ຮູບເງົາ 2023 ນາງເງືອກນ້ອຍ

ນາງເງືອກນ້ອຍ (ອັງກິດ: The Little Mermaid) ເປັນຮູບເງົາຈິນຕະນາການດົນຕີອາເມຣິກາ ໃນປີ 2023 ກຳກັບ ແລະ ຮ່ວມອຳນວຍການສ້າງໂດຍຣັອບ ມາຣ໌ແຊລ ຂຽນບົດຮູບເງົາໂດຍ ເດວິດ ມາກີ ຮ່ວມອຳນວຍການສ້າງໂດຍວໍລ ດິສນີ ພິກເຈີ, ລຸຄາມາຣ໌ ໂປຣດັກຊັນ ແລະ ມາກ ແພຼັດ ໂປຣດັກຊັນ ເປັນຮູບເງົາຄົນສະແດງ/ຊີຈີໄອທີ່ດັດແປງຈາກຮູບເງົາແອນິເມຊັນຊື່ດຽວກັນຂອງດິສນີໃນປີ 1989 ເຊິ່ງມີເນື້ອຮ້ອງອີງມາຈາກນິທານເລື່ອງເງືອກນ້ອຍໂດຍຮັນສ໌ ຄຣິສຕຽນ ແອນເດີເຊນ ຮູບເງົານຳສະແດງໂດຍຮັລລີ ເບລີໃນບົດແອຣຽລ ຮ່ວມດ້ວຍໂຈນາ ຮາວເອີຣ໌-ຄິງ, ເດວິດ ດິກຊ໌, ອະຄວາຟິນາ, ເຈຄັອບ ເທຣມເບຼ, ໂນມາ ດູເມຊເວນີ, ຈາບິເອີ ບາເດັມ ແລະ ເມລິສຊາ ແມັກຄາທີ ຮູບເງົາເປັນເລື່ອງລາວຂອງແອຣຽລທີ່ເຮັດຂໍ້ຕົກລົງກັບເອີຊູລາ ເພື່ອແລກສຽງຂອງນາງກັບຂາມະນຸດເພື່ອສ້າງຄວາມປະທັບໃຈໃຫ້ກັບເຈົ້າຊາຍເອຣິກຜູ້ເຊິ່ງຖືກນາງຊ່ວຍໄວ້ຈາກເຮືອຫຼົ້ມ

ນາງເງືອກນ້ອຍ
ຮູບເງົາ 2023 ນາງເງືອກນ້ອຍ
ໂປສເຕີຮູບເງົາ
ກຳກັບຣັອບ ມາຣ໌ແຊລ
ບົດຮູບເງົາ
  • ເດວິດ ມາກີ
ສ້າງຈາກ
ອຳນວຍການສ້າງ
  • ມາກ ແພຼັດ
  • ລິນ-ມານູເອວ ມິແຣນດາ
  • ຈອນ ເດລູກ້າ
  • ຣັອບ ມາຣ໌ແຊລ
ນັກສະແດງນຳ
ກຳກັບພາບDion Beebe
ຕັດຕໍ່Wyatt Smith
ດົນຕີປະກອບອະລັນ ເມນເຄນ
ບໍລິສັດຜູ້ສ້າງ
  • ວໍລ ດິສນີ ພິກເຈີ
  • ລູຄາມາຣ໌ ໂປຣດັກຊັນ
  • ມາກ ແພຼັດ ໂປຣດັກຊັນ
ຈຳໜ່າຍ/ເຜີຍແຜ່ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ
ວັນສາຍ26 ພຶດສະພາ 2023 (ສະຫະລັດອາເມຣິກາ)
25 ພຶດສະພາ 2023 (ລາວ)
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ250 ລ້ານໂດລາສະຫະລັດ
ລາຍໄດ້569.6 ລ້ານໂດລາສະຫະລັດ

