ວິຕາມິນບີ12ຫຼືວິຕາມິນເບ່12ເປັນວິຕາມິນຊະນິດລະລາຍນໍ້າ.ຜູ້ທີ່ມີບັນຫາກ່ຽວກັບຕ່ອມໄທຣອຍໃຫ້ລະວັງເລື່ອງການດູດຊຶມວິຕາມິນບີ12ສູ່ຮ່າງກາຍຈະບົກພ່ອງແລະເປັນຜົນໃຫ້ເກີດໂລກໂລຫິດຈາງ,ຄວນກິນວິຕາມິນຊະນິດນີ້ກັບແຄວຊ່ຽມຈະເຮັດໃຫ້ການດູດຊຶມສູ່ຮ່າງກາຍດີຂຶ້ນ.
ປະໂຫຍດຂອງວິຕາມິນບີ12ຈະຊ່ວຍສ້າງເມັດເລືອດແດງ.ຊວຍໃຫ້ເດັກເຕີບໃຫຍ່ແລະຈະເລີນອາຫານ.ຊ່ວຍໃຫ້ລະບົບປະສາດເຮັດວຽກໄດ້ດີ.
ແຫຼ່ງອາຫານທີ່ອຸດົມດ້ວຍວິຕາມິນບີ12ແມ່ນຕັບ,ໄຂ່ຫຼັງ,ຊີ້ນ,ໄຂ່ແດງແລະອາຫານໝັກດອງເຊັ່ນກະປິ,ນໍ້າປາ,ເຕົ້າຈ້ຽວ,ອາຫານທີ່ມາຈາກພືດຜັກທັງໝົດຈະບໍ່ມີວິຕາມິນບີ12ຍົກເວັ້ນພືດຜັກທີ່ມີການໝັກດອງ.ຜູ້ທີ່ກິນເຈຢ່າງເຄັ່ງຄັດຄວນຈະບໍລິໂພກອາຫານທີ່ໄດ້ຈາກການໝັກດ້ວຍ.
ຫາກຂາດວິຕາມິນບີ12ຈະເຮັດໃຫ້ມີອາການຊາທີ່ແຂນແລະຂາ,ອາລົມແປປວນ,ຄວາມຈໍາເສື່ອມ,ມີບັນຫາເລື່ອງການເບິ່ງເຫັນຫຼືອາດມີອາຫານອື່ນໆຂຶ້ນຢູ່ກັບເສັ້ນປະສາດເສັ້ນໃດທີ່ເກີດຄວາມເສຍຫາຍຈາກການບໍ່ມີການສ້າງແຜ່ນໄມອີລິນ.
This article uses material from the Wikipedia ລາວ article ວິຕາມິນບີ12, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.