ພູພຽງບໍລະເວນ

ພູພຽງບໍລະເວນມີເນື້ອທີ່ປະມານ 10.000ກມ2 ມີລະດັບສູງສະເລ່ຍ 1000 ມ ເປັນພູພຽງທີ່ປະກອບດ້ວຍດິນບາຊານ(Basalt)ເຊິ່ງເປັນດິນທີ່ມີຄວາມອຸດົມສົມບູນເໝາະແກ່ການປູກພືດຫຼາຍຊະນິດເປັນຕົ້ນແມ່ນພືດອຸດສາຫະກຳທີ່ໃຫ້ຄຸນນະພາບສູງເຊັ່ນ: ກາເຟ.

ຕາມເສັ້ນທາງເລກທີ 13 ໃຕ້ ຈາກປາກເຊ-ປາກຊ່ອງ, ທ່ານສາມາດໄປທ່ຽວເລາະຊົມນໍ້າຕົກອີກຫຼາຍໆແຫ່ງໃນເຂດພູພຽງບໍລະເວນ ເຊິ່ງເປັນໜື່ງໃນບັນດາແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈ ຂອງແຂວງຈຳປາສັກ. ຈາກຕົວເມືອງປາກເຊ ໄປໄດ້ປະມານ 21 ກິໂລແມັດ ໃຫ້ລ້ຽວຊ້າຍທີ່ ຫຼັກ 21 ແລະ ມຸ່ງໜ້າໄປຕໍ່ອີກ 15 ກິໂລແມັດ, ກໍຈະໄປຮອດ ນໍ້າຕົກຕາດຜາສ້ວມ. ກັບຄືນມາທາງເກົ່າ ປາກເຊ-ປາກຊ່ອງ ໄປຕໍ່ໃຫ້ຮອດ ຫຼັກ 35 ກໍຈະໄດ້ພົບກັບ ນໍ້າຕົກຕາດອີ່ຕູ່. ບໍ່ໄກຈາກນີ້ໄປທີ່ຫຼັກ 38 ຈະມີໝູ່ບ້ານນ້ອຍ ເຊິ່ງຢູ່ທີ່ນັ້ນສາມາດໄປທ່ຽວເບິ່ງນໍ້າຕົກຕາດຟານ, ເຊິ່ງເປັນທີ່ຊ່າລືກັນວ່າເປັນນໍ້າຕົກຕາດທີ່ງາມທີ່ສຸດໃນແຂວງນີ້. ນອນພັກຄ້າງຄືນຢູ່ບັງກະໂລຂອງຕາດຟານຣີສອດຈັກໜື່ງຄືນກໍດີຈະໄດ້ມີເວລາຊື່ນຊົມທຳມະຊາດ, ເນື່ອງຈາກວ່າບັງກະໂລຕັ້ງຢູ່ຕາມເປີ້ນພູ ສາມາດເຫັນສາຍນໍ້າໄດ້ຢ່າງກວ້າງໄກ ແລະ ອາຍໝອກທີ່ໜ້າມະຫັດສະຈັນ. ເດີນທາງຕໍ່ໃນມື້ນັ້ນ ໄປຮອດເມືອງທ່າແຕງ ຈະເຫັນນໍ້າຕົກຕາດເລາະ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງແຂວງສາລະວັນ. ພູພຽງບໍລະເວນນັ້ນຖືວ່າໂດ່ງດັງ ແລະ ມີຊື່ສຽງທີ່ສຸດທາງດ້ານການຜະລິດກາເຟຂອງປະເທດ.

Tags:

🔥 Trending searches on Wiki ລາວ:

ມະຫາວິຫານນົດ-ດາມພາສາອັງກິດອິນເຕີຣ໌ເນັຕ ໂປຣໂຕໂຄລພະສຸດ ບານແຍ້ມເຢນເໝ້ນເຢັຽລະມັນມິສຢູນີເວີຣສລາວ 2017ລະເບີດເຖິດເທິງŠiprageສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມຫຼວງນະຣາທິວາດຣາດຊະນະຄະຣິນປ້າຍຈາລະຈອນຂອງປະເທດລາວວັດໃຫຍ່ອິນທາລາມສົງຄາມຫວຽດນາມ24 ມີນາຜາສາດຫີນວັດພູອີສານແຂວງຊຽງຂວາງເມືອງອາດສະພອນຊົນເຜົ່າໃນລາວມູນນິທິວິກິມີເດຍລັດທິຢູທູບການເສຍຊີວິດຂອງ Paulette Gebara Farahປາກຊ່ອງລື້ອ໋າວຢາຍດາວພຸດສະໝານ ວິຍາເກດແຂວງຈຳປາສັກຍູຟາແຊມປ້ຽນລີກກີບ (ສະກຸນເງິນ)ມິສແກຣນໄທແລນ 2016ວັດຊຽງທອງພາສາອົກຊີຕັງອົດສະຕາລີເລໂອນາໂດ ດາ ວິນຊີສຸຣະໄຊ ລ້ຽງບຸນເລີດໄຊດາວຢູລານຸດລາວໂລກແມ່ນ້ຳຂອງແຂວງອັດຕະປືສາທາລະນະລັດສະໜາມບິນຊຽງຂວາງພຣະເຢຊູເຄື່ອງໝາຍວັກອາຊີອາຕິກອາເລັກຊານດຣ້າ ທິດາວັນ ບຸນຊ່ວຍຈັກກະວັດແອັດສະປາຍປະເທດອາກຊັງຕີນສຸຕິລັກ ອິນທະວົງແຂວງວຽງຈັນຖ້ຳນົກແອ່ນ(ຖ້ຳນາງແອ່ນ)ເນື້ອທີ່ສາສະໜາເດິ ພິຊຊ່າ ຄອມປານີເສັ້ນທາງ 13 (ປະເທດລາວ)ສົງຄາມໂລກຄັ້ງທີສອງໂທນີ ແບສັງຄົມນິຍົມແຂວງຫົວພັນຟີຊິກສ໌ເພງຊາດລາວທອງຄຳມີສລາວ 2009ເຜົ່າກະ​ຕູ🡆 More