ຄອບ-ດັກລາສ

ໃນ ເສດຖະສາດ, ຮູບແບບຕຳລາການຜະລິດ ແບບຄອບ-ດັກລາສແມ່ນ ຖືກນຳໃຊ້ກັນຢ່າງແຜ່ຫຼາຍ ເພື່ອສະແດງ ເຖິງ ຄວາມສຳພັນ ຂອງ ປັດໃຈເຂົ້າ(ເຊັ່ນ ວັດຖຸດິບແລະອື່ນໆ)ແລະ ຜົນອອກ(ຜົນຜະລິດ).

ທ່ານ ຄນຸທ ວິກເຊລ (Knut Wicksell) ສະເໜີ ຕຳລາດັ່ງກ່າວຂຶ້ນ ໃນ ປີ 1928 ແລະ ຖືກກວດສອບທາງສະຖິຕິສາດ ໂດຍ ທ່ານ ຊາລ ຄອບ (Charles Cobb)ແລະ ພອນ ດັກລາສ (Paul Douglas) ໃນ ປີ 1928.

ຄອບ-ດັກລາສ
ຕຳລາການຜະລິດ ແບບ ຄອບ-ດັກລາສ ກໍລະນີມີ ສອງ ປັດໃຈເຂົ້າ.

ຮູບຮ່າງ ຂອງ ຕຳລາການຜະລິດ ແບບ ຄອບ-ດັກລາສ ແມ່ນ

    Y = ALαKβ,

ໂດຍທີ່:

  • Y = ຜົນຜະລິດ
  • L = ແຮງງານ ທີ່ໄດ້ນຳໃຊ້ເຂົ້າ
  • K = ທຶນ ທີ່ໄດ້ລົງໄປ
  • A = ຜະລິດຕະພາບປັດໃຈລວມ
  • α ແລະ β ແມ່ນ ຄວາມຍືດຍຸ່ນ ຂອງ ແຮງງານ ແລະ ທຶນ ຕາມລຳດັບ. ຄ່າທັງສອງນີ້ ຈະຖືກກຳໜົດ ໂດຍ ລະດັບເທັກໂນໂລຢີ.


ຄວາມຍືດຍຸ່ນ ຂອງ ຜົນອອກ ແມ່ນ ບັນທັດຖານ ຂອງ ການປ່ຽນແປງ ຂອງ ຜົນອອກ ຕໍ່ ການປ່ຽນແປງ ປັດໃຈເຂົ້າ ເຊັ່ນ ແຮງງານ ຫຼື ທຶນ. ໂຕຢ່າງ ຖ້າ α = 0.15, ການເພີ່ມຂຶ້ນ 1% ຂອງ ແຮງງານ ຈະເຮັດໃຫ້ ຜົນຜະລິດ ເພີ່ມຂຶ້ນ 0.15%.

ຖ້າ:

    α + β = 1,

ຕຳລາການຜະລິດ ຈະເປັນແບບ ຜົນໄດ້ຮັບຄົງທີ່ຕໍ່ຂະໜາດ. ໝາຍຄວາມວ່າ ຖ້າ L ແລະ K ເພີ່ມຂຶ້ນ 20% ນຳກັນ, Y ກໍ່ຈະເພີ່ມຂຶ້ນ 20% ເຊັ່ນດຽວກັນ. ຖ້າ:

    α + β < 1,

ຜົນໄດ້ຮັບຫຼຸດລົງຕໍ່ຂະໜາດ ແລະ ຖ້າ:

    α + β > 1

ຜົນໄດ້ຮັບຈະເພີ່ມຂຶ້ນຕໍ່ຂະໜາດ. ພາຍໃຕ້ ສົມມຸດຕິຖານ ການແຂ່ງຂັນສົມບູນ, α ແລະ β ຈະໝາຍເຖິງ ອັດຕາສ່ວນ ຂອງ ແຮງງານ ແລະ ທຶນ ໃນ ຜົນຜະລິດ.

ບັນຫາ

ທັງ ຄອບ ແລະ ດັກລາສ ບໍ່ໄດ້ສະແດງ ເຫດຜົນທາງດ້ານທິດສະດີໃດໆ ວ່າ ເປັນຫຍັງ ສຳປະສິດ α ແລະ β ຈຳຕ້ອງຄົງທີ່ ຕາມ ເວລາ ແລະ ລະຫວ່າງຂະແໜງເສດຖະກິດ. ຕຳລາການຜະລິດ ດັ່ງກ່າວ ບໍ່ໄດ້ຖືກຄິດຄົ້ນຂຶ້ນ ໂດຍ ອີງໃສ່ ຄວາມຮູ້ທາງດ້ານ ວິສະວະກຳ, ເທັກໂນໂລຢີ ຫຼື ການບໍລິຫານ ການຜະລິດໃດໆ. ມັນຖືກນຳໃຊ້ແຜ່ຫຼາຍ ຍ້ອນພຽງ ລັກສະນະທາງດ້ານ ຄະນິດສາດ ທີ່ໜ້າສົນໃຈ ຂອງ ມັນຊື່ໆ. ມັນບໍ່ມີບ່ອນອີງ ຕັກກະສາດຈຸນລະພາກໃດໆ.

ລອງພິຈາລະນາ ໂຕຢ່າງຕໍ່ໄປນີ້ເບິ່ງ:ຖ້າ ໃນ ຂະແໜງ 1,

    Y1 = AL1αK1β

ແລະ ຂະແໜງ 2

    Y2 = AL2αK2β,

ໂດຍທົ່ວໄປ ມັນບໍ່ໄດ້ໝາຍຄວາມວ່າ

    Y1 + Y2 = A(L1 + L2)α(K1 + K2)β

ມັນຈະເປັນຄືດັ່ງກ່າວ ແຕ່ໃນກໍລະນີ L1 / L2 = K1 / K2 ແລະ α+β = 1, ຫຼື ເທັກໂນໂລຢີແບບຜົນໄດ້ຮັບຄົງທີ່ຕໍ່ຂະໜາດເທົ່ານັ້ນ.

ບາງການນຳໃຊ້

ເຖິງຢ່າງໃດກໍ່ຕາມ ຕຳລາດັ່ງກ່າວ ໄດ້ຖືກນຳໃຊ້ ໃນ ຫຼາຍໆຫົວຂໍ້ໃນ ເສດຖະສາດ ນອກຈາກ ການຜະລິດ. ໂຕຢ່າງ ມັນສາມາດນຳໃຊ້ ໃນ ຜົນປະໂຫຍດ (ເສດຖະສາດ) ດັ່ງຕໍ່ໄປນີ້: U(x1,x2)=x1αx2β; ໂດຍທີ່ x1 ແລະ x2 ແມ່ນ ປະລິມານ ການຊົມໃຊ້ ຂອງ ສິນຄ້າ #1 ແລະ ສິນຄ້າ #2.

ໂດຍທົ່ວໄປ ຕຳລາຜົນປະໂຫຍດ ແບບ ຄອບ-ດັກລາສ ຈະຂຽນໄດ້ວ່າ:

    ຄອບ-ດັກລາສ 

ໂດຍທີ່ ຄອບ-ດັກລາສ  ແມ່ນ ປະລິມານການຊົມໃຊ້ ຂອງ ສິນຄ້າ i ແລະ ຄອບ-ດັກລາສ  ແມ່ນ ຄວາມຍືດຍຸ່ນ ຂອງ ຜົນປະໂຫຍດ ເທິງ ຄວາມຕ້ອງການ.

ຫຼາຍຮູບແບບການສະແດງຕຳລາການຜະລິດ ຄອບ-ດັກລາສ

ຕຳລາການຜະລິດ ຄອບ-ດັກລາສ ສາມາດປະມານເປັນ ຄວາມສຳພັນ ແບບເສັ້ນຊື່ ໂດຍ :

    ຄອບ-ດັກລາສ 

ໂດຍທີ່:

  • Y = ຜົນອອກ
  • Ii = ປັດໃຈເຂົ້າ
  • ai = ສຳປະສິດ

ແບບຈຳລອງ (ໂມເດລ)ນີ້

    ຄອບ-ດັກລາສ 

ຕຳລາການຜະລິດແບບທຣານສລົກ

    ຄອບ-ດັກລາສ 
        ຄອບ-ດັກລາສ .

ໃນນີ້ L = ແຮງງານ, K = ທຶນ, M = ວັດຖຸຸດິບ, ແລະ q = ຜົນຜະລິດ.

ແປຮູບມາຈາກ ຕຳລາຊີອີເອັສ (CES function)

ຕຳລາຊີອີເອັສ(ພາສາອັງກິດ CES function:ຕຳລາຄວາມຍືດຍຸ່ນການທົດແທນຄົງທີ່) : ຄອບ-ດັກລາສ 

ຖ້າ ຄອບ-ດັກລາສ , ຕຳລາ CES ນີ້ ຈະກາຍເປັນ ຕຳລາຄອບ-ດັກລາສ ທົ່ວໄປ, ຄອບ-ດັກລາສ 

ພິສູດ:

ຄອບ-ດັກລາສ 

ນຳໃຊ້ ຫຼັດເກນ ໂລປີຕາລ(l'Hôpital's rule): ຄອບ-ດັກລາສ 

ສະນັ້ນ, ຄອບ-ດັກລາສ 

ອ້າງອີງ

  • Cobb C W and Douglas P H (1928) "A Theory of Production", American Economic Review, 18 (Supplement), 139-165.

ລິ້ງຄ໌ພາຍນອກ

Tags:

ຄອບ-ດັກລາສ ບັນຫາຄອບ-ດັກລາສ ບາງການນຳໃຊ້ຄອບ-ດັກລາສ ຫຼາຍຮູບແບບການສະແດງຕຳລາການຜະລິດ ຄອບ-ດັກລາສ ແປຮູບມາຈາກ ຕຳລາຊີອີເອັສ (CES function)ຄອບ-ດັກລາສ ອ້າງອີງຄອບ-ດັກລາສ ລິ້ງຄ໌ພາຍນອກຄອບ-ດັກລາສເສດຖະສາດ

🔥 Trending searches on Wiki ລາວ:

ໄກ່ຫໍພະແກ້ວເຄື່ອງໝາຍຊາດລາວເພງຊາດລາວວັດຊຽງທອງກາບກອນນາຊີເຢຍລະມັນໂຮ່ຈີ່ມິນຊົນເຜົ່າໃນລາວວິກິພີເດຍຫ້ວຍຊາຍສາສະໜາສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ຊຽງທຸງສົງຄາມຫວຽດນາມໂອເຊອານີປະເທດມາເຊດວນເໜືອລາຍຊື່ໜ່ວຍນັບເວລາສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມຫຼວງນະຣາທິວາດຣາດຊະນະຄະຣິນປະເທດເຊັກກີທະຊະຍະ ປະທຸມວັນອາໂດນ ຮິດແລປະເທດມົງໂກລີລາວ (ຊົນເຜົ່າ)ເມືອງເຊໂປນ7 ກຸມພາອາຣິສກາ ປູຕຣີ ເປີຕີວີວັນນະຄະດີສະບາຍດີຫຼວງພະບາງການແຂ່ງຂັນຊິງແຊ້ມບານເຕະອາເມລິກາໃຕ້ 2015ເມືອງຫາດຊາຍຟອງພະທາດອີງຮັງສຸພານຸວົງໝ່ອມລາຊະວົງຖະໜັດສີ ສະຫວັດດິວັດໂທລະຄົມມະນາຄົມວັນເສົາພາສາອາຣັບແຂວງຫຼວງນໍ້າທາອານາຈັກລ້ານຊ້າງສິນລະປະວອລອດືມືຣ໌ ແຊແລນສະກຶຍລັດ​ທິກອມ​ມູນິດແຂວງຫຼວງພະບາງເມືອງເກົ່າສຸວັນນະໂຄມຄຳແມວສະຫະພາບເອີຣົບປະເທດປາກິດສະຖານກູເກິລສົມເດັດພຣະເຈົ້າກຸງທົນບຸຣີປີໃໝ່ລາວສຸພາພອນ ສົມວິຈິດໂຣມມິສລາວ🡆 More