ກຸ່ມບ້ານປາກທວາຍ

1ແນະນໍາ

ກຸ່ມບ້ານປາກທວາຍເປັນກຸ່ມບ້ານທີ3ຂອງເມືອງທ່າພະບາດ ມີທັງໝົດ7ບ້ານ, ມີ1020 ຫຼັງຄາ ເຮືອນ, 1106 ຄອບຄົວ, ມີພົນລະເມືອງ5324ຄົນ, ຍິງ2645ຄົນ. ມີຄອບຄົວທີ່ພົ້ນນັບແຕ່ປີ2006 ແມ່ນ 901 ຄອບຄົວ ຊື່ງບັນລຸ 81.46%, ຍັງເຫຼືອ205 ຄອບຄົວ ຫຼື 18.54%

2ເນື້ອໃນ

2.1.ການປູກຝັງ.

•ກຸ່ມບ້ານປາກທວາຍມີເນື້ອທີ່ອຸດົມສົມບູນ ຊື່ງເໝາະສົມແກ່ການປູກຝັງສະນັ້ນເຂດນີ້ ຈຶ່ງມີ ເນື້ອທີ່ ນາທັງໝົດ 1406.74 ເຮັກຕາ, ໃນນັ້ນມີນາແຊງແມ່ນ 153.79 ເຮັກຕາ. ນອກນັ້ນປະຊາຊົນ ເຂດນີ້ ຍັງມີການປູກພືດເສດຖະກິດອື່ນອີກນັ້ນກໍຄື: ຕົ້ນຢາສູບກວມເອົາ ເນື້ອທີ່ປະມານ 21.08 ເຮັກຕາ ຊື່ງຈະແມ່ນບໍລິສັດ ອາແດງເປັນຜູ້ຮັບຊື້ ຊື່ງ ລາຄາ2009ນີ້ໄດ້ລາຄາດີກວ່າປີກາຍ ຄື: ປີ2009ລາຄາສູງສຸດແມ່ນ22ພັນກີບແລະຕໍ່າສຸດແມ່ນ7ພັນກີບ; ສ່ວນປີກ່ອນ ລາຄາສູງສຸດແມ່ນ 22ພັນກີບແລະລາຄາຕໍ່າສຸດແມ່ນ4ພັນກີບ, ຢາງພາລາ 93.41 ເຮັກຕາ. ໄມ້ເກດສະໜາ 41.02 ເຮັກຕາ, ຊື່ງເນື້ອທີ່ການປູກຝັງເຫຼົ່ານີ້ລ້ວນແຕ່ ແມ່ນຂອງປະຊາຊົນ,ຊື່ງດໍາເນີນການຜະລິດເປັນສິນ ຄ້າແບບຄອບຄົວເສດຖະກິດຄອບຄົວ.


•ນອກຈາກການຜະລິດແບບຄອບຄົວແລ້ວໃນພື້ນທີ່ກຸ່ມບ້ານປາກທວາຍແລ້ວ, ກໍຍັງມີບັນດາບໍລິ ສັດຕ່າງໆເຂົ້າມາລົງທຶນກ່ຽວກັບການປູກຕົ້ນໄມ້, ໂດຍສະເພາະແມ່ນບໍລິສັດໂອຈິ, ຊື່ໄດ້ມີເນື້ອທີ່ສໍາ ປະທານປູກຕົ້ນວິກເປັນຈໍານວນຫຼາຍສິບເຮັກຕາ.

2.2.ການລ້ຽງສັດ.

•ເວົ້າເຖິງການລ້ຽງສັດເຂດກຸ່ມບ້ານປາກທວາຍແມ່ນບໍ່ພົ້ນເດັ່ນປານໃດ, ຊື່ງມີງົວ 3024 ໂຕ, ຄວາຍ 721 ໂຕ.


•ພ້ອມນັ້ນໃນເຂດກຸ່ມບ້ານ, ປະຊາຊົນກໍໄດ້ມີການຄ້າຂາຍປາຕາກແຫ້ງຕາມແຄມທາງ, ທີ່ຫຼາຍທ່ານໄດ້ຂີ່ກາຍໄປທຽວມາກໍໄດ້ຕິດໄມ້ຕິດມືໄປພ້ອມ.

2.3.ແຫຼ່ງທ່ອງທ່ຽວ.

•ໃນເຂດກຸ່ມບ້ານປາກທວາຍບໍ່ຄ່ອຍຈະມີແຫຼ່ງທ່ອງທ່ຽວພໍປານໃດ, ແຕ່ກໍມີບ່ອນໜື່ງຄື: ວັດປ່າເວີ່ນທາດ ທີ່ມີອາຍຸເກົ່າແກ່.