ແຜນການນຳຮູບເງົາແອນິເມຊັນໃນປີ 1992 ເລື່ອງນາງເງືອກນ້ອຍກັບມາສ້າງໃໝ່ໃນຮູບແບບຄົນສະແດງ ໄດ້ຮັບການຢືນຢັນໃນເດືອນພຶດສະພາ ປີ 2016 ມາຊໍ ໄດ້ຮັບການຕິດຕໍ່ຈາກດິສນີໃຫ້ກຳກັບຮູບເງົາເລື່ອງນີ້ໃນເດືອນທັນວາ ປີ 2021 ແລະ ນັກສະແດງຫຼັກສ່ວນໃຫຍ່ເຊັນສັນຍາຕັ້ງແຕ່ເດືອນມິຖຸນາ ຫາ ເດືອນພະຈິກ ປີ 2019 ແຕ່ເດີມຄາດວ່າຈະເລີ່ມການຜະລິດໃນລອນດອນລະຫວ່າງປາຍເດືອນມີນາ ຫາ ຕົ້ນເດືອນເມສາ ປີ 2020 ແຕ່ເກີດຄວາມຫຼ້າຊ້າເນື່ອງຈາກການລະບາດທົ່ວຂອງໂຄໂຣນາໄວຣັສ 2019-2020 ໃນທີ່ສຸດການຖ່າຍທຳຈຶ່ງເກີດຂຶ້ນທີ່ໄພນ໌ວູດ ສະຕູດິໂອສ໌ໃນອັງກິດຕັ້ງແຕ່ເດືອນມັງກອນ ຫາ ເດືອນກໍລະກົດ ປີ 2021 ລິນ-ມານູເອວ ມິແຣນດາຮ່ວມຂຽນເພງໃໝ່ສຳລັບຮູບເງົາສ້າງໃໝ່ ໃນຖານະຜູ້ແຕ່ງເນື້ອຮ້ອງ ອະລັນ ເມນເຄນ ກັບມາເຮັດໜ້າທີ່ຜູ້ປະພັນເພງປະກອບຮູບເງົາ

ນາງເງືອກນ້ອຍ ມີກຳນົດສາຍໃນສະຫະລັດອາເມຣິກາໃນວັນທີ 26 ພຶດສະພາ 2023 ໂດຍ ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ແລະ ມີກຳນົດສາຍໃນປະເທດລາວໃນວັນທີ 25 ພຶດສະພາ 2023 ໜຶ່ງມື້ກ່ອນການສາຍໃນສະຫະລັດອາເມຣິກາ ຮູບເງົາໄດ້ຮັບຄວາມຊື່ນຊົມໃນດ້ານຂອງນັກສະແດງຢ່າງ ເບລີ, ຮາວ ເອິ-ຄິງ, ແມັກຄາທີ ແລະ ອາເລັກຊານເດີ ລວມເຖິງສາກ ແລະ ຮຽບຮຽງເພງປະກອບ ແຕ່ວິຈານເຖິງງານສ້າງ ແລະ ການອອກແບບຕົວລະຄອນ ຮູບເງົານີ້ເຮັດລາຍໄດ້ທົ່ວໂລກປະມານ 560 ລ້ານໂດລາສະຫະລັດ ຈາກທຶນສ້າງ 250 ລ້ານໂດລາສະຫະລັດ (ບໍ່ລວມຄ່າໂຄສະນາ) ໂດຍຮູບເງົາເປີດຕົວສູງສຸດອັນດັບທີ 5 ໃນປະຫວັດສາດຂອງວັນລະນຶກສະຫະລັດອາເມຣິກາ ແລະ ເປັນຮູບເງົາທີ່ເຮັດເງິນສູງທີ່ສຸດເປັນອັນດັບທີ 7 ຂອງປີ 2023

ເນື້ອເລື່ອງ

ແອຣຽລ ລູກສາວຫຼ້າຂອງລາຊາໄທຣຕັນຜູ້ປົກຄອງອານາຈັກອັດລັງຕິກາ ນາງແມ່ນເງືອກຜູ້ຫຼົງໃຫຼໃນໂລກມະນຸດ ແຕ່ນາງນັ້ນຖືກພຣະລາຊະບິດາຫ້າມບໍ່ໃຫ້ເຂົ້າໄປສຳຫຼວດໂລກມະນຸດ ຫຼັງຈາກແອຣຽລຊ່ວຍເຈົ້າຊາຍເອຣິກຈາກອຸບັດເຫດທາງເຮືອ ແລະ ຕົກຫຼຸມຮັກເຂົາ ນາງກໍມຸ່ງໝັ້ນທີ່ຈະໄປຢູ່ກັບເຂົາໃນໂລກເໜືອນ້ຳ ການກະທຳເຫຼົ່ານີ້ນຳໄປສູ່ການປະເຊີນໜ້າກັບພໍ່ຂອງນາງ ແລະ ການໄດ້ພົບກັບເອີຊູລາ ແມ່ມົດແຫ່ງທ້ອງທະເລຜູ້ໝາຍຈະຄອງແຕ່ອັດລັງຕິກາ ແອຣຽລຕົກລົງກັບຂໍ້ຕົກລົງເອີຊູລາເພື່ອແລກສຽງອັນນີ້ມນວນຂອງນາງກັບຂາມະນຸດ ເພື່ອທີ່ນາງຈະໄດ້ຂຶ້ນໄປໃນໂລກເໜືອນ້ຳ ແລະ ສ້າງຄວາມປະທັບໃຈໃຫ້ກັບເຈົ້າຊາຍເອຣິກ ແຕ່ໃນທີ່ສຸດສິ່ງນີ້ເຮັດໃຫ້ຊີວິດຂອງນາງ ແລະ ບັນລັງຂອງພຣະບິນານາງ ຕົດຢູ່ໃນອັນຕະລາຍ ແລະ ອັດລັງຕິກາກໍຕົກຢູ່ພາຍໃຕ້ອຳນາດຂອງເອີຊູລາ

ນັກສະແດງ

  • ຮັລລີ ເບລີ ຮັບບົດເປັນ ເຈົ້າຍິງແອຣຽລ ເຈົ້າຍິງເງືອກນ້ອຍ ແລະ ລູກສາວຫຼ້າຂອງລາຊາໄທຣຕັນ ຜູ້ຫຼົງໃຫຼໃນໂລກມະນຸດ ເຖິງກັບຍອມຕົກລົງກັບເອີຊູລາວ່າ ຈະແລກສຽງອັນນີ້ມນວນກັບຂາມະນຸດ ເພື່ອທີ່ຈະໄດ້ຂຶ້ນໄປຢູ່ໃນໂລກເໜືອຜິວນ້ຳ ແຕ່ນັ້ນເຮັດໃຫ້ຕົວນາງເອງ ບັນລັງພຣະບິດາ ແລະ ມະຫາສະໝຸດຕົກຢູ່ໃນອັນຕະລາຍ
  • ໂຈນາ ຮາວເອີ-ຄິງ ຮັບບົດເປັນ ເຈົ້າຊາຍເອຣິກ ເຈົ້າຊາຍແຫ່ງອານາຈັກມະນຸດເຊິ່ງແອຣຽລຕົກຫຼຸມຮັກຫຼັງຈາກຊ່ວຍລາວຈາກການຈົມນ້ຳ ແລະ ເປັນຮັກແລກພົບ ແລະ ຮັກແທ້ຂອງແອຣຽລ
  • ເດວິດ ດິກຊ໌ ຮັບບົດເປັນ ເຊບາສຕຽນ ປູຜູ້ຊື່ສັດ ແລະ ເປັນຄົນຮັບໃຊ້ຄົນສະໜິດກັບເປັນນັກປະພັນຫຼວງຂອງລາຊາໄທຣຕັນ ແລະ ຍັງເປັນອ້າຍລ້ຽງທີ່ຄ່ອຍເບິ່ງແຍງແອຣຽລ ຢູ່ສະເໝີ
  • ອະຄວາຟິນາ ຮັບບົດເປັນ ສະຄັດເທິລ ນົກການ້ຳສະໝອງນ້ອຍ ແລະ ເປັນໝູ່ຂອງແອຣຽລ ເຊິ່ງມັກໃຫ້ຄຳອະທິບາຍຜິດໆ ຂອງສິ່ງຂອງຈາກໂລກເໝືອນທີ່ແອຣຽລໄດ້ພົບ ຕົວລະຄອນຈະເປັນນົກການ້ຳໂຕເມຍທີ່ດຳນ້ຳໄດ້ແທນທີ່ຈະເປັນນົກຍາງໂຕຜູ້ຄືໃນຮູບເງົາຕົ້ນສະບັບ ເພື່ອນຳສະເໜີຕົວລະຄອນໃນສາກໃຕ້ນ້ຳ
  • ເຈຄັອບ ເທຣມເບຼ ຮັບບົດເປັນ ຟລາວເດີ ປາເຂດຮ້ອນຂີ້ກັງວົນແຕ່ມີກຽດ ເຊິ່ງເປັນໝູ່ທີ່ດີສຸດຂອງແອຣຽລ
  • ໂນມາ ດູເວຊເວນີ ຮັບບົດເປັນ ລາຊິນີເຊລິນາ ເຊິ່ງເປັນຕົວລະຄອນໃໝ່ຂອງຮູບເງົາເລື່ອງນີ້
  • ຈາບິເອີ ບາເດັມ ຮັບບົດເປັນ ລາຊາໄທຣຕັນ ພໍ່ຂອງແອຣຽລຜູ້ຫວງລູກສາວຫຼາຍເກີນໄປ ແລະ ເປັນລາຊາແຫ່ງອັດລັງຕິກາຜູ້ມີອະຄະຕິຕໍ່ມະນຸດ
  • ເມລິສຊາ ແທັກຄາທີ ຮັບບົດເປັນ ເອີຊູລາ ແມ່ມົດແຫ່ງທ້ອງທະເລ ເອື້ອຍສາວຂອງລາຊາໄທຣຕັນ ປ້າແທ້ໆ ຂອງແອຣຽລ ຜູ້ເຊິ່ງແອຣຽລເຮັດຂໍ້ຕົກລົງເພື່ອການເປັນມະນຸດ ເຊິ່ງເປັນສ່ວນໜຶ່ງຂອງແຜນການລັບຂອງເອີຊູລາທີ່ຈະຄອບຄອງສາມງ່າມຂອງລາຊາໄທຣຕັນເພື່ອຍຶດຄອງອັດລັງຕິກາ
  • ເຈສຊິກ້າ ອາເລັກຊານເດີ ຮັບບົດເປັນ ວາເນສຊາ ຮ່າງຈຳແລງຂອງເອີຊູລາ ຜູ້ໃຊ້ສຽງທີ່ລັກມາຈາກແອຣຽລ ສະກົດຈິດເອຣິກໃຫ້ແຕ່ງງານ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

Tags:

ຮູບເງົາ 2023 ນາງເງືອກນ້ອຍ ເນື້ອເລື່ອງຮູບເງົາ 2023 ນາງເງືອກນ້ອຍ ນັກສະແດງຮູບເງົາ 2023 ນາງເງືອກນ້ອຍ ອ້າງອີງຮູບເງົາ 2023 ນາງເງືອກນ້ອຍ ແຫຼ່ງຂໍ້ມູນອື່ນຮູບເງົາ 2023 ນາງເງືອກນ້ອຍນາງເງືອກນ້ອຍພາສາອັງກິດຣັອບ ມາຊໍຮັລລີ ເບລີເງືອກນ້ອຍ

🔥 Trending searches on Wiki ລາວ:

ວັດທະນະທຳພາສາແປກເອໂຄໂນເມທຣິກສະໂມສອນບານເຕະ ບາເຢິນ ມິວນິກປະເທດມຽນມາເສດຖະກິດສັງຄົມສິ່ງແວດລ້ອມເມືອງຈັນທະບູລີຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ14 ເມສາວິລະຊົນ ສີທອງທົ່ງພຽງເມືອງໃໝ່ລະບົບປະຕິບັດການເມືອງຫົງສາກີລາຍານພາຫະນະທໍລະນີສາດການຮ່ວມເພດວັດພູສະເຫຼົາຂົວມິດຕະພາບລາວ - ໄທ ແຫ່ງທີ 4ອິນເຕີເນັດສັນຕິພາບເອກະພົບແຂວງໄຊຍະບູລີໜູຮັກ ພູມສະຫວັນອຳນາດບໍລິຫານບຸນບັ້ງໄຟວິໄລລັກ ຈັນທະວົງດອກຈຳປາພາສາລັດຖະການເມືອງສີໂຄດຕະບອງຈຳນວນສົນໂດລາສະຫະລັດນະຄອນນິວຢອກພະເວດສັນດອນດາວອັງຄານຕຶກຄຳໄຕ ສີພັນດອນຮ້ານອາຫານ3 ພະຈິກວິສາຂະບູຊາເມືອງໄຊງົວແປກ ພິບູນສົງຄາມເພງຊາດລາວລາຍຊື່ປະເທດ ດິນແດນ ແລະເມືອງຫລວງປະເທດເອທິໂອປີມ້ານາງສາວລາວ 2018.joສິລາ ວີຣະວົງສ໌ຄ.ສ. 2009ໝາກມີ້ອາຊີພາສາລາວຈຳປາສັກມິສລາວ 2011ປະລິມານເງິນສະຫະລັດ24 ກຸມພາຄ.ສ. 1998ນາງສາວລາວ 2011ປະເທດອັງກິດທະນາຄານພັດທະນາອາຊີແຂວງຄຳມ່ວນປະຫວັດພຣະທາດຫລວງອຳນາດນິຕິບັນຍັດ12 ມັງກອນເຈົ້າຊາຍຟູມິຮິໂຕະ ເຈົ້າອາກິຊິໂນະປະເທດລາວປະເທດໂກມໍຣົດ🡆 More