ລິ້ງຂ້າມພາສາ ຫຼື ລິງກ໌ຂ້າມພາສາ ເປັນການສ້າງລິ້ງເຊື່ອມຕໍ່ບົດຄວາມໃນວິກິພີເດຍຂອງວິກິພີເດຍພາສາໜຶ່ງໄປຍັງບົດຄວາມພາສາອື່ນທີ່ມີເນື້ອຫາດຽວກັນ ລ້ງຂ້າມພາສາໂດຍປົກກະຕິແລ້ວຈະສະແດງສ່ວນລຸ່ມສຸດຂອງເມນູດ້ານຊ້າຍມື
ເມື່ອໃດກໍ່ຕາມບົດຄວາມຈາກວິກິພີເດຍສອງພາສາກ່າວເຖິງເລື່ອງດຽວກັນ ລິ້ງຂ້າມພາສາຈະເປັນໂຕເຊື່ອມຕໍ່ໃຫ້ຜູ້ອ່ານຂ້າມມາອ່ານພາສາອື່ນໄດ້ ເຊິ່ງມີປະໂຫຍດໃຫ້ຜູ້ໃຊ້ວິກິພີເດຍລາວສາມາດເຂົ້າໄປອ່ານບົດຄວາມເລື່ອງດຽວກັນໃນພາສາອື່ນ (ເຊິ່ງສ່ວນໃຫຍ່ເປັນພາສາອັງກິດ) ແລະ ຍັງເຮັດໃຫ້ຜູ້ໃຊ້ພາສາອື່ນເຂົ້າມາອ່ານບົດຄວາມໃນພາສາລາວເຊັ່ນດຽວກັນ
ສິ່ງທີ່ຄວນລະວັງຄືຈະບໍ່ມີການນຳລິ້ງພາສາໃສ່ ຖ້າບົດຄວາມປາຍທາງໃນພາສານັ້ນຍັງບໍ່ມີການສ້າງ ເຊິ່ງບາງຄົນເຂົ້າໃຈຜິດວ່າຖ້າມີການສ້າງລິ້ງພາສາ ແລະ ບົດຄວາມຈະຖືກສ້າງເອງອັດຕະໂນມັດໂດຍກ່ອນທີ່ຈະນຳລິ້ງຂ້າມພາສາມາໃສ່ ໃຫ້ກວດສອບເບິ່ງກ່ອນທຸກຄັ້ງວ່າມີບົດຄວາມນັ້ນມີຢູ່ຈິງ ເພື່ອຄວາມສະດວກ ທ່ານສາມາດໃສ່ພຽງລິ້ງຂ້າມພາສາໄປວິກິພີເດຍອັງກິດ ຈາກນັ້ນຈະມີບັອດເຮັດໜ້າທີ່ອັບເດດລິ້ງຂ້າມພາສາໃຫ້ຕາມຫຼັງ ລວມເຖິງໃສ່ລິ້ງຂ້າມພາສາໃສບົດຄວາມທີ່ວິກີພີເດຍອັງກິດກັບມາທີ່ບົດຄວາມໃນວີກີພີເດຍລາວ
ໜ້າຕ່າງໆ ໃນວິກິພີເດຍມີລາຍຊື່ໜ້າໃນພາສາຕ່າງໆ ຕົວຢ່າງເຊັ່ນສິກິພີເດຍ ມີໜ້າບົດຄວາມໄອແລນ ທີ່ໃຊ້ຊື່ວ່າ "Éire" ດັ່ງໃນໜ້າວິກິພີເດຍພາສາອັງກິດໃນບົດຄວາມໄອແລນຈະມີລິ້ງຂອງພາສາໄອຣິຊດ້ວຍໂດຍປົກກະຕິແລ້ວໜ້າພາສາຕ່າງໆ ຈະຢູ່ໃນຖັນເບື້ອງຊ້າຍຂອງໜ້າຈໍ
ວິກິດາຕ້າ ເປັນໂຄງການເພື່ອສ້າງຖານຂໍ້ມູນທີ່ຮ່ວມແກ້ໄຂກັນໄດ້
ໃນບົດຄວາມຂອງວີກີພີເດຍ ດ້ານຊ້າຍມື ຫົວຂໍ້ "ພາສາອື່ນ" ມີປຸ່ມ "ແກ້ໄຂລິງກ໌" (Edit Links) ໃຫ້ຄລິກເຂົ້າໄປ ຈະນຳໄປສູ່ໜ້າໃໝ່
ຖ້າຫາກຂຶ້ນຂໍ້ຄວາມວ່າ "Site link ... is already used by item Q...." ນັ້ນໝາຍຄວາມວ່າມີໜ້າຊ້ຳໃນວິກິດາຕ້າ
ໃນວິກິພີເດຍພາສາລາວຈະລຽງລິ້ງຂ້າມພາສາຕາມປົກກະຕິໂດຍລຽງລະຫັດພາສາເລີ່ມຕົ້ນຈາກ a → z ເຊິ່ງໃນວິກິພີເດຍແຕ່ລະພາສາຈະມີຮູບແບບທີ່ແຕກຕ່າງຂຶ້ນຢູ່ກັບການກຳນົດຂອງພາສານັ້ນ ໂດຍບາງພາສາຈະລຽງໃຫ້ ວິກິພີເດຍພາສາອັງກິດຂຶ້ນມາເປັນອັບດັບໜຶ່ງສະເໝີ
This article uses material from the Wikipedia ລາວ article ຊ່ວຍເຫຼືອ:ລິ້ງຂ້າມພາສາ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.