ນ້ຳຕານໝາກໄມ້ (ອັງກິດ: fruit sugar, fructose) ແມ່ນນ້ຳຕານພື້ນຖານຈຳພວກນ້ຳຕານດ່ຽວ ພົບໃນອາຫານຫຼາຍຫຼວງແລະແມ່ນນຶ່ງໃນສາມຂອງນ້ຳຕານໃນເລືອດທີ່ມີຄວາມສຳຄັນຫຼາຍທີ່ສຸດ.
ອີກສອງຊະນິດທີ່ເຫຼືອແມ່ນ ນ້ຳຕານອະງຸ່ນ ແລະ ນ້ຳຕານນົມເຄິ່ງ. ນ້ຳຕານໝາກໄມ້ມີຫຼາຍໃນ ນ້ຳເຜິ້ງແລະໝາກໄມ້ຕ່າງ ໆ ເຊັ່ນ ເບ ແຕງຫອມ ຯລຯ ເຊິ່ງໂດຍປົກກະຕິຈະຢູ່ຮ່ວມກັບ ນ້ຳຕານອ້ອຍແລະນ້ຳຕານອະງຸ່ນ ນ້ຳຕານໝາກໄມ້ໄດ້ມາຈາກກາຣຍ່ອຍສະຫຼາຍນ້ຳຕານອ້ອຍ ເຊິ່ງເປັນນ້ຳຕານຄູ່ທີ່ປະກອບດ້ວຍນ້ຳຕານອະງຸ່ນແລະນ້ຳຕານໝາກໄມ້. ການຍ່ອຍສະຫຼາຍຈະໄວຂຶ້ນໂດຍອັງຊິມໃນລະຫວ່າງການຍ່ອຍອາຫານ.
This article uses material from the Wikipedia ລາວ article ນ້ຳຕານໝາກໄມ້, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.