ບ່ອນຈອດລົດເມ (ຄຳເຄົ້າ: ບ່ອນຈອດຣົຖເມລ໌, ອັງກິດ: bus stop, ຝຣັ່ງ: arrêt de bus) ຫຼື ປ້າຍລົດເມ (ຄຳເຄົ້າ: ປ້າຍຣົຖເມລ໌) ແມ່ນສະຖານທີ່ທີ່ກຳໜົດໄວ້ ເພື່ອໃຫ້ລົດເມມາຈອດຮັບ-ສົ່ງຜູ້ໂດຍສານ.
ສ່ວນຫຼາຍຈະຕັ້ງຢູ່ຂ້າງຖະໜົນທຳມະດາ ບໍ່ຕັ້ງເທິງຖະໜົນທາງດ່ວນ. ຄຸນະພາບຂອງປ້າຍລົດເມຂຶ້ນຢູ່ກັບປໍລິມານຂອງການໃຊ້ບໍລິການ. ຈຸດຮັບ-ສົ່ງທີ່ມີຄົນໃຊ້ບໍລິການຫຼາຍມັກຈະມີຫຼັງຄາ ແລະ ບ່ອນນັ່ງ ແຕ່ປ້າຍລົດເມທີ່ມີຄົນໃຊ້ບໍລິການໜ້ອຍກໍມັກຈະມີພຽງແຕ່ເສົາກັບປ້າຍ ບໍ່ມີບ່ອນນັ່ງຄອຍຖ້າ. ປ້າຍລົດເມສາມາດຕັ້ງຢູ່ໃກ້ ສະຖານີລົດໂດຍສານອື່ນໆ ເຊັ່ນສະຖານີລົດໄຟ, ບ່ອນຖ້າລົດຕັກຊີ, ຫຼື ເດີ່ນຍົນ ຯລຯ.
This article uses material from the Wikipedia ລາວ article ບ່ອນຈອດລົດເມ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.