ວິຖີແຫ່ງສາຍນ້ຳ

ອະວະຕາຣ : ວິຖີແຫ່ງສາຍນ້ຳ (ອັງກິດ: Avatar: The Way of Water) ເປັນຮູບເງົາອາເມລິກາແນວມະຫາກາບບັນເທີງຄະດີວິທະຍາສາດ ສາຍໃນປີ 2022 ກຳກັບໂດຍ ເຈມ ແຄເມຣອນ ແລະ ສ້າງໂດຍ ທະເວນຕີ ເຊັນຈູຣີສ ສະຕູດີໂອສ໌ ເປັນຮູບເງົາເລື່ອງທີສອງຂອງແຟຣນໄຊສ໌ ອະວະຕາຣ ຂອງແຄເມຣອນ ຕໍ່ຈາກ ອະວະຕາຣ (ປີ 2009) ແຄເມຣອນຮ່ວມອຳນວຍການສ້າງຮູບເງົາກັບ ຈອນ ແລນເດົາ ແລະ ຮ່ວມຂຽນບົດຮູບເງົາກັບຣິກ ຈາຟາ ແລະ ອາແມນດາ ຊິລເວີ ຈາກເນື້ອເລື່ອງໂດຍແຄເມຣອນ, ຈາຟາ, ຊິລເວີ, ຈອສ ຟຣາຍດ໌ແມນ ແລະ ເຊນ ຊາເລີໂນ ນັກສະແດງ ແຊມ ວໍທິງຕັນ, ໂຊອີ້ ຊາດານາ, ສະເຕເຟນ ແຣງ, ໂອເອລ ເດວິດ ມໍຣ໌, ຊີຊີເອຊ ພາວເດີ, ຈີໂອວັນນິ ຣິບິຊິ, ໄດລີບ ເຣົາ ແລະ ແມດຕ໌ ເຈີຣັລ ກັບມາຮັບບົດເດິມຈາກຮູບເງົາກ່ອນໜ້ານີ້ ຂະນະທີ່ ຊິກົວຣ໌ນີ ວີເວີ ກັບມາສະແດງໃນບົດບາດອື່ນ ນັກສະແດງໃໝ່ປະກອບດ້ວຍ: ເຄດ ວິນສະເລດ, ຄລິຟ ເຄຕິສ, ເອດດີ ຟັລໂກ, ເຈເມນ ເຄລເມັນ ແລະ ເບຣນແດນ ຄາເວລລ໌

ອະວະຕາຣ : ວິຖີແຫ່ງສາຍນ້ຳ
ວິຖີແຫ່ງສາຍນ້ຳ
ໂປສເຕີຮູບເງົາ
ກຳກັບເຈມ ແຄເມຣອນ
ບົດຮູບເງົາ
  • ເຈມ ແຄເມຣອນ
  • ຣິກ ຈາຟາ
  • ອາແມນດາ ຊິລເວີ
ເນື້ອເລື່ອງ
  • ເຈມ ແຄເມຣອນ
  • ຣິກ ຈາຟາ
  • ອາແມນດາ ຊິລເວີ
  • ຈອສ ຟຣາຍດ໌ແມນ
  • ເຊນ ຊາເລີໂນ
ສ້າງຈາກຕົວລະຄອນ
ໂດຍ ເຈມ ແຄເມຣອນ
ອຳນວຍການສ້າງ
  • ເຈມ ແຄເມຣອນ
  • ຈອນ ແລນເດົາ
ນັກສະແດງນຳ
  • ແຊມ ວໍທິງຕັນ
  • ໂຊອີ້ ຊັລດານາ
  • ຊິກົວຣ໌ນີ ວີເວີ
  • ສະເຕເຟນ ແຣງ
  • ເຄດ ວິນສະເລດ
ກຳກັບພາບຣັສເຊລ ຄາເພນເຕີ
ຕັດຕໍ່
  • ສະເຕເຟນ ອີ. ຣີຟຄິນ
  • ເດວິດ ເບຣນເນີ
  • ຈອນ ຣີເຟົາ
  • ເຈມ ແຄເມຣອນ
ດົນຕີປະກອບໄຊມອນ ແຟຣງເລນ
ບໍລິສັດຜູ້ສ້າງ
ໄລທ໌ ສະຕຣອມ ອິນເຕີເທນເມັນ
ຈຳໜ່າຍ/ເຜີຍແຜ່ທະເວນຕີ ເຊັນຈູຣີສ ສະຕູດີໂອສ໌
ວັນສາຍ22 ທັນວາ 2022
(ປະເທດລາວ)
16 ທັນວາ 2022
(ສະຫະລັດອາເມຣິກາ)
ຄວາມຍາວ190 ນາທີ
ປະເທດທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ350–460 ລ້ານໂດລາສະຫະລັດ
ລາຍໄດ້2.3 ຕື້ໂດລາສະຫະລັດ

