ຊູເປີມູນ

ຊູເປີມູນ ແມ່ນປະກົດການທາງດາລາສາດເຊິ່ງເປັນ ເດືອນເພັງ ຫຼື ເດືອນແຮມ ໂດຍເກີດຂຶ້ນພ້ອມກັບການເຂົ້າໃກ້ໂລກທີ່ສຸດຂອງດວງຈັນໃນວົງໂຄຈອນຂອງມັນ ເຮັດໃຫ້ເຮົາເບິ່ງເຫັນວ່າດວງຈັນມີຂະໜາດໃຫຍ່ກວ່າປົກກະຕິເມື່ອແນມເບິ່ງຈາກໂລກ.

ສັບສະເພາະສຳລັບເອີ້ນປະກົດການນີ້ແມ່ນ ຈຸດໃກ້ທີ່ສຸດຂອງວົງໂຄຈອນຮອບໂລກ-ຈຸດໂຄຈອນຂອງດາວທີ່ຢູ່ກົງກັນຂ້າມກັນ ຂອງລະບົບໂລກ-ດວງຈັນ-ດວງຕາເວັນ. ຄຳວ່າ "ຊູເປີມູນ" ບໍ່ແມ່ນຊື່ທາງດາລາສາດ ແຕ່ເປັນຊື່ທີ່ມີຕົ້ນກຳເນີດມາຈາກໂຫລາສາດສະໄໝໃໝ່. ຄວາມກ່ຽວຂ້ອງຂອງດວງຈັນກັບລະດັບນ້ຳຂຶ້ນ-ນ້ຳລົງໃນໂລກໄດ້ນຳໄປສູ່ການກ່າວອ້າງວ່າປະກົດການຊູເປີມູນອາດຈະກ່ຽວກັບຄວາມສ່ຽງທີ່ເພີ່ມຂຶ້ນຂອງໄພພິບັດຕ່າງໆເຊັ່ນ: ແຜ່ນດີນໄຫວ ແລະ ພູໄຟລະເບີດ ເປັນຕົ້ນ ແຕ່ວ່າຫຼັກຖານຂອງການເຊື່ອມໂຍງດັ່ງກ່າວແມ່ນຍັງບໍ່ຊັດເຈນ.

ຊູເປີມູນ
ຮູບພາບຊູເປີມູນທີ່ເກີດຂຶ້ນເມື່ອວັນທີ 19 ມີນາ 2011 (ຂວາ), ທຽບກັບຮູບພາບຂອງດວງຈັນຂະໜາດທົ່ວໄປໃນວັນທີ 20 ທັນວາ 2010 (ຊ້າຍ) ເຊິ່ງເບິ່ງເຫັນຈາກໃນໂລກ
ຊູເປີມູນ
ພາບຊູເປີມູນທີ່ເກີດຂຶ້ນໃນວັນທີ 19 ມີນາ 2011 ມີໄລຍະຫ່າງຈາກໂລກ 356,577 ກິໂລແມັດ (221,567 ໄມ). ຄັ້ງຫຼ້າສຸດທີ່ເກີດປະກົດການຊູເປີມູນທີ່ມີໄລຍະຫ່າງຈາກໂລກໜ້ອຍທີ່ສຸດແມ່ນໃນປີ 1993. ມັນມີຄວາມສະຫວ່າງຫຼາຍກວ່າປົກກະຕິ 30% ແລະ ໃຫຍ່ກວ່າປົກກະຕິ 14% ເມື່ອທຽບກັບດວງຈັນເຕັມດວງທີ່ຢູ່ໃນຕຳແໜ່ງໄກສຸດຈາກໂລກ.

ສ່ວນເຫດການກົງກັນຂ້າມແມ່ນເອີ້ນວ່າໄມໂຄຣມູນ ເຊິ່ງເຫດການນີ້ບໍ່ຄ່ອຍເປັນທີ່ຮູ້ຈັກປານໃດເມື່ອທຽບກັບຊູເປີມູນ.

ໃນບາງຄັ້ງ ຊູເປີມູນເກີດຂຶ້ນພ້ອມກັນກັບຈັນທະຄາດເຕັມດວງ ຫຼື ກົບກິນເດືອນເຕັມດວງ. ເຫດການຫຼ້າສຸດເກີດຂຶ້ນເມື່ອວັນທີ 27-28 ກັນຍາ 2015 ເຊິ່ງທີ່ຄັ້ງຕໍ່ໄປຈະເກີດຂຶ້ນອີກໃນເດືອນຕຸລາ 2033. ປະກົດການຊູເປີມູນຄັ້ງຕໍ່ໄປຈະເກີດຂຶ້ນໃນວັນທີ 13-14 ພະຈິກ 2016.

ໄລຍະຫ່າງ

ໄລຍະຫ່າງຂອງດວງຈັນມີຄວາມແຕກຕ່າງກັນໃນແຕ່ລະເດືອນ ເຊິ່ງຢູ່ລະຫວ່າງປະມານ 357,000 ກິໂລແມັດ ຫາ 406,000 ກິໂລແມັດ ເຊິ່ງຂຶ້ນກັບແຕ່ລະໄລຍະຂອງການໂຄຈອນຮອບໂລກ.

ດວງຈັນເຕັມດວງເມື່ອຢູ່ຈຸດທີ່ໃກ້ໂລກທີ່ສຸດຂອງວົງໂຄຈອນ ຈະເຫັນວ່າເສັ້ນຜ່າສູນກາງມີຂະໜາດໃຫຍ່ຂຶ້ນ 14% (ຫຼື ເນື້ອທີ່ໃຫຍ່ຂຶ້ນປະມານ 30%) ແລະ ມີຄວາມສະຫວ່າງເພີ່ມຂຶ້ນ 30% ເມື່ອທຽບກັບດວງຈັນຂະໜາດທົ່ວໄປເມື່ອຢູ່ຈຸດທີ່ໄກທີ່ສຸດຈາກໂລກເຊິ່ງເອີ້ນວ່າ apogee.

ການນິຍາມຊື່

ຄຳວ່າ ຊູເປີມູນ ປະດິດຂຶ້ນໂດຍນັກໂຫລາສາດຊື່ວ່າ ຣິຊາດ ໂນນ (Richard Nolle) ໃນປີ 1979 ເຊິ່ງໄດ້ໃຫ້ນິຍາມວ່າ:

...ເດືອນແຮມ ຫຼື ເດືອນເພັງທີ່ເກີດຂຶ້ນເມື່ອດວງຈັນຢູ່ທີ່ ຫຼື ເຂົ້າໃກ້ (ໃນຂອບເຂດ 90% ຂອງ) ໄລຍະໃກ້ໂລກທີ່ສຸດຂອງວົງໂຄຈອນ (ຈຸດໂຄຈອນໃກ້ໂລກທີ່ສຸດ). ສະຫຼຸບຄື ໂລກ, ດວງຈັນ ແລະ ດວງຕາເວັນ ທັງໝົດຮຽງຕົວຢູ່ໃນເສັ້ນຊື່ດຽວກັນ ໂດຍດວງຈັນຢູ່ໃນໄລຍະໃກ້ໂລກທີ່ສຸດ.

Nolle ໄດ້ອ້າງອີກວ່າດວງຈັນໄດ້ກໍ່ໃຫ້ເກີດ "ແຮງກະຕຸ້ນທາງທໍລະນີຟີຊິກ" ໃນລະຫວ່າງເວລາທີ່ເກີດປະກົດການຊູເປີມູນ. ເຖິງຢ່າງໃດກໍຕາມ Nolle ບໍ່ເຄີຍກ່າວເຖິງເລີຍວ່າຍ້ອນຫຍັງຈຶ່ງເລືອກຕົວເລກ 90.

ຄຳວ່າ ຊູເປີມູນ ບໍ່ໄດ້ຮັບການຍອມຮັບ ຫຼື ໃຊ້ກັນຢ່າງກວ້າງຂວາງໃນປະຊາຄົມດາລາສາດ ແຕ່ຈະໃຊ້ຄຳວ່າ perigee-syzygy ຫຼື ເດືອນແຮມ ຫຼື ເດືອນເພັງທີ່ໃກ້ໂລກທີ່ສຸດ ແທນ. Perigee ແມ່ນຈຸດທີ່ດວງຈັນໂຄຈອນເຂົ້າໃກ້ໂລກທີ່ສຸດ ແລະ Syzygy ແມ່ນເຫດການທີ່ເກີດຂຶ້ນເມື່ອໂລກ, ດວງຈັນ ແລະ ດວງຕາເວັນໂຄຈອນມາຢູ່ໃນເສັ້ນຊື່ດຽວກັນ ເຊິ່ງຈະເກີດຂຶ້ນໃນທຸກໆວັນເດືອນເພັງ ຫຼື ເດືອນແຮມ. ດັ່ງນັ້ນ ຊູເປີມູນຈຶ່ງອາດເປັນສອງປະກົດການນນີ້ທີ່ເກີດຂຶ້ນພ້ອມກັນເຖິງແມ່ນວ່າອາດຈະບໍ່ເກີດຂຶ້ນພ້ອມກັນຢ່າງສົມບູນໃນແຕ່ລະຄັ້ງກໍ່ຕາມ.

ຄວາມຖີ່ໃນການເກີດ

ຮອບວຽນຂອງເດືອນເພັງ ແມ່ນໄລຍະເວລາລະຫວ່າງການຮຽງຕົວກັນຂອງຈຸດທີ່ໃກ້ສຸດຂອງດວງຈັນໃນວົງໂຄຈອນ ກັບດວງຕາເວັນ ແລະ ໂລກ ເຊິ່ງແມ່ນປະມານ 13.9443 ເດືອນ (ປະມານ 411.8 ວັນ). ດັ່ງນັ້ນ ໃນປະມານທຸກໆເດືອນເພັງຄັ້ງທີ 14 ກໍຈະເກີດປະກົດການຊູເປີມູນຂຶ້ນ. ເຖິງຢ່າງໃດກໍຕາມ ໃນໄລຍະເວລາເຄິ່ງໜຶ່ງຂອງຮອບວຽນ, ເດືອນເພັງຈະເຂົ້າໃກ້ຈຸດທີ່ໃກ້ໂລກທີ່ສຸດຂອງວົງໂຄຈອນ ແລະ ເດືອນແຮມກ່ອນ ແລະ ຫຼັງຈາກນັ້ນສາມາດເປັນຊູເປີມູນໄດ້. ດັ່ງນັ້ນ ອາດຈະເກີດປະກົດການຊູເປີມູນໄດ້ເຖິງ 3 ຄັ້ງຕໍ່ໜຶ່ງຮອບວຽນຂອງເດືອນເພັງ.

ເພາະວ່າ 13.9443 ແລະ 14 ມີຄ່າຄວາມແຕກຕ່າງກັນປະມານ 1⁄18, ຊູເປີມູນຈະມີຄວາມແຕກຕ່າງກັນໃນໄລຍະເວລາ 18 ຮອບວຽນຂອງເດືອນເພັງ (ປະມານ 251 ເດືອນ ຫຼື 20.3 ປີ). ໝາຍຄວາມວ່າ ປະມານໜຶ່ງທົດສະວັດ ປະກົດການຊູເປີມູນທີ່ໃຫຍ່ທີ່ສຸດຈະເກີດຂຶ້ນໃນມື້ເດືອນເພັງ ແລະ ໃນອີກໜຶ່ງທົດສະວັດຕໍ່ມາປະກົດການຊູເປີມູນທີ່ໃຫຍ່ທີ່ສຸດຈະເກີດຂຶ້ນໃນມື້ເດືອນແຮມ.

ຜົນກະທົບຕໍ່ປະກົດການນ້ຳຂຶ້ນ-ນ້ຳລົງ

ຜົນກະທົບທີ່ມີຮ່ວມກັນຂອງດວງຕາເວັນ ແລະ ດວງຈັນຕໍ່ກັບນ້ຳໃນມະຫາສະໝຸດໃນໂລກເຊິ່ງເອີ້ນວ່າ ປະກົດການນ້ຳຂຶ້ນ-ນ້ຳລົງ, ໂດຍນ້ຳຈະມີລະດັບສູງທີ່ສຸດເມື່ອດວງຈັນເປັນເດືອນເພັງ ຫຼື ເດືອນແຮມ. ໃນມື້ທີ່ດວງຈັນຢູ່ໃນຈຸດໂຄຈອນທີ່ໃກ້ໂລກທີ່ສຸດ ແຮງທີ່ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງ (ແຮງໄທດັນ) ຈະມີຄວາມແຮງເພີ່ມຂຶ້ນ ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງສູງ ຫຼື ຕ່ຳທີ່ສຸດ. ແຕ່ເຖິງແມ່ນວ່າຈະຢູ່ໃນຈຸດທີ່ມີຄວາມແຮງທີ່ສຸດ ແຮງດັ່ງກ່າວກໍ່ຍັງຖືວ່າຂ້ອນຂ້າງອ່ອນແຮງ ແລະ ສົ່ງຜົນໃຫ້ເກີດມີຄວາມແຕກຕ່າງຂອງລະດັບນ້ຳຫຼາຍນິ້ວ.

ເນື່ອງຈາກແຮງໄທດັນ (ແຮງທີ່ເຮັດໃຫ້ເກີດປະກົດການນ້ຳຂຶ້ນ-ນ້ຳລົງ) ເປັນໄປຕາມກົດການກຳລັງສາມຜົກຜັນ ແຮງນີ້ຈະມີຄວາມແຮງເພີ່ມຂຶ້ນ 19% ຫຼາຍກວ່າປົກກະຕິ.[ຕ້ອງການອ້າງອີງ] ເຖິງຢ່າງໃດກໍຕາມ ເນື່ອງຈາກລະດັບນ້ຳຂຶ້ນ-ນ້ຳລົງມີຄວາມແຕກຕ່າງກັນໃນແຕ່ລະບ່ອນທົ່ວໂລກ, ນີ້ອາດບໍ່ໄດ້ໝາຍຄວາມວ່າຊູເປີມູນມີຜົນກະທົບໂດຍກົງຕໍ່ກັບປະກົດການດັ່ງກ່າວ.

ໄດ້ມີການກ່າວອ້າງວ່າ ຊູເປີມູນໃນວັນທີ 19 ມີນາ່ 2011 ເປັນຕົ້ນເຫດທີ່ເຮັດໃຫ້ເຮືອຈຳນວນ 5 ລຳຫຼົ້ມໃນຊ່ອງແຄບໂຊເລັນໃນສະຫະລາຊະອານາຈັກ, ແຕ່ວ່າການກ່າວຫາດັ່ງກ່າວບໍ່ມີຫຼັກຖານມາຢັ້ງຢືນແຕ່ຢ່າງໃດ.

ຄວາມເຊື່ອມໂຍງກັບໄພພິບັດທາງທຳມະຊາດ

ສື່ຕ່າງໆໄດ້ມີການຄາດຄະເນວ່າໄພພິບັດທາງທຳມະຊາດຕ່າງໆເຊັ່ນ: ແຜ່ນດິນໄຫວ ແລະ ສຶນາມິໃນໂທໂຮະກຸໃນປີ 2011 ແລະ ແຜ່ນດິນໄຫວ ແລະ ສຶນາມິໃນມະຫາສະໝຸອິນເດຍໃນປີ 2004 ມີຄວາມເຊື່ອມໂຍງກັບປະກົດການຊູເປີມູນ. ແຜ່ນດິນໄຫວລະດັບ 7.5 ເຊິ່ງມີສູນກາງທີ່ທິດຕາເວັນຕົກສ່ຽງເໜືອຂອງເມືອງຄັນເວີເດັນໃນປະເທດນິວຊີແລນ ເມື່ອເວລາ 12.02 ກາງຄືນ ຕາມເວລາທ້ອງຖິ່ນ ຂອງວັນທີ 14 ພະຈິກ 2016 ກໍໄດ້ເກີດຂຶ້ນພ້ອມກັນກັບປະກົດການຊູເປີມູນ. ຍັງບໍ່ພົບຫຼັກຖານທີ່ຊີ້ໃຫ້ເຫັນວ່າປະກົດການຊູເປີມູນ ແລະ ໄພແຜ່ນດິນໄຫວຂະໜາດໃຫຍ່ຕ່າງໆມີຄວາມກ່ຽວຂ້ອງກັນ.

ຄັງຮູບພາບ

ອ້າງອີງ

ການເຊື່ອມຕໍ່ພາຍນອກ

ຊູເປີມູນ 
Commons:Category
Commons ມີພາບກ່ຽວກັບ:
ຊູເປີມູນ

Tags:

ຊູເປີມູນ ໄລຍະຫ່າງຊູເປີມູນ ການນິຍາມຊື່ຊູເປີມູນ ຄວາມຖີ່ໃນການເກີດຊູເປີມູນ ຜົນກະທົບຕໍ່ປະກົດການນ້ຳຂຶ້ນ-ນ້ຳລົງຊູເປີມູນ ຄວາມເຊື່ອມໂຍງກັບໄພພິບັດທາງທຳມະຊາດຊູເປີມູນ ຄັງຮູບພາບຊູເປີມູນ ອ້າງອີງຊູເປີມູນ ການເຊື່ອມຕໍ່ພາຍນອກຊູເປີມູນດວງຈັນດາລາສາດໂຫລາສາດ

🔥 Trending searches on Wiki ລາວ:

ເບຍລາວຄັງ ຊຶນ-ກີສະໜາມບິນດົງເຮີຍທະນາຄານກາງລະບອບປະຊາທິປະໄຕເຄມີສາດຕົ້ນຄຳ ພົນຈັນເຮືອງຈັກກະວັດໂອສະມັນໄບຕ໌ສິນລະປະອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວຊົນເຜົ່າໃນລາວໂລກກີລາສາທາລະນະລັດກົງໂກພາສາອົກຊີຕັງສະໜາມບິນສາກົນວັດໄຕມະຫາວິທະຍາໄລແຫ່ງຊາດລາວຄຳຂວັນປະຈຳຊາດຂົວມິດຕະພາບລາວ - ໄທ ແຫ່ງທີ 47 ສິ່ງມະຫັດສະຈັນ.amລັດຖະທຳມະນູນໝີແດງແປງກາຍເອີລົບສາຍການບິນວັນນະຄະດີຫໍພະແກ້ວໄຕມຸມເມືອງຫາດຊາຍຟອງສົມເດັດພະສັນຕະປາປາເບເນດິກທີ່ 16ໂຣນັລດ໌ ເຣແກນຄຳແພງ ໄຊເສດຖາຜັກທຽມລາຍຊື່ນາຍົກລັດຖະມົນຕີໄທມະຫາວິທະຍາໄລລາຊະພັດສວນສຸນັນທາເອາະຫຼາມສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາຈັກກະວັດໂລມັນອັນສັກສິດຣາຢາ ແລະ ມັງກອນໂຕສຸດທ້າຍປະຍຸດ ຈັນໂອຊາມິສອິນເຕີຣ໌ເນຊັນແນລລາວພິທີບາສີ-ສູ່ຂັວນພາວະວິໄສໂຮງຮຽນຣາຊິນີເລກມາຕະຖານສາກົນປະຈຳປຶ້ມປະເທດຝຣັ່ງບໍ່ສາຍຄຳ ວົງດາລາຈິຕະວິທະຍາສຳນັກນາຍົກລັດຖະມົນຕີ (ປະເທດລາວ)ເມືອງໄກສອນ ພົມວິຫານປະເທດໂປໂລຍໄພລິນດາ ພິລາວັນສະຫຍາມມຸງກຸດລາຊະກຸມານມຸກດາວັນ ສັນຕິພອນພຸ່ມພວງ ດວງຈັນແຂວງວຽງຈັນຂົນອະໄວຍະວະເພດເມືອງເກົ່າສຸວັນນະໂຄມຄຳເດິ ພິຊຊ່າ ຄອມປານີເສັ້ນທາງ 13 (ປະເທດລາວ)🡆 More