ໂຄງການກໍ່ສ້າງຫໍພິພິທະພັນ ປກສ ຫຼັງໃໝ່ ໄດ້ດຳເນີນມາແຕ່ວັນທີ 22/6/2010 ແລະ ສຳເລັດໃນວັນທີ 24 ມີນາ 2011 ໂດຍໃຊ້ເວລາ 9 ເດືອນ ເປັນອາຄານ 4 ຊັ້ນ ປະກອບມີຫ້ອງສະໝຸດ ຫ້ອງປະຊຸມ ຫ້ອງຄວບຄຸມ ITແລະ ອື່ນໆ ຢູ່ຊັ້ນທີ 1 ສ່ວນຊັ້ນທີ 2-3 ແລະ 4 ເປັນສະຖານທີ່ຈັດວາງສະແດງຮູບພາບ ແລະ ວັດຖຸພັນທີ່ເປັນມູນເຊື້ອຂອງກຳລັງ ປກສ ແລະ ສະຖານທີ່ກາງແຈ້ງຍັງໄດ້ມີການວາງສະແດງວັດຖຸພັນ ລົດຕັງ ລົດດັບເພີງ ແລະ ອື່ນໆ ມີຄວາມສາມາດຮັບແຂກເຂົ້າຊົມ ຄັ້ງໜຶ່ງໄດ້ 100-150 ຄົນ.
ໂຄງການດັ່ງກ່າວໄດ້ທຶນກໍ່ສ້າງມີມູນຄ່າທັງໝົດ 75.994.999.000 ກີບ ໂດຍນຳໃຊ້ງົບປະມານຂອງລັດ 100%.
ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 50 ປີ ທີ່ຈະມາເຖິງ ບໍລິສັດດາລາຈະເລີນກໍ່ສ້າງ ຍັງໄດ້ມອບເງິນຊຸກຍູ້ວັນດັ່ງກ່າວຈຳນວນ 100 ລ້ານກີບ.
This article uses material from the Wikipedia ລາວ article ຫໍພິພິທະພັນ ປກສ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.