ການບໍລິຫານ

I.ແນວຄວາມຄິດກ່ຽວກັບເລືອງການບໍລິຫານ

    ແນວຄິດກ່ຽວກັບການບໍລິຫານສາມາດສືບຍ້ອນຫລັງໄປໄດ້ເຖິງ 5000 ປີ ກ່ອນ ຄສ. ເມື່ອຊາວສຸເມຣຽນ,ເລີີ້ມມີການຈົດບັນທຶກຢ່າງເປັນລາຍລັກອັກສອນ, ສຳລັບກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບການ ປົກຄອງບ້ານເມືອງ ແລະ ການຄ້າຂາຍໃນຍຸກນັ້ນ. ການບໍລິຫານເລີ້ມມີຄວາມໂດດເດັ່ນຊັດເຈນ ກລາຍຂຶ້ນເລື້ອຍໆ ເມື່ອອານາຈັກໂລມັນຂະຫຍາຍຕົວຢ່າງສຸດຂີດ, ໄດ້ທີການຈັດແບ່ງການປົກຄອງຢ່າງເປັນລະ ບົບ, ຊາວເວນິດໄດ້ປະສົບຄວາມສຳເລັດຢ່າງງົດງາມໃນການຄ້າຂາຍ. ໃນລະຫວ່າງສັດຕະວັດທີ 14 ຈົນມາເຖິງສັດຕະວັດທີ 18 ໄດ້ເກີດມີການປະຕິວັດອຸດສາຫະກຳ, ກໍ່ໃຫ້ເກີດການປ່ຽນແປງຂະໜາດໃຫຍ່, ປ່ຽນໂສມໜ້າ ການຜະລິດທີ່ຊົມໃຊ້ໃນຄອບຄົວໄປສູ່ການຜະລິດຂະໜາດໃຫຍ່ແບບອຸດສາຫະກຳ. ການປ່ຽນແປງທາງອຸດສາຫະກຳຂະຫຍາຍຕົວກ້າວໜ້າຢ່າງວ່ອງໄວ. ດ້ວຍແຮງກະຕຸ້ນຈາກແນວຄິດຂອງອາດາມ ສະມິດ ທີ່ວ່າ ດ້ວຍການຜະລິດຂະໜາດໃຫຍ່ຈຳນວນຫລາຍ(Mass Production)ດ້ວຍວິທີການແບ່ງວຽກກັນເຮັດ ແລະ ການສ້າງຄວາມກະທັດຮັດສະເພາະດ້ານຂອງພະນັກງານ(Division of labor and specialization)
    ໃນໄລຍະຕໍ່ມາແນວຄວາມຄິດການບໍລິຫານກໍ່ໄດ້ປ່ຽນແປງໄປຕາມສະຖານະການຂອງແຕ່ລະຍຸກແຕ່ລະສະໄໝ, ຕາມແຕ່ລະມູມມອງຂອງຜູ້ນຳໃນຍຸກນັ້ນ

II. ການບໍລິຫານຕາມຫລັກວິທະຍາສາດ (Scientific Management)

    W.Taytor (1856-1915)ໄດ້ຂຽນໜັງສືທີ່ມີຊື່ວ່າ "ຫລັກການການບໍລິຫານ" ຂື້ນໃນປີ 1911 ຖືໄດ້ວ່າເປັນຈຸດກຳເນີດຂອງແນວທາງການບໍລິຫານຕາມຫລັກວິທະຍາສາດ. ເຂົາໄດ້ກ່າວໄວ້ໃນໜັງສື ວ່າ "ເປົ້າໝາຍຂອງຫລັກການບໍລິຫານ" ຄືການສ້າງຄວາມຈະເລີນກ້າວໜ້າສູງສຸດໃຫ້ແກ່ເຈົ້າຂອງກິດຈະການຄວບຄູ່ໄປກັບຄວາມຈະເລີນຮຸ່ງເຮືອງສູງສຸດໃຫ້ກັບພະນັກງານດ້ວຍ.
    Taylor ໄດ້ຮັບການຂະໜານນາມວ່າ "ເປັນບິດາແຫ່ງການບໍລິຫານຕາມຫລັກວິທະຍາສາດ"

