ພຣະນາງຄຳຜູຍ

ພະອັກຄະລະມະເຫສີເຈົ້າຍິງຄຳຜູຍ (ຄຳເຄົ້າ: ພຣະອັຄຣມເຫສີເຈົ້າຍິງຄຳຜູຍ; ອັງກິດ: Queen Kamabuy; ປະສູດ ເມື່ອວັນທີ 12 ກໍລະກົດ ຄ.ສ 1912 ທີ່ຫລວງພະບາງ ປະເທດລາວ — ສິ້ນພະຊົນ ເມື່ອວັນທີ 12 ທັນວາ ຄ.ສ 1981) ຄ້າຍສຳມະນາໃກ້ບ້ານສົບຮາວ ເມືອງຊຽງຄໍ້ ແຂວງຫົວພັນ ປະເທດລາວ ເປັນ ພະອັກຄະລະມະເຫສີ ໃນພະບາດສົມເດັດພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ພະມະຫາກະສັດອົງສຸດທ້າຍແຫ່ງລາຊະອານາຈັກລາວ

ພະປະຫວັດ

ພະນາງຄຳຜູຍ ປະສູດ ເມື່ອວັນທີ່ 12 ກໍລະກົດ ຄ.ສ 1912 ທີ່ເມືອງຫລວງພະບາງ ປະເທດລາວ ເປັນພະທິດາ ໃນອົງສົມເດັດເຈົ້າຟ້າຊາຍຄຳພັນ ເຈົ້າກົມມະຫາເສນາບໍດີ ກັບ ສະເດັດເຈົ້າຍິງຄຳອ້ວນ ຕໍ່ມາພະນາງຄຳຜູຍ ໄດ້ອະພິເສກສົມລົດ ກັບພະບາດສົມເດັດພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ເມື່ອວັນທີ່ 7 ສິງຫາ ຄ.ສ 1930 ຊົງມີພະໂອລົດ-ທິດາ ທັງໝົດ 7 ພະອົງ ໄດ້ແກ່:

  • ເຈົ້າຟ້າຊາຍມົງກຸດລາຊະກຸມານວົງສະຫວ່າງ (Crown Prince Vong Savang, 27 ກັນຍາ ຄ.ສ 1931 - ມັງກອນ ຄ.ສ 1980)
  • ເຈົ້າຟ້າຊາຍສີສະຫວ່າງ (Prince Sisavang Savang, ທັນວາ ຄ.ສ 1935 - ຄ. ສ 1978)
  • ເຈົ້າຟ້າຊາຍສະຫວ່າງ (Prince Savang)
  • ເຈົ້າຟ້າຊາຍໂສຍະວົງ (Prince Sauryavong Savang, 22 ມັງກອນ ຄ.ສ 1937)
  • ເຈົ້າຟ້າຍິງສະຫວີວັນ (Princess Savivanh Savang, ຄ.ສ 1933 - 4 ມັງກອນ ຄ.ສ 2007)
  • ເຈົ້າຟ້າຍິງທາລາ (Princess Thala Savang, 10 ມັງກອນ ຄ.ສ 1935 - 14 ເມສາ ຄ.ສ 2006)

ພະນາງໄດ້ດຳລົງ ພະອິດສິຍະຍົດເປັນ "ສົມເດັດພະລາຊິນີແຫ່ງລາຊະອານາຈັກລາວ" (Queen of Laos) ພະນາງ ແລະ ພະສະຫວາມີ ໄດ້ປະກອບພະລາຊະກໍລະນີຍະກິດ ທາງສາທາລະນະ ແລະ ງານປະເພນີການກຸສົນຢ່າງສະຫມ່ຳສະເໝີ ໃນວັນທີ 26 ພະຈິກ ຄ.ສ 1975 ພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ຊົງສະລະລາຊະບັນລັງ ກ່ອນການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 1 ອາທິດ ໂດຍຝ່າຍປະເທດລາວໄດ້ກໍ່ການລັດຖະປະຫານຍຶດອຳນາດ ແລະ ປ່ຽນແປງການປົກຄອງ ພະນາງ ແລະ ພະລາຊະວົງ ຊົງຖືກສົ່ງໄປຈອງຈຳທີ່ຄ້າຍສຳມະນາ ທີ່ບ້ານສົບຮາວ ພາຍຫລັງພະນາງກໍສິ້ນພະຊົນໃນວັນທີ່ 12 ທັນວາ ຄ.ສ 1981 ສິລິພະຊົນມາຍຸ 69 ພັນສາ.

Tags:

ອັງກິດ

🔥 Trending searches on Wiki ລາວ:

Hitlerວັດທະນະທຳສະຖານີໂທລະພາບສີກອງທັບບົກຊ່ອງ 7ອາຣູບາໂອເຊອານີມອສໂກລາງວັນອອສກາຄົນຕ່າງດ້າວເມືອງຈັນທະບູລີອານາຈັກລ້ານນາພະເວດສັນດອນພາສາຫວຽດນາມນາຊີເຢຍລະມັນໝາກໄມ້ຊະວະລິດ ວິຊະຍະສຸດກົດໝາຍກຸມພາຊອບແວນ້ຳຕົກຕາດຫົວຄົນທອງລຸນ ສີສຸລິດປັດຊະຍາສະກຸນເງິນຕາພາສາທະມິນສະພັນຈ໌ບັອບ ສະແຄວຣ໌ແພນສ໌ຈູມມະລີ ໄຊຍະສອນໄກສອນ ພົມວິຫານນ້ຳຕານໝາກໄມ້ກາບກອນເນື້ອຫາເສລີສິລາ ວີຣະວົງສ໌ປະເທດເອກົດNeymarມິນນີ່ ເມົາສ໌ຕົ້ນເຜິ້ງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວຍີ່ປຸ່ນແບບຈຳລອງ IS/LMປະເທດຍີ່ປຸ່ນເຟດບຸກ4 ເມສາອິນເຕີເນັດເມືອງສັງທອງຍູເວນຕູສ F.CສະຫະປະຊາຊາດອາຊີMy Hero Academiaລອນດອນອະນິເມະນະຄອນນິວຢອກລາຍຊຶ່ໂຕລະຄອນໃນລະເບີດເຖິດເທິງລາວເດີນອາກາດໜູລ້າງນ້ຳລົດໄຟລາວ-ຈີນປະເທດອົດສະຕຣາລີປະເທດເຊັກກີແຂວງບໍລິຄຳໄຊປິໂກແມັດຍາຈາງ12 ພຶດສະພາແຂວງອຸດົມໄຊຄຣິສຕີນ້າ ລາຊະສິມມານະໂຍບາຍການເງິນເບຍລາວ4 ສິງຫາການປະຕິວັດອຸດສາຫະກຳມາຣີໂອ (ຕົວລະຄອນ)ພະຈິກປະເທດ🡆 More