ການສູນພັນຄັ້ງໃຫຍ່ (ອັງກິດ: mass extinction) ເປັນປະກົດການທາງທຳມະຊາດທີ່ເປັນຂໍ້ສັນນິຖານວ່າ ເປັນສາເຫດໃຫ້ສິ່ງທີ່ມີຊິວິດໃນໂລກຫຼາກຊະນິດຫຼາຍສາຍພັນຕ້ອງສູນພັນໄປໃນເວລາພ້ອມໆກັນ ຫຼື ໄລ່ເລ່ຍກັນ.
ເຫດການສູນພັນຄັ້ງໃຫຍ່ ບໍ່ໄດ້ເກີດຂຶ້ນແຕ່ພຽງຄັ້ງດຽວ ໃນຊ່ວງ ຍຸກຄຣີເຕຊຽດ (Cretaceous) ຊຶ່ງເປັນຍຸກທີ່ໄດໂນເສົາເປັນສິ່ງທີ່ມີຊີວິດອັນດັບເທິງສຸດຂອງຕ່ອງໂສ້ອາຫານຢ່າງທີ່ຄົນທົ່ວໄປເຂົ້າໃຈ ຫາກແຕ່ການສູນພັນຄັ້ງໃຫຍ່ເຄີຍເກີດຂຶ້ນມາແລ້ວຫຼາຍຄັ້ງ. ການປະເມີນໄລຍະເວລາການເກີດເຫດການ ເຮັດໂດຍການວິນິດໄສຈາກຊາກດຶກດຳບັນ (fossil) ຈາກທະເລເປັນສ່ວນໃຫຍ່ ເນື່ອງຈາກວ່າສາມາດຄົ້ນພົບໄດ້ງ່າຍກວ່າຊາກດຶກດຳບັນທີ່ຢູ່ເທິງບົກ.
ເຫດການການສູນພັນຄັ້ງໃຫຍ່ທີ່ເປັນທີ່ສົນໃຈ ແລະ ຄົນທົ່ວໄປຮູ້ຈັກກັນດີທີ່ສຸດກໍຄື ເຫດການການສູນພັນຄັ້ງໃຫຍ່ໃນຍຸກຄຣີເຕຊຽດ (Cretaceous) ເມື່ອປະມານ 65 ລ້ານປີກ່ອນ ຊຶ່ງເປັນສາເຫດທີ່ເຮັດໃຫ້ໄດໂນເສົາຂະໜາດໃຫຍ່ສູນພັນທັງໝົດ. ເມື່ອທຳການສຶກສາພົບວ່າ ຕັ້ງແຕ່ 550 ລ້ານປີກ່ອນເປັນຕົ້ນມາ ໄດ້ເກີດການສູນພັນຄັ້ງໃຫຍ່ຂຶ້ນທັງໝົດປະມານ 5 ຄັ້ງ ຊຶ່ງເຮັດໃຫ້ສິ່ງທີ່ມີຊີວິດສູນພັນໄປປະມານ 50% ຂອງທັງໝົດ. ເນື່ອງຈາກໄລຍະເວລາທີ່ເກີດຂຶ້ນນັ້ນດົນຫຼາຍ, ການສູນພັນຄັ້ງໃຫຍ່ກ່ອນໜ້າຍຸກຄຣີເຕຊຽດມັກພົບຄວາມລຳບາກໃນການສຶກສາລາຍລະອຽດ ເພາະຫຼັກຖານຊາກດຶກດຳບັນສຳລັບກວດສອບມີຫຼົງເຫຼືອໜ້ອຍຫຼາຍ.
ໄລຍະເວລາຍ້ອນຫຼັງໂດຍປະມານ | ຈຳນວນສິ່ງທີ່ມີຊີວິດທີ່ສູນພັນໂດຍປະມານ | ຂໍ້ສັນນິດຖານເຖິງສາເຫດ |
---|---|---|
429-439 ລ້ານປີ | ສາຍພັນຂອງສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳສູນພັນໄປ 25%, ຄິດເປັນ 60% ຂອງສາຍພັນສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳ | ນ້ຳທະເລຫຼຸດລະດັບລົງຈາກການກໍ່ໂຕເປັນກ້ອນນ້ຳແຂງຍັກ ແລະ ຕໍ່ມານ້ຳທະເລຈຶ່ງເພີ່ມລະດັບຂຶ້ນກະທັນຫັນຈາກການລະລາຍຂອງກ້ອນນ້ຳແຂງຂະໜາດຍັກ |
364 ລ້ານປີ | ສາຍພັນຂອງສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳສູນພັນໄປ 22%, ຄິດເປັນ 57% ຂອງສາຍພັນສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳທັງໝົດ | ຍັງບໍ່ມີສົມມຸດຖານທີ່ມີນ້ຳໜັກພຽງພໍ |
251 ລ້ານປີ |
|
|
199-214 ລ້ານປີ |
| ພູໄຟໃຕ້ນ້ຳລະເບີດຄັ້ງໃຫຍ່ທີ່ບໍລິເວນຕອນກາງຂອງມະຫາສະໝຸດອັດລັງຕິກ ປົດປ່ອຍລາວາຈຳນວນມະຫາສານອອກມາ ແລະ ອາດເຮັດໃຫ້ເກີດພາວະໂລກຮ້ອນຂັ້ນວິກິດ ໂດຍພົບຫຼັກຖານການລະເບີດຈາກຫີນພູໄຟຈາກທາງຕາເວັນຕົກຂອງສະຫະລັດອາເມລິກາ, ທາງຕາເວັນອອກຂອງເບຣຊິນ ແລະ ທາງເໜືອຂອງອາຟຣິກາ ແລະ ແອດສະປາຍ |
65 ລ້ານປີ |
| ດາວເຄາະນ້ອຍຂະໜາດຄວາມກວ້າງຫຼາຍໄມພຸ່ງເຂົ້າຕຳໂລກ ເຮັດໃຫ້ເກີດຫຼຸມອຸກກາບາດຊິກຊູລູບ (Chicxulub Crater) ທີ່ບໍລິເວນແຫຼມຢູຄາທັນ (Yucatan Peninsula) ແລະ ໃຕ້ອ່າວເມັກຊິໂກ |
ໝວດໝູ່:ຊີວະວິທະຍາວິທະຍາການ ໝວດໝູ່:ຊີວະວິທະຍາ ໝວດໝູ່:ການສູນພັນ ໝວດໝູ່:ວິທະຍາສາດດາວເຄາະ
This article uses material from the Wikipedia ລາວ article ການສູນພັນຄັ້ງໃຫຍ່, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.