ການໂທລະຄົມມະນາຄົມແມ່ນ: ການສົ່ງ, ການຮັບ ຫຼື ການແຜ່ກະຈ່າຍ ເຄື່ອງໝາຍ, ສັນຍານ, ຮູບພາບ ແລະ ສຽງ ຫຼື ການເຮັດໃຫ້ເຂົ້າໃຈກັນຂອງທຳມະຊາດໃດນຶ່ງ ໄປຕາມສາຍ, ຄື້ນວິທະຍຸ, ສາຍໄຍແກ້ວ ແລະ ອື່ນໆ ດ້ວຍລະບົບຄື້ນແມ່ເຫຼັກໄຟຟ້າ.
ຕາຕະລາງຄວາມຖີ່ວິທະຍຸ:
ຍັງພັດທະນາ 300 - 3000 GHz
ຄວາມຖີ່ຂອງຄື້ນວິທະຍຸ:
ໝາຍເຖິງ ຮອບວຽນ ການປ່ຽນແປງຂອງການສັ່ນໄກ່ວຂອງຄື້ນໃນ 1 ວິນາທີ ຊື່ງມີຫົວໜ່ວຍເປັນ Hertz ຫຼືຂຽນຫຍໍ້ແມ່ນ Hz ຕົວຢ່າງ: ຖ້າຄື້ນທີ່ເກີດຂື້ນ 2 ຮອບຕໍ່ 1 ວິນາທີ ຈະມີຄ່າເທົ່າກັບ 2 Hz, ຖ້າເກີດຂື້ນ 10.000 ຮອບຕໍ່ 1 ວິນາທີ່ ຈະມີຄ່າເທົ່າກັບ 1 KHz ດັ່ງນີ້ເປັນຕົ້ນ.
ຫົວໜ່ວຍການນັບຄວາມຖີ່ຂອງຄື້ນວິທະຍຸ:
ຄວາມໄວໃນການເດີນທາງຂອງຄື້ນວິທະຍຸ:
ຄື້ນວິທະຍຸແມ່ນຄື້ນແມ່ເຫຼັກໄຟຟ້າ ເປັນພຽງຊ່ວງນຶ່ງໃນສະເປັກຕຼັມ (Spectrum)ເທົ່ານັ້ນ ສາມາດເດີນທາງດ້ວຍຄວາມໄວເທົ່າກັບແສງ ຫຼື ປະມານ 3 ຄູນກັບ 10 ກຳລັງ 8 ແມັດຕໍ່ວິນາທີ
ໃນຄວາມເປັນຈິງຄື້ນວິທະຍຸທີ່ເຮົາໃຊ້ກັນໃນປະຈຸບັນນີ້ບໍ່ໄດ້ເກີດຂື້ນຕາມທຳມະຊາດ ໂດຍອາໃສຂະບວນການໜຽວນຳທີ່ໄດ້ກ່າວໄວ້ແລ້ວໃນ ຫົວຂໍ້ ສົນທະນາ, ຊື່ງມີຂັ້ນຕອນຄືການປ່ອຍກະແສໄຟຟ້າເປັນຄວາມຖີ່ຜ່ານ
ຂົດລວດຕົວນຳເປັນຈັ່ງຫວະຊ້ຳໆກັນ ຈາກນັ້ນສະໜາມໄຟຟ້າກໍ່ຈະແຜ່ອອກຈາກຂົດລວດນັ້ນ ໂດຍຈະມີຄວາມເຂັ້ມສູງຂື້ນແລ້ວຄ່ອຍໆລຸດລົງໃນທິດທາງກົງກັນຂ້າມສະລັບກັນໄປຕາມກະແສໄຟຟ້າທີ່ໄຫຼເຂົ້າໄປ
ໃນຂົດ ລວດນັ້ນ ໂດຍມີລັກສະນະຄ່າຍຄືກັນກັບຮູບຂອງກະເບືອງມຸງຫຼັງຄາ ທີ່ເບິ່ງທາງຕັດ.
ອົງການຈັດຕັ້ງຂອງລັດທີ່ມີຫນ້າທີ່ກ່ຽວຂ້ອງກັບການຄຸ້ມຄອງຄວາມຖີ່ວິທະຍຸໃນສປປລາວ: ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ
ຄື້ນວິທະຍຸມີປະໂຫຍດແນວໃດຕໍ່ຊີວິດປະຈຳວັນຂອງມະມຸດ?
ມະນຸດໄດ້ນຳເອົາຄຸນລັກຊະນະສະເພາະຂອງຄື້ນວິທະຍຸ ເຂົ້າມານຳໃຊ້ປະໂຫຍດໃນຊີວິດປະຈຳວັນຂອງຄົນເຮົາ ໂດຍການປະຍຸກໃຊ້ ຄຸນລັກຊະນະເພາະ ຂອງຄື້ນວິທະຍຸ ທີ່ປະກອບມີ ຄຸນລັກຊະນະ ພື້ນຖານດັ່ງນີ້:
ຄື້ນແມ່ເຫຼັກສົ່ງແລະຮັບແນວໃດ
This article uses material from the Wikipedia ລາວ article ໂທລະຄົມມະນາຄົມ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.