ຊົນເຜົ່າ ລາວ

ຊາວລາວ ຫຼື ຊົນເຜົ່າລາວ (ອັງກິດ: Lao people, ຝຣັ່ງ: peuple Lao) ເປັນກຸ່ມຊົນເຜົ່າ ຫຼື ຊາຕິພັນກຸ່ມນຶ່ງເຊິ່ງມີຈຸດກຳເນີດຈາກອາຊີຕາເວັນອອກສຽງໃຕ້.

ເປັນກຸ່ມຊາຕິພັນເຊິ່ງເວົ້າພາສາລາວ ຫຼື ມີເຊື້ອຊາດລາວຕັ້ງແຕ່ສະໄໝອານາຈັກລ້ານຊ້າງ. ສ່ວນຫຼາຍອາໄສຢູ່ໃນປະເທດລາວ ແລະອາໄສກະຈັດກະຈາຍຢູ່ໃນປະເທດທົ່ວໂລກ. ຊົນເຜົ່າລາວສ່ວນຫຼາຍນັບຖືສາສະໜາພຸດ.

ຊາວລາວ
ລາວ
ຊົນເຜົ່າ ລາວ
ປະຊາກອນທັງໝົດ
ປ. 4 ລ້ານຄົນ
(ບໍ່ຮວມຊາວອີສານ)
ພູມິພາກທີມີປະຊາກອນຢ່າງສຳຄັນ
ທຸງຊາດຂອງປະເທດລາວ ລາວ      3,427,665
ທຸງຊາດຂອງໄທ ໄທ222,432 (ບໍ່ຮວມ ຄົນອີສານ) (2010)
ທຸງຊາດຂອງຝຣັ່ງ ຝຣັ່ງ200,000
ທຸງຊາດຂອງສະຫະລັດອາເມລິກາ ສະຫະລັດອາເມລິກາ200,000 (2015)
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍ23,000
ທຸງຊາດຂອງການາດາ ແຄນນາດາ24,580 (2016)
ທຸງຊາດຂອງປະເທດມຽນມາ ມຽນມາ17,000
ທຸງຊາດຂອງຫວຽດນາມ ຫວຽດນາມ17,532
ທຸງຊາດຂອງເຢຍລະມັນ ເຢຍລະມັນ4,000
ພາສາ
ລາວ
ສາສະໜາ
ພຸດທະສາສະນິກະຊົນ, ສາສະໜາ​ພື້ນ​ເມືອງ​ລາວ
ກຸ່ມຊາດພັນທີກ່ຽວຂ້ອງ
ຊາວໄທອື່ນໆ (ເຊັ່ນ ຊາວໄທດຳ, ຊາວອີສານ, ຊາວໄຕ່ ແລະ ອື່ນໆ)
ຊົນເຜົ່າ ລາວ
ພະເຈົ້າເສດຖາທິລາດເປັນນຶ່ງໃນກະສັດເຊື້ອສາຍລາວ.

ຄວາມເປັນມາ

ຊົນເຜົ່າລາວໃນອະດີດໄດ້ຍ້າຍມາຈາກຂົງເຂດຈີນໃຕ້ໃນປັດຈຸບັນມາກໍ່ຮ່າງສ້າງໂຕໃນບໍລິເວນປະເທດລາວປັດຈຸບັນ. ຍັງມີຫຼາຍຄົນມີຄວາມເຊື່ອວ່າຊົນເຜົ່າລາວເປັນລຸກຫຼານຂອງຂຸນບໍລົມ. ພໍຍ້າຍມາອາໄສໃນບ່ອນນີ້ກໍໄດ້ມີການກໍຕັ້ງອານາຈັກລ້ານຊ້າງ ເຊິ່ງກໍໄດ້ພັດທະນາມາເປັນປະເທດລາວປັດຈຸບັນ.

ພາສາລາວ

ເບິ່ງຕື່ມຢູ່ ພາສາລາວ

ພາສາລາວແມ່ນພາສາໄຕພາສານຶ່ງ. ເປັນພາສາທີ່ມີວັນນະຍຸດ ຈັດຢູ່ໃນຕະກູນພາສາໄທ-ກະໄດ (Tai-Kadai languages). ຄຳສັບມີຮາກເຫງົ້າຈາກຫຼາຍບ່ອນ ເຊັ່ນ ພາສາລາວບູຮານ ຫຼືເອີ້ນວ່າ ພາສາໄຕ (Proto-Tai), ພາສາຂະເໝນບຸຮານ, ພາສາປາລີ-ສັນສະກິດ (ຜ່ານພຸດທະສາສະໜາ) ແລະໃນປັດຈຸບັນກໍມີຄຳສັບຈາກພາສາຝະລັ່ງ (ແຕ່ສະໄໝປະເທດລາວເປັນຫົວເມືອງຝະລັ່ງ) ແລະພາສາອັງກິດອີກນຳ.

