ລຸຍໂລກລຶກລັບ

ລຸຍໂລກລຶກລັບ (ອັງກິດ: Strange World) ເປັນຮູບເງົາປະເພດຄອມພິວເຕີແອນິເມຊັນແນວວິທະຍາສາດ ຜະຈົນໄພ ທີ່ມີກຳນົດອອກສາຍໃນປີ 2022 ອຳນວຍການສ້າງໂດຍວໍລ ດິສນີ ແອນິເມຊັນ ສະຕູດີໂອສ໌ແລະ ຈັດຈຳໜ່າຍໂດຍວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ ເປັນຮູບເງົາແອນິເມຊັນລຳດັບທີ່ 61 ທີ່ສ້າງໂດຍສະຕູດິໂອ ຮູບເງົາກຳກັບໂດຍດອນ ຮໍລ ຂຽນບົດ ແລະ ຮ່ວມກຳກັບໂດຍ Qui Nguyen ອຳນວຍການສ້າງໂດຍຣອຍ ຄອນລີ ຜູ້ພາກສຽງຕົວລະຄອນຫຼັກເຊັ່ນ: ເຈກ ຈິລເລັນຮາລ, ເດນດິສ ເຄວດ, Jaboukie Young-White, Gabrielle Union ແລະ Lucy Liu ເລື່ອງລາວກ່ຽວກັບຄອບຄົວເຄລດ ຄອບຄົວນັກສຳຫຼວດທີ່ເດິນທາງໄປຍັງດາວເຄາະລຶກລັບທີ່ມີຊື່ອາວາໂລເນຍເຊິ່ງມີສິ່ງທີ່ມີຊີວິດເໜືອຈິງຕ່າງໆ ອາໄສຢູ່

ລຸຍໂລກລຶກລັບ
ລຸຍໂລກລຶກລັບ
ໂປສເຕີຮູບເງົາພາສາລາວ
ກຳກັບດອນ ຮໍລ
ຂຽນບົດQui Nguyen
ອຳນວຍການສ້າງຣອຍ ຄອນລິ
ນັກສະແດງນຳ
  • ເຈກ ຈິລເລັນຮາລ
  • ເດນນິສ ເຄວດ
  • Jaboukie Young-White
  • Gabrielle Union
  • Lucy Liu
ດົນຕີປະກອບHenry Jackman
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍລ ດິສນີ ສະຕູດິໂອສ໌ ໂມຊັນ ພິກເຈີ
ວັນສາຍ18 ພະຈິກ 2022 (ເທດສະການຮູບເງົາຟອຍລ໌)
23 ພະຈິກ 2022 (ສະຫະລັດອາເມຣິກາ)
24 ພະຈິກ 2022 (ລາວ)
ຄວາມຍາວ102 ນາທີ
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ135–180 ລ້ານໂດລາສະຫະລັດ
ລາຍໄດ້61.8 ລ້ານໂດລາສະຫະລັດ

ຮູບໄດ້ຮັບແຮງບັນດານໃຈຈາກນິຍາຍດັງໃນພັລພ໌ແມກກາຊີນຊ່ວງໃນຕົ້ນສະຕະວັດທີ 20 ຮູບເງົາຍັງໃຫ້ກຽດແກ່ຮູບເງົາແນວວິທະຍາສາດທີ່ໃນອະດີດເຊັ່ນ: Journey to the Center the Earth ແລະ King Kong

ລຸຍໂລກລຶກລັບສາຍຮອບປະຖົມມະທັດໃນເທສະການຮູບເງົາຟອຍລ໌ໃນອຽກລັງເໜືອເມື່ອວັນທີ 18 ພະຈິກ 2022 ມີກຳນົດອອກສາຍໃນປະເທດສະຫະລັດອາເມຣິກາໃນວັນທີ 23 ພະຈິກ 2022 ແລະ ໃນປະເທດລາວໃນວັນທີ 24 ພະຈິກ 2022

ນັກພາກ

  • ເຈກ ຈິລເລນຮາລ ຮັບບົດ ເຊີຈເຊີ ເຄລດ ຊາວກະສິກອນ ລູກຊາຍຂອງເຢເກີ ສາມີຂອງເມຣິດຽນ ແລະ ພໍ່ຂອງອີທານ
  • ເດນນິສ ເຄວດ ຮັບບົດ ເຢເກີ ເຄລດ ພໍ່ຂອງເຊີຈເຊີ ແລະ ປູ່ຂອງອີທານ
  • ຈາບູກີ້ ຢັງ-ໄວທ໌ ຮັບບົດ ອີທານ ເຄລດ ລູກຊາຍອາຍຸ 16 ປີຂອງເຊີຈເຊີ
  • ແກບຣຽລ ຢູນຽນ ຮັບບົດ ເມຣິດຽນ ເຄລດ ເມຍຂອງເຊີຈເຊີ ແລະ ແມ່ຂອງອີທານ
  • ລູຊີ ຫຼິວ ຮັບບົດ ຄັລລິສໂຕ ມັລ ປະທານາທິບໍດີແຫ່ງດິນແດນອາວາໂລເນຍ ແລະ ຜູ້ນໍາຄະນະສຳຫຼວດໃນໂລກລຶກລັບ
  • ແຄເຣນ ໂຊນິ ຮັບບົດ ແຄສປຽນ ສະມາຊິກໃນຄະນະສຳຫຼວດໂລກລຶກລັບ
  • ອາລັນ ຕູດິກ ຮັບບົດ ດັຟເຟິລ ນັກບິນຄະນະສຳຫຼວດໂລກລຶກລັບ
    • ຕູດິກ ຍັງຮັບບົດເປັນຜູ້ບັນຍາຍໃນຊ່ວງຕອນຕົ້ນຂອງຮູບເງົາ ແລະ ຍັງຮັບບົດເປັນຜູ້ປະກາດທາງວິທະຍຸ
  • ອະເດລິນາ ແອນໂທນີ ຮັບບົດ ກັບຕັນພັລຄ໌ ຮອງຜູ້ຮຳຄະນະສຳຫຼວດໂລກລຶກລັບ
  • ອັບຣາຮາມ ເບັນຣູບີ ຮັບບົດ ລອນນີ່ ເຣດເຊີຣ໌ດ ສະມາຊິກຮ່າງໃຫຍ່ຂອງຄະນະສຳຫຼວດໂລກລຶກລັບ
  • ໂຈນາທານ ເມໂລ່ ຮັບບົດ ດິອາໂຊ ຄົນຮັກຂອງອີທານ
  • ນິກ ໂດດານິ ຮັບບົດ ຄາຣ໌ເດຊ ໝູ່ຄົນໜຶ່ງຂອງອີທານ
  • ຟຣານເຊສກ້າ ຣຽວ ຮັບບົດ ອາຊິມຸດທ໌ ໝູ່ຄົນໜຶ່ງຂອງອີທານ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ


Tags:

ພາສາອັງກິດວໍລ ດິສນີ ແອນິເມຊັນ ສະຕູດີໂອສ໌

🔥 Trending searches on Wiki ລາວ:

ວິກິວັດຈະນານຸກົມ24 ຕຸລາໂຕກຽວ28 ກັນຍາມະຫາສະໝຸດອັດລັງຕິກໝາລ່າເມືອງປາກແບງກົວລາລຸມປູວິວັດທະນາການ28 ຕຸລາວັດອົງຕື້ທະວີບປະເທດໄທຖ້ຳພະ(ເມືອງພູກູດ)ອະນິເມະພາສາຈ້ວງກູເກິລ ແປພາສາ26 ພຶດສະພາສິນລະປະແມວແກນກາງປາຣີພາສາອາຣັບໝູກະທະປ່າໄມ້ປິໂກແມັດການສໍາເລັດຄວາມໃຄ່ດ້ວຍຕົນເອງເມືອງປາກງື່ມປະເທດໂຄລັມເບຍພະທາດອີງຮັງມິສລາວ 2011ວິສາຂະບູຊາMy Hero Academiaພະຈິກການຮ່ວມເພດຂົນອະໄວຍະວະເພດເວັບໄຊພັກປະຊາຊົນປະຕິວັດລາວປະໂຫຍກອຳນາດບໍລິຫານມ້າລາຍຊື່ໜ່ວຍນັບເວລາພະເຈົ້າຟ້າງຸ່ມເຊື້ອໄຟປະເທດເກຣັກລະຫັດໂທລະສັບລະຫວ່າງປະເທດປະເທດເກົາຫຼີເໜືອເມືອງໄກສອນ ພົມວິຫານບານເຕະເພື່ອມິດຕະພາບດັດຊະນີການພັດທະນາມະນຸດການກໍ່ສ້າງ24 ມີນາເສດຖະກິດຕະຫຼາດທຸງຊາດໄທວັງວຽງສິດທິເດັກຄຳໄຕ ສີພັນດອນມິສແກຣນໄທແລນ 2016ເສດຖະກິດຫໍພະແກ້ວນາໂນແມັດເວັບບຣາວເຊີປະເທດຊິລີປະເທດໂອຕຣິດນະຄອນຫຼວງວຽງຈັນກະແລມ🡆 More