ມິສຢູນິເວີຣສ 2022

ມິສຢູນິເວີຣສ 2022 ຫຼື ນາງງາມຈັກກະວານ 2022 (ອັງກິດ: Miss Universe 2022) ເປັນການຈັດປະກວດມິສຢູນິເວີຣສ ຄັ້ງທີ 71 ແລະ ເປັນການຈັດການປະກວດມິສຢູນິເວີຣສຄັ້ງທຳອິດຂອງບໍລິສັດ ເຈເຄເອັນ ໂກລບອລ ກຣຸ໊ບ ຈຳກັດ (ມະຫາຊົນ) ຈາກປະເທດໄທ ຫຼັງຈາກເຂົ້າຊື້ທຸລະກິດທັງໝົດຂອງອົງກອນມິສຢູນິເວີຣສ (MUO) ມາຈາກເອັນເດຟເວີຂອງສະຫະລັດອາເມຣິກາ ກຳນົດຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນ ນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນ ນະຄອນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ ໂດຍ ຫາຣນາສ ສັນດຸ ມິສຢູນິເວີຣສ 2021 ຈາກປະເທດອິນເດຍ ໄດ້ສົ່ງມົງກຸດໃຫ້ແກ່ ອາຣ໌ ບອນນີ ເກບຣຽລ ຈາກສະຫະລັດອາເມຣິກາ ເປັນມິສຢູນິເວີຣສຄົນທີ 71 ຂອງໂລກ ແລະ ເປັນນາງງາມຄົນທີ 9 ຈາກສະຫະລັດອາເມຣິກາທີ່ໄດ້ຮັບຕຳແໜ່ງນີ້

ມິສຢູນິເວີຣສ 2022
ວັນທີ14 ມັງກອນ 2023
ພິທີກອນ
  • ຈີນນີ ໄມ
  • ໂອລິເວຍ ຄັລໂປ
  • ແຄທຣີໂອນາ ເກຣ
  • ຊູຣີ ຮໍລ
ສິລະປິນຮັບເຊີນ
  • ບິກ ຟຣີເດຍ
  • ບິກ ແຊມສ໌ ຟັງກີ ເນຊັນ
  • ອາແມນດາ ຊໍ
  • ແທງ ແອນ ເດິແບນແກສ
  • ໂຢລັນດາ ອາດຳ
ສະຖານທີ່ຈັດນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ, ນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ
ຖ່າຍທອດທາງ
  • NBC
  • Telemundo
  • JKN18
  • JKN-CNBC
  • Azteca Uno
  • VTV2
ຜູ້ເຂົ້າຮ່ວມປະກວດ84
ຜ່ານເຂົ້າຮອບ16
ເຂົ້າຮ່ວມຄັ້ງທໍາອິດ
ຖອນຕົວ
ກັບມາເຂົ້າຮ່ວມ
ຜູ້ຊະນະເລີດທຸງຊາດຂອງສະຫະລັດອາເມຣິກາ ສະຫະລັດອາເມຣິກາ
ອາຣ໌ ບອນນີ ເກບຣຽລ
ມິດຕະພາບ
← 2021
2023 →

ເຈົ້າພາບ

ມິສຢູນິເວີຣສ 2022 
ນິວອໍລີນ ເອີຣ໌ເນສ ເອັນ. ມໍຣຽລ ຄອນເວນຊັນ ເຊັນເຕີ ໃນ ນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ, ສະຖານທີ່ສຳລັບການປະກວດມິສຢູນິເວີຣສ 2022

ໃນເດືອນກັນຍາ ປີ 2022 ໜັງສືພິມ El Vocero ຂອງປວຍໂຕຣີໂກລາຍງານວ່າອົງກອນມິສຢູນິເວີຣສ (MUO; ໃນຂະນະນັ້ນເອນເດຟເວີຂອງສະຫະລັດອາເມຣິກາຍັງເປັນເຈົ້າຂອງ) ໄດ້ສົ່ງອີເມລສົ່ງຜູ້ອຳນວຍການລະດັບປະເທດ ໂດຍລະບຸວ່າ ມິສຢູນິເວີຣສ 2022 ຈະຈັດຂຶ້ນໃນຊ່ວງໄຕມາດທໍາອິດຂອງປີ 2023 ເນື່ອງຈາກມີການແຂ່ງຂັນບານໂລກ 2022 ໃນເດືອນພະຈິກ ແລະ ເດືອນທັນວາ ເພື່ອບໍ່ໃຫ້ເກີດການຕຳກັນຂອງກິດຈະກຳ ແລະ ຖ່າຍທອດສົດ El Vocero ຍັງຄາດການນຳວ່າ ລອນແອນເຈິລີສ, ໄມແອມີ, ນິວອໍລີນ ສະຫະລັດອາເມຣິກາ ແລະ ເມືອງຍາຈາງ ແຂວງແຄງຮ່ວາ ປະເທດຫວຽດນາມ ເປັນໜຶ່ງໃນເມືອງທີ່ຈະເປັນເຈົ້າພາບຈັດການປະກວດ ຕໍ່ມາບໍ່ດົນ ພອລລາ ຊູກຣາດ ປະທານ MUO ໃຫ້ສຳພາດກັບ ABS-CBN News and Current Affairs ວ່າການປະກວດຈະຈັດຂຶ້ນໃນເດືອນມັງກອນ 2023 ໂດຍຢືນຢັນວ່າສາເຫດຂອງການເລື່ອນຄືເພື່ອຫຼີກລ້ຽງບານໂລກ 2022 ຕໍ່ມາເມື່ອວັນທີ 19 ກັນຍາ MUO ປະກາດວ່າການປະກວດຈະຈັດຂຶ້ນໃນວັນທີ 14 ມັງກອນ 2023 ຕາມເວລາທ້ອງຖິ່ນໃນນິວອໍລີນ ມໍຣຽລ ຄອນເວນຊັນ ເຊັນເຕີ ໃນນິວອໍລີນ ລັດຫຼຸຍເຊຍນາ ສະຫະລັດອາເມຣິກາ

ທັງນີ້ ຄັ້ງນີ້ຈະເປັນຄັ້ງທີ 4 ໃນປະຫວັດສາດຂອງການປະກວດທີ່ຈັດຫຼັງຈາກສິ້ນສຸດປິປະຕິທິນ ຕັ້ງແຕ່ມິສຢູນິເວີຣສ 2014, ມິສຢູນິເວີຣສ 2016 ແລະ ມິສຢູນິເວີຣສ 2020 ເຊິ່ງຈັດການປະກວດຂຶ້ນໃນປີຖັດຈາກນັ້ນ

ຜົນການປະກວດ

ມິສຢູນິເວີຣສ 2022 
ຜົນການປະກວດມິສຢູນິເວີຣສ 2022 ຮອບໄຟນອລ
ຜົນການປະກວດ ຜູ້ເຂົ້າປະກວດ
ມິສຢູນິເວີຣສ 2022
ຮອງອັນດັບ 1
ຮອງອັນດັບ 2
3 ຄົນສຸດທ້າຍ
5 ຄົນສຸດທ້າຍ
16 ຄົນສຸດທ້າຍ
  • § – ຜ່ານເຂົ້າຮອບ 16 ຄົນສຸດທ້າຍຈາກການໂຫວດອອນລາຍ

ລຳດັບການປະກວດຊື່

    16 ຄົນສຸດທ້າຍ
  1. ມິສຢູນິເວີຣສ 2022  ປວຍໂຕຣີໂກ – ແອຊລີ ຄາຣິໂຢ
  2. ມິສຢູນິເວີຣສ 2022  ເຮຕິ – ມິນິລິນ ເຟລິຊໍ
  3. ມິສຢູນິເວີຣສ 2022  ອົດສະຕຣາລີ – ໂມນິໄຄວ ຣີລີ
  4. ມິສຢູນິເວີຣສ 2022  ສາທາລະນະລັດໂດມິນີກັນ – ອັນເດຣນາ ມາຣ໌ຕິເນຊ
  5. ມິສຢູນິເວີຣສ 2022  ລາວ – ປ່າເຢັ້ງຊາ ລໍ່ §
  6. ມິສຢູນິເວີຣສ 2022  ອາຟຣິກາໃຕ້ – ເອັນດາວີ ໂນເຄຣີ
  7. ມິສຢູນິເວີຣສ 2022  ປອກຕຸຍການ – ເທລມາ ມາເດຣາ
  8. ມິສຢູນິເວີຣສ 2022  ການາດາ – ອາເມເລຍ ຕູ
  9. ມິສຢູນິເວີຣສ 2022  ເປຣູ – ອາເລສເຊຍ ໂຣເວໂຢ
  10. ມິສຢູນິເວີຣສ 2022  ຕຣີນີດັດ ແລະ ໂຕບາໂກ – ທີຢາ ເຈນ ຣາເມຢ໌
  11. ມິສຢູນິເວີຣສ 2022  ຄູຣາຊາວ – ກາເບຣຍລາ ດອສ ຊານໂດສ
  12. ມິສຢູນິເວີຣສ 2022  ອິນເດຍ – ດິວີຕາ ຣາຍ
  13. ມິສຢູນິເວີຣສ 2022  ເວເນຊູເອລາ – ອາແມນດາ ດູດາເມລ
  14. ມິສຢູນິເວີຣສ 2022  ແອສະປາຍ – ອາລີເຊຍ ໂຟເບລ
  15. ມິສຢູນິເວີຣສ 2022  ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  16. ມິສຢູນິເວີຣສ 2022  ໂຄລັມເບຍ – ມາເຣຍ ເຟີນັນດາ ອາຣິສຕິຊາບັລ
    5 ຄົນສຸດທ້າຍ
  1. ມິສຢູນິເວີຣສ 2022  ເວເນຊູເອລາ – ອາແມນດາ ດູດາເມລ
  2. ມິສຢູນິເວີຣສ 2022  ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  3. ມິສຢູນິເວີຣສ 2022  ປວຍໂຕຣີໂກ – ແອຊລີ ຄາຣິໂຢ
  4. ມິສຢູນິເວີຣສ 2022  ຄູຣາຊາວ – ກາເບຣຍລາ ດອສ ຊານໂດສ
  5. ມິສຢູນິເວີຣສ 2022  ສາທາລະນະລັດໂດມິນີກັນ – ອັນເດຣນາ ມາຣ໌ຕິເນຊ
    3 ຄົນສຸດທ້າຍ
  1. ມິສຢູນິເວີຣສ 2022  ສາທາລະນະລັດໂດມິນີກັນ – ອັນເດຣນາ ມາຣ໌ຕິເນຊ
  2. ມິສຢູນິເວີຣສ 2022  ສະຫະລັດອາເມລິກາ – ອາຣ໌ ບອນນີ ເກບຣຽວ
  3. ມິສຢູນິເວີຣສ 2022  ເວເນຊູເອລາ – ອາແມນດາ ດູດາເມລ

ລາງວັນພິເສດ

ລາງວັນ ຜູ້ເຂົ້າປະກວດ
Impact Wayv Award ຜູ້ສ້າງອິນແພັກໃຫ້ກັບສັງຄົມ
  • ມິສຢູນິເວີຣສ 2022  ໄທ – ແອນນາ ເສືອງາມອ່ຽມ
ນາງງາມມິດຕະພາບ

ກຳມະການ

ເມື່ອວັນທີ 10 ມັງກອນ ປີ 2023 ອົງກອນໄດ້ປະກາດຄະນະກຳມະການຄັດເລືອກ:

  • ຈິເບນາ ນາບາເຣເຕ – ນັກສະແດງ ນາງແບບ ພິທີກອນ ລາຍການໂທລະພາບຊາວເມັກຊິໂກ ແລະ ມິສຢູນີເວີຣສ 2010
  • ບິກ ຟຣີເດຍ – ແຣັບເປີ ແລະ ນັກສະແດງຊາວອາເມລິກາ
  • ມາຣາ ມາຕິນ – ນາງແບບ ແລະ ຜູ້ຮ່ວມກໍ່ຕັ້ງ ໄວຣັລ ມີເດຍ ພີອາຣ໌
  • ເວນດີ ຟີດຊ໌ວິລລຽມ – ນັກສະແດງຍິງ ນາງແບບ ທະນາຍຄວາມຊາວຕຣີນີດັດ ແລະມິສຢູນີເວີຣສ 1998
  • ເອມິລີ ອອສຕິນ – ນັກສະແດງຍິງ ນັກຂ່າວກິລາ ນາງແບບຊາວອາເມລິກາ ແລະ ຜູ້ມີອິດທິພົນໂຊຊຽວມີເດຍ
  • ໂອລິເວຍ ຄິໂດ – ຊີອີໂອ ແລະ ຜູ້ກໍ່ຕັ້ງ ໂອສກິນ ເມດ ສະປາ
  • ເມຍກາ ເດລລາໂນສ – ພິທີກອນລາຍການໂທລະພາບ ແລະ ວິທະຍຸ ນັກຂ່າວ ນັກຂຽນ ແລະ ນັກສັງຄົມສົງເຄາະຊາບອາເມລິກາ
  • ສະເວຕາ ພາເທລ – ນັກຂຽນ ສະມາຊິກສະພາຟອບສ໌ ແລະ ຜູ້ກໍ່ຕັ້ງ ຮີລເວດາ
  • ໂອລິເວຍ ຈໍແດນ – ນັກສະແດງ ນາງແບບ ພິທີກອນລາຍການໂທລະພາບຊາວອາເມລິກາ ແລະ ມິສຢູເອສເອ 2015 (ກຳມະການສະເພາະຮອບພຣີລີມມິເນຣີ)
  • ແຄທລີນ ເວເທຣລລາ – ປະທານເຈົ້າໜ້າທີ່ຝ່າຍການຕະຫຼາດຂອງອິມແພັດທ໌ ເວຍ໌ ວີ(ກຳມະການສະເພາະຮອບພຣີລີມມິເນຣີ)

ຜູ້ເຂົ້າປະກວດ

ໝາຍເຫດ

ການເຂົ້າຮ່ວມປະກວດລະດັບນານາຊາດໃນເວທີອື່ນ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

Tags:

ມິສຢູນິເວີຣສ 2022 ເຈົ້າພາບມິສຢູນິເວີຣສ 2022 ຜົນການປະກວດມິສຢູນິເວີຣສ 2022 ລາງວັນພິເສດມິສຢູນິເວີຣສ 2022 ກຳມະການມິສຢູນິເວີຣສ 2022 ຜູ້ເຂົ້າປະກວດມິສຢູນິເວີຣສ 2022 ໝາຍເຫດມິສຢູນິເວີຣສ 2022 ການເຂົ້າຮ່ວມປະກວດລະດັບນານາຊາດໃນເວທີອື່ນມິສຢູນິເວີຣສ 2022 ອ້າງອີງມິສຢູນິເວີຣສ 2022 ແຫຼ່ງຂໍ້ມູນອື່ນມິສຢູນິເວີຣສ 2022ປະເທດອິນເດຍປະເທດໄທພາສາອັງກິດມິສຢູນິເວີຣສສະຫະລັດອາເມຣິກາອາຣ໌ ບອນນີ ເກບຣຽລ

🔥 Trending searches on Wiki ລາວ:

ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ໂດລາສະຫະລັດປະເທດເກົາຫຼີໃຕ້ປຣາກຕຳບົນໜອງໄພສູນສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3ຍິ່ງລັກ ຊິນນະວັດພາສາຫວຽດນາມຄະນິດສາດສະພາຜູ້ແທນລາຊະດອນໄທການຮຸກຮານຢູ​ເຄຣນຂອງລັດເຊຍ 2022ອາຣີ ນັກດົນຕີເຄື່ອງນຸ່ງຫົ່ມພາສາຊີວິລະຊົນ ສີທອງບລັອກລາຍຊື່ນາຍົກລັດຖະມົນຕີລາວຄ.ສ. 1927ຊວນ ຫຼີກໄພພຸດທະສາສະໜາຈຽນລຸຍຈິ ບູຟອນມິສແກຣນອິນເຕີເນຊັນແນລ 2020ປາຣີສວນຊາ 400 ປີພາສາເຢຍລະມັນໂຮງຮຽນຣາຊິນີອິສະຕັນບູນແຂວງຫົວພັນສະໝານ ວິຍາເກດໝີແດງແປງກາຍເພງຊາດລາວແມ່ນ້ຳຂອງນັດລຸຈາ ຊຸຕິເວັນໂສພົນໂຄງສ້າງພື້ນຖານສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກອົງກອນນິຕິບັນຍັດເຄື່ອງໝາຍຊາດລາວແຂວງຫຼວງພະບາງເມືອງສີໂຄດຕະບອງCristiano Ronaldoມິສໂວຣ໌ວທົ່ງພຽງຊີແລນເທດສະບານເມືອງໜອງບົວລຳພູສຸພານຸວົງໜ້າຫຼັກວັດທະນະທຳອານາຈັກອະຍຸດທະຍາວິກິພີເດຍວັນນະຄະດີແຂວງຄຳມ່ວນແຂວງຊຽງຂວາງພັນຄຳ ວິພາວັນGrand Theft Auto Vເຂົ້າຈີ່ປາເຕ້ພະສຸລັດວະດີໂດລາເອມອນເຈ້ຍແຂວງເຊກອງແຂວງຈຳປາສັກ🡆 More