ຂົວມິດຕະພາບລາວ - ໄທ ແຫ່ງທີ 4 ຂົວມິດຕະພາບລາວ-ໄທ ຂ້າມແມ່ນ້ຳຂອງແຫ່ງທີ 4 ເຊື່ອມຕໍ່ ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ ແລະ ບ້ານດອນມະຫາວັນ ອຳເພີຊຽງຂອງ ຈັງຫວັດຊຽງຣາຍ ປະເທດໄທ ໄລຍະທາງ 248 ກິໂລແມັດ.
ຮູບແບບຂອງຂົວ ເປັນຄອນກີດຮູບກ່ອງ (Segmental Concrete Box Girder) ມີຄວາມຍາວລວມທັງຖະໜົນຕັດເຂົ້າຕົວເມືອງຍາວ 11.6 ກິໂລແມັດ, ມີເສົາທັງໝົດ 4 ເສົາ, ມີຄວາມກວ້າງ 14,70 ແມັດ, ເປັນຂົວຂະໜາດ 2 ເລນ, ແຕ່ລະເລນກວ້າງ 3.50 ແມັດ, ທາງຂ້າງ 2 ແມັດ ແລະ ທາງຍ່າງເບື້ອງລະ 1.25 ແມັດ ມີຄວາມຍາວ 480 ແມັດ ເມື່ອລວມກັບທາງທີ່ຕິດຂອບຝັ່ງຈະຍາວປະມານ 630 ແມັດ. ນອກຈາກຂົວແລ້ວຍັງມີໂຄງການກໍ່ສ້າງຖະໜົນ ໄປອີກປະມານ 6 ກິໂລແມັດ ເຂົ້າໃນເຂດຕົວເມືອງຫ້ວຍຊາຍ ເຊິ່ງເປັນຖະໜົນລາດຍາງ ຂະໜາດ 2 ເລນ ລວມທັງມີການກໍ່ສ້າງດ່ານກວດຄົນເຂົ້າເມືອງ ເຊິ່ງເປັນສະຖາປັດຕະຍະກຳແບບລ້ານຊ້າງ ອີກດ້ວຍ. ເຊິ່ງຈະເຊື່ອມຕໍ່ກັບ ເສັ້ນທາງ R3A ທີ່ຈະເຊື່ອມຕໍ່ລະຫວ່າງ ລາວ-ໄທ-ຈີນ ເພື່ອເຊື່ອມໂຍງເສດຖະກິດ ລະຫວ່າງ 3 ປະເທດ. ສ່ວນບໍລິສັດຮັບເໝົາກໍ່ສ້າງແມ່ນ ກຸ່ມ CR5-KT Jiontventure ເຊຶ່ງເປັນການຮ່ວມທຶນລະຫວ່າງ ບໍລິສັດ China Railway No.5 ຂອງຈີນ ແລະ ບໍລິສັດກຸງທົນ ເອັນຈິເນຍຣິງ ຈຳກັດ ຂອງປະເທດໄທ. ການກໍ່ສ້າງຂົວມິດຕະພາບຂ້າມນ້ຳຂອງແຫ່ງທີ 4 ນີ້ ຈະໃຊ້ງົບປະມານຈຳນວນ 1.624 ລ້ານບາດ ໂດຍການສົມທົບທືນ ລະຫ່ວາງ ລັດຖະບານໄທ ແລະ ລັດຖະບານ ສປ ຈີນ ສ່ວນຝ່າຍລາວແມ່ນຮັບຜິດຊອບ ຄ່າຊົດເຊີຍໃນການຍົກຍ້າຍ ໃຫ້ກັບຄອບຄົວຜູ້ທີ່ຖືກຜົນກະທົບ ຊື່ງຄາດວ່າ ການກໍ່ສ້າງຈະໃຫ້ສຳເລັດໃນປີ 2012. ໂດຍຮູບແບບຂອງການບໍລິການທີ່ສອງຝ່າຍ ຈະໃຊ້ແມ່ນ ການບໍລິການຜ່ານປະຕູດຽວ(Single stop inspection).
This article uses material from the Wikipedia ລາວ article ຂົວມິດຕະພາບລາວ - ໄທ ແຫ່ງທີ 4, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.