ສາສະໜາ

ຊົນເຜົ່າລາວສ່ວນຫຼາຍແຕ່ປະຖົມບູຮານແມ່ນນັບຖືຜີ,ນັບຖືຜີສາງນາງໄມ້ປະສົມປະສານກັບສາສະໜາພຸດ.ເຊິ່ງເອີ້ນວ່າ ຜີປູ່ຍ່າຕາຍາຍ,ຜີເຮືອນ ຜີໄຮ່ຜີນາ ຕ່າງໆ ຫລັງຈາກອິທິພົນຂອງສາດສະໜາພຸດແຜ່ລາມລົງມາໃນອາຊີ ຄົນລາວຈື່ງເລີ້ມມີການເຊື້ອຖືສາດສະໜາພຸດນັບມືນັບຫລາຍຂື້ນ ຈົນເຖິ່ງປັດຈຸບັນຄົນລາວສ່ວນໃຫ່ຍແມ່ນຖືສາສະໜາພຸດເປັນຫຼັກ.

ອາຫານລາວ

ຊົນເຜົ່າ ລາວ 
ລາບເປັນອາຫານລາວທີ່ມີຊື່ສຽງທົ່ວໂລກ.
ເບິ່ງຕື່ມຢູ່ ອາຫານລາວ

ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.

ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.

ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້ ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.


ອ້າງອີງ

ແຫຼ່ງຂໍ້ມູນອື່ນ

ລິງຄ໌ພາຍນອກ


Tags:

ຊົນເຜົ່າ ລາວ ຄວາມເປັນມາຊົນເຜົ່າ ລາວ ພາສາລາວຊົນເຜົ່າ ລາວ ສາສະໜາຊົນເຜົ່າ ລາວ ອາຫານລາວຊົນເຜົ່າ ລາວ ອ້າງອີງຊົນເຜົ່າ ລາວ ແຫຼ່ງຂໍ້ມູນອື່ນຊົນເຜົ່າ ລາວ ລິງຄ໌ພາຍນອກຊົນເຜົ່າ ລາວປະເທດລາວພາສາຝຣັ່ງພາສາລາວພາສາອັງກິດສາສະໜາພຸດອາຊີຕາເວັນອອກສຽງໃຕ້ອານາຈັກລ້ານຊ້າງ

🔥 Trending searches on Wiki ລາວ:

ໄກ່ນະຄອນລັດວາຕິກັງທຸງຊາດລາວລາດາກູເກິລກິດສະດາ ວົງໄຊສະຫວາດນະຄອນຫຼວງເບຍລາວດິສນີ+ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວເມືອງວຽງທອງແຂວງຫຼວງນໍ້າທາປະເທດສະວິດເຊີແລນດ໌ສະຫະລາຊະອານາຈັກອັງກຸນftyncມິດ ໄຊບັນຊາລະເບີດເຖິດເທິງທອງລຸນ ສີສຸລິດປະເທດປຣາກວາຍຜາສາດຫີນວັດພູມິສຢູນີເວີຣສລາວ 2017ພາສາລາວນາງເງືອກນ້ອຍ (ຮູບເງົາ 2023)ພາສາໄທປະເທດອິນໂດເນເຊຍທາດຫຼວງວິລະຊົນ ສີທອງດາວເສົາຫໍແອບແຟນສາສະໜາມິສແກຣນໄທແລນປະເທດໂປໂລຍຊວນ ຫຼີກໄພມະຫາວິທະຍາໄລມະຫິດົນວັດຊະຣະວີ ວິວັດຊະຣະວົງMoscow State Universityອາຣີ ນັກດົນຕີມະຫາວິຫານນົດ-ດາມເລຂາຄະນິດແຂວງອັດຕະປືບໍຣິສ ຈອນສັນແຂວງຜົ້ງສາລີວັດມະຫາທາດຣາຊະບໍວອນວິຫານພາສາສາດທຳມະຊາດອາໂດນ ຮິດແລອິນເຕີຣ໌ເນັຕ ໂປຣໂຕໂຄລໂຮ່ຈີ່ມິນສະຫຍາມຈາກາຕາຄົມມະນາຄົມບາງກອກເຂົ້າຈີ່ນິຍາມ ການບໍລິຫານRomaniaກີບ (ສະກຸນເງິນ)ໂລກດວງຈັນ🡆 More