ແຄເມຣອນເຄີຍໄດ້ກ່າວໄວ້ໃນປີ 2006 ວ່າລາວຢາກຈະສ້າງພາກຕໍ່ຂອງ ອະວະຕາຣ ຖ້າຮູບເງົາປະສົບຜົນສຳເລັດ ຫຼັງຮູບເງົາປະສົບຜົນສຳເລັດ ລາວໄດ້ປະກາດພາກຕໍ່ສອງເລື່ອງເມື່ອປີ 2010 ໂດຍກຳນົດໃຫ້ ອະວະຕາຣ 2 ສາຍໃນປີ 2014 ແນວໃດກໍຕາມ ມີການປະກາດສ້າງພາກຕໍ່ອີກ 3 ເລື່ອງ ແລະ ຄວາມຈຳເປັນໃນການພັດທະນາເຕັກໂນໂລຊີໃໝ່ເພື່ອຖ່າຍທຳການຈັບການເຄື່ອນໄຫວໃນສາກໃຕ້ນ້ຳ ເຊິ່ງຄວາມສຳເລັດທີ່ບໍ່ເຄີຍມີມາກ່ອນ ເຮັດໃຫ້ເກີດຄວາມຫຼ້າຊ້າຫຼາຍເພື່ອເຮັດໃຫ້ທີມງານມີເວລາຫຼາຍຂຶ້ນໃນການເຮັດວຽກຂຽນບົດ, ກ່ອນການສ້າງ ແລະ ວິຊວໍລເອັບເຟັກ ຮູບເງົາເລື່ອນສາຍເຖິງແປດຄັ້ງ ໂດຍຄັ້ງຫຼ້າສຸດຈະເກີດຂຶ້ນໃນວັນທີ 23 ກໍລະກົດ ປີ 2020 ກຳນົດສາຍປັດຈຸບັນແມ່ນວັນທີ 16 ທັນວາ 2022 ຕາມມາດ້ວຍພາກຕໍ່ອີກ 3 ເລື່ອງ ໂດຍຈະສາຍວັນທີ 20 ທັນວາ 2024, 18 ທັນວາ 2026 ແລະ 22 ທັນວາ 2028 ຕາມລຳດັບ

ຮູບເງົາເຮັດລາຍໄດ້ 2.3 ຕື້ໂດລາສະຫະລັດ ເປັນຮູບເງົາທີ່ເຮັດເງິນສູງສຸດໃນອັນດັບທີສອງຂອງປີ 2022 ແລະ ເປັນຮູບເງົາທີ່ເຮັດລາຍໄດ້ເຖິງໜຶ່ງຕື້ໂດລາສະຫະລັດໄວເປັນອັນດັບທີ 6 ຕະຫຼອດການດ້ວຍເວລາພຽງ 14 ວັນ ແທນທີ່ຮູບເງົາພາກທຳອິດທີ່ໃຊ້ເວລາ 19 ວັນ ອີກທັງຍັງເປັນຮູບເງົາເຮັດເງິນຫຼາຍກວ່າ 1 ຕື້ໂດລາສະຫະລັດໃນຊ່ວງການລະບາດທົ່ວຂອງໂຄໂຣນາໄວຣັສ 2019-2020 ເປັນອັນດັບ 4 (ຕາມຫຼັງ ມະນຸດ-ແມງມຸມ ຮ່ວມກຳລັງປົກປ້ອງໂລກ, ທັອບກັນ: ມາເວີຣິກ ແລະ ຈູຣາສິກເວີລ ທວງຄືນອານາຈັກ) ເປັນຮູບເງົາທີ່ເຮັດເງິນຫຼາຍກວ່າ 2 ຕື້ໂດລາສະຫະລັດເປັນອັນດັບທີ 6 ຂອງໂລກ ເປັນເລື່ອງທີສອງທີ່ເຮັດເງິນເຖິງພາຍໃນເວລາບໍ່ຮອດ 40 ວັນ

ຮູບເງົາໄດ້ງົບປະມານ 350-460 ລ້ານໂດລາສະຫະລັດ ເຈມ ແຄເມຣອນ ກ່າວວ່າ ຮູບເງົາໄດ້ປະສົບຄວາມສຳເລັດໄດ້ຕ້ອງເປັນຮູບເງົາທີ່ເຮັດເງິນສູງສຸດໃນສິບອັນດັບທຳອິດ ຈຸດຄຸ້ມທຸນຂອງໜັງຈຶ່ງຢູ່ທີ່ 1500 ລ້ານໂດລາສະຫະລັດ ຮູບເງົາໄດ້ຮັບຄຳວິຈານໃນທາງບວກຢ່າງຫຼວງຫຼາຍຈາກນັກວິຈານ ນັກວິຈານຊື່ນຊົມໃນງານສ້າງ ການສ້າງເຕັກນິກພິເສດທາງພາບ ເຕັກນິກພິເສດທີ່ກ້າວລ້ຳ ງານຮຽບຮຽງພາບ ການກຳກັບ ແລະ ດົນຕີປະກອບ ແຕ່ວິຈານໃນບົດຮູບເງົາທີ່ບາງເບົາ ການເລົ່າເລື່ອງ ແລະ ຄວາມຍາວຂອງໜັງ ຮູບເງົາໄດ້ຮັບການສົ່ງຊື່ເຂົ້າຊິງລາງວັນຫຼາກຫຼາຍຈາກຫຼາຍສະຖາບັນຮູບເງົາລວມຮູບເງົາດີເດັ່ນປະຈຳປີ 2022 ຂອງສຳນັກຣີວິວ

