ໄລທ໌ໂນເວວ (ライトノベル) ຫຼື ຫຍໍ້ວ່າ LN ໝາຍເຖິງນິຍາຍປະເພດໜຶ່ງຈາກຍີ່ປຸ່ນ, ເປັນນິຍາຍສໍາລັບໄວລຸ້ນ, ໂດຍສະເພາະນັກຮຽນມັດທະຍົມປາຍ.
ໄລທ໌ໂນເວວໜຶ່ງເຫຼັ້ມມີຄວາມຍາວປະມານ 50,000ກວ່າຄໍາ , ເຊິ່ງຖືວ່າໃກ້ຄຽງກັບເກນຂັ້ນຕໍ່າຂອງນະວະນິຍາຍຕະເວັນຕົກ ໄລທ໌ໂນເວວນິຍົມພິມດ້ວຍຮູມເຫຼັ້ມຂະໜາດA5.
ໃນປະເທດຍີ່ປຸ່ນ, ໄລທ໌ໂນເວວແບບ"ດັ້ງເດີມ" ນັ້ນໄດ້ມີການນຳໃຊ້ຟູຣິງະນະ(ຕົວໜັງສືນ້ອຍໆທີ່ຊ່ວຍສະກົດຕົວຄັນຈິ)ເຂົ້າມາໃຊ້ຢ່າງຫຼາຍດ້ວຍສອງເຫດຜົນ, ໜຶ່ງແມ່ນສຳລັບນັກອ່ານໄວເຍົາທີ່ຍັງບໍ່ຊຳນານໃນຕົວອັກສອນຄັນຈິໃຫ້ສາມາດເຂົ້າໃຈໃນເນື້ອຫາໄດ້, ສອງແມ່ນໃນຫຼາຍໆເລື່ອງຂອງໄລທ໌ໂນເວວ ຜູ້ຂຽນມັກຈະສ້າງຄຳອ່ານຟູຣິງະນະຂຶ້ນມາໃໝ່, ເຊິ່ງບໍ່ສາມາດພົບເຫັນໄດ້ໃນການໃຊ້ພາສາຍີ່ປຸ່ນທົ່ວໆໄປ.
ໃນການຂຽນໄລທ໌ໂນເວວນັ້ນຈະໃຊ້ພຽງແຕ່ປະໂຫຍກສັ້ນໆ ໃນໜຶ່ງຫຍໍ້ໜ້າມີພຽງແຕ່ໜຶ່ງ ຫຼື ສອງປະໂຫຍກເທົ່ານັ້ນ, ເຊິ່ງເຮັດໃຫ້ການອ່ານເປັນໄປໄດ້ຢ່າງວ່ອງໄວຍິ່ງຂຶ້ນ. ໂດຍຈະມີລັກສະນະໂດຍລວມດັ່ງນີ້:
ດ້ວຍຄວາມສາມາດຂອງໜັງສືປະເພດໄລທ໌ໂນເວວທີ່ໂດ່ງດັງ, ໃນກຸ່ມນັ້ນມີບາງເລື່ອງທີ່ສາມາດສ້າງກະແສຈົນກາຍເປັນແອນິເມະ ຫຼື ມັງງະໄດ້.
ໃນປະເທດຍີ່ປຸ່ນ, ໄລທ໌ໂນເວວເປັນທີ່ນິຍົມຫຼາຍ ແລະ ສຳນັກພິມຕ່າງໆກໍໄດ້ມີການຈັດການປະກວດໄລທ໌ໂນເວວ, ເພື່ອຄົ້ນຫາໄລທ໌ໂນເວວທີ່ເປັນທີ່ໜ້າສົນໃຈ, ເຊິ່ງຖ້າຫາກເລື່ອງໃດໄດ້ຮັບລາງວັນຊະນະເລິດ, ກໍຈະມີລາງວັນສຳລັບຜູ້ຈັດເຮັດໄລທ໌ໂນເວວເລື່ອງນັ້ນໆ ແລະ ຜົນງານຂອງພວກເຂົາຍັງໄດ້ຮັບການຕີພິມຈັດຈຳໜ່າຍພາຍຫຼັງການປະກວດເຊັ່ນ: ລາງວັນເດັງເກຄິໄລທ໌ໂນເວວໄພລ໌ຊ, ເຊິ່ງເປັນລາງວັນໃຫຍ່ທີ່ສຸດເຊິ່ງໃນແຕ່ລະປີຈະມີຜູ້ຮ່ວມສົ່ງຜົນງານກັນເຂົ້າມາຫຼາຍກວ່າ2000ເລື່ອງຂຶ້ນ ແລະ ເປັນແຫຼ່ງສ້າງ ໄລທ໌ໂນເວວໃຫ້ແກ່ວົງການທີ່ມີຊື່ສຽງ.
This article uses material from the Wikipedia ລາວ article ໄລທ໌ໂນເວວ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.