ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ.
|
ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂວງອຸດົມໄຊ ມາຍັງແຂວງຫລວງພະບາງ ຈາກຫລວງພະບາງ ແມ່ນ້ຳຂອງໄຫລ ຕໍ່ໄປຍັງແຂວງໄຊຍະບູລີ ແຂວງທີ່ອາດຈະບໍ່ໂດດເດັ່ນໃນເລື່ອງການທ່ອງທ່ຽວຫລາຍເທົ່າໃດ ຖ້າທຽບກັບເມືອງຫລວງພະບາງ ແລະ ນະຄອນວຽງຈັນ ແຕ່ໃນອະນາຄົດອາດໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຫາກຖະໜົນທີ່ເຊື່ອມຕໍ່ແຂວງນ່ານ ເຂົ້າສູ່ແຂວງໄຊຍະບຸລີຕັດຜ່ານໄປຍັງຫລວງພະບາງ ໄຊຍະບູລີ ເມືອງແຫ່ງປ່າໄມ້ທີ່ອຸດົມສົມບູນ ແລະ ທຳມະຊາດອັນສວຍງາມ ຕັ້ງຢູ່ເທິງພູເຂົາ ແລະ ທົ່ງພຽງ ມີເຂດແດນຕິດກັບໄທຍາວ 647 ກິໂລແມັດ. ປະຊາກອນມີ 8 ເຜົາ ເຊັ່ນ: ເຜົ່າລາວ, ມົ້ງ, ກຶມມຸ ໄທດຳ, ລື້,ຢວນ,ອີມຽນ ເຜົ່າໄປຣ. ທາງຕະເວັນອອກຕິດກັບຝັ່ງແມ່ນ້ຳຂອງ ຈະເຫັນຍອດພູເຂົາທີ່ເບິ່ງໄກໆ ຈະເໝືອນຊ້າງກຳລັງຍ່າງ ຈຶ່ງໄດ້ຊື່ວ່າ ຜາຊ້າງ ສ່ວນທາງທິດຕະເວັນຕົກຂອງຕົວເມືອງເປັນທີ່ຕັ້ງຂອງປ່າສະຫງວນແຫ່ງຊາດນ້ຳປຸ້ຍ ຖັດມາທາງຕອນໃຕ້ໃກ້ຊາຍແດນມີ ນ້ຳຕົກໃຫ້ທ່ຽວຊົມ ໄດ້ແກ່ ນ້ຳຕົກເຮືອນຄຳ ນ້ຳຕົກຕາດເຫືອງ ແຕ່ຍັງບໍ່ມີຖະໜົນເຂົ້າເຖິງ ສ່ວນນ້ຳຕົກທີ່ມີຖະໜົນເຂົ້າເຖິງໄດ້ແກ່ ນ້ຳຕົກຕາດເຈົ້າ ສູງປະມານ 30 ແມັດ ການເດິນທາງສະດວກ ຢູ່ໃກ້ຕົວເມືອງ ຫ່າງຈາກທ່າເຮືອປະມານ 1 ກິໂລແມັດ ຊາວບ້ານສ່ວນໃຫຍ່ນິຍົມມາທ່ຽວພັກຜ່ອນຊຶ່ງເຈົ້າຊີວິດສີສະຫວ່າງວົງໂປດໃຫ້ສ້າງຂຶ້ນ.
This article uses material from the Wikipedia ລາວ article ແຂວງໄຊຍະບູລີ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.