ເມຊີອາ

ເມຊີອາ(ອັງກິດ: Messiah; ເຮບະເລີ: מָׁשִיַח; ແອຣາເມອິກ: ܡܫܝܚܐ; ເກຣັກ: Μεσσίας; ອາຣັບ: مشيح) ໝາຍເຖິງ ພະຜູ້ຊ່ອຍໃຫ້ລອດ ຕາມຄວາມເຊື່ອໃນກຸ່ມສາສະໜາອັບບະລາຮຳ ແມ່ນສາສະໜາຊູດາ ຄຣິດ ແລະອິສະລາມ.

ໃນຄຳພີເຮບະເລີຂອງສາສະໜາຊູດາ ພະເມຊີອາ ໝາຍເຖິງ ພະມະຫາກະສັດຫຼືມະຫາປະໂລຫິດ ແຕ່ງຕັ້ງດ້ວຍການເຈີມນ້ຳມັນສັກສິດ ພະເມຊີອາອາດບໍ່ແມ່ນຊາວຢິວ ເຊັ່ນ ພະເຈົ້າຊີລຸດມະຫາລາດ ຜູ້ປົດປ່ອຍຊາວຢິວຈາກການເປັນຂ້ອຍຂ້າ ກໍຖືເປັນພະເມຊີອາຄືກັນ. ຕໍ່ມາຄວາມໝາຍຂອງເມຊີອາປ່ຽນໄປ ໃຊ້ໝາຍເຖິງເຈົ້າຊີວິດຢິວຜູ້ປົກຄອງໂລກໃນຍຸກສຸດທ້າຍໄປຕະຫຼອດຊົ່ວນິລັນ. ຕາມຄວາມເຊື່ອແລະອະວະສານວິທະຍາຂອງຊາວຢິວ ພະເມຊີອາເປັນຄົນໃນເຊື້ອສາຍດາວິດແລະໄດ້ເປັນຜູ້ນຳຂອງຊາວຢິວໃນອະນາຄົດ ຕະຫຼອດຈົນທັງໂລກໃນຍຸກພະເມຊີອາ.

ໃນພັນທະສັນຍາເດີມ

ຕາມຄວາມເຊື່ອຂອງຊາວຄຣິດ, ໜຶ່ງໃນຄຳສອນຫຼັງຂອງພັນທະສັນຍາໃໝ່ແມ່ນ ພະເຢຊູຄຣິດ (ພະເມຊີອາ) ເຊິ່ງຊົງເຮັດໃຫ້ພັນທະສັນຍາເດີມສຳເລັດ ຜູ້ຂຽນຈົດໝາຍເຖິງຊາວເຮບະເລີສະເໜີວ່າພະຄຣິດຊົງເປັນທາຍາດຂອງທຸກສິ່ງທີ່ພະເຈົ້າໄດ້ຕັດຜ່ານທາງຜູ້ເຜີຍພະວະຈະນະ. ພະເຢຊູເອງຊົງຢັ່ງຢືນວ່າພະອົງສະເດັດມາເພື່ອເຮັດໃຫ້ບົດບັນຍັດແລະປຶ້ມຜູ້ເຜີຍພະວະຈະນະສຳເລັດ ຫຼັງຈາກການຟື້ນພະຊົນອັນຊົງພະກຽດສິລິຂອງພະອົງ. ພະອົງຊົງສະແດງໃຫ້ເຫັນຈາກປຶ້ມບົດບັນຍັດຂອງໂມເຊ ປຶ້ມຂອງຜູ້ເຜີຍພະວະຈະນະ ແລະປຶ້ມສະດຸດີ (ຈາກພະທັມຫຼັກສາມໝວດໃນພັນທະສັນຍາເດີມສະບັບພາສາເຮບະເລີ) ແກ່ສາວົກວ່າດົນມາແລ້ວພະເຈົ້າໄດ້ຊົງພະຍາກອນທຸກສິ່ງທີ່ເກີດຂຶ້ນກັບພະອົງໄວ້ແລ້ວ.

ອ້າງອີງ

Tags:

ພາສາອັງກິດພາສາອາຣັບພາສາເກຣັກສາສະໜາຄິດສາສະໜາຊູດາສາສະໜາອິສະລາມ

🔥 Trending searches on Wiki ລາວ:

ປະເທດໂຮນລັງວຽງຈັນປະເທດລັດເຊຍສົມເດັດພະສັນຕະປາປາຟຣັງຊົວຊຶງລີເທເລີ ສວິຟປະເທດກູບາເຄື່ອງນຸ່ງຫົ່ມພາສາເຢຍລະມັນຕິກຕ້ອກ (ແອັບ)ຄັງ ຊຶນ-ກີມີສລາວ 2015Minecraftຊາລີ ແຊັບປິນມະນຸດປານີ ຍາທໍ່ຕູ້ເພງຊາດລາວການສົມລົດເພດດຽວກັນຈອນ ເມນາດ ເຄນໂດນັລ ທຣັມອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວສອນໄຊ ສີພັນດອນແຂວງເຊກອງເສດຖະສາດປະຍຸດ ຈັນໂອຊາເຈ້ຍພິຊາພາ ລິມສະນຸການປະເທດບັງກລາເທດແຂວງສາລະວັນເມືອງຫຼວງພະບາງມາດາກັສກາ (ເກມຫຼິ້ນ)ລັດຖະບານລາຍຊື່ສັດລ້ຽງລູກດ້ວຍນ້ຳນົມໃນລາວວອລອດືມືຣ໌ ແຊແລນສະກຶຍປະເທດເຊັກກີປະເທດຮົງກາລີຈູມມະລີ ໄຊຍະສອນແຂວງຫຼວງນໍ້າທາກຳແພງນະຄອນຫລວງວຽງຈັນປະເທດໄທສົມເດັດພະກະນິດຖາທິລາດເຈົ້າ ກົມສົມເດັດພະເທບພະຣັດລາດສຸດາ ສະຫຍາມບໍຣົມລາຊະກຸມາຣີໄກສອນ ພົມວິຫານແຂວງກວາງບິນການເສຍຊີວິດຂອງ Paulette Gebara Farahສຸຣີທອນ ລີອະຣ່າມວັທປະຫວັດສາດວິໄລລັກ ຈັນທະວົງປະເທດອັງກິດເຂດພິເສດໄຊສົມບູນແຫຼມອິນດູຈີນທະເລຈີນໃຕ້ພາສາລາແຕງມາເລເຊຍລອນດອນ🡆 More