ຄວາມໄດ້ປຽບທຽບຖານ(comparative advantage) ທີ່ຖືກນຳໃຊ້ກັນຢ່າງກ້ວາງຂວາງ ໃນ ເສດຖະສາດ ເພື່ອອະທິບາຍວ່າ ເປັນຫຍັງ ການຄ້າ ຈະເປັນຜົນດີ ຕໍ່ກັບ ແຕ່ລະຄູ່ຄ້າ.
ໃນຂະນະທີ່ ຄວາມໄດ້ປຽບເດັດຖານ ຈະສົມທຽບ ໂດຍກົງ ຜະລິດຕະພາບ ຂອງ ສິນຄ້າດຽວກັບ ລະຫວ່າງ 2 ປະເທດ, ຄວາມໄດ້ປຽບທຽບຖານ ຈະສົມທຽບ ອັດຕາສ່ວນ ຂອງ ຜະລິດຕະພາບ ຂອງ 2 ສິນຄ້າ ໃດໜຶ່ງ ລະຫວ່າງ 2 ປະເທດ. ໃນນີ້ ເຖິງວ່າ ປະເທດໃດໜຶ່ງ ຈະມີ ຄວາມໄດ້ປຽບເດັດຖານ (ເຊັ່ນຜະລິດໂດຍຕົ້ນທຶນທີ່ຕໍ່າທີ່ສຸດ)ກໍ່ຕາມ ມັນບໍ່ໄດ້ໝາຍຄວາມວ່າ ປະເທດນັ້ນ ຈະໄດ້ປຽບໂລດ ເມື່ອ ມີການຄ້າເສລີ.
ສົມມຸດວ່າ ປັດໃຈການຜະລິດທີ່ຈຳເປັນ ມີ ແຕ່ ແຮງງານ ແລະ ແຮງງານ ທີ່ຈຳເປັນ ໃນການຜະລິດ ລົດຈັກຄັນໜຶ່ງ ແລະ ເຂົ້າໂຕນໜຶ່ງ ໃນ ປີໜຶ່ງ ຢູ່
ຖ້າສົມທຽບ ໂດຍ ກົງແລ້ວ ຊິເຫັນວ່າ ປະເທດ ຂ ມີຄວາມໄດ້ປຽບເດັດຖານ ທັງ ໃນການຜະລິດລົດຈັກ ແລະ ເຂົ້າ ເຊິ່ງ ເບິ່ງຄືວ່າ ການຄ້າກັບ ປະເທດ ກ ຈະບໍ່ມີປະໂຫຍດຫຍັງເລີຍ ຕໍ່ກັບ ປະເທດ ຂ.ແຕ່ ໃນທິດສະດີຄວາມໄດ້ປຽບທຽບຖານ ການທີ່ ທັງສອງປະເທດ ສຸມໃສ່ ການຜະລິດທີ່ຕົນເອງ ມີ ຄວາມໄດ້ປຽບທຽບຖານ ຈະເຮັດ ໃຫ້ ທັງ 2 ປະເທດ ມີ ລາຍຮັບເພີ່ມຂຶ້ນ. ໃນທີ່ນີ້ ເຫັນວ່າ ຢູ່ ປະເທດ ກ ລາຄາລົດຈັກ / ລາຄາເຂົ້າ = 2 ນ້ອຍກວ່າ ລາຄາລົດຈັກ / ລາຄາເຂົ້າ ຢູ່ ປະເທດ ຂ (=10) ສະນັ້ນ ປະເທດ ກ ຄວນຈະຜະລິດ ແຕ່ ລົດຈັກ ແລະ ສົ່ງອອກສ່ວນເຫຼືອ ເພື່ອ ນຳເຂົ້າ ເຂົ້າ ຈາກ ປະເທດ ຂ ຊິດີກ່ວາ. ໃນ ທາງກົງກັນຂ້າມ ປະເທດ ລາຄາເຂົ້າ / ລາຄາລົດຈັກ ຢູ່ ປະເທດ ຂ ແມ່ນ 1/10 ນ້ອຍກວ່າ ລາຄາເຂົ້າ / ລາຄາລົດຈັກ ຢູ່ ປະເທດ ກ (=1/2) ສະນັ້ນ ປະເທດ ຂ ຄວນຈະຜະລິດ ແຕ່ ເຂົ້າ ແລະ ສົ່ງອອກ ເຂົ້າ ເພື່ອ ນຳເຂົ້າ ລົດຈັກ ຈາກ ປະເທດ ກ ຈະເຮັດໃຫ້ ຕົນເອງ ມີ ລາຍໄດ້ຫຼາຍຂຶ້ນ.
ຖ້າ ພົນລະເມືອງ ຂອງ ປະເທດ ກ ເທົ່າກັບ x ແລະ ແບ່ງໃຫ້ເຮັດວຽກ ຜະລິດລົດຈັກ x1 ຄົນ ແລະ ຜະລິດເຂົ້າ x2 ຄົນ ລາຍຮັບຕໍ່ປີ ຂອງ ປະເທດ ກ ຈະເທົ່າກັບ ລົດຈັກ x1/100 ຄັນ + ເຂົ້າ x2/50 ໂຕນ. ແຕ່ ຖ້າ ປະເທດ ກ ສຸມແຮງງານທີ່ຕົນອງມີຢູ່ ເຂົ້າໃນການຜະລິດລົດຈັກ ລາຍຮັບ ຈະກາຍເປັນ ລົດຈັກ x/100 ຄັນ = ລົດຈັກ x1/100 ຄັນ + ລົດຈັກ x2/100 ຄັນ. ແຕ່ ຖ້າເອົາ ລົດຈັກ x2/100 ຄັນ ທີ່ເຫຼືອນີ້ສົ່ງອອກ ໄປຂາຍແລກ ເຂົ້າ ຢູ່ ປະເທດ ຂ ກໍ່ ຈະໄດ້ ກໍ່ຈະໄດ້ ເຂົ້າ 10 x (x2/100) ໂຕນ (ເພາະ ຢູ່ ປະເທດ ຂ ລາຄາລົດຈັກ 1 ຄັນ ເທົ່າ ກັບ ເຂົ້າ 10 ໂຕນ. ເບິ່ງຂ້າງເທິງ). ຈະເຫັນວ່າ ເຂົ້າທີ່ ໄດ້ ຈາກການຄ້າ ເຊິ່ງ ເທົ່່າກັບ 10 x (x2/100) = 5 x (x2/50) ໂຕນ ຫຼື ຫຼາຍກ່ວາກໍລະນີຜະລິດເອງ ຕັ້ງ 5 ເທື່ອ.
ຖ້າ ພົນລະເມືອງ ຂອງ ປະເທດ ຂ ເທົ່າກັບ y ແລະ ແບ່ງໃຫ້ເຮັດວຽກ ຜະລິດລົດຈັກ y1 ຄົນ ແລະ ຜະລິດເຂົ້າ y2 ຄົນ ລາຍຮັບຕໍ່ປີ ຂອງ ປະເທດ ຂ ຈະເທົ່າກັບ ລົດຈັກ y1/50 ຄັນ + ເຂົ້າ y2/5 ໂຕນ. ແຕ່ ຖ້າ ປະເທດ ຂ ສຸມແຮງງານທີ່ຕົນອງມີຢູ່ ເຂົ້າໃນການຜະລິດເຂົ້າ ລາຍຮັບ ຈະກາຍເປັນ ເຂົ້າ y/5 ໂຕນ = ເຂົ້າ y1/5 ໂຕນ + ເຂົ້າ y2/5 ໂຕນ. ແຕ່ ຖ້າເອົາ ເຂົ້າ y1/5 ໂຕນ ທີ່ເຫຼືອນີ້ສົ່ງອອກ ໄປຂາຍແລກ ລົດຈັກ ຢູ່ ປະເທດ ກ ກໍ່ ຈະໄດ້ ກໍ່ຈະໄດ້ ລົດຈັກ (y1/5)/2 ໂຕນ (ເພາະ ຢູ່ ປະເທດ ກ ລາຄາລົດຈັກ 1 ຄັນ ເທົ່າ ກັບ ເຂົ້າ 2 ໂຕນ. ເບິ່ງຂ້າງເທິງ). ຈະເຫັນວ່າ ລົດຈັກທີ່ ໄດ້ ຈາກການຄ້າ ເຊິ່ງ ເທົ່່າກັບ y1/10 = 5 x (y1/50) ໂຕນ ຫຼື ຫຼາຍກ່ວາກໍລະນີຜະລິດເອງ ຕັ້ງ 5 ເທື່ອ.
ແນ່ນອນວ່າ ໂມເດລດັ່ງກ່າວນີ້ ເປັນໂຄງສ້າງທີ່ຖືກປັບແປງໃຫ້ ກະທັດຮັດ ແລະ ມີຫຼາຍເງື່ອນໄຂ ທີ່ບໍ່ຖືກກັບ ສະພາບການໃນໂລກຕົວຈິງ ແຕ່ ແມ່ນແຕ່ໃນປະຈຸບັນນີ້ ກໍ່ຍັງສາມາດເວົ້າໄດ້ວ່າ ທິດສະດີດັ່ງກ່າວ ກໍ່ຍັງຖືກໃຊ້ ເປັນ ບ່ອນອ້າງອີງ ຂອງ ບັນດາຜູ້ທີ່ (ບໍລິສັດ,ປະເທດ) ທີ່ຮຽກຮ້ອງ ໃຫ້ ມີການຄ້າເສລີ.
This article uses material from the Wikipedia ລາວ article ຄວາມໄດ້ປຽບທຽບຖານ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.