ພາກຕໍ່ ອະວະຕາຣ 3 ກຳນົດສາຍໃນສະຫະລັດອາເມຣິກາວັນທີ 20 ທັນວາ 2024 ແຄເມຄອນເຜີຍ ລາວກຳລັງຈະຕ້ອງເຮັດພາກຕໍ່ຕາມທີ່ສັນຍາໄວ ເມື່ອອະວະຕາຣພາກທີສອງປະສົບຄວາມສຳເລັດ ເຊິ່ງລວມເຖິງຮູບເງົາເລື່ອງ 4 ແລະ 5 ດ້ວຍ ຮູບເງົາພາກຕໍ່ອີກທັງສອງເລື່ອງກຳລັງຢູ່ໃນຂັ້ນຕອນການພັດທະນາ

ໃນປີ 2023 ຈາກຄວາມສຳເລັດຂອງຮູບເງົາ ເຮັດໃຫ້ ບັອບ ໄອເກີ້ ຜູ້ບໍລິຫານຂອງເດິ ວໍລ ດິສນີ ໄດ້ເຜີຍວ່າກຳລັງຈະລົງທຶນກັບແຟຣນຊາຍຢ່າງເຕັມຮູບແບບ ໂດຍແຜນການດັ່ງກ່າວຈະກ່ຽວຂ້ອງກັບການເພີ່ມຍອດຜູ້ສະໝັກສະມາຊິກ ດິສນີ+ ໂດຍວາງແຜນຈະສ້າງສື່ຕ່າງໆ ອອກມານອກເໜືອຈາກຮູບເງົາພາກຕໍ່ສາມເລື່ອງ ແລະ ອາດຈະເຮັດການສ້າງເລື່ອງ 6 ແລະ 7 ເພີ່ມຖ້າຫາກຜົນຕອບຮັບດີ

ນັກສະແດງ

ອ້າງອີງ

Tags:

ພາສາອັງກິດ

🔥 Trending searches on Wiki ລາວ:

ນາງເງືອກນ້ອຍ (ຮູບເງົາ 2023)ພະລາຊະວັງແວກໄຊເມືອງວຽງທອງພາສາສາດIATA airline designatorລາຍຊື່ສັດລ້ຽງລູກດ້ວຍນ້ຳນົມໃນລາວສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ຊົນເຜົ່າໃນລາວແມວທາກາສຸຣີທອນ ລີອະຣ່າມວັທປະເທດມາເຊດວນເໜືອມິດ ໄຊບັນຊາອັກສອນລາວIsocarp28 ພະຈິກ7 ສິ່ງມະຫັດສະຈັນທະຊະຍະ ປະທຸມວັນຈັກກະວັດແອັດສະປາຍການບິນລາວລື້ນາຍົກລັດຖະມົນຕີໄທສະຫະປະຊາຊາດຕົ້ນຄຳ ພົນຈັນເຮືອງຄລາຣາ ໂຊຊາອຸຍກູຣເມືອງເກົ່າສຸວັນນະໂຄມຄຳກົວລາລຸມປູປະເທດພູຖານກຳແພງນະຄອນຫລວງວຽງຈັນໄທໃຫຍ່ພາສາລາວເມືອງເກົ່າແກ່ສຸວັນນະໂຄມຄຳ.tdອາເນຍ ກາເຊຍເຟດບຸກທັນວາ ສຸລິຍະຈັກສຳນັກນາຍົກລັດຖະມົນຕີ (ປະເທດລາວ)ການໃຫ້ທານມຸກດາວັນ ສັນຕິພອນຖ້ຳຕິ່ງດິນເຜົາແລະຈະຄຣິສຕຽນໂນ ໂຣນາໂດມີສລາວ 2009ດາວອັງຄານປະເທດເບນິນເຢນນ້ຳຕົກຕາດຫຼີ່ຜີພະບາງສົງຄາມໂລກຄັ້ງທີສອງພຣະຣາຊອານາຈັກລາວເລໂອນາໂດ ດາ ວິນຊີອາຫານແມ່ນ້ຳຂອງມໍຣະກົດ ມະນີສາຍຍູຟາແຊມປ້ຽນລີກໄກສອນ ພົມວິຫານຮອບບິດ (ປຶ້ມ)ມາດາກັສກາ (ເກມຫຼິ້ນ)ເຂດສະພານສູງMoscow State Universityໂທລະຄົມມະນາຄົມເສດຖະສາດພິທີບາສີ-ສູ່ຂັວນ🡆 More