ພັດທະຍາ ຫຼື ເມືອງພັດທະຍາ (ໄທ: พัทยา ພັທຍາ) ແມ່ນເຂດປົກຄອງພິເສດເຂດໜຶ່ງໃນປະເທດໄທ ອັນຕັ້ງຕາມພະລາຊະບັນຍັດລະບຽບບໍລິຫານລາຊະການເມືອງພັດທະຍາ ສະບັບ ວັນທີ 29 ພະຈິກ ຄ.ສ.
1978 (ທຽບເທົ່າເທດສະບານນະຄອນ) ໃນຂົງເຂດຈັງຫວັດຊົນບຸລີ. ຈັດເປັນເມືອງທ່ອງທ່ຽວນານາຊາດ ອັນມີຊື່ສຽງລະດັບໂລກ ໂດຍສະເພາະຫາດຊາຍອັນທອດຍາວໄປຕາມແນວແຄມທະເລ. ຈັດໄດ້ວ່າ ມີຄວາມຈົບງາມອີກແຫ່ງຂອງປະເທດໄທ. ຢູ່ຫ່າງຈາກບາງກອກ ຫາທາງຕາເວັນອອກສຽງໃຕ້ ປະມານ 140 ກິໂລແມັດ. ຕັ້ງຢູ່ເທິງຝັ່ງທະເລທາງທິດຕະເວັນອອກຂອງອ່າວໄທ, ເຊິ່ງພັດທະຍາແບ່ງຍ່ອຍເປັນ 4 ສ່ວນ ແມ່ນ ພັດທະຍາເໜືອ ພັດທະຍາກາງ ພັດທະຍາໃຕ້ ແລະຫາດຈອມທຽນ.
Pattaya พัทยา | |
---|---|
Special Governed City | |
Pattaya City เมืองพัทยา | |
From left: Nong Nooch Garden, Pattaya sunset, Pattaya Beach, The Sanctuary of Truth, Walking Street | |
ພິກັດ: 12°55′39″N 100°52′31″E / 12.92750°N 100.87528°E 100°52′31″E / 12.92750°N 100.87528°E | |
ປະເທດ | ປະເທດໄທ |
ຈັງຫວັດ | ຊົນບຸລີ |
ເມືອງ | ເມືອງພັດທະຍາ |
ການປົກຄອງ | |
• ປະເພດ | Self-administrating municipality |
• Mayor | Ittipol Khunplome |
ພື້ນທີ່ | |
• ທັງໝົດ | 22.2 ຕລ.ກມ. ( | 8.6 ຕລ.ໄມລ໌)
ປະຊາກອນ (2010) | |
• ທັງໝົດ | 107,406 ຄົນ |
• ຄວາມໜາແໜ້ນ | 4,800 ຄົນ/ຕລ.ກມ. (13,000 ຄົນ/ຕລ.ໄມລ໌) |
Registered residents only | |
ເຂດເວລາ | UTC+7 (ICT) |
ISO 3166-2 | TH-S |
ເວັບໄຊ | www.pattaya.go.th |
ພັດທະຍາມີລະຫັດມາດຕະຖານຕາມ ISO 3166-2 ວ່າ TH-S.
ເລີ່ມຮູ້ຈັກກັນຈາກຄຳບອກເລົ່າຕໍ່ກັນມາວ່າ ເມື່ອ ພ.ສ. 2310, ກ່ອນເສຍກຸງສີອະຍຸທະຍາໃຫ້ກັບພະມ້າ 3 ເດືອນ, ພະຍາຕາກ (ສິນ), ຂະນະນັ້ນ ຍັງເປັນພະຍາກຳແພງເພັດ, ລົງຄວາມເຫັນວ່າ ຫາກກຸງສີອະຍຸທະຍາຍັງຕໍ່ສູ້ນຳພະມ້າຢ່າງອ່ອນແອເຊັ່ນນີ້, ຕໍ່ໄປຈະຕ້ອງສູນເສຍເມືອງໃຫ້ພະມ້າຢ່າງແນ່ນອນ. ພະຍາກຳແພງເພັດ ຈຶ່ງຮວບຮວມສະໝັກພັກພວກອອກໄປຕັ້ງຫຼັກໃຫມ່. ໃຫ້ມີກຳລັງທັບເຂັ້ມແຂງຂຶ້ນ ຄ່ອຍຄືນມາກູ້ເມືອງ. ພະຍາກຳແພງເພັດໄດ້ ເລີ່ມເຄື່ອນທັບອອກຈາກຄ່າຍວັດພິໄຊມຸ່ງໜ້າໄປທາງທິດຕາເວັນອອກສຽງໃຕ້ ສູ້ພ້ອມຮົ່ນຖອຍໜີການຕາມລ່າ ຂອງທະຫານພະມ້າໄປພ້ອມ ຈົນລື່ນເຂົ້າແຂວງເມືອງຊົນບຸລີ. ພະຍາກຳແພງເພັດ ພັກເຊົາທັບຢູ່ບໍລິເວນໜ້າວັດໃຫຍ່ອິນທາຣາມໃນປັດຈຸບັນ, ແລ້ວເດີນທັບມຸ່ງກົງໄປຍັງຈັນທະບຸລີ. ລະຫວ່າງທາງໄດ້ພັກເຊົາຢູ່ບ້ານໜອງໄຜ່ ຕຳບົນນາເກືອ ແຂວງເມືອງບາງລະມຸງ, ປັດຈຸບັນຢູ່ທາງຫຼັງສະຖານີຕຳຫຼວດພູທອນພັດທະຍາ.
ຕາມພະລາດຊະພົງສາວະດານສະບັບພະລາດຊະຫັດຖະເລຂາເຫຼ້ມ 2 ກ່າວເອົາໄວ້ວ່າ ຂະນະທີ່ ນາຍກົມ ເປັນນາຍຊຸມນຸມຄຸມໄພ່ພົນຢູ່ຫັ້ນ, ຕັ້ງທັບລໍຖ້າສະກັດຄຶດຈະຕໍ່ລອງພະຍາກຳແພງເພັດໃນຕອນນັ້ນ ຂຶ້ນຊ້າງພາຍຖືປືນນົກສັບລາງແດງ ພ້ອມດ້ວຍພົນທະຫານທີ່ຮ່ວມເດີນທາງມາແຫ່ລ້ອມໜ້າຫຼັງ ກົງເຂົ້າໄປໃນລະຫວ່າງພວກພົນນາຍກົມມາສະກັດຢູ່, ດ້ວຍເດຊະບາລະມີບັນດານໃຫ້ນາຍກົມເກີດຢ້ານກົວພະເດຊານຸພາບ ວາງອາວຸດສິ້ນ ພາພັກພວກພົນເຂົ້າຮ່ວມກອງທັບ ນຳພະຍາກຳແພງເພັດ. ຈາກນັ້ນ ພະຍາກຳແພງເພັດກໍ່ນຳທັບໄປຢຸດປະທັບຢູ່ສະຖານທີ່ ອັນມີໜອງນ້ຳເທື່ອຮຸ່ງຂຶ້ນ ຫຼືວັນອັງຄານແຮມ 6 ຄ່ຳ ເດືອນຍີ່.
ນາຍກົມຈຶ່ງນຳພາໄພ່ພົນໝື່ນໜຶ່ງກັບທັບໄປຮອດຢູ່ຕຳບົນໜຶ່ງ ແລະພັກເຊົາເສຍໜຶ່ງຄືນ. ມື້ຕໍ່ມາ ຈຶ່ງເດີນທັບມາຮອດນາຈອມທຽນແລະທົ່ງໄກ່ເຕ້ຍ ສັດຕະຫີບ ໂດຍຢຸດພັກແຮມແຫ່ງລະຄືນ. ຕໍ່ມາຊາວບ້ານກໍ່ເອີ້ນຕຳບົນນີ້ວ່າ ທັບພະຍາ ແລະປ່ຽນມາເອີ້ນໃຫມ່ ພັດທະຍາ, ຍ້ອນວ່າເຫັນວ່າ ກົງບໍລິເວນທີ່ພະຍາຕາກມາຕັ້ງທັບຫັ້ນ ທຳເລດີ ແລະມີລົມທະເລຊື່ ລົມພັດທະຍາ ເຊິ່ງກໍ່ແມ່ນລົມທີ່ພັດມາແຕ່ທິດຕາເວັນຕົກສຽງໃຕ້ ຫາທິດຕາເວັນອອກສຽງເໜືອ ໃນຕົ້ນລະດູຝົນ, ຈຶ່ງເອີ້ນສະຖານທີ່ ແຫ່ງນີ້ວ່າ ໝູ່ບ້ານພັດທະຍາ.
ອີກເຫດການສຳຄັນ ທີ່ເຮັດໃຫ້ພັດທະຍາເປັນທີ່ຮູ້ຈັກໄປທົ່ວ ເກີດຂຶ້ນເມື່ອວັນທີ 29 ມິຖຸນາ ພ.ສ. 2502 ເມື່ອມີລົດບັນທຸກຂະໜາດໃຫຍ່ຂອງທະຫານອະເມລິກັນປະມານ 4-5 ຄັນ, ບັນທຸກທະຫານເຕັມຄັນລົດ ປະມານຄັນລະ 100 ຄົນ ຈາກຈັງຫວັດນະຄອນລາຊະສີມາ ເຊິ່ງບ່ອນຫັ້ນ ມີຖານທັບຂອງທະຫານອະເມລິກັນຢູ່ ມຸ່ງມາສູ່ພັດທະຍາ ແລະມາເຊົ່າບ້ານຕາກອາກາດຂອງພະຍາສຸນທອນ. ບໍລິເວນຕອນໃຕ້ຂອງຫາດ ໂດຍຜັດກັນມາພັກເຊົາເປັນງວດ, ງວດລະສັບດາ. ຈາກພຶຕິກຳຂອງທະຫາດອະເມລິກັນເຊັ່ນນີ້, ຈຶ່ງກາຍເປັນຈຸດເລີ່ມຕົ້ນ ການທ່ອງທ່ຽວເມືອງພັດທະຍາຕອນນີ້. ຈາກສະພາບໝູ່ບ້ານຊາຍທະເລອັນງຽບສະຫງົບ ພັດປ່ຽນກັບກາຍມາເປັນສະຖານທີ່ທ່ອງທ່ຽວຕາກອາກາດ.
ໃນເວລາຕໍ່ມາ ໝູ່ບ້ານພັດທະຍາ ກໍ່ຖືກພັດທະນາເປັນເມືອງທ່ອງທ່ຽວຂຶ້ນຊື່ ໃນລະດັບນານາຊາດ ແມ່ນທີ່ຮູ້ຈັກໄປທົ່ວໂລກ ຢ່າງເຊັ່ນປັດຈຸບັນ.
This article uses material from the Wikipedia ລາວ article ພັດທະຍາ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.