III. ປັດໃຈຫລັກທີ່ສຳຄັນຂອງການບໍລິຫານ

    ໃນການບໍລິຫານທຸລະກິດຈະປະກອບດ້ວຍ 4 ປັດໃຈທີ່ສຳຄັນຄື ຫລື 4M
    1. ຄົນ/ບຸກຄະລາກອນ (Man)
    2. ການບໍລິຫານເງິນທຶນ (Money)
    3. ວັດສະດຸອຸປະກອນ ຫລື ວັດຖຸດິບ (Maternal)
    4. ວິທີການໃນການບໍລິຫານ (Method)

IV. ໜ້າທີ່ຂອງການບໍລິຫານ ( Managerial Functions)

    ໜ້າທີ່ຫລັກຂອງຜູ້ບໍລິຫານມີ 4 ໜ້າທີ່ຄື ຫລື (POLC)
    1. ການວ່າງແຜນ (Planing)
    2. ການຈັດການ (Organizing)
    3. ການນຳພາ (Leading)
    4. ການຄວບຄຸມ (Control)

〜〜〜〜 ສຸວັນນະກອນ

ບົດຄວາມໃນໝວດ "ການບໍລິຫານ"

ມີ 2 ໜ້າ ໃນໝວດນີ້ ທັງໝົດ 2

Tags:

🔥 Trending searches on Wiki ລາວ:

ລາວ ພຣີເມຍລີກຂັ້ນຕອນວິທີເມືອງສີໂຄດຕະບອງ16 ພະຈິກ31 ມີນາຫໍໄຕລາຍຊື່ປະເທດຮຽງຕາມຈຳນວນປະຊາກອນສະໂມສອນບານເຕະ ເຊວຊີເສດຖະສາດສົມເດັດພະສັນຕະປາປາຟຣັງຊົວ7 ສິ່ງມະຫັດສະຈັນມິສເຕີໂກລໂບ້ວລາວ 2021ພະທາດອີງຮັງສຸພານຸວົງປະເທດສະວິດເຊີແລນດ໌20 ສິງຫາການສໍາເລັດຄວາມໃຄ່ດ້ວຍຕົນເອງທົ່ງໄຫຫີນເສດຖະກິດຕົກຕໍ່າວິນໂດມີເຟດບຸກນາຊີເຢຍລະມັນວະລາດີມີຣ໌ ປູຕິນລັດທິທຶນນິຍົມສົງຄາມຫວຽດນາມອາດສະພອນອົກຊີແຊນແມ່ນ້ຳຂອງຊາດຊາຍ ງາມສັນທົດສະວັດ 1980ແຮ່ທາດຈັກກະວັດໂລມັນອັນສັກສິດເຂີນໄຟຟ້ານ້ຳເທີນ 2ູຄຳພໍ ພວງສະບາ(ພ.ພວງສະບາ)ປະເທດເຊັກກີອາເມລິກາລາຕິນສະຫະພາບເອີຣົບ1 ເມສາການຈັດການວັດເພຍວັດພາສາເກົາຫຼີປະເທດຈີນໜ້າຫຼັກການສຶກສາຄຳພີໄບເບີລໝາກປົ່ມເຂດສະພານສູງສິນຄ້າຫໍພິພິທະພັນແຫ່ງຊາດຫຼວງພະບາງເຮືອນພະຍາເຊກອງທະນາຄານແຫ່ງ ສປປ ລາວອະນຸສາວະລີ ປະທານໄກສອນ ພົມວິຫານທາດຫຼວງວຽງຈັນແມວນ້ຳຕົກຕາດຫົວຄົນທົດສະວັດ 1930ວຽງຄຳ20 ມິຖຸນາກຸ່ມຊາດພັນໄທ-ກະໄດປະເທດລຸກຊຳບວກເຊັນປະເທດເກົາຫຼີໃຕ້ແຂວງເຊກອງວິສະວະກຳເຕັກນິກທໍລະນີ30 ເມສາເສດຖະກິດວິທະຍຸສຽງອາເມຣິກາສະໄໝກາງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວສວນສາທາລະນະ25 ກໍລະກົດວັງວຽງເມືອງໄຊທານີ🡆 More