ພາສາໄທໃຫຍ່

ພາສາໄທເໜືອ (ໄທເໜືອ: ລິ່ກໄຕ໊, ອັງກິດ: Shan language, ໄທ: ภาษาไทใหญ่) ຫຼື ພາສາໄທໃຫຍ່ ແມ່ນພາສາໄຕພາສານຶ່ງ ອັນຈັດຢູ່ໃນຕະກູນພາສາໄທ-ກະໄດ.

ໃຊ້ເວົ້າໃນລັດໄທເໜືອຂອງພາກເໜືອຂອງ ມຽນມາ ໄທ ແລະທາງຕອນໃຕ້ຂອງຈີນ.

ໄທເໜືອ
ພາສາໄທໃຫຍ່ lik tái
ປະເທດທີ່ມີການເວົ້າມຽນມາ, ໄທ, ແລະ ຈີນ
ພາກພື້ນລັດໄທເໜືອ
ຈຳນວນຜູ້ເວົ້າ3.3 ລ້ານ  (2001)
ຕະກຸນພາສາ
ກະ-ໄຕ
  • ໄຕ
    • ຕາເວັນຕົກສຽງໃຕ້ (ໄທ)
      • ຕາເວັນຕົກສຽງເໜືອ
        • ໄທເໜືອ
ລະຫັດພາສາ
ISO 639-2shn
ISO 639-3shn
ບົດຄວາມນີ້ມີສັນຍະລັກສັດທະອັກສອນສາກົນ ຖ້າຫາກລະບົບຂອງທ່ານບໍ່ຮອງຮັບການສະແດງຜົນທີ່ຖືກຕ້ອງ ທ່ານອາດເຫັນໝາຍຖາມ, ກ່ອງ ຫຼື ສັນຍະລັກແບບອື່ນແທນທີ່ອັກຂະຫຼະຢູນິໂຄດ

ຄາດວ່າມີຜູ້ເວົ້າຮາວ 3 ລ້ານຄົນ. ພາສາໄທເໜືອມີສຽງວັນນະຍຸດ 5 ສຽງ. ມີອັກສອນຂອງຕົນເອງ 2 ຊະນິດຄື ອັກສອນໄທເໜືອ ໃຊ້ໃນມຽນມາ ແລະອັກສອນໄທໃຕ້ໂຄ້ງ ໃຊ້ໃນຈີນ.

ແມ້ວ່າຈະມີຄຳກ່າວວ່າ "ຢ່າກິ໋ນຢ່າງມ່ານ ຢ່າຕ໋ານຢ່າງໄຕ" ເຊິ່ງປຽບທຽບກັບວິຖີຊີວິດທີ່ແຕກຕ່າງກັນຂອງຊາວພະມ້າ ທີ່ໃຫ້ຄວາມສຳຄັນກັບການກິນຢູ່ ກັບຊາວໄທເໜືອທີ່ໃຫ້ຄວາມສຳຄັນແກ່ການເຮັດບຸນ ເຖິງສະນັ້ນໄທເໜືອກໍ່ຮັບວັດທະນະທັມ ສາສະໜາ ຕະຫຼອດຈົນເຖິງຄຳໃນພາສາພະມ້າເຂົ້າມາຫຼາຍ .ຈົນຄຳໄທເໜືອຫຼາຍຖິ່ນແມ່ນກວາມໄຕໂລ້ໂລ້ ຄືໄທເໜືອເວົ້າຄຳພະມ້າປົນໄປໝົດ ເຊັ່ນທີ່ເມືອງສີປໍ້ ແລະເມືອງຢາງເປັນຕົ້ນ

ສຳນຽງທ້ອງຖິ່ນ

ພາສາໄທເໜືອມີສຳນຽງແຕກຕ່າງກັນໄປຕາມທ້ອງຖິ່ນ ຄື ສານເໜືອ ສານໃຕ້ ຊຽງທຸງ ແລະພົມແດນຕິດກັບເມືອງຈີນເອີ້ນວ່າ ໄທເໜືອ ໂດຍພາສາເມືອງໜອງ ຖືແມ່ນພາສາໄທຫຼວງ ສຳນຽງສານເໜືອ ແລະສານໃຕ້ຈະແຕກຕ່າງກັນໂດຍຄັກ. ສ່ວນທີ່ຊຽງທຸງຊົນສ່ວນຫຼາຍມີເຊື່ອສາຍໄທເຂີນ ໂດຍມີສ່ວນຕ່າງພາສາໄທເໜືອອື່ນໆ ຫຼາຍ ແລະມີສັບສະເພາະຄ່ອນຂ້າງຫຼາຍ ໂດຍຊຽງທຸງນຳເມືອງລາວຈະມີສຸພາສິດຄ້າຍຄຶງກັນຫຼາຍເລີຍທີດຽວ.

ໄວຍາກອນ

ສັບພະນາມ

ໄທເໜືອ ທຽບໜັງສືລາວ IPA ຄວາມໝາຍ ຈຳນວນ
ꨀဝ္း ເກົາ [kǎw] 'ກູ' ຄົນນຶ່ງ
ꨁꨣꨳ ຂ້າ [kʰaa] 'ຂ້ອຍ' ຄົນນຶ່ງ
ꨀဝ္းꨁꨣꨳ ເກົາຂ້າ [kǎw.kʰaa] 'ຂ້ອຍ' ຄົນນຶ່ງ
တူ ຕູ [tǔu] 'ກູ' ຄົນນຶ່ງ
ꨟꨣး ຮາ [háa] 'ພວກກູສອງຄົນ' ສອງຄົນ
ꨟဝ္း ເຮົາ [háw] 'ເຮົາ' 'ພວກເຮົາ' ຄົນນຶ່ງ ຫຼື ຫຼາຍຄົນ
ꨟဝ္းꨁꨣꨳ ເຮົາຂ້າ [háw.kʰaa] 'ຂ້ານ້ອຍ' 'ພວກຂ້ານ້ອຍ' 'ພວກເຮົາເຫຼົ່າຂ້ານ້ອຍ' ຄົນນຶ່ງ ຫຼື ຫຼາຍຄົນ
မ္ꨮး ໃມ [máɰ] 'ມຶງ' ຄົນນຶ່ງ
ꨅဝ္ꨳ ເຈົ້າ [tsaw] 'ເຈົ້າ' ຄົນນຶ່ງ
မ္ꨮးꨅဝ္ꨳ ໃມເຈົ້າ [máɰ.tsaw] 'ເຈົ້າ' ຄົນນຶ່ງ
ꨁိူဝ္ ເຂືອ [kʰə̌ə] 'ພວກມຶງສອງຄົນ' ສອງຄົນ
သူ ສູ [sʰǔu] 'ສູ' ຄົນນຶ່ງ ຫຼື ຫຼາຍຄົນ
သူꨅဝ္ꨳ ສູເຈົ້າ [sʰǔu.tsaw] 'ທ່ານ' 'ພວກເຈົ້າ' 'ພວກທ່ານ' ຄົນນຶ່ງ ຫຼື ຫຼາຍຄົນ
မꨓ္း ມັນ [mán] 'ມັນ' ຄົນນຶ່ງ
မꨓ္းꨅꨤꨯး ມັນຊາຍ (ມັນຈາຍ) [mán.tsáaj] 'ມັນ (ຊາຍ)' ຄົນນຶ່ງ
မꨓ္းꨓꨤင္း ມັນນາງ [mán.náaŋ] 'ມັນ (ຍິງ) ' ຄົນນຶ່ງ
မꨓ္းꨅဝ္ꨳ ມັນເຈົ້າ [mán.tsaw] 'ລາວ' 'ເພິ່ນ' ຄົນນຶ່ງ
ꨁꨣ ຂາ [kʰǎa] 'ພວກມັນສອງຄົນ' ສອງຄົນ
ꨁဝ္ ເຂົາ [kʰǎw] 'ລາວ' 'ເພິ່ນ' 'ພວກມັນ' 'ພວກເຂົາ' ຄົນນຶ່ງ ຫຼື ຫຼາຍຄົນ
ꨁဝ္ꨅဝ္ꨳ ເຂົາເຈົ້າ [kʰǎw.tsaw] 'ເຂົາເຈົ້າ' ຄົນນຶ່ງ ຫຼື ຫຼາຍຄົນ
ပိူꨓ္ꨳ ເພິ່ນ (ເປິ່ນ) [pən] 'ເພິ່ນ' 'ຄົນອື່ນ' ຫຼາຍຄົນ

ອ້າງອີງ

ບັນນານຸກົມ

  • The Major Languages of East and South-East Asia. Bernard Comrie (London, 1990).
  • A Guide to the World's Languages. Merritt Ruhlen (Stanford, 1991).
  • Shan for English Speakers. Irving I. Glick & Sao Tern Moeng (Dunwoody Press, Wheaton, 1991).
  • Shan - English Dictionary. Sao Tern Moeng (Dunwoody Press, Kensington, 1995).
  • An English and Shan Dictionary. H. W. Mix (American Baptist Mission Press, Rangoon, 1920; Revised edition by S.H.A.N., Chiang Mai, 2001).
  • Grammar of the Shan Language. J. N. Cushing (American Baptist Mission Press, Rangoon, 1887).

ອ່ານຕື່ມ

  • Sai Kam Mong. The History and Development of the Shan Scripts. Chiang Mai, Thailand: Silkworm Books, 2004. ISBN 974-9575-50-4

ລິງຄ໌ພາຍນອກ

Tags:

ພາສາໄທໃຫຍ່ ສຳນຽງທ້ອງຖິ່ນພາສາໄທໃຫຍ່ ໄວຍາກອນພາສາໄທໃຫຍ່ ອ້າງອີງພາສາໄທໃຫຍ່ ບັນນານຸກົມພາສາໄທໃຫຍ່ ອ່ານຕື່ມພາສາໄທໃຫຍ່ ລິງຄ໌ພາຍນອກພາສາໄທໃຫຍ່ຕະກູນພາສາໄທ-ກະໄດປະເທດຈີນປະເທດມຽນມາປະເທດໄທພາສາອັງກິດພາສາໄຕພາສາໄທ

🔥 Trending searches on Wiki ລາວ:

ລວມຍອດຜະລິດຕະພັນພາຍໃນຊີວະປະຫວັດປະເທດເອກົດບຸດສະບາ ແສງປັນສີສະຫວາດ ແກ້ວບຸນພັນຈຳປາສັກບັນຊີລາວວັງວຽງຄ.ສ. 1927ສິລາ ວີຣະວົງສ໌ປີລາຍຊື່ປະເທດຮຽງຕາມຈຳນວນປະຊາກອນຊັງຕີແມັດກຳແພງນະຄອນຫລວງວຽງຈັນປະເທດລັດເຊຍສັນຕິພາບວັນກຳມະກອນສາກົນພັກປະຊາຊົນປະຕິວັດລາວ4 ເມສາເມືອງສອງຄອນອະນິເມະ22 ມິຖຸນາພາສາເຕຕຸມປະເທດອານເຊຣີປິໂກແມັດຊະວະລິດ ວິຊະຍະສຸດລາຍຊຶ່ໂຕລະຄອນໃນລະເບີດເຖິດເທິງກົດໝາຍສົງຄາມຫວຽດນາມນະຄອນລັດວາຕິກັງມິສແກຣນໄທແລນ 2015ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວນະໂຍບາຍເງິນຕາລັດວິສາຫະກິດເສດຖະກິດສັງຄົມພາສາທະມິນແຂວງຫຼວງພະບາງໂທລະຄົມມະນາຄົມຊຽງຂວາງເກມ2022ເມືອງສັງທອງດອກຈຳປາຍາຈາງດຣ.ທອງຄຳ ອ່ອນມະນີສອນເອໂຄໂນເມທຣິກທະວີບເອີຣົບສະຖານີໂທລະພາບສີກອງທັບບົກຊ່ອງ 7ອ້າຍ​ນ້ອງ​ໃນ​ພຣະ​ຄຣິດສື່ສັງຄົມລະດູລະບົບມາດຕະຖານຄຳສຸດທິດາ ອະນຸສິນຄ.ສ. 191428 ກັນຍາ3 ທັນວາອິນເຕີເນັດທົ່ງພຽງການເມືອງພັກກ້າວໄກເຈົ້າຊາຍຟູມິຮິໂຕະ ເຈົ້າອາກິຊິໂນະການຮ່ວມເພດວິສະວະກຳປະເທດເຊັກກີຄ.ສ. 2009ຊົນເຜົ່າໃນລາວປະເທດບຣູໄນເສດຖະສາດນາຍົກລັດຖະມົນຕີປະເທດຟິຈີ🡆 More