2.4.ອຸດສາຫະກໍາ, ຫັດຖະກໍາ.

•ທາງດ້ານວຽກງານນີ້ທາງກຸ່ມບ້ານຍັງບໍ່ທັນປະກົດມີ.

3ສະຫຼຸບ

3.1.ທ່າແຮງ

ທາງດ້ານທ່າແຮງຂອງກຸ່ມບ້ານ,ສ່ວນໃຫຍ່ບັນດາພໍ່ແມ່ປະຊາຊົນຈະພ້ອມກັນເຮັດ ການປູກຝັງໃຫ້ກາຍເປັນສິນຄ້າບໍ່ວ່າຈະເປັນປູກພືດສວນ, ຕົ້ນຢາສູບ ຊື່ງແມ່ນພືດທີ່ ປະຊາຊົນໃນເຂດນີ້ນິຍົມປູກ, ປູກເຂົ້າ, ແລະບັນດາຕົ້ນໄມ້ອຸດສາຫະກໍາ ຄື: ຕົ້ນວິກ, ຕົ້ນເກດສະໜາ, ຕົ້ນຢາງພາລາ.

3.2.ຂໍ້ຈໍາກັດ

ເວົ້າເຖິງຂໍ້ຈໍາກັດແມ່ນເນື້ອທີ່ການຜະລິດເກືອບ80% ຖືກນໍ້າຖ້ວມໃນລະດູຝົນຂອງແຕ່ລະປີ, ສັດຕູພືດ, ແລະປະຊາຊົນຍັງຂາດທຶນຮອນ, ບົດຮຽນວິຊາການຍັງບໍ່ທັນສູງ ສ່ວນໃຫຍ່ແມ່ນຍັງອາ ໃສທໍາມະຊາດໃນການຜະລິດທໍາມາຫາກິນ.

Tags:

🔥 Trending searches on Wiki ລາວ:

ຈິຕະວິທະຍາຊະວະລິດ ວິຊະຍະສຸດພາສາໄທລື້ຊັງຕີແມັດການເມືອງພະທາດອີງຮັງໂຣບລັອກຊ໌ກົວລາລຸມປູພາສາຍີ່ປຸ່ນນາງສາວລາວ 2011ເສດຖະກິດ23 ກຸມພາພາສາເກົາຫຼີເສດຖະກິດສັງຄົມປິໂກແມັດໂຕທຳລາວປະເທດເກຣັກການກໍ່ສ້າງສະຖາປັດຕະຍະກຳສາທາລະນະລັດຈີນເວັບໄຊປະເທດໂອຕຣິດມິສຢູນິເວີຣສ 2022ເງິນປະເທດມາເລເຊຍພາສາແປກສາສະໜາພຸດປະຕູໄຊ24 ມິຖຸນາສະໂມສອນບານເຕະ ບາເຢິນ ມິວນິກສັນຕິພາບສະກຸນເງິນຕາທະວີບທອງລຸນ ສີສຸລິດເມົາສ໌ໄມໂຄຣຊອບ ວິນໂດລົດໄຟຟ້າທຸງຊາດລາວການຮ່ວມເພດປະເທດເອກົດປະເທດສີລັງກາອຸຕະມະ ຈຸນລະມະນີນະຄອນຫຼວງເຈົ້າຊາຍຟູມິຮິໂຕະ ເຈົ້າອາກິຊິໂນະລັດຖະທຳມະນູນພາສາຂະແມນາງສາວລາວ 2017ກົດໝາຍເມືອງຫາດຊາຍຟອງແຮ່ທາດນາງສາວລາວ 2013ການທ່ອງທ່ຽວໃນປະເທດລາວແຂວງຫຼວງພະບາງກີລາPro Evolution Soccerເສດຖະກິດຕະຫຼາດວັນຈັນຈຳນວນສົນແຂວງສາລະວັນສະຫະພາບໂຊວຽດເນມາວັດຊຽງທອງອາຊີຕາເວັນອອກສຽງໃຕ້ວັດພູສະເຫຼົາ10 ກຸມພາອາຫານສີ່ແຂວງຈຳປາສັກເນື້ອທີ່ປະເທດອັງກິດດາວອັງຄານວັນສຸກລະບົບມາດຕະຖານຄຳເຂດສະພານສູງລິນຸກຊ໌🡆 More