ແຂວງຜົ້ງສາລີ “ເໜືອສຸດໃນປະເທດລາວ” ເປັນດິນແດນຂອງລາວທີ່ຕິດກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ທີ່ມີການເຂົ້າມາຢຶດຄອງຈາກຫົວເມືອງໃຫຍ່ທັງຫລາຍໃນອະດີດ ໃນປະຈຸບັນ ເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1,400 ແມັດ ໃນເຂດພູຟ້າ ເຮັດໃຫ້ອາກາດເຢັນສະບາຍຕະຫລອດປ
|
ປະຫວັດສາດແຂວງຜົ້ງສາລີ. ປະຫວັດສາດແຂວງຜົ້ງສາລີ.ປະມານສະຕະວັດທີສິບແປດ.ຈາກປະມານປີ1760ເຖິງປີ1967. ລາຊະວົງຟູ ໄດ້ປົກຄອງແຂວງຜົ້ງສາລີແລະເຂດອ້ອມແອ້ມປະມານ200ກ່ວາປີ.ຄອບຄົວຟູແມ່ນເອກອັກຄະລັດຖະທູດ (ລາດຊະວົງຟູແມ່ນທູດພິເສດ) ທີ່ສົ່ງໂດຍລາດຊະວົງຊິງ(清朝)ໄປມຽນມາ,ໄທແລະລາວ. ຕໍ່ມາລາຊະວົງຟູກັບທະຫານແລະລູກນ້ອງລາວກໍໍ່ໄດ້ຕັ້ງຖິ່ນຖານຢູ່ແຂວງຜົ້ງສາລີແລະສ້າງຕັ້ງການບໍລິຫານຂື້ນຄຸ້ມຄອງຢູ່ແຂວງຜົ້ງສາລີແລະເຂດອ້ອມແອ້ມ. ຕະກູນຟູ(傅氏)ແມ່ນຊົນເຜົ່າຈີນຫໍໍ້ໍ່.
ເນື່ອງຈາກຕັ້ງຢູ່ໃນໄຊຍະພູມອັນເປັນ ຈຸດຍຸດທະສາດສຳຄັນ ຄືຢູ່ເຄິ່ງກາງລະຫວ່າງຈີນ ກັບ ຫວຽດນາມ ຝຣັ່ງຈຶ່ງໃຫ້ຄວາມສຳຄັນກັບພື້ນທີ່ແຖບນີ້ຫລາຍເຖິງຂະໜາດສັ່ງການໃຫ້ຕັ້ງຄ້າຍກອງທະຫານຮັກສາການຂຶ້ນ ດັ່ງມີຮ່ອງຮອຍຂອງສະຖາປັດຕະຍະກຳແບບຝຣັ່ງປາກົດໃຫ້ເຫັນຕາມຮ່ອມຕ່າງໆ ແມ່ນອາຄານພານິດຂອງຈີນ ທີ່ເນັ້ນປະໂຫຍດໃຊ້ສອຍໄປສ່ວນໃຫຍ່ ຕາມບັນທຶກກ່າວໄວ້ວ່າໃນອະດີດຜົ້ງສາລີມີຖານະເປັນໜຶ່ງໃນເມືອງຂອງພວກໄທລື້ໃນແຄວ້ນສິບສອງປັນນາ ຕົກປີພ.ສ 2438 ລາວກໍ່ໄດ້ເສຍດິນແດນສິບສອງປັນນາແລະສິບສອງຈຸທັຍ ໃຫ້ແກ່ຈີນ ຕໍ່ມາເມື່ອຕົກມາເປັນຂອງລາວ ຈຶ່ງກາຍເປັນແຂວງ ທີ່ມີຄວາມຫລາກຫລາຍທາງເຊື້ອຊາດຫຼາຍທີ່ສຸດແຂວງໜຶ່ງ. ມີທັງ: ລາວລຸ່ມ, ມົ້ງ, ອາຂ່າ, ຢ້າວ, ໄທລື້ ແລະ ເຜົ່າຕ່າງໆ ລວມເຖິງຊາວຕ່າງດ້າວຫວຽດນາມ ກັບ ຈີນ ເນື່ອງຈາກລັດຖະບານລາວມີນະໂຍບາຍທີ່ຈະສ້າງ ເອກະພາບໃນຄວາມຫລາກຫລາຍ ຈຶ່ງໄດ້ລວມຊົນກຸ່ມນ້ອຍເຖິງ 23 ເຜົ່າ ເຂົ້າດ້ວຍກັນ.
ແຂວງຜົ້ງສາລີປະກອບດ້ວຍ 7 ເມືອງຄື:
ແຂວງຜົ້ງສາລີ ເປັນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານປະຊາກອນ ຫຼາຍທີ່ສຸດ ເນື່ອງຈາກມີເຖິງ 23 ຊົນເຜົ່າອາໄສຢູ່ພາຍໃນແຂວງ ປະກອບດ້ວຍ: ລາວລຸ່ມ, ໄທລື້, ໄທດຳ, ມົ້ງ, ກຶມມຸ, ຢ້າວ, ມູເຊີ, ຫໍ້,ຢັ້ງ, ໂລໂລ ຯລຯ
ຢູ່ໃນແຂວງຜົ້ງສາລີແມ່ນຄົນຊົນເຜົ່າຫໍ້(漢家)ຫຼາຍກວ່າໝູ່ມີປະຊາກອນປະມານ 30% ຕໍ່ມາແມ່ນຊົນເຜົ່າພູນ້ອຍປະມານ 25% ຕໍ່ມາແມ່ນໄທລື້ປະມານ 25% ໄທດຳປະມານ 5% ນອກຈາກນັ້ນແມ່ນຊົນເຜົ່າອື່ນໆ. ທຸກຊົນເຜົ່າສະເໝີພາບ,ທຸກຊົນເຜົ່າລ້ວນແຕ່ເຂົ້າກັນໄດ້ດີຫຼາຍແລະຮັກສັນຕີພາບແລະມີຄວາມສູກຢູ່ໃນໃຈ.
This article uses material from the Wikipedia ລາວ article ແຂວງຜົ້ງສາລີ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.