ເລກທີ 44 ຫມາຍເຖີງສິດພື້ນຖານອັນຫນື່ງຂອງພົນລະເມືອງລາວດັ່ງທີ່ລະບຸໄວ້ໃນລັດຖະທຳມະນູນ ຂອງ ສ.ປ.ປ ລາວ ມາດ ຕາ44 ທີ່ວ່າ: “ພົນລະເມືອງລາວມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງສະມາຄົມແລະເດີນຂະບວນທີ່ບໍ່ຂັດກັບລະບຽບກົດໝາຍ”
ບົດຄວາມນີ້ອາດຕ້ອງການພິສູດອັກສອນ ໃນດ້ານໄວຍາກອນ ຮູບແບບຂີດຂຽນ ການຮິບໂຮມ ການຮຽງ ຄຸນນະພາບ ຫຼື ການສະກົດ ທ່ານສາມາດຊ່ອຍພັດທະນາບົດຄວາມໄດ້. |
ໂດຍ ອີງໃສ່ນະໂຍບາຍຂອງພັກ ແລະ ລັດຖະບານດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ດັ່ງທີ່ໄດ້ລະບຸໃນແຜນພັດທະນາເສດຖະກິດ-ສັງຄົມ (2006-2010), ລາວ 44 ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງພ້ອມທັງຊຸກຍູ້ການມີສ່ວນ ຮ່ວມຂອງປວງຊົນເຂົ້າໃນວຽກງານການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍການເປັນແຫລ່ງຂໍ້ມູນຂ່າວສານພາສາລາວ ຂອງທຸກໆຂະແຫນງການທົ່ວປະເທດ ເຊັ່ນ: ກະສິກຳ-ປ່າໄມ້, ສຸຂະພາບ, ການສຶກສາ, ພູມປັນຍາທ້ອງຖີ່ນ, ບົດບາດຍີງ-ຊາຍ ແລະ ຮວມໄປເຖີງລະບຽບກົດຫມາຍ, ແຜນການ ແລະ ນະໂຍບາຍຕ່າງໆຂອງ ລັດຖະບານ. ຂໍ້ມູນຂ່າວສານປະກອບມີຫລາຍຮູບຫລາຍສີເຊັ່ນ: ຟ້າຍເອກະສານ, ວິດິໂອ, ຮູບພາບ ແລະ ການສົນທະນາກະທູ້ຕ່າງໆ ເຊິ່ງຂໍ້ມູນຂ່າວສານທັງຫມົດເປັນຮູບແບບດິຈີຕ້ອນ.
ລາວ 44 ໄດ້ຖືກສ້າງຂື້ນ ແລະ ບໍລິຫານຮ່ວມກັນໂດຍອົງການ Helvetas, ອົງການບ້ານຈຸດສູມສາກົນ (VFI), CRWRC, ອົງການມິດຕະພາບເມັນໂນນາຍ (MCC), CIDSE, DED, ອົງການພັດທະນາປະເທດເນເທີແລນ (SNV), ກູ່ມພັດທະນາບົດບາດຍີງ- ຊາຍ (GDG), ສະມາຄົມພັດທະນາກະສິກຳ ແລະ ສີ່ງແວດລ້ອມແບບຍືືນຍົງ (SAEDA), ສະມາຄົມ CKSA, ສະມາຄົມພັດທະນາ ແລະ ຫລຸດຜ່ອນຄວາມທຸກຈົນ (PORDEA), ບໍລິສັດ ທີ່ປຶກສາດ້ານພັດທະນາ & ວິສາຫະກິດ ຈຳກັດ (EDC), ແລະ ສູນອົບຮົມຮ່ວມພັດທະນາ (PADETC) ໂດຍການສະຫນັບສະຫນູນຈາກກອງສົ່ງເສີມກະສິກຳ ແລະ ປ່າໄມ້ (NAFES), ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເຕັກນິກກະສິກຳ ແລະ ປ່າໄມ້ (NAFRI) ແລະ ໂຄງການສົ່ງເສີມກະສິກຳ (LEAP).
This article uses material from the Wikipedia ລາວ article ລາວ 44, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.