ຍອດນັກສືບຈິ໋ວໂຄນັນ (ຍີ່ປຸ່ນ:名探偵コナン|Meitantei Conan) ແມ່ນກາຕູນຍີ່ປຸ່ນເລື່ອງຍາວແນວສືບສວນສອບສວນເລື່ອງແລະພາບໂດຍອາໂອຍາມ່າ ໂກໂຊ ເຊິ່ງຕີພິມບົນນິດຕະຍະສານຮາຍສັບດາໂຊເນັງຊັນເດ ຕັ້ງແຕ່ ຄ.ສ.
1994 ໂດຍຖືກຕີພິມໃນຫຼາຍພາສາດ້ວຍກັນ ນອກຈາກພາສາຍີ່ປຸ່ນແລ້ວຍັງມີພາສາອັງກິດ, ພາສາຈີນ, ພາສາອິນໂດເນເຊຍ, ພາສາຟິນແລນ, ພາສາຝະລັ່ງ, ພາສາໂຮນລັງ, ພາສາເຢຍລະມັນ, ພາສາອິຕາລີ, ພາສາມາເລເຊຍ, ພາສາເກົາຫຼີ, ພາສາແອສະປາຍ, ພາສາກາຕາລັງ, ພາສາສະວີເດນ, ພາສານໍເວ, ພາສາດານມາກ, ພາສາຫວຽດນາມ, ພາສາຟິລິບປິນແລະພາສາໄທ
ນອກຈາກຍອດນັກສືບຈິ໋ວໂຄນັນຈະຖືກຕີພິມເປັນປື້ມກາຕູນແລ້ວຍັງໄດ້ມີການນຳມາດັດແປງເຮັດເປັນກາຕູນຊີລີ້ໂທລະທັດໂດຍແອນິເມຊັ່ນສະຕູດິໂອໂອໂຕກຽວມູຟວີ່ຊິນຊະ (ໂດຍປະຈຸບັນຮູ້ຈັກກັນໃນຊື່ຂອງທີເອັມເອສ ເອັນເຕີເທນເມນຕ໌ ຈຳກັດ) ໂດຍມີຜູ້ກຳກັບຢ່າງໂຄດະມະ ເຄນຈິ ແລະຍາມາໂມະໂຕະ ຍາຊຸຍຈິໂຣ່ເຊິ່ງນຳອອກອາກາດຜ່ານສະຖານີໂທລະພາບນິບປອນ, ສະຖານີໂທລະພາບໂຍມິອຸຣິ ແລະສະຖານີໂທລະພາບແອນິແມກຊ໌ຕັ້ງແຕ່ວັນທີ 8 ມັງກອນ ຄ.ສ. 1996 ດ້ວຍກະແສຕອບຮັບທີ່ດີຂອງຍອດນັກສືບຈິ໋ວໂຄນັນຈຶງໄດ້ມີການຈັດເຮັດກາຕູນຮູບເງົາເຊິ່ງອອກສາຍຊ່ວງສັບດາຫຍຸດຍາວຕັ້ງແຕ່ວັນທີ 29 ເມສາ ເຖິງວັນທີ 5 ພຶດສະພາຂອງຍີ່ປຸ່ນ (ຫຼືໂກລເດ້ນວີກ) ຂອງທຸກໆ ປີ ອີກທັງຍັງມີການຈັດເຮັດຊີລີ້ຄົນສະແດງອີກດ້ວຍ
ຄຸໂດ້ ຊິນອິຈິ ນັກສືບນັກຮຽນມັດຖະຍົມປາຍວັຍ 17 ປີຖືກຂະໜານນາມວ່າ "ຍອດນັກສືບແຫ່ງປີເຮເຊ" ໄດ້ແອບເບິ່ງການເຈລະຈາລັບຂອງຊາຍຊຸດດຳ ໂດຍບໍ່ລະວັງວ່າຊາຍຊຸດດຳອີກຄົນໄດ້ແອບລອບທຳຮ້າຍດ້ານຫຼັງ ແລ້ວຖືກຈັບກອກຍາພິດທີ່ລະບຸວ່າຖືກຜະລິດພາຍໃນອົງກອນຂອງພວກເຂົາ ແຕ່ຍາພິດນັ້ນກັບເຮັດໃຫ້ຊິນອິຈິຕົວນ້ອຍລົງຈົນກາຍເປັນເດັກອາຍຸ 7 ຂວບ ແລະປ່ຽນຊື່ໃໝ່ເປັນ ເອໂດງາວະ ໂຄນັນ ດ້ວຍຄວາມຊ່ອຍເຫຼືອຂອງດຮ.ອາກາສະ ຮິໂຣຊິ ແລະເພື່ອສືບຫາເບາະແສຮ່ອງຮອຍຂອງຊາຍຊຸດດຳແລະເພື່ອນຳຍາແກ້ພິດກັບມາ ຈຶງໄດ້ໄປຢູ່ກັບໂມຣິ ຣັນໝູ່ຕັ້ງແຕ່ສະໄໝເດັກທີ່ສຳນັກງານນັກສືບໂມຣິ ເຊິ່ງພໍ່ຂອງຣັນ ໂມຣິ ໂຄໂກໂຮ່ແມ່ນນັກສືບເອກະຊົນ ແຕ່ໂຄໂກໂຮ່ແມ່ນນັກສືບທີ່ເພິ່ງພາບໍ່ໄດ້ເລີຍ ໂຄນັນເຊິ່ງແມ່ນຮ່າງເດັກຂອງຊິນອິຈິຈຶງໄດ້ໃຊ້ອຸປະກອນທີ່ປະດິດໂດຍດຮ.ອາກາສະ ຮິໂຣຊິຊ່ອຍຄີ່ຄາຍຄະດີຕ່າງໆ ແທນໂຄໂກໂຮ່ເພື່ອໃຫ້ໂຄໂກໂຮ່ມີຊື່ສຽງຂຶ້ນມາ ແລະລໍຜູ້ຈ້າງວານທີ່ຈະໄດ້ເບາະແສຂອງຊາຍຊຸດດຳ ຊິນອິຈິເພາະຢູ່ໃນຮ່າງຂອງເດັກຈຶງຕ້ອງກັບໄປຮຽນຊັ້ນປະຖົມສຶກສາປີທີ 1 ທີ່ໂຮງຮຽນປະຖົມເທຕັນໃໝ່ອີກຄັ້ງ ແລະໄດ້ກໍ່ຕັ້ງຂະບວນການນັກສືບເຍົາວະຊົນກັບໝູ່ຮ່ວມຊັ້ນຢ່າງໂຍຊິດະ ອາຍູມິ, ຊຶບຸລາຍະ ມິຊຶຮິໂກະ, ແລະໂຄຈິມະ ເກັນຕະ
ການສືບຫາຊາຍຊຸດດຳແລະຍາແກ້ພິດຂອງໂຄນັນກໍໄດ້ດຳເນິນເລື່ອຍມາ ໄດ້ເກີດຄະດີຕ່າງໆແລະຄົ້ນພົບບຸກຄົນສຳຄັນຕ່າງໆ ທີ່ກ່ຽວຂ້ອງກັບພວກຊາຍຊຸດດຳຫຼາຍຂຶ້ນຢ່າງມິຍາໂນະ ອາເຄມິ ໜຶ່ງໃນສະມາຊິກປາຍແຖວໃນອົງກອນຊຸດດຳ ມິຍາໂນະ ຊິໂຮະຫຼືໄຮບາລະ ໄອ ມີໂຄ້ດເນມວ່າເຊີລີ້ອະດີດສະມາຊິກອົງກອນຊຸດດຳ ແລະນັກວິທະຍາສາດຜູ້ປະດິດຄິດຄົ້ນຍາAPTX4869ທີ່ເຮັດໃຫ້ເອໂດງາວະ ໂຄນັນໂຕນ້ອຍລົງອີກດ້ວຍ
ໃນປິ ຄ.ສ. 1994 ຕະຫຼາດປື້ມກາຕູນຍີ່ປຸ່ນໄດ້ມີການປາກົດກາຕູນແນວສືບສວນຫຼາຍຂຶ້ນ ຫຼັງຈາກການຕີພິມກາຕູນເລື່ອງຄິນດະອິຈິຍອດນັກສືບ ອາຈານອາໂອຍາມ່າ ໂກໂຊເລິ່ມທີ່ຈະວາດໂຕກາຕູນເລື່ອງຍອດນັກສືບຈິ໋ວໂຄນັນໃນຊ່ວງນີ້ ຜົນງານບົດທຳອິດຂອງເຂົາໄດ້ປາກົດໃນນິດຕະຍະສານກາຕູນຮາຍສັບດາໂຊງະກຸກັງໂຊເນັງຊັນເດ ໃນວັນທີ 2 ກຸມພາປີດຽວກັນ ອາຈານອາໂອຍາມ່າ ໂກໂຊໄດ້ນຳເຄົ້າໂຄງເລື່ອງຫຼາຍຈາກເລື່ອງອາແຊນ ລູແປງ,ເຊີລັອກ ໂຮມ, ແລະໜັງຊາມູໄຣຂອງອາກິຣະ ຄຸໂຣຊາວ່າ ອາຈານອາໂອຍາມ່າ ໂກໂຊເຄີຍບອກໄວ້ວ່າອາຈານຈະໃຊ້ເວລາສະເລ່ຍໃນການຄິດຄະດີໃໝ່ໆ ໃນກາຕູນຮາວ 4 ຊົ່ວໂມງ ຄັນຄະດີໃດຍິ່ງຊັບຊ້ອນຫຼາຍກໍຈະໃຊ້ເວລາຫຼາຍກວ່າ 12 ຊົ່ວໂມງ ຄະດີທຸກຄະດີຈະປະກອບດ້ວຍຫຼາຍໆ ບົດ ແລະຈະຖືກຄີ່ຄາຍໃນຕອນຈົບທຸກຄັ້ງໂດຍໂຕລະຄອນຈະອະທິບາຍໃນຮູບແບບງ່າຍໆ ອາຈານອາໂອຍາມ່າ ໂກໂຊຍັງຄົງໃຊ້ພາສາງ່າຍໆ ໃຫ້ຜູ້ອ່ານໄດ້ຕິດຕາມຜົນງານຂອງເລື່ອງໄປເລື່ອຍໆ
ຍອດນັກສືບຈິ໋ວໂຄນັນໄດ້ກາຍເປັນປື້ມກາຕູນເລື່ອງຍາວທີ່ມີຫຼາຍກວ່າ 900 ບົດ ໂດຍທຸກໆ ບົດໄດ້ຖືກຮວບຮວມໂດຍໂຊງະກຸກັງໂດຍຫຼີ້ມທຳອິດໄດ້ອອກວາງຈຳໜ່າຍເມື່ອວັນ 18 ມິຖຸນາ ຄ.ສ. 1994 ແລະຜູ້ຊ່ວຍຂອງອາຈານອາໂອຍາມ່າ ໂກໂຊ ກໍໄດ້ຂຽນແລະຈັດພິມໂຄນັນແບບ Side Story ຈຳນວນ 39 ຫຼີ້ມແລ້ວດ້ວຍກັນ
This article uses material from the Wikipedia ລາວ article ຍອດນັກສືບຈິ໋ວໂຄນັນ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.