ແຂວງໄຊສົມບູນ

ແຂວງໄຊສົມບູນ (ຄຳເຄົ້າ: ໄຊຍ໌ສົມບູຣນ໌) ເປັນ ໜຶ່ງໃນ 17 ແຂວງຂອງ ລາວ, ສ້າງຕັ້ງຂຶ້ນ ໃນວັນທີ 31 ທັນວາ 2013 ຢູ່ພາກກາງຂອງປະເທດ.

ມີພື້ນທີ່ຕິດຕໍ່ຈັດລຽງຕາມທິດທາງຕາມເຂັມໂມງ. ໂດຍເລີ່ມຈາກທິດເໜືອດັ່ງນີ້: ຊຽງຂວາງ , ບໍລິຄຳໄຊ , ວຽງຈັນ ແລະ ຫຼວງພະບາງ  ມີເນື້ອທີ່ປະມານ 8,500 ຕາລາງກິໂລແມັດ  ພື້ນທີ່ສ່ວນໃຫຍ່ເປັນພູດອຍ. ສົ່ງຜົນໃຫ້ສະພາບອາກາດທີ່ຂ້ອນຂ້າງເຢັນຕະຫຼອດປີ ເດີນທາງຈາກ ນະຄອນຫຼວງວຽງຈັນ ໄປຕາມເສັ້ນທາງເລກທີ 13 ໃຕ້ ຜ່ານແຂວງບໍລິຄຳໄຊ. ເມືອງທີ່ມີປະຊາກອນ 102,041 ແສນຄົນ (2018), ແບ່ງຕາມ ຊົນເຜົ່າ ດັ່ງນີ້: 55,71 ເປີເຊັນ ຂອງ ຊາວ ມົ້ງ , ຄົນ ລາວ 25,97 ເປີເຊັນ ແລະ ເຜົ່າຂະມຸ 18,32 ເປີເຊັນ ສາມາດແບ່ງອອກເປັນ 7,800 ຄອບຄົວ, ໃນນັ້ນ 3,600 ຄອບຄົວ ຍັງຢູ່ໃນຄວາມທຸກຍາກ

  • ເມືອງເອກ: ເມືອງອະນຸວົງ
  • ເມືອງໃຫຍ່ສຸດ: ເມືອງອານຸວົງ
  • ປະເທດ: ປະເທດລາວ
  • ລະຫັດISO: LA-XS
  • ເນື້ອທີ່: 8,500 ຕາລາງກິໂລແມັດ
  • ປະຊາກອນ: 102,041 ແສນຄົນ (ສະຖິຕິປີ2018)

ທີ່ຕັ້ງ

ແຂວງໄຊສົມບູນ ຕັ້ງຢູ່ພາກກາງຂອງປະເທດລາວເປັນແຂວງດຽວທີ່ບໍ່ມີຊາຍແດນຕິດກັບຕ່າງປະເທດ ແລະເປັນທີ່ຕັ້ງຂອງພູເບ້ຍ ແລະມີຊາຍແດນຕິດຈອດກັບແຂວງຕ່າງໆຄືດັ່ງນີ້:

1. ເຂດພິເສດ​ໄຊ​ສົມບູນ

ເຂດພິເສດໄຊສົມບູນ ​ເຄີຍ​ເປັນ​ເຂດ​ປົກຄອງ​ພິ​ເສດ ທີ່ຢູ່​ພາຍ​ໃຕ້​ຄວາມ​ຮັບຜິດຊອບ​ຂອງ​ກອງ ທັບປະຊາຊົນ​ລາວ ​ໃນ​ຊ່ວງ​ປີ 1975-2006 ​ເນື່ອງ​ຈາກ​ເປັນ​ເຂດ​ທີ່​ມີ​ບັນດາ​ຊາວ​ມົ້ງອາ​ໄສ​ຢູ່ ຢ່າງ​ໜາ​ແໜ້ນເຂດ​ນຶ່ງ​ໃນ​ລາວ ​ໂດຍ​ລັດຖະບານ​ລາວ​ໄດ້​ປະກາດ​ຍົກ​ເລີກ​ເຂດ​ພິ​ເສດ​ໄຊ​ສົມບູນດັ່ງກ່າວ​ໃນ​ປີ 2006 ​ແລ້ວ​ກໍ​ໄດ້​ໂອນ​ຍ້າຍ​ເມືອງ​ໄຊ​ສົມບູນ​ແລະ​ເມືອງ​ຮົ່ມ​ໄປ​ຢູ່​ພາຍ​ໃຕ້ ອໍານາດ​ການ​ປົກຄອງແຂວງ​ວຽງ​ຈັນ.

2. ການ​ສ້າງ​ຕັ້ງ​ແຂວງ​ໄຊ​ສົມບູນ ​ເປັນ​ແຂວງ​ທີ່ 18 ຂອງ ສປປ.ລາວ

ພິທີການ​ປະກາດການ​ສ້າງ​ຕັ້ງ​ແຂວງ​ໄຊ​ສົມບູນ ​ເປັນ​ແຂວງ​ທີ່ 17 ຂອງ ສປປ.ລາວ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 31 ທັນວາ ປີ 2013 ທີ່​ຜ່ານ​ມາ ​ໂດຍ​ມີ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ການ​ນໍາ​ພັກ-ລັດ ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ ພະນັກງານ​ລັດຖະກອນ ​ແລະ​ປະຊາ​ຊົນ​ລາວ ​ເຂົ້າຮ່ວມ​ໃນ​ພິທີ​ດັ່ງ​ກ່າວ​.

ແຂວງໄຊສົມບູນ ເປັນແຂວງໜຶ່ງໃນ 18 ແຂວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຊຶ່ງມີທີ່ຕັ້ງຢູ່ໃນເຂດພາກກາງຂອງປະເທດ ຂອບເຂດຊາຍແດນ:

ແຂວງໄຊສົມບູນ ມີຂອບເຂດຊາຍແດນຕິດກັບບັນດາແຂວງອ້ອມຂ້າງໃກ້ຄຽງດັ່ງນີ້:

-ທິດເໜືອມີຊາຍແດນ ຕິດກັບເມືອງພູຄູນ ແຂວງຫຼວງພຣະບາງ, ເມືອງພູກູດ,ເມືອງຜາໄຊ ແລະ ເມືອງຄູນ ແຂວງຊຽງຂວາງ.

-ທິດໃຕ້ມີຊາຍແດນ ຕິດກັບ ເມືອງທຸລະຄົມ ແຂວງວຽງຈັນ ແລະ ເມືອງທ່າພະບາດ ແຂວງບໍລິຄໍາໄຊ

-ທິດຕາເວັນຕົກມີຊາຍແດນ ຕິດກັບ ເມືອງກາສີ, ເມືອງວັງວຽງ, ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ

-ທິດຕາເວັນອອກມີຊາຍແດນ ຕິດກັບ ເມືອງໝອກໃໝ່ ແຂວງ ຊຽງຂວາງ ແລະ ເມືອງບໍລິຄັນ ແຂວງບໍລິຄໍາໄຊ

ແຂວງໄຊສົມບູນມີເນື້ອທີ່ໃນເຂດການປົກຄອງທັງໝົດ 8.500 ຕາລາງກິໂລແມັດ ໂດຍໄດ້ມີການຈັດສັນພື້ນທີ່ອອກເປັນ 8 ປະເພດ ດັ່ງນີ້: ດິນກະສິກຳ 138. 340 ເຮັກຕາດິນປຸກສ້າງ 5. 371 ເຮັກຕາດິນອຸດສາຫະກຳ 17. 631 ເຮັກຕາດິນປ່າໄມ້ 599. 570 ເຮັກຕາດິນຄົມມະນາຄົມ 3. 375ເຮັກຕາດິນວັດທະນະທຳ1. 523ເຮັກຕາ ດິນບໍລິເວນນ້ຳ 45.169 ເຮັກຕາ ດິນ ປກສ ແລະ ປກຊ 2.018ເຮັກຕາ

ແຂວງໄຊສົມບູນພາຍຫຼັງໄດ້ຖືກຂະໜານນາມໃຫ້ເປັນແຂວງໜຶ່ງໃນ 18 ແຂວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຕາມມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 12/ສພຊ, ລົງວັນທີ 13 ທັນວາ 2013 ແລະ ໄດ້ປະກາດເປັນທາງການໃນວັນທີ 31 ທັນວາ 2013 ແລ້ວແຂວງໄຊສົມບູນກໍໄດ້ມີລະບົບການຈັດການປົກຄອງເປັນຂອງຕົນເອງຄືກັນກັບແຂວງໆອື່ນໆໃນ ສປປ ລາວ ທີ່ດໍາເນີນການປົກຄອງດ້ວຍ “ລະບອບປະຊາທິປະໄຕປະຊາຊົນ” ໂດຍມີທ່ານເຈົ້າແຂວງເປັນປະມຸກລັດຂອງແຂວງພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານພັກແຂວງ.

ແຂວງ​ໄຊ​ສົມບູນ ປະກອບ​ມີ​ເຂດ​ການ​ປົກຄອງ 5 ​ເມືອງ​ດ້ວຍ​ກັນ​ກໍ​ຄື : ​ເມືອງ​ຮົ່ມ ​ເມືອງ​ທ່າ​ໂທມ ​ເມືອງອະນຸວົງ ເມືອງ​ລ້ອງ​ຊານ ​ແລະ ເມືອງ​ລ່ອງ​ແຈ້ງ ຊຶ່ງ​ໃນ​ນີ້​ກໍ​ມີ​ຢູ່ 3 ​ເມືອງ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່ ກໍ​ຄື​ ເມືອງ​ລ້ອງ​ຊານ ທີ່ແຍກ​ອອກ​ຈາກ ​ເມືອງ​ຮົ່ມ ກັບ ເມືອງ​ລ່ອງ​ແຈງ ​ແລະ ​ເມືອງ​ອະນຸວົງ ທີ່​ສ້າງ​ຕັ້ງ​ຂຶ້ນມາ ​ແທນ ເມືອງ​ໄຊສົມບູນ​ນັ້ນ​ເອງ.


<http://lao.voanews.com/content/laos-government-established-saysomboun-as-the-18th-province-of-country/1824608.html

Tags:

🔥 Trending searches on Wiki ລາວ:

ວັງວຽງຈູມມະລີ ໄຊຍະສອນປະເທດຫວຽດນາມໃຕ້ພາສາຈີນໂທລະຄົມມະນາຄົມມາຣີໂອ ດຣາກີອານາຈັກລ້ານນາເມືອງວຽງທອງສົງຄາມເຢັນຜາສາດຫີນວັດພູທົ່ງໄຫຫີນຄອບຄົວລາຍຊື່ຜູ້ທີ່ໄດ້ຮັບຕຳແໜ່ງຄອນຕິເນນທອລຄວີນອັອຟບິວຕີ້ເຢນເອີລົບກູໂກລປະເທດໄທຖ້ຳຕິ່ງສະຫະລັດເຄື່ອງໝາຍຊາດລາວສອນໄຊ ສີພັນດອນປະເທດຝຣັ່ງມິສແກຣນອິນເຕີເນຊັນແນລ 2016ມະຫາສະໝຸດອິນເດຍການແພ່ເຊື້ອພະຍາດທົ່ວຂອງໂຄວິດ-19ເຄື່ອງໝາຍວັກປະເທດນູແວນ ເຊລັງເອລວິດ ເພັສລີດາວພຸດອາຊີອາຕິກແຂວງຜົ້ງສາລີສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ປະເທດມາເຊດວນເໜືອກູເກິລກິລາໂອແລມປິກວັດສີສະເກດລັດທິພາສາອິຕາລີສຳນັກນາຍົກລັດຖະມົນຕີ (ປະເທດລາວ)ປະເທດໄຕ້ຫວັນສະຫະພາບເອີຣົບຈັກກະວັດແອັດສະປາຍອາຫານລາວສຸຣີທອນ ລີອະຣ່າມວັທມິສຢູນີເວີຣສລາວໝີແດງແປງກາຍໜ້າຈໍວັດມະຫາທາດຣາຊະບໍວອນວິຫານສະໄໝກາງ7 ສິ່ງມະຫັດສະຈັນຕາດແສ້ການທ່ອງທ່ຽວດິສນີ+ຊາລີ ແຊັບປິນແຂວງໄຊສົມບູນໂຣບົດວິວັດທະນາການສະໜາມບິນຊຽງຂວາງລະບອບປະຊາທິປະໄຕ🡆 More