ເຫດການ 14 ຕຸລາ (ໄທ: เหตุการณ์ 14 ตุลา) ຫຼື ວັນມະຫາວິປະໂຍກ ຫຼື ວັນມະຫາປິຕິ ແມານເຫດການປາບປາມຜູ້ປະທ້ວງບໍລິເວນພະບໍລົມມະຫາລາຊະວັງແລະຖະໜົນຣາດຊະດຳເນີນຢ່າງຮຸນແຮງໂດຍລັດຖະບານທ່ານ ຈອມພົນ ຖະໜອມ ກິດຕິຂະຈອນ ຈົນມີຜູ້ເສຍຊີວິດຫຼາຍສິບຄົນ ບາດເຈັບກວ່າ 800 ຄົນ ແລະມີຜູ້ສູນຫາຍອີກຈຳນວນມາກ
ເຫດການ 14 ຕຸລາ | |||
---|---|---|---|
ຝູງຊົນຊຸມນຸມທີອານຸສາວະລີປະຊາທິປະໄຕໃນປີ 1973 ເພື່ອຕໍ່ຕ້ານລະບອບຜະເດັດການທະຫານ | |||
ວັນທີ | 14 ຕຸລາ ຄ.ສ. 1973 | ||
ສະຖານທີ່ | ຖະໜົນຣາດຊະດຳເນີນ ບາງກອກ ປະເທດໄທ | ||
ສາເຫດ |
| ||
ເປົ້າໝາຍ |
| ||
ວິທີການ | ການເດີນຂະບວນ, ການແຈກໃບປິວ, ການກໍ່ຈະລາຈົນ | ||
ຜົນ |
| ||
ຄູ່ຂັດແຍ້ງ | |||
| |||
ຜູ້ນຳ | |||
| |||
จำนวน | |||
| |||
ຄວາມເສຍຫາຍ | |||
ເສຍຊີວິດ | 77 ຄົນ | ||
ບາດເຈັບ | 857 ຄົນ |
ການປະທ້ວງເກີດຂຶ້ນຈາກຫຼາຍສາເຫດ ຄື ປະເທດໄທຢູ່ພາຍໃຕ້ລະບອບຜະເດັດການທະຫານມານານເກືອບ 15 ປີ ຕັ້ງແຕ່ສະໄໝທ່ານ ຈອມພົນ ສະຫຼິດ ທະນະລັດ ປະກອບກັບການທຸຈະລິດຫຼາຍໃນລັດຖະບານ ຮວມທັ້ງການລັດຖະປະຫານຕົວເອງໃນປີ 1971 ຂ່າວການລັກລອບຄ່າສັດປ່າໃນເຂດອຸດທະຍານແຫ່ງຊາດ ນຳໄປສູ່ການຮຽກຮ້ອງລັດຖະທຳນະນູນທີເປັນປະຊາທິປະໄຕ ມີການຕີພິມ "ບັນທຶກລັບຈາກທຸ່ງໃຫຍ່" ທຳໃຫ້ເກີດຄວາມສົນໃຈໃນໝູ່ປະຊາຊົນ ນຳໄປສູ່ການເດີນແຈກໃບປິວຂອງນັກສຶກສາໃນບາງກອກ ລະຫວ່າງວັນທີ 6–9 ຕຸລາ ມີນັກເຄື່ອນໄຫວທາງການເມືອງແລະສະມາຊິກສະພາຜູ້ແທນລາຊະດອນເຖີກຈັບກຸມ ຊຶ່ງຕໍ່ມາບຸກຄົນເຫຼົ່ານີ້ໄດຊື່ວ່າ "13 ຂະບົດລັດຖະທຳມະນູນ" ທຳໃຫ້ເກີດການປະທ້ວງໃຫຍ່ ເລີ່ມຕັ້ງແຕ່ວັນທີ 9 ຕຸລາ ທີ່ມະຫາວິທະຍາໄລທຳມະສາດສູ່ການເດີນປະທ້ວງໃນຖະໜົນຣາດຊະດຳເນີນ ໂດນມີປະຊາຊົນທະຍອຍເຂົ້າຮ່ວມຫຼາຍແສນຄົນ ວັນທີ 13 ຕຸລາ ລັດຖະບານປະກາດຍອມຮັບຂໍ້ຮຽກຮ້ອງຂອງຜູ້ປະທ້ວງວ່າຈະຮ່າງລັດຖະທຳມະນູນ ທຳໃຫ້ຜູ້ຊຸມນຸມບາງສ່ວນສະຫຼາຍຕົວ
ຢ່າງໄຮກົດີ ວັນທີ 14 ຕຸລາ ຄ.ສ. 1973 ຜູ້ປະທ້ວງບາງສ່ວນເດີນທາງໄປພະບໍລົມມະຫາລາຊະວັງເພື່ອຂໍພົບຜູ້ແທນພະອົງພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ເມື່ອຕົກລົງສະຫຼາຍຕົວແລ້ວຈູ່ໆ ກົເກີດເຫດຮະເບີດແຖວພະບໍລົມມະຫາລາຊະວັງ ແລະເລີ່ມປາບປາມການປະທ້ວງຢ່າງຮຸນແຮງໂດຍມີການຮະດົມລົດຖັງແລະເຮລີຄອບເຕີ ຝ່າຍຜູ້ປະທ້ວງມີຜູ້ເຂົ້າຮ່ວມເພີ່ມເປັນປະມານ 500.000 ຄົນ ຈົນຝ່າຍຄວາມມັ່ນຄົງຖອນກຳລັງອອກໄປໃນຊ່ວງເຍັນ ແລະໃນເວລາ 19.15 ນ. ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ມີພະລາຊະດຳລັດທາງໂທລະພາບວ່າລັດຖະບານທະຫານລາອອກແລ້ວ ຫຼັງຈາກນັ້ນມີການປະທະກັນອີກເລັກນ້ອຍໃນວັນທີ 15 ຕຸລາ ແຕ່ຜູ້ຊຸມນຸມເມື່ອສະຫຼາຍຕົວຮູ້ວ່າບຸກຄົນສຳຄັນໃນລັດຖະບານສາມຄົນທີຮຽກວ່າ "3 ທໍລະລາດ" ເດີນທາງອອກນອກປະເທດແລ້ວ
ຫຼັງເຫດການ ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ຊົງແຕ່ງຕັ້ງ ທ່ານ ສັນຍາ ທຳມະສັກ ເປັນນາຍົກລັດຖະມົນຕີ ແມ່ນການເລີ່ມຕົ້ນຂອງ "ຍຸກການທົດລອງປະຊາທິປະໄຕ" ທີສິ້ນສຸດລົງດ້ວຍເຫດການ 6 ຕຸລາແລະລັດຖະປະຫານ ປີ 1976; ຜູ້ເສຍຊີວິດໄດ້ຮັບຍົກຍ່ອງເປັນ "ວີລະຊົນເດືອນຕຸລາ" ແລະມີແຜນກໍ່ສ້າງອະນຸສອນສະຖານ 14 ຕຸລາເພື່ອເປັນອະນຸສອນ ແຕ່ການກໍ່ສ້າງນັ້ນກວ່າຈະເສັດກົລ່ວງມາຈົນປີ 1998
This article uses material from the Wikipedia ລາວ article ເຫດການ 14 ຕຸລາ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.