼົ່າເຈົ້າໜ້າທີ່ສ່ວນອື່ນໆຂອງສະຖາບັນ, ຕົວຕົນຂອງເອສຊີພີ ແລະ ສິ່ງຕ່າງໆພາຍໃນຕົວລະຄອນ ແລະ ເຫດການທີ່ເກີດຂຶ້ນຢູ່ເນື່ອງໆ. ເກກໍຣີ ເບີຣ໌ກາດ, ນັກຂຽນບົດທີ່ຂຽນໃຫ້ກັບເບລົາເຮົາສ໌ ໂປຣດັກຊັນ, ຕັ້ງຂໍ້ສັງເກດໃຫ້ເຫັນວ່າເລື່ອງລາວສະຖາບັນບາງເລື່ອງກໍມີເລື່ອງລາວທີ່ມືດມົນ ແລະ ເຢືອກເຢັນ, ໃນເວລາດຽວກັນບາງເລື່ອງກໍ"ເບົາສະໝອງຢ່າງໜ້າປະຫຼາດໃຈ".

ຈັກກະວານເອສຊີພີບໍ່ມີເນື້ອເລື່ອງຫຼັກສູນກາງ ແລະ ກໍບໍ່ສາມາດເຮັດໄດ້ນຳ, ຍ້ອນທຳມະຊາດຂອງເລື່ອງລາວທີ່ທັງໝົດຖືກສ້າງຂຶ້ນໂດຍຊຸມຊົນ, ແຕ່ເລື່ອງລາວໃນເອສຊີພີຈະມີການເຊື່ອງໂຍງກັນໄປມາເພື່ອຂະຫຍາຍເລື່ອງລາວຂອງຈັກກະວານໃຫ້ໃຫຍ່ຂຶ້ນ.​ ຜູ້ຮ່ວມຂຽນສາມາດທີ່ຈະຂຽນ"ເລື່ອງລາວຫຼັກ", ເຊິ່ງຈະໄປເປັນສ່ວນປະກອບຂອງເນື້ອເລື່ອງເອສຊີພີ ແລະ ເລື່ອງລາວສະຖາບັນທີ່ມີສະຖານທີ່, ຕົວລະຄອນ ຫຼື ໂຄງເລື່ອງທີ່ຄ້າຍຄືກັນ; ໃນການຂຽນເນື້ອເລື່ອງຫຼັກເຫຼົ່ານີ້, ຈະມີການສ້າງໜ້າຫຼັກສູນກາງທີ່ອະທິບາຍແນວຄິດພື້ນຖານ ແລະ ໃຫ້ຂໍ້ມູນໄລຍະເວລາ ແລະ ລາຍຊື່ຕົວລະຄອນ.

ປະເພດເລື່ອງພາຍໃນເອສຊີພີວິກິໄດ້ຮັບການອະທິບາຍວ່າເປັນນິຍາຍວິທະຍາສາດ, ແຟນຕາຊີໃນເມືອງ, ສະຫຍອງຂວັນ ແລະ ເປັນຄຣີບປີ້ພຣັສຕ້າ.

ອ້າງອີງ

ຂໍ້ຄວາມຂະຫຍາຍ

Tags:

ສະຖາບັນເອສຊີພີ ພາບລວມຂອງຈັກກະວານເອສຊີພີສະຖາບັນເອສຊີພີ ຮູບແບບການຂຽນສະຖາບັນເອສຊີພີ ອ້າງອີງສະຖາບັນເອສຊີພີ ຂໍ້ຄວາມຂະຫຍາຍສະຖາບັນເອສຊີພີພາສາອັງກິດ

🔥 Trending searches on Wiki ລາວ:

ວິລະຊົນ ສີທອງແຂວງເຊກອງທັນວາ ສຸລິຍະຈັກໂຕໜັງສືເກຣັກປະເທດບົດສະວານາເຂດສະພານສູງເພງຊາດລາວສົງຄາມໂລກຄັ້ງທີສອງມາຣິໂອ້ ເມົາເຣີ້ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ລັດຖະທຳມະນູນອານາຈັກລ້ານຊ້າງສະໂມສອນ ແມນເຊສເຕີ ຊີຕີ້ພະເຈົ້າສຸວັນນະບັນລັງເຄື່ອງໝາຍຊາດລາວເຈ້ຍຣີໂອ ເດີະ ມູວີແມ່ນ້ຳຂອງສາທາລະນະລັດມົງເລອານການຮ່ວມເພດຄຣິສຕຽນໂນ ໂຣນາໂດອາເລັກຊານດຣ້າ ທິດາວັນ ບຸນຊ່ວຍລາຍຊື່ຜູ້ທີ່ໄດ້ຮັບຕຳແໜ່ງມິສຢູນີເວີຣສປະເທດສິງກະໂປນິກາຍ ໂບດທູຈຶຊັດລະບົບມາດຕະຖານຄຳສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກປະເທດໂປໂລຍວອລອດືມືຣ໌ ແຊແລນສະກຶຍຫີສາທາລະນະລັດ ອາຟຣິກາກາງປະເທດລັກເຊມເບິຣ໌ກໂຄໂລຣາໂດເອຊີມິລານກຸ່ມພາສາໄຕບຸນຍັງ ວໍລະຈິດກຳແພງນະຄອນຫລວງວຽງຈັນຜ່ອງສີ ວໍຣະນຸດອາວະກາດປະເທດຝຣັ່ງອິມິເລຍໂນ ມາຣຕິເນຊໂຜນ ກິ່ງເພັດສຸຣີທອນ ລີອະຣ່າມວັທເມືອງສີໂຄດຕະບອງສະຕາບັກຊ໌ປະເທດອູແກຣນສະຖົານີໂທລະພາບສີກອງທັບບົກຊ່ອງ 7Grand Theft Auto Vແຂວງບໍ່ແກ້ວລັດຖະບານລາວສະພາອາກຊັງຕີນໂຊລ